![]() |
ສະຫາຍ ພັນໂທ ແອັນນາ ໝັ້ນລະດີ ຮອງຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນນາຍທະຫານທີ່ຮຽນຈົບວິຊາສະເພາະຈາກສາຍລັດ ຢູ່ກອງບັນຊາການທະຫານແຂວງຄຳມ່ວນ. ໃນນັ້ນ, ປະດັບທຽບຊັ້ນຮ້ອຍໂທ ຈຳນວນ 29 ສະຫາຍ.
![]() |
ໂອກາດດັ່ງກ່າວ, ສະຫາຍ ພັນໂທ ພົມວິຫານ ອິນສັກດາ ໄດ້ຮຽກຮ້ອງມາຍັງບັນດາສະຫາຍ ທີ່ໄດ້ຮັບການປະດັບທຽບຊັ້ນ ຈົ່ງພ້ອມກັນສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ກໍຄືໜ້າທີ່ວຽກງານວິຊາສະ ເພາະຂອງຕົນ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງກົມກອງ ແລະ ເຮັດສຳເລັດໜ້າທີ່ການເມືອງ ຕາມການຈັດຕັ້ງຂັ້ນເທິງມອບໝາຍ.
![]() |
ໂດຍ : ນາງ ຄໍາພູວາ ຈັນທະປານີ



ຄໍາເຫັນ