ກອງປະຊຸມຄົບຄະນະກໍາມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສພຊ ປະຈໍາປີ

ກອງປະຊຸມຄົບຄະນະກໍາມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສພຊ ປະຈໍາປີ

ກອງປະຊຸມຄົບຄະນະກໍາມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສພຊ ປະຈໍາປີ
​ ກໍາມາທິການ ວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະ ປະຈໍາປີ 2026 ຂຶ້ນຢ່າງເປັນທາງການ ໃນວັນທີ 22 ກັນຍານີ້ ທີ່ໂຮງແຮມເມື່ອງແທັງ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງ ທ່ານນາງ ອໍາໄພວອນ ລ້ອມບຸນແພງ ປະທານກໍາມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ, ມີບັນດາຄະນະປະທານກໍາມາທິການ, ສະມາຊິກສະພາແຫ່ງຊາດ ທີ່ເປັນກໍາມະການຂອງກໍາມາທິການ ຈາກເຂດເລືອກຕັ້ງທົ່ວປະເທດ, ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງວ່າການສະພາແຫ່ງຊາດ, ບັນດາກະຊວງ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊມຄບຄະນະກາມາທການວດທະນະທຳ-ສງຄມ ແລະ ຊນເຜາ ສພຊ ປະຈາປ - image 1
 

 

ທ່ານນາງ ອໍາໄພວອນ ລ້ອມບຸນແພງ ກ່າວວ່າ: ກອງປະຊຸມຄົບຄະນະໃນຄັ້ງນີ້ ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ຊຶ່ງເປັນກອງປະຊຸມຄັ້ງທໍາອິດຂອງກໍາມາທິການ ວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ຊຸດທີ X. ວາລະສໍາຄັນຂອງກອງປະຊຸມແມ່ນຈະໄດ້ສຸມໃສ່ ສະຫຼຸບ ແລະ ວາງແຜນງານ, ສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ປະຈໍາປີ 2026 ທີ່ຜ່ານມາ ແລະ ພິຈາລະນາວາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2027 ໃນຕໍ່ໜ້າ, ການຕິດຕາມກວດກາ: ຮັບຟັງການລາຍງານຜົນການຕິດຕາມກວດກາ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ 2026, ການທາບທາມກົດໝາຍ: ທາບທາມຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ), ຊຶ່ງເປັນກົດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະມາເຖິງນີ້.

ນອກຈາກນີ້, ຜູ້ເຂົ້າຮ່ວມຈະໄດ້ແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບການເຄື່ອນໄຫວວຽກງານ ເພື່ອເຮັດໃຫ້ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງກໍາມາທິການ ແລະ ພາກສ່ວນກ່ຽວຂ້ອງ ມີຄວາມຄ່ອງຕົວ ແລະ ມີປະສິດທິພາບຫຼາຍຂຶ້ນ.

ໃນວາລະຕອນທ້າຍຂອງກອງປະຊຸມ, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການໂອ້ລົມ ແລະ ຊີ້ທິດເຍືອງທາງ ຈາກທ່ານຮອງປະທານສະພາແຫ່ງຊາດ ຜູ້ຊີ້ນໍາກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ເພື່ອເປັນເຂັມທິດແນະນໍາໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບຜົນສໍາເລັດສູງສຸດ.(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງລັດຖະມົນຕີ ກະຊວງ ອ​ຄ ເຄື່ອນໄຫວເຮັດວຽກ ຢູ່ແຂວງຄຳມ່ວນ

ຮອງລັດຖະມົນຕີ ກະຊວງ ອ​ຄ ເຄື່ອນໄຫວເຮັດວຽກ ຢູ່ແຂວງຄຳມ່ວນ

ເພື່ອຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ), ໃນວັນທີ 21 ກັນຍາ 2026 ນີ້, ທ່ານ ພຸດທະວັນ ນັນທະວົງຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວຕິດຕາມ ແລະ ກວດກາ ວຽກງານປົກກະຕິ ປະຈຳປີ 2026 ຢູ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນໂດຍ​ມີທ່ານ ສົມວິໄຊ ວົງທິລາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຄໍາມ່ວນພ້ອມ​ຄະ​ນະແລະພະ​ນັກ​ງານ-ລັດ​ຖະ​ກອນໃຫ້​ການ​ຕ້ອນ​ຮັບ.
ກອງປະຊຸມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທຳ

ກອງປະຊຸມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທຳ

ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VIII ໃນວັນທີ 21 ກັນຍາ ນີ້ ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ, ເປັນປະທານຮ່ວມໂດຍ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ປະທານສານປະຊາຊົນສູງສຸດ, ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທໍາ, ເປັນກຽດເຂົ້າຮ່ວມໂອ້ລົມໂດຍທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູງກາງພັກ ພ້ອມດ້ວຍການນໍາຂອງ 4 ພາກສ່ວນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ກອງປະຊຸມແນະນຳດ້ານວິຊາການ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ກອງປະຊຸມແນະນຳດ້ານວິຊາການ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ກອງປະຊຸມແນະນຳດ້ານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະ 2027-2030 ໄດ້ຈັດຂຶ້ນ ລະຫວ່າງວັນທີ 21-22 ກັນຍານີ້ ທີ່ ຫໍປະຊຸມແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດຍມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ກອງບັນຊາການທະຫານແຂວງຄຳມ່ວນ ປະດັບທຽບຊັ້ນນາຍທະຫານ

ກອງບັນຊາການທະຫານແຂວງຄຳມ່ວນ ປະດັບທຽບຊັ້ນນາຍທະຫານ

ວັນທີ 18 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງຄໍາມ່ວນ ໄດ້ຈັດພິທີປະດັບທຽບຊັ້ນນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພັນໂທ ພົມວິຫານ ອິນສັກດາ ກໍາມະການຄະນະພັກ ກອງບັນຊາການ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ, ມີຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງພັນ 629 ປາຖະກະຖາ ວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ

ກອງພັນ 629 ປາຖະກະຖາ ວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ

ວັນທີ 21 ກັນຍາຜ່ານມາ, ກອງພັນ 629 ກອງພົນທີ 2 ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ (12 ຕຸລາ 1981-12 ຕຸລາ 2026) ໂດຍການເປັນປະທານ ແລະ ປາຖະ ກະຖາຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງ ກອງພົນທີ 2, ມີຄະນະຫ້ອງ, ພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ແກ່ນທ້າວ ກຽມຄວາມພ້ອມຈັດງານແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2026

ແກ່ນທ້າວ ກຽມຄວາມພ້ອມຈັດງານແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2026

ໃນວັນທີ 21 ກັນຍາຜ່ານມາ, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມລາຍງານຄວາມພ້ອມການຈັດງານແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2026 ໂດຍການເປັນປະທານຂອງທ່ານ ຄໍາປຸ່ນ ນວນສະບັບ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນປະຈຳເຂດເລືອກຕັ້ງເມືອງ, ມີທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍຄະນະຊີ້ນຳລວມ ເຂົ້າຮ່ວມ.
ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ອະນຸມັດສ້າງຕັ້ງພະແນກຄຸ້ມຄອງພົນລະເມືອງ ພ້ອມທັງປະກາດການຈັດຕັ້ງ

ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ອະນຸມັດສ້າງຕັ້ງພະແນກຄຸ້ມຄອງພົນລະເມືອງ ພ້ອມທັງປະກາດການຈັດຕັ້ງ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈັດພິທີປະກາດການອະນຸມັດສ້າງຕັ້ງພະແນກຄຸ້ມຄອງພົນລະເມືອງ ແລະ ແຕ່ງຕັ້ງຫົວໜ້າ ແລະ ຮອງພະແນກ, ບັດດາຫົວໜ້າ ແລະ ໜ່ວຍງານຂອງພະແນກຄຸ້ມຄອງພົນລະເມືອງ ທີ່ຂຶ້ນກັບກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ສະໂມສອນກອງບັນຊາການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ພັອ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ມີຄະນະພັກຮາກຖານກອງບັນຊາການ, ຫົວໜ້າ ແລະ ຮອງພະແນກທີ່ກ່ຽວຂ້ອງເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ

ສານປະຊາຊົນສູງສຸດ ປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມປາຖະກະຖາ ມູນເຊື້ອວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945 - 2ກັນຍາ 2026), ໃຫ້ກຽດປາຖະກະຖາໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີພະນັກງານອ້ອມຂ້າງສານເຂົ້າຮ່ວມ.
ແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ

ແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ

ໃນວັນທີ 21 ກັນຍາຜ່ານມາ, ຄະນະສະຫະພັນແມ່ຍິງແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ ຊຶ່ງນຳໂດຍທ່ານ ນາງ ບົວຈັນ ພັນທະວົງ ກຳມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ໃຫ້ກຽດຕ້ອນຮັບຂອງທ່ານ ຈັນເພັງ ແສນຄຳ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ ແລະ ອົງການຈັດ ຕັ້ງມະຫາຊົນຂັ້ນເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະຊາຊົນບ້ານຫ້ວຍໂກນ ສາມັກຄີສ້າງຂົວເພື່ອອຳນວຍຄວາມສະດວກໃນການໄປມາ

ປະຊາຊົນບ້ານຫ້ວຍໂກນ ສາມັກຄີສ້າງຂົວເພື່ອອຳນວຍຄວາມສະດວກໃນການໄປມາ

ປະຊາຊົນບ້ານຫ້ວຍໂກນ ເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ເຕົ້າໂຮມຄວາມສາມັກຄີພາຍໃນບ້ານ ດຳເນີນການສ້າງຂົວຂ້າມຫ້ວຍໂກນ ເພື່ອເຮັດໃຫ້ການໄປມາເຂົ້າສູ່ເຂດການຜະລິດມີຄວາມສະດວກ.
ເພີ່ມເຕີມ