ຄໍາມ່ວນ ປິດຊຸດອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານໄອຍະການປະຊາຊົນ

ຄໍາມ່ວນ ປິດຊຸດອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານໄອຍະການປະຊາຊົນ

ຄໍາມ່ວນ ປິດຊຸດອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານໄອຍະການປະຊາຊົນ
ປິດຊຸດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ໄອຍະການປະຊາຊົນ, ອົງການສືບ ສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດຂຶ້ນໃນວັນທີ 20 ມີນາຜ່ານມານີ້ ທີ່ຫ້ອງວ່າການແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີທ່ານ ຄໍາແດງ ສີບຸນເຮືອງ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ນັກຝຶກອົບຮົມ ເຂົ້າຮ່ວມ.
ຄາມວນ ປດຊດອບຮມ ສາງຄວາມເຂມແຂງໃຫແກພະນກງານໄອຍະການປະຊາຊນ - image 1
 

ຊຸດຝຶກອົບຮົມຄັ້ງນີ້, ໄດ້ດໍາເນີນໄປໃນລະຫວ່າງ ວັນທີ 19-20 ມີນາ 2026, ບັນດາຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ກ່ຽວກັບ ຫຼັກສູດໃນການສອນຂັ້ນຕອນ ແລະ ວີທີ ການເກັບກໍາຂໍ້ມູນ, ຫຼັກຖານຕ່າງໆ ໃນການດໍາເນີນຄະດີອາຍາ, ຂັ້ນຕອນການຕິດຕາມ, ກວດກາ ການປະຕິບັດກົດໝາຍ ຂອງອົງການສືບ ສວນ-ສອບສວນ ຂັ້ນຕອນ ແລະ ວິທີການດໍາເນີນຄະດີຕໍ່ ອາຊະຍາກຳທາງໄຊເບີ້, ຂັ້ນຕອນ ແລະ ວິທີການດໍາເນີນຄະດີການຟອກເງິນ ແລະ ການຄ້າມະນຸດ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບການດໍາ ເນີນຄະດີອາຍາ, ການດໍາເນີນຄະດີແພ່ງ, ການດໍາເນີນຄະດີປົກຄອງ, ການຕິດຕາມ-ກວດກາການ ປະຕິບັດກົດໝາຍ, ການຕ້ານ ແລະ ສະກັດກັ້ນອາຊະຍາກຳ, ການອອກນິຕິກຳ, ການຕິດຕາມ-ກວດກາການປະຕິບັດຄໍາຕັດສີນຂອງສານ, ການຕິດຕາມ-ກວດກາການປະຕິບັດກົດໝາຍຢູ່ຄ້າຍຄຸມຂັງ-ດັດສ້າງ ແລະ ບັນຫາອື່ນໆ. ຊຶ່ງຈະເປັນການຍົກລະດັບຂີດຄວາມສາມາດໃຫ້ແກ່ເຈົ້າໜ້າທີ່, ພະນັກງານໃນການດໍາເນີນຄະດີ ລວມທັງ ກໍລະນີສຶກສາ ກ່ຽວກັບການດໍາເນີນຄະດີຕ່າງໆ.

ທ່ານ ນາງ ພອນທິບ ສາວະລີ ໄດ້ກ່າວມີຄຳເຫັນໂອ້ລົມ ວ່າ: ເພື່ອໃຫ້ທ່ວງທັນກັບຄວາມຮຽກຮ້ອງຕ້ອງການໜ້າທີ່ວຽກງານໃນໄລຍະໃໝ່ຈິ່ງໄດ້ເໜັ້ນໜັກບາງບັນຫາຄື: ໃຫ້ຖືເອົາວຽກງານການຝຶກອົບຮົມຄັ້ງນີ້ ເປັນບາດກ້າວໜຶ່ງທີ່ເປັນບົດຮຽນ, ເປັນບ່ອນອີງໃຫ້ແກ່ການປະຕິບັດໜ້າທີ່ ແຕ່ລະພາກສ່ວນໃຫ້ເປັນໄປຕາມທີ່ກົດໝາຍໄດ້ກຳນົດໃວ້, ເພີ່ມທະວີໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນທີ່ກຳນົດໄວ້ໃນກົດໝາຍຢ່າງເຂັ້ມງວດ, ນຳເອົາບົດຮຽນທີ່ໄດ້ຝຶກອົບຮົມໄປນຳໃຊ້, ສົມທຽບໃສກັບພຶດຕິກຳຕົວຈິງໃນການເຄື່ອນໄຫວປະຕິບັດ ໜ້າທີ່ວຽກງານຢູ່ກົມກອງທ້ອງຖິ່ນຂອງຕົນ, ການຈັດຕັ້ງປະຕິບັດຕົວຈິງ ຫາກມີຂໍ້ຄົງຄ້າງບັນຫາໃດ ກໍຕ້ອງຊອກໃຫ້ເຫັນສາເຫດໃນຕົວ ແລະ ນອກຕົວ ເພື່ອວາງແຜນການ, ມີມາດຕະການປັບປຸງແກ້ໄຂໃຫ້ມີຄວາມເປັນເອກະພາບ ໃນການປະຕິບັດໜ້າທີ່ວຽກງານ ໃຫ້ຖືກຕ້ອງຕາມກົດໝາຍເຂັ້ມງວດ ເພື່ອປະ ກອບສ່ວນໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ໃຫ້ມີຜົນສັກສິດ ໄປເທື່ອລະກ້າວ. ຜ່ານຊຸດຝຶກອົບຮົມໃນຄັ້ງນີ້, ຕ້ອງນຳເອົາບົດຮຽນທີ່ຖອດຖອນໄດ້ ໄປນຳເຜີຍແຜ່ສະເໜີຕໍ່ຄະນະພັກ, ຄະນະນຳ, ກົມກອງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ແລະ ນຳເອົາບົດຮຽນອັນໃໝ່ໄປໝູນໃຊ້ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ໃຫ້ເກີດດອກອອກຜົນເປັນຈິງ.

(ແຫຼ່ງຂ່າວ: ແຂວງຄໍາມ່ວນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

EU ເລັ່ງສືບສວນການໂຈມຕີທາງໄຊເບີຕໍ່ຮ້ານສັບພະສິນຄ້າໃນຫຼາຍປະເທດ

EU ເລັ່ງສືບສວນການໂຈມຕີທາງໄຊເບີຕໍ່ຮ້ານສັບພະສິນຄ້າໃນຫຼາຍປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ພະຈິກ ຜ່ານມາວ່າ: ຄະນະກຳມາທິການເອີຣົບໄດ້ເປີດເຜີຍວ່າ, ການໂຈມຕີທາງໄຊເບີທີ່ສົ່ງຜົນກະທົບຕໍ່ລະບົບເຮັດຄວາມເຢັນຂອງຮ້ານສັບພະສິນຄ້າໃນຫຼາຍປະເທດສະມາຊິກສະຫະພາບເອີຣົບ (EU) ເມື່ອບໍ່ດົນມານີ້ ແມ່ນມີຄວາມກ່ຽວຂ້ອງກັນ, ພ້ອມທັງເນັ້ນຢໍ້າວ່າການສືບສວນກຳລັງດຳເນີນຢູ່ໃນລະດັບຊາດ ແຕ່ມັນຍັງໄວເກີນໄປທີ່ຈະລະບຸຕົວຜູ້ທີ່ຮັບຜິດຊອບ.
ກອງປະຊຸມວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງ ຄອສພ

ກອງປະຊຸມວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງ ຄອສພ

ກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມການລົງຕິດຕາມ, ຊຸກຍູ້ວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ ຄອສພ, ຈຸດປະສົງເພື່ອເປັນການຕີລາຄາຄືນກ່ຽວກັບການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ ວຽກງານຄໍາຮ້ອງ ຄໍາສະເໜີ ໃນໄລຍະຜ່ານມາ. ໂດຍການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ຄະນະປະຈໍາພັກ ຮອງປະທານກວດກາພັກ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ; ທ່ານ ຊື່ນຊົມ ໄຊເກີຢາຈົງຕົວ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ມີບັນດາປະທານກວດກາ ຕາງໜ້າໜ່ວຍພັກທີ່ໄດ້ເຮັດວຽກງານກວດກາເຂົ້າຮ່ວມ.
ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງປາຖະກະຖາ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ຂຶ້ນ ໃນວັນທີ 5 ພະຈິກນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະພັກ ຫົວໜ້້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດແຕ່ງຕັ້ງ, ເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ກອງບັນຊາການ, ພະນັກ ງານຫຼັກແຫຼ່ງ ແລະ ນາຍຕໍາຫຼວດ ທີ່ໄດ້ຮັບການແຕ່ງຕັ້ງ, ເລື່ອນຊັ້ນເຂົ້າຮ່ວມ.
ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ