![]() |
ໃນພິທີ ໄດ້ຜ່ານບົດສະຫຼຸບຜົນການດຳເນີນງານ 6 ເດືອນຕົ້ນປີ ແລະ ແຜນງານທ້າຍປີ 2026 ຂອງລັດວິສາຫະກິດນໍ້າປະປາແຂວງ. ຈາກນັ້ນ ຕາງໜ້າຄະນະຈັດຕັ້ງແຂວງໄດ້ປະກາດຂໍ້ຕົກລົງເລກທີ 201, 202 ແລະ 203/ຄປຂ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການຮັບອຸດໜູນບຳນານ ປະກອບມີ ທ່ານ ຂັນເງິນ ແສງອ່ຽມ ອະດີດອຳນວຍການບໍລິສັດລັດວິສາຫະກິດນໍ້າປະປາແຂວງຄໍາມ່ວນ, ທ່ານ ພູທອນ ສຸລິຍົງ ແລະ ທ່ານ ຄຳເຫວີຍ ໄຕຍະວົງ ອະດີດຮອງອຳນວຍການ. ອອກພັກການ-ຮັບອຸດໜູນບໍານານ ແຕ່ວັນທີ 1 ມີຖຸນາ 2026. ພ້ອມນີ້ ໄດ້ປະກາດຂໍ້ຕົກລົງເລກທີ 548 ແລະ 549/ຄປຂ ວ່າດ້ວຍການແຕ່ງຕັ້ງຜູ້ອຳນວຍການ ແລະ ຄະນະອຳນວຍການ ບໍລິສັດລັດວິສາຫະກິດນໍ້າປະປາ ແຂວງຄໍາມ່ວນ ຊຸດໃໝ່ ໂດຍແຕ່ງຕັ້ງ: ທ່ານ ສຸລະພົງ ພາບຸດດີ ຫົວໜ້າພາກສ່ວນການຄ້າລັດວິສາຫະກິດນໍ້າປະປາແຂວງ, ເປັນອຳນວຍການ; ແຕ່ງຕັ້ງ ທ່ານ ເພັດພອນມະນີ ທຳມະວົງ ຮອງຫົວໜ້າຂະແໜງເຄຫາ-ຜັງເມືອງ ແລະ ນໍ້າປະປາ ພະແນກ ຍທຂ ເປັນຮອງອຳນວຍການ; ທ່ານ ນາງ ວິໄລພອນ ສີດາວົງ ຫົວໜ້າພາກສ່ວນການເງິນນໍ້າປະປາ ລັດວິສາຫະກິດນໍ້າປະປາແຂວງ ເປັນຮອງອຳນວຍການ, ທ່ານ ຄຳປະສິດ ສິນເທບພະວົງ ຫົວໜ້າພາກສ່ວນສະຖິຕິ-ແຜນການ ລັດວິສາຫະກິດນໍ້າປະປາແຂວງ ເປັນຮອງອຳນວຍການ.
ທ່ານ ສາຍຄຳ ພະໄຊສິດທິເດດ ໄດ້ໃຫ້ກຽດມອບຂໍ້ຕົກລົງ ແລະ ໂອ້ລົມຊີ້ນຳຄະນະອຳນວຍການຊຸດ
ໃໝ່ ໃຫ້ເອົາໃຈໃສ່ນຳພາພະນັກງານປະຕິບັດແຜນງານຕາມມະຕິກອງປະຊຸມ, ຈັດວາງໜ້າທີ່ຢ່າງຈະແຈ້ງ, ປັບປຸງການຄຸ້ມຄອງຊັບສິນ-ລາຍຈ່າຍ ແລະ ຍົກສູງຄຸນນະພາບວຽກງານວິຊາສະເພາະ. ພ້ອມກັນນີ້ ໃຫ້ຄະນະອຳນວຍການຊຸດໃໝ່ສືບຕໍ່ສານຕໍ່ຜົນງານຂອງຄະນະຊຸດເກົ່າ, ເພີ່ມທະວີສາມັກຄີພາຍໃນ, ນໍາພາການຜະລິດ-ບໍລິການໃຫ້ບັນລຸຄາດໝາຍ ແລະ ສ້າງຜົນສຳເລັດໃນການພັດທະນານໍ້າປະປາແຂວງຄຳມ່ວນ.ຂ່າວ: ມະນີວັນ-ພາບ: ກອງຄໍາ

ຄໍາເຫັນ