![]() |
ລົດຖີບທີ່ນຳມາມອບຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອຈາກ ມູນນິທິ ສປ ຈີນ ເພື່ອພັດທະນາຊົນນະບົດ ຜ່ານຄະນະສັນຕິພາບ ແລະ ສາມັກຄີລາວ ໃນນີ້, ມອບໃຫ້ຫ້ອງການສາສຶກທິການ ແລະ ກິລາເມືອງຜາອຸດົມ ຈຳນວນ 30 ຄັນ. ຈຶ່ງໄດ້ສົມທົບກັບບັນດາໂຮງຮຽນເປົ້າໝາຍ ເພື່ອຄັດເລືອກເອົານັກຮຽນ ຜູ້ທີ່ມີຄວາມດຸໝັ່ນ, ຮຽນດີ, ຮຽນເກັ່ງ ແລະ ຕັ້ງໃຈຮຽນ ແຕ່ບ້ານເຮືອນຢູ່ຫ່າງໄກຈາກໂຮງຮຽນ, ແຕ່ບໍ່ມີພາຫະນະທຽວໄປໂຮງຮຽນ ພ້ອມນີ້ໄດ້ມອບໃຫ້ໂຮງຮຽນມັດທະຍົມສົມບູນ 4 ແຫ່ງຄື: ມສ ຜາອຸດົມ, ມສ ປຸ່ງລາດ, ມສ ປາງທອງ ແລະ ມສ ປາກຫາດ ໃນນີ້, ມັດທະຍົມຕົ້ນ 2 ແຫ່ງຄື: ມຕ ມົກໂຊະ ແລະ ມຕ ສຸກຈະເລີນ. ລວມນັກຮຽນທີ່ໄດ້ຮັບຄັ້ງນີີ້ ມີທັງໝົດ 30ຄົນ, ຍິງ 18ຄົນ.
ລົດຖີບທີ່ນຳມາມອບໃຫ້ນ້ອງນັກຮຽນຄັ້ງນີ້, ແມ່ນມອບໃຫ້ນຳໃຊ້ຢ່າງຂາດຕົວ ພາຍຫລັງຮຽນຈົບຈາກຊັ້ນມັດທະຍົມປາຍ ແລະ ຈົບມັດທະຍົມຕົ້ນແລ້ວ ໃຫ້ສືບຕໍ່ນຳໃຊ້ເຂົ້າໃນການຮຽນມັດທະຍົມປາຍຕື່ມອີກ ຈະບໍ່ໄດ້ມອບຄືນໃຫ້ກັບໂຮງຮຽນ.
ໂອກາດດຽວກັນນີ້, ທ່ານ ນາງ ຄຳພັນ ຄຳປ໋ອງ ຍັງໄດ້ຮຽກຮ້ອງໃຫ້ນັກຮຽນ ຜູ້ທີ່ໄດ້ຮັບລົດຖີບໃໝ່ຄັ້ງນີ້ ຈົ່ງພ້ອມກັນປົກປັກຮັກສາ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ, ສິ່ງສຳຄັນແມ່ນຈົ່ງເພີ່ມທະວີເອົາໃຈໃສ່ຕໍ່ການຮ່ຳຮຽນ ໃຫ້ກາຍເປັນນັກຮຽນທີ່ດີເດັ່ນ ມີຜົນສຳເລັດໃນຕໍ່ໜ້າ ແລະ ຕາງໜ້ານ້ອງນັກຮຽນ ທັງ 30ຄົນຍັງໄດ້ສະແດງຄວາມຮູ້ຄຸນ, ຂອບໃຈ ແລະ ດີໃຈເປັນຢ່າງຍິ່ງ, ທີ່ຍາມໃດຄະນະພັກຂັ້ນເທິງ ກໍຄື ມູນນິທິ ສປ ຈີນ ເພື່ອພັດທະນາຊົນນະບົດ ຜ່ານຄະນະສັນຕິພາບ ແລະ ສາມັກຄີລາວ, ການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ມີຄວາມເປັນຫວ່ງເປັນໃຍ ໃຫ້ການຊ່ວຍເຫຼືອນັກຮຽນ ໃນຍາມທຸກຍາກລຳບາກ ແລະ ຂໍໃຫ້ສືບຕໍ່ພິຈາລະນາສູ້ຊົນຍາດແຍ່ງເອົາທຶນຮອນມາພັດທະນາວຽກງານການສຶກສາ ໃຫ້ຫຼາຍຂຶ້ນກວ່າເກົ່າ.ຂ່າວ: ພອນສະຫວັນ ມະນີສີ

ຄໍາເຫັນ