ພິທີປາຖະກະຖາວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ແລະ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 44 ປີ (15 ສິງຫາ 1982-15 ສິງຫາ 2026) ຈັດຂຶ້ນໃນວັນທີ 31 ສິງຫານີ້, ທີ່ສະໂມສອນຫຼັກ 4 ແຂວງຄໍາມ່ວນ, ໂດຍການເຂົ້າຮ່ວມ ແລະ ປາຖະກະຖາຂອງທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງປະທານ (ຜູ້ປະຈໍາການ) ສະພາປະຊາຊົນແຂວງ, ທ່ານ ແກ້ວວິໄລ ໄຊຍະບຸດ ປະທານແນວລາວສ້າງຊາດແຂວງ, ມີບັນດາການນໍາພັກ-ລັດແຂວງ, ພະນັກງານອາວຸໂສບໍານານ, ບັນດາພະແນກການ, ຂະແໜງການອ້ອມຂ້າງແຂວງເຂົ້າຮ່ວມ.
ໃນພິທີໄດ້ຍົກໃຫ້ເຫັນເຖິງພາລະບົດບາດ, ຄວາມໝາຍຄວາມສຳຄັນ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ 3 ວັນສໍາຄັນດັ່ງກ່າວ. ທັງນີ້, ເພື່ອແນໃສ່ສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈ ເຊື່ອມຊຶມ, ກຳແໜ້ນວັນປະຫວັດສາດຂອງຊາດ ທັງເປັນການມອບໝາຍພັນທະໜ້າທີ່ການເມືອງໃຫ້ເປັນຄວາມຮັບຜິດຊອບຂອງຄະນະພັກ, ຫົວໜ້າພະແນກ, ສຳນັກງານອົງການອ້ອມຂ້າງແຂວງ, ຊຶ່ງພາຍຫຼັງສຳເລັດຢູ່ຂັ້ນແຂວງແລ້ວ ໃຫ້ສືບຕໍ່ຈັດຕັ້ງປະຖາກະຖາຢູ່ໃນອົງກອນທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນໃຫ້ທົ່ວເຖິງທຸກເປົ້າ ໝາຍໄດ້ຮັບຮູ້ເຂົ້າໃຈ ເຫັນໄດ້ຄວາມໝາຍສໍາຄັນຂອງ 3 ວັນປະຫວັດສາດດັ່ງກ່າວ.
 |
| |
ໂອກາດນີ້, ຄະນະນໍາແຂວງ ຍັງຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ ຈົ່ງໄດ້ຕັດສິນໃຈສູ້ຊົນຈັດຕັ້ງປະຕິບັດແຜນງານໂຄງການທີ່ກຳນົດໄວ້ ໃນແຜນພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຜົນສໍາເລັດ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ ແລະ ປະຊາຊົນ. ພິເສດຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງເປັນຈິດໜຶ່ງໃຈດຽວ ເຊື່ອໝັ້ນຕໍ່ແນວທາງຂອງພັກ, ທຸ່ມເທເຫື່ອແຮງ, ສະຕິປັນຍາ ທຶນຮອນ, ວັດຖຸສິ່ງຂອງປະກອບສ່ວນຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃຫ້ທັນເວລາ, ພ້ອມກັນນັ້ນ ກໍໃຫ້ຍົກສູງສະຕິ ລະວັງຕົວຕໍ່ກົນອຸບາຍໃສ່ຮ້າຍນາໆປະການຂອງອິດທິກຳລັງປໍລະປັກ ໃນເວລາປະເທດຊາດ ກໍຄືແຂວງຄໍາມ່ວນກຳລັງປະເຊີນກັບໄພພິ ບັດທາງທຳມະຊາດ.
ຂ່າວ: ກອງຄໍາ
ຄໍາເຫັນ