![]() |
ການເຄື່ອນໄຫວຄັ້ງນີ້, ຄະນະກຳມະການໄດ້ລົງກວດກາສະພາບໂຄງສ້າງອາຄານຮຽນ ແລະ ສິ່ງ ແວດລ້ອມອ້ອມຂ້າງ ພາຍໃນໂຮງຮຽນຢ່າງລະອຽດ, ພ້ອມທັງຮັບຟັງການລາຍງານຈາກຄູ-ອາຈານ ກ່ຽວກັບສະພາບການນຳໃຊ້ອາຄານໃນປັດຈຸບັນ, ຂໍ້ສະເໜີ ແລະ ບັນຫາຕ່າງໆທີ່ພົບເຫັນໃນຂະບວນການຮຽນ-ການສອນ ເພື່ອເປັນຂໍ້ມູນດ້ານການປຸກສ້າງ ແລະ ດ້ານວິຊາການທີ່ຖືກຕ້ອງຊັດເຈນ ຊຶ່ງຈະນຳໄປສູ່ການວາງແຜນຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ.
![]() |
ໂອກາດນີ້, ທ່ານ ຄຳໄພ ສິມມາວັດ ໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງທຸກພາກສ່ວນ ສືບຕໍ່ເອົາ ໃຈໃສ່ຮີບຮ້ອນປັບປຸງສະພາບອາຄານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ພາຍໃນໂຮງຮຽນຢ່າງຮີບດ່ວນ; ພ້ອມຖືເອົາການປະສານສົມທົບກັນຢ່າງກົມກຽວ ໃນການຈັດລຽງບຸລິມະສິດ ເພື່ອສ້າງສະພາບແວດລ້ອມໃຫ້ຫ້ອງຮຽນ ແລະ ໂຮງຮຽນໃຫ້ມີຄວາມປອດໄພໄດ້ມາດຕະຖານ ແລະ ເອື້ອອຳນວຍຄວາມສະ ດວກສູງສຸດ ຕໍ່ການຮຽນຮູ້ຂອງລູກ-ຫຼານນັກຮຽນ. ຂ່າວ-ພາບ: ສົມພອນ ໄຊຍະວົງ


ຄໍາເຫັນ