ຄໍາມ່ວນ ເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III

ຄໍາມ່ວນ ເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III
ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງຄຳມ່ວນ ໄດ້ຈັດພິທີເປີດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ໃຫ້ພະນັກງານສະມາຊິກພັກ, ພະນັກງານນໍາພາ-ຄຸ້ມຄອງ ເຊິ່ງພິທີເປີດຊຸດຮຽນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 24 ເມສາ 2024 ຢູ່ທີ່ຫ້ອງປະຊຸມຂອງໂຮງຮຽນດັ່ງກ່າວໂດຍມີສະຫາຍ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ , ວຽກງານພັກ-ພະນັກງານ, ມີສະຫາຍ ແກ້ວວັນໄຊ ສຸກແສນທອງ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ພ້ອມດ້ວຍຄູ-ອາຈານ ຕະຫຼອດຮອດນັກສຶກສາເຂົ້າຮ່ວມ .
ສະຫາຍ ຄໍາພູວົງ ຫອມມະນີ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງກໍ່ໄດ້ຜ່ານແຜນການຮຽນ - ການສອນ ລະບົບທິດສະດີການເມືອງຂັ້ນຕົ້ນ 3 ເດືອນ ຫຼື 90 ວັນຮຸ່ນທີ III ປະຈໍາປີ 2024 ເຊິ່ງຈຸດປະສົງຂອງຫຼັກສູດແມ່ນເພື່ອບໍາລຸງທິດສະດີການເມືອງໃຫ້ພະນັກງານສະມາຊິກພັກ, ພະນັກງານນໍາພາ-ຄຸ້ມຄອງ ແລະ ພະນັກງານນໍາພາຮຸ່ນສືບທອດ, ເພື່ອຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີການເມືອງ, ແນວຄິດໄກສອນ ພົມວິຫານ, ແນວທາງຂອງພັກ,ການຄຸ້ມຄອງຂອງລັດ, ເຮັດໃຫ້ເປົ້າໝາຍຜູ້ເຂົ້າຮຽນມີແນວຄິດທັດສະນະຫຼັກໝັ້ນຊົນຊັ້ນກໍາມະກອນ, ສ້າງພະນັກງານນໍາພາ-ຄຸ້ມຄອງຢູ່ທ້ອງຖິ່ນມີຄຸນທາດການເມືອງທີ່ໜັກແໜ້ນ, ມີລະດັບຄວາມສາມາດໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກໃຫ້ປະກົດຜົນເປັນຈິງ.
ສໍາລັບຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ປະຈໍາປີ 2024 ປະກອບມີນັກສຶກສາທັງໝົດ 60 ສະຫາຍ, ຍິງ 18 ສະຫາຍ, ເຊິ່ງໂຄງສ້າງຂອງຫຼັກສູດປະກອບມີທັງໝົດ 7 ກຸ່ມວິຊາໃນນັ້ນປະກອບມີ 6 ວິຊາຫຼັກ.
ສະຫາຍ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ ໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນຂອງການຮຽນທິດສະດີການເມືອງ ຕະຫຼອດຮອດສະພາບເງື່ອນໄຂຂໍ້ສະດວກ, ຄວາມຫຍຸ້ງຍາກໃນໄລຍະການຮຽນ - ການສອນ ພ້ອມກັນນັ້ນ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ພະນັກງານຄູ-ອາຈານ ແລະ ນັກສຶກສາຂັ້ນຕົ້ນ ຮຸ່ນທີ 3 ທຸກສະຫາຍຈົ່ງໄດ້ພ້ອມກັນຕັດສິນໃຈຜ່ານຜາອຸປະສັກ ແລະ ຄວາມຫຍຸ້ງຍາກຕ່າງໆເພື່ອເຮັດໃຫ້ສໍາເລັດການຮຽນໃນຊຸດນີ້, ຄຽງຄູ່ກັນນັ້ນການຮຽນທິດສະດີກໍຕ້ອງສົມທຽບໃສ່ພຶດຕິກໍາຕົວຈິງໃຫ້ຫຼາຍຂຶ້ນ.
ຂ່າວ-ພາບ : ແດງສະຫວັດ ແສນພານິດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອົງການໄອຍະການປະຊາຊົນ ຝຶກອົບຮົມວຽກງານພິທີການ

ອົງການໄອຍະການປະຊາຊົນ ຝຶກອົບຮົມວຽກງານພິທີການ

ອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ ໄດ້ຈັດຝຶກອົບຮົມວຽກງານພິທີການ ຂຶ້ນໃນວັນທີ 25 ພຶດສະພາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ, ໂດຍການເປັນປະທານກ່າວເປີດຂອງທ່ານ ນາງ ແສງສຸດາ ສີປະເສີດ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ຊຶ່ງມີຄະນະກົມ, ຄະນະພະແນກອົງການໄອຍະການປະຊາຊົນເຂດ 4 ເຂດເຂົ້າຮ່ວມ.
ສປປ ລາວ ສົ່ງເສີມການພັດທະນາທີ່ສົ່ງຜົນບວກຕໍ່ທຳມະຊາດ

ສປປ ລາວ ສົ່ງເສີມການພັດທະນາທີ່ສົ່ງຜົນບວກຕໍ່ທຳມະຊາດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງ​ປະຊຸມ​ລະດັບ​ສູງ​ກ່ຽວ​ກັບ​ການລົງທຶນທີ່ສົ່ງຜົນບວກ ຕໍ່ທຳມະຊາດ ໂດຍນໍາໃຊ້ລຳດັບມາດຕະການຫຼຸດຜ່ອນຜົນກະທົບຕໍ່ຊີວະນາໆພັນເພື່ອບັນລຸຜົນໄດ້ຮັບການທົດແທນ ຊີວະນາໆພັນ ເທົ່າເດີມ ຫຼື ການເພີ່ມຊີວະນາໆພັນ ໄດ້ຈັດຂຶ້ນໃນວັນທີ 22 ພຶດສະພາຜ່ານມານີ້ ທີ່ນະຄອນຫຼວງ ວຽງຈັນ, ໂດຍການເປັນປະທານ​ຂອງທ່ານ ​ລິນຄໍາ ດວງສະຫວັນ ລັດຖະມົນຕີ​ກະຊວງ​ກະສິກຳ​ ແລະ ສິ່ງ​ແວດ​ລ້ອມ ຊຶ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ປະກາດແຕ່ງຕັ້ງຂັ້ນນໍາພາ-ບັນຊາ ແລະ ຍົກລະດັບພະແນກຊາຍແດນ ເປັນຫ້ອງທະຫານຊາຍແດນ ທະຫານແຂວງໄຊຍະບູລີ

ປະກາດແຕ່ງຕັ້ງຂັ້ນນໍາພາ-ບັນຊາ ແລະ ຍົກລະດັບພະແນກຊາຍແດນ ເປັນຫ້ອງທະຫານຊາຍແດນ ທະຫານແຂວງໄຊຍະບູລີ

ໃນວັນທີ 22 ພຶດສະພາຜ່ານມາ, ທີ່ສະໂມສອນ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ປະກາດການແຕ່ງຕັ້ງຮອງກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງ, ຮອງຫ້ອງ ແລະ ຍົກລະດັບພະແນກຊາຍແດນເປັນຫ້ອງທະຫານຊາຍແດນ ທະຫານແຂວງໄຊຍະບູລີ, ໂດຍການເປັນປະທານຂອງສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ມີຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງເຂົ້າຮ່ວມ.
ມອບ-ຮັບ ໂຄງການກໍ່ສ້າງ ແລະ ສ້ອມແປງ ເສັ້ນທາງຜັງບ້ານນໍ້າເຕົ່າ ເມືອງແກ່ນທ້າວ

ມອບ-ຮັບ ໂຄງການກໍ່ສ້າງ ແລະ ສ້ອມແປງ ເສັ້ນທາງຜັງບ້ານນໍ້າເຕົ່າ ເມືອງແກ່ນທ້າວ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງ-ສ້ອມແປງ ຍົກລະດັບເສັ້ນທາງຜັງບ້ານນໍ້າເຕົ່າ ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ບ້ານ​ນ້ຳ​ເຕົ່າ, ລະຫວ່າງ ທ່ານ ບຸນໜ່ວງ ອິນທະວົງ ນາຍບ້ານນໍ້າເຕົ່າ, ຕາງໜ້າອົງການປົກຄອງບ້ານ (ໃນນາມເຈົ້າຂອງໂຄງການ) ແລະ ທ່ານ ຫວາດ ແສງຈັນ ປະທານບໍລິສັດ ຫວາດ ການຄ້າ ຈຳກັດ (ໃນນາມຜູ້ຮັບເໝົາກໍ່ສ້າງ) ໂດຍມີທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ​ນຳ.
ສສຊ-ສສຂ ພົບປະ ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່ເມືອງໂຂງ

ສສຊ-ສສຂ ພົບປະ ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່ເມືອງໂຂງ

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງໂຂງ ໄດ້ສຳເລັດການລົງເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມສະພາ ແລະ ພົບປະຜູ້ມີສິດເລືອກຕັ້ງ ໃນ​ວັນ​ທີ 22 ພຶດ​ສະ​ພາ​ຜ່ານ​ມາ.
ທ່ານ ນາງ ສູນ​ທອນ ໂຊ​ຍະ​ຈັກ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ

ທ່ານ ນາງ ສູນ​ທອນ ໂຊ​ຍະ​ຈັກ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ

ທ່ານ ນາງ ສູນທອນ ໄຊຍະຈັກ ຄະ​ນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ໄດ້ເຄື່ອນຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ ເມື່ອ​ວັນ​ທີ 22 ພຶດ​ສະ​ພາ​ຜ່ານ​ມາ​ນີ້, ໂດຍມີ ທ່ານ ບຸນຫຼາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງເຊກອງ ພ້ອມດ້ວຍພະນັກຫຼັກແຫຼ່ງແຂວງເຊກອງ ໃຫ້ການຕ້ອນຮັບຢ່າງອຸບອຸ່ນ.
ເລຂາພັກແຂວງ ​ສະ​ຫວັນ​ນະ​ເຂດ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍນິ​ຕິ​ກຳ​ຕ່າງໆ ຢູ່ເມືອງເຊໂປນ

ເລຂາພັກແຂວງ ​ສະ​ຫວັນ​ນະ​ເຂດ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍນິ​ຕິ​ກຳ​ຕ່າງໆ ຢູ່ເມືອງເຊໂປນ

ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນະເຂດ ພ້ອມດ້ວຍຄະ​ນະ ໄດ້ລົງເຄື່ອນໄຫວຊີ້ນຳ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາຄຳສັ່ງ, ແຈ້ງການ ແລະນິຕິກຳຕ່າງໆ ເພື່ອເພີ່ມທະວີວຽກງານສະກັດກັ້ນ ແລະແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມທົ່ວແຂວງສະຫວັນນະເຂດ ຢູ່ທີ່ເມືອງເຊໂປນ ເມື່ອ​ວັນ​ທີ 24 ພຶດ​ສະ​ພາ​ຜ່ານ​ມາ, ໂດຍມີຄະນະພັກ-ຄະນະນຳຂອງ 3 ເມືອງ (ເຊໂປນ, ວິລະບູລີ, ພີນ), ພ້ອມ​ຄະ​ນະ​ໃຫ້​ກ່ນ​ຕ້ອນ​ຮັບ.
ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງການບໍລິຫານ ດ່ານສາກົນນາເພົ້າ

ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງການບໍລິຫານ ດ່ານສາກົນນາເພົ້າ

ພິທີປະກາດແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ຫົວໜ້າຫ້ອງການບໍລິຫານ ດ່ານສາກົນນາເພົ້າ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ພຶດສະພາຜ່ານມາ, ທີ່ຫ້ອງປະຊຸມດ່ານສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ ໂດຍມີທ່ານ ສາຍຄໍາ ພະໄຊສິດທິເດດ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະຄຸ້ມຄອງດ່ານ,ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບໂຄງການກໍ່ສ້າງສ້ອມແປງ ຍົກລະດັບເສັ້ນທາງຜັງບ້ານນໍ້າເຕົ່າ

ມອບ-ຮັບໂຄງການກໍ່ສ້າງສ້ອມແປງ ຍົກລະດັບເສັ້ນທາງຜັງບ້ານນໍ້າເຕົ່າ

ພິທີມອບ-ຮັບໂຄງການກໍ່ສ້າງ ສ້ອມແປງ ຍົກລະດັບເສັ້ນທາງຜັງບ້ານນໍ້າເຕົ່າ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາຜ່ານມາ, ທີ່ຫ້ອງປະຊຸມບ້ານນໍ້າເຕົ່າ. ຮ່ວມລົງນາມລະຫວ່າງທ່ານ ບຸນໜ່ວງ ອິນທະວົງ ນາຍບ້ານນໍ້າເຕົ່າ ຕາງໜ້າອົງການປົກຄອງບ້ານ (ໃນນາມເຈົ້າຂອງໂຄງການ) ແລະ ທ່ານ ຫວາດ ແສງຈັນ ປະທານບໍລິສັດ ຫວາດການຄ້າ ຈຳກັດ (ໃນນາມຜູ້ຮັບເໝົາກໍ່ສ້າງ) ເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຜີຍແຜ່ວຽກງານປັບປຸງຄ່າບໍລິການເກັບມ້ຽນຂີ້ເຫຍື້ອ ໃນຕົວເມືອງນະຄອນຫຼວງພະບາງ

ເຜີຍແຜ່ວຽກງານປັບປຸງຄ່າບໍລິການເກັບມ້ຽນຂີ້ເຫຍື້ອ ໃນຕົວເມືອງນະຄອນຫຼວງພະບາງ

ກອງປະຊຸມເຜີຍແຜ່ວຽກງານປັບປຸງຄ່າບໍລິການເກັບມ້ຽນຂີ້ເຫຍື້ອ ຈັດຂຶ້ນໃນວັນທີ 21 ພຶດສະພາຜ່ານມາ, ທີ່ນະຄອນ-ຫຼວງພະບາງ ໂດຍການເປັນປະທານຂອງທ່ານ ນາງ ວິໄລພອນ ຖະໜອມສັກ ຮອງປະທານຄະນະກໍາມະການປົກຄອງນະຄອນ, ມີທ່ານ ດາວວັນ ສີລິວົງ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງນະຄອນ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ, ຕາງໜ້າບໍລິສັດສັນຍາຮັບເໝົາເກັບມ້ຽນຂີ້ເຫຍື້ອ ຕະຫຼອດຮອດນາຍບ້ານ 80 ບ້ານເຂົ້າຮ່ວມ.
ເພີ່ມເຕີມ