![]() |
ພິທີມອບ-ຮັບ ຈັດຂຶ້ນໃນວັນທີ 3 ກັນຍາ 2026 ທີ່ຈຸດຮັບເຄື່ອງຊ່ວຍເຫຼືອຫ້ອງວ່າການ ແຂວງຄໍາມ່ວນ ໂດຍມີ ທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ເປັນຜູ້ຕາງໜ້າໃນການມອບ.
![]() |
ເຄື່ອງຊ່ວຍເຫຼືອປະກອບມີ ເຂົ້າສານ, ນໍ້າດື່ມ, ໝີ່ ແລະ ເຄື່ອງອຸປະໂພກ-ບໍລິໂພກທີ່ຈໍາເປັນ ໂດຍຈະຈັດສົ່ງຕໍ່ໃຫ້ປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ບັນດາເມືອງ ເພື່ອແບ່ງເບົາຄວາມລໍາບາກ ແລະ ບັນເທົາຜົນກະທົບ ໃນໄລຍະຟື້ນຟູຈາກໄພພິບັດ.
ຂ່າວ : ມະນີວັນ


ຄໍາເຫັນ