ຄຳ​ມ່ວນ ສະຫຼຸບ​ວຽກ​ງານ ການອຳນວຍຄວາມສະດວກດ້ານການຄ້າ ແລະ ຂົນສົ່ງ

ຄຳ​ມ່ວນ ສະຫຼຸບ​ວຽກ​ງານ ການອຳນວຍຄວາມສະດວກດ້ານການຄ້າ ແລະ ຂົນສົ່ງ

ຄຳ​ມ່ວນ ສະຫຼຸບ​ວຽກ​ງານ ການອຳນວຍຄວາມສະດວກດ້ານການຄ້າ ແລະ ຂົນສົ່ງ
ກອງປະຊຸມ ຄະນະກຳມະການອຳນວຍຄວາມສະດວກດ້ານການຄ້າ ແລະ ຂົນສົ່ງ ແຂວງ ຄຳ​ມ່ວນ ໄດ້​ຈັດຂຶ້ນ​ໃນ​ວັນ​ທີ 17 ມິ​ຖຸ​ນາ​ຜ່ານ​ມາ ທີ່ ພະ​ແນກ ອ​ຄ ແຂວງ ໂດຍການເປັນປະທານຂອງ ທ່ານ ໜັ້ນຍືນ ຄີນສະໜອນ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ.
ຄຳ​ມວນ ສະຫບ​ວຽກ​ງານ ການອຳນວຍຄວາມສະດວກດານການຄາ ແລະ ຂນສງ - image 1
 

ກອງປະຊຸມຄັ້ງນີ້, ເພື່ອຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກອຳນວຍຄວາມສະດວກທາງດ້ານການຄ້າ ປະຈຳປີ 2025 ແລະ 6 ເດືອນຕົ້ນປີ 2026 ພ້ອມທັງກຳນົດທິດທາງແຜນການໃນ 6 ເດືອນທ້າຍປີ 2026 ແລະ ໄດ້ຮັບຟັງການຜ່ານຂໍ້ຕົກລົງກ່ຽວກັບການຈັດຕັ້ງ ເຄື່ອນໄຫວຂອງຄະນະກຳມະການອຳນວຍຄວາມສະດວກດ້ານການຄ້າ ແລະ ຂົນສົ່ງ ຂັ້ນແຂວງ.

ປີ 2025 ຜ່ານມາ ການຈັດຕັ້ງປະຕິບັດຄຳສັ່ງເລກທີ 12/ນຍ ກ່ຽວກັບການກວດກາຕາມເສັ້ນທາງ ພົບວ່າທົ່ວແຂວງມີຈຸດກວດກາທັງໝົດ 17 ຈຸດ ແລະ ໃນປີ 2026 ໄດ້ເພີ່ມອີກ 1 ຈຸດ ເປັນ 18 ຈຸດ. ສ່ວນວຽກງານດ້ານການຂົນສົ່ງ ໄດ້ອອກໃບອະນຸຍາດແລ່ນລົດ 936 ຄັນ, ອອກໃບດຳເນີນທຸລະກິດຂົນສົ່ງ 58 ບໍລິສັດ, ອອກໃບອະນຸຍາດຜ່ານແດນ 2,759 ຫົວ ແລະ ອອກປື້ມຕິດຕາມການແລ່ນລົດ 723 ຫົວ.

ສຳລັບ 6 ເດືອນຕົ້ນປີ 2026 ຄະນະກຳມະການໄດ້ຈັດຫຼາຍກິດຈະກຳສຳຄັນ ລວມທັງກອງປະຊຸມປຶກສາຫາລືກ່ຽວກັບການຕັ້ງຈຸດກວດກາຕາມເສັ້ນທາງ, ການຜັນຂະຫຍາຍແຜນດຳເນີນງານອຳນວຍຄວາມສະດວກທາງການຄ້າ ແລະ ຂົນສົ່ງ 2025-2030, ການແກ້ໄຂບັນຫາອຸປະສັກໃນຂັ້ນຕອນການສົ່ງອອກ ແລະ ການປັບປຸງກົນໄກການປະສານງານກັບພາກສ່ວນຕ່າງໆ.

ດ້ານວຽກງານຂົນສົ່ງ ໄດ້ປະສານການອະນຸຍາດນຳໃຊ້ລົດຂົນສົ່ງເປົ່າຈາກຕ່າງປະເທດມາຮັບສິນຄ້າ ຈຳນວນ 9 ບໍລິສັດ, ອອກໜັງສືຕິດຕາມລົດຂົນສົ່ງເປົ່າຈາກປະເທດໄທເຂົ້າມາຮັບມັນຕົ້ນພາຍໃນແຂວງຄຳມ່ວນ ຈຳນວນ 509 ຄັນ ຜ່ານດ່ານສາກົນຂົວມິດຕະພາບ 3 ແລະ ອຳນວຍຄວາມສະດວກໃຫ້ 4 ບໍລິສັດຈາກ ສສ ຫວຽດນາມ ເຂົ້າມາຮັບສິນຄ້າຜ່ານດ່ານສາກົນນາເພົ້າ.

ຄຳ​ມວນ ສະຫບ​ວຽກ​ງານ ການອຳນວຍຄວາມສະດວກດານການຄາ ແລະ ຂນສງ - image 2
 

ກອງປະຊຸມຍັງໄດ້ຕີລາຄາດ້ານດີ ໂດຍເຫັນວ່າ ການມີນິຕິກຳ ແລະ ກົດໝາຍທີ່ຊັດເຈນ ເປັນພື້ນຖານສຳຄັນໃນການອຳນວຍຄວາມສະດວກດ້ານການຄ້າ ແລະ ຂົນສົ່ງ ພ້ອມທັງໄດ້ຮັບການຊີ້ນຳຈາກຄະນະກອງເລຂາຂັ້ນແຂວງຢ່າງໃກ້ຊິດ. ແນວໃດກໍຕາມ ຍັງພົບຂໍ້ຄົງຄ້າງບາງດ້ານ ເຊັ່ນ: ການປະຕິບັດຄຳສັ່ງເລກທີ 12/ນຍ ຍັງບໍ່ທັນເຂັ້ມງວດ, ຍັງມີຈຸດກວດກາບາງແຫ່ງທີ່ບໍ່ສອດຄ່ອງກັບລະບຽບການ ແລະ ການເຜີຍແຜ່ນິຕິກຳຕ່າງໆ ຍັງບໍ່ທົ່ວເຖິງ.

ສຳລັບແຜນວຽກໃນ 6 ເດືອນທ້າຍປີ 2026 ຈະສຸມໃສ່ການສັງລວມ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນຕົວຈິງ, ປັບປຸງນະໂຍບາຍ ແລະ ນິຕິກຳໃຫ້ທັນສະໄໝ, ສືບຕໍ່ເຜີຍແຜ່ກົດໝາຍ ແລະ ຂໍ້ກຳນົດຕ່າງໆ ໃຫ້ແກ່ຜູ້ປະກອບການ ພ້ອມທັງປັບປຸງໂຄງລ່າງພື້ນຖານ ເຊັ່ນ: ການສ້ອມແປງປ້າຍ ແລະ ເຄື່ອງໝາຍຈາລະຈອນ ລວມທັງການສ້າງຈຸດພັກລົດຂົນສົ່ງຢ່າງໜ້ອຍ 1 ຈຸດ ຕາມເສັ້ນທາງຫຼວງເລກທີ 12 ເພື່ອຮອງຮັບການຂົນສົ່ງ ແລະ ຍົກສູງປະສິດທິຜົນການອຳນວຍຄວາມສະດວກດ້ານການຄ້າ ແລະ ຂົນສົ່ງ ໃນແຂວງຄຳມ່ວນໃຫ້ດີຂຶ້ນ.

ຂ່າວ : ມະນີວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາພັກແຂວງຄຳມ່ວນ ລົງກວດກາສະຖານທີ່ ສ້າງ “ແລນມາກໃໝ່” ຂອງເມືອງທ່າແຂກ

ເລຂາພັກແຂວງຄຳມ່ວນ ລົງກວດກາສະຖານທີ່ ສ້າງ “ແລນມາກໃໝ່” ຂອງເມືອງທ່າແຂກ

ໃນວັນທີ 15 ກໍລະກົດ 2026 ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ຄະນະຕິດຕາມ ໄດ້ຮ່ວມກັບການຈັດຕັ້ງບ້ານ ລົງກວດກາສະຖານທີ່ເຮືອນໄມ້ ຫຼື ຫໍຄອຍພໍ່ເຖົ້າບຸນອຸ້ມ ທີ່ຕັ້ງຢູ່ບ້ານໂພນສະອາດ ເມືອງທ່າແຂກ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາເປັນຫໍຊົມວິວ, ຈຸດພັກຜ່ອນ ແລະ ຮ້ານກາເຟ ໃຫ້ກາຍເປັນແລນມາກໃໝ່ຂອງເມືອງທ່າແຂກ ແຂວງຄຳມ່ວນ ເພື່ອຮອງຮັບນັກທ່ອງທ່ຽວ ແລະ ຜູ້ເດີນທາງຜ່ານແຂວງ.
ກອງປະຊຸມໃຫຍ່ສະມາຊິກສະມາຄົມນັກທຸລະກິດໜຸ່ມແຂວງເຊກອງ ຄັ້ງທີ l

ກອງປະຊຸມໃຫຍ່ສະມາຊິກສະມາຄົມນັກທຸລະກິດໜຸ່ມແຂວງເຊກອງ ຄັ້ງທີ l

ກອງປະຊຸມໃຫຍ່ສະມາຊິກສະມາຄົມນັກທຸລະກິດໜຸ່ມແຂວງເຊກອງ (ສທໜຂ) ຄັ້ງທີ l ຈັດຂຶ້ນໃນວັນທີ 15 ກໍລະກົດຜ່ານມາ, ທີ່ຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງທ່ານ ສາກົນ ພອນປະເສີດ ຄະນະປະຈຳພັກແຂວງ ປະທານກວດກາພັກ, ປະທານອົງການກວດກາລັດແຂວງ, ມີທ່ານ ສອນເພັດ ເລື່ອງຜິວວົງແສນ ຮອງປະທານສະ ມາຄົມນັກທຸລະກິດໜຸ່ມສູນກາງ, ທ່ານ ແສງໂນພາ ມິກດາວົງ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄຕພ ເຜີຍແຜ່ມະຕິກອງປະຊຸມຜູ້ແທນກຳມະບານທົ່ວປະເທດ ຄັ້ງທີ IX

ຄຕພ ເຜີຍແຜ່ມະຕິກອງປະຊຸມຜູ້ແທນກຳມະບານທົ່ວປະເທດ ຄັ້ງທີ IX

ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ (ຄຕພ) ໄດ້ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ຂຶ້ນໃນວັນທີ15 ກໍລະກົດນີ້ ທີ່ ຄຕພ, ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ພ້ອມດ້ວຍບັນດາສະມາຊິກພາຍໃນ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ. ກ່ອນເຂົ້າຫ້ອງປະຊຸມ ຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອແຈ້ງຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້.
ງານມະຫະກຳການຄ້າທາງເອເລັກໂຕຣນິກລະດັບຊາດຈະຈັດຂຶ້ນທ້າຍເດືອນກັນຍາ

ງານມະຫະກຳການຄ້າທາງເອເລັກໂຕຣນິກລະດັບຊາດຈະຈັດຂຶ້ນທ້າຍເດືອນກັນຍາ

ເພື່ອເປັນການຂັບເຄື່ອນເສດຖະກິດດີຈີຕອນ ແລະ ສົ່ງເສີມຫົວໜ່ວຍທຸລະກິດລາວ ໃຫ້ສາມາດແຂ່ງຂັນໄດ້ໃນຍຸກສະໄໝໃໝ່, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີຖະແຫຼງຂ່າວຢ່າງເປັນທາງການ ກ່ຽວກັບການກຽມຄວາມພ້ອມຈັດງານບຸນມະຫະກຳການຄ້າທາງເອເລັກໂຕຣນິກ ຫຼື "Lao E-Commerce Festival 2026" ໃນວັນທີ 15 ກໍລະກົດ ນີ້ ທີ່ກະຊວງ ອຄ. ໃຫ້ກຽດຖະແຫຼງ ໂດຍ ທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ເຂົ້າຮ່ວມມີບັນດາທ່ານຫົວໜ້າກົມ-ຮອງກົມ, ທູຕານຸທູດ ແລະ ຕາງໜ້າອົງການຈັດຕັ້ງສາກົນ ແຂກຖືກເຊີນຈາກພາກລັດ-ເອກະຊົນ.
6 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບບັນລຸ ເກີນແຜນ

6 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບບັນລຸ ເກີນແຜນ

ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້, ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບບັນລຸເກີນແຜນ, ຊຶ່ງເກັບໄດ້ 151 ຕື້ກວ່າກີບ, ເທົ່າກັບ 52.30% ຂອງແຜນປີ ແລະ ເທົ່າກັບ 104.60% ຂອງແຜນ 6 ເດືອນຕົ້ນປີນີ້, ສູງກວ່າໄລຍະດຽວກັນຂອງປີຜ່ານມາ 29.46% ໃນນີ້, ລາຍຮັບຈາກພາສີກວມເອົາ 38 ຕື້ກວ່າກີບ ຫລື 25.16% ຂອງລາຍຮັບທັງໝົດ, ສ່ວນລາຍຮັບຈາກອາກອນກວມເອົາ 113 ຕື້ກວ່າກີບ ຫລື 74.84% ຂອງລາຍຮັບທັງໝົດ ໂດຍອາກອນມູນຄ່າເພີ່ມ (VAT) ຍັງເປັນແຫຼ່ງລາຍຮັບຫຼັກ ກວມເອົາເຖິງ 69.60%.
ທ່ານ ສະເຫຼີມໄຊ ກົມມະສິດ ພົບປະໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງແຂວງອຸດົມໄຊ

ທ່ານ ສະເຫຼີມໄຊ ກົມມະສິດ ພົບປະໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງແຂວງອຸດົມໄຊ

ໃນວັນທີ 15 ກໍລະກົດນີ້ ທີ່ຫ້ອງວ່າການແຂວງອຸດົມໄຊ, ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງຂອງແຂວງອຸດົມໄຊ, ໂດຍມີທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ນຳພາຄະນະເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ.
ສື່ມວນຊົນ ຕ້ອງໄດ້ຮັບການພັດທະນາໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ທັນສະໄໝ

ສື່ມວນຊົນ ຕ້ອງໄດ້ຮັບການພັດທະນາໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ທັນສະໄໝ

ໃນໂອກາດເຂົ້າຮ່ວມກອງປະຊຸມສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນວັນທີ 14 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ. ທ່ານ ຄຳສະຫວັນ ໂຄດໄຊ ກໍາມະການພັກນະຄອນຫຼວງ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໂດຍເນັ້ນໜັກເຖິງຄວາມສຳຄັນຂອງການພັດທະນາວຽກງານສື່ມວນຊົນ ໃຫ້ກ້າວທັນກັບສະພາບການໃນປັດຈຸບັນ ໂດຍສະເພາະຄະນະນຳ, ຂັ້ນເທິງໄດ້ເຫັນວ່າ ສື່ມວນຊົນແມ່ນປັດໄຈສຳຄັນ ທີ່ຈະຕ້ອງໄດ້ຮັບການພັດທະນາໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ທີ່ທັນສະໄໝ.
ສື່ມວນຊົນ ປກສ ຈະຫັນປ່ຽນຍຸດທະສາດ ຫັນເປັນດີຈີຕອນໃນການກວດຈັບ

ສື່ມວນຊົນ ປກສ ຈະຫັນປ່ຽນຍຸດທະສາດ ຫັນເປັນດີຈີຕອນໃນການກວດຈັບ

ເພື່ອຮັບປະກັນໃຫ້ການຕອບໂຕ້ຂ່າວບິດເບືອນ ໂດຍສະເພາະຂ່າວທີ່ພົວພັນກັບຄວາມສະຫງົບ ແລະ ຂ່າວອື່ນໆ ໃຫ້ທັນສະພາບການ, ສື່ມວນຊົນ ປກສ ຈະໄດ້ສຸມໃສ່ການຫັນປ່ຽນຍຸດທະສາດ ໂດຍເນັ້ນໃສ່ຫັນເປັນດີຈີຕອນ ແລະ ນຳໃຊ້ເຕັກໂນໂລຊີ AI ໃນການກວດຈັບໃນຕໍ່ໜ້າ, ໃນຂະນະດຽວກັນຈະນໍາໃຊ້ລະບົບຊັອບແວທີ່ສາມາດກວດຈັບ, ວິເຄາະ ແລະ ແຈ້ງເຕືອນຂ່າວປອມ ຫຼື ຫາງສຽງລົບທີ່ພົວພັນກັບວຽກງານ ປກສ ໃນສື່ສັງຄົມອອນລາຍ.
ຍົກລະດັບການວິເຄາະ-ວິຈານຂ່າວໃຫ້ມີຄຸນນະພາບໃໝ່

ຍົກລະດັບການວິເຄາະ-ວິຈານຂ່າວໃຫ້ມີຄຸນນະພາບໃໝ່

ການຍົກລະດັບຄຸນນະພາບການວິເຄາະ-ວິຈານຂ່າວ ບໍ່ແມ່ນພຽງການປັບປຸງຮູບແບບການນຳສະເໜີເທົ່ານັ້ນ ແຕ່ເປັນການຍົກສູງຄຸນນະພາບທາງດ້ານແນວຄິດ, ຄວາມຮູ້, ຈັນຍາບັນ ແລະ ຄວາມສາມາດທາງວິຊາຊີບຂອງນັກຂ່າວ. ເພາະການວິເຄາະ-ວິຈານຂ່າວ ແມ່ນຂະບວນການກັ່ນຕອງ, ປະເມີນ ແລະ ຕີລາຄາຂໍ້ມູນຂ່າວ ສານຢ່າງມີເຫດ ມີຜົນ ເພື່ອຊ່ວຍໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈບັນຫາທີ່ເກີດຂຶ້ນໄດ້ຢ່າງຖືກຕ້ອງ ແລະ ເລິກເຊິ່ງ. ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານແຫ່ງປະເທດລາວ ໄດ້ປະກອບຄຳເຫັນ ໃນຫົວຂໍ້: ຍົກລະດັບການວິເຄາະ-ວິຈານຂ່າວ ໃຫ້ມີຄຸນນະພາບໃໝ່ ຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນວັນທີ 14 ກໍລະກົດນີ້ວ່າ: ໃນຍຸກທີ່ຂໍ້ມູນຂ່າວສານໄຫຼວຽນຢ່າງໄວວາ ແລະ ບໍ່ມີຂອບເຂດ, ການວິເຄາະ-ວິຈານຂ່າວ ໄດ້ກາຍເປັນພາລະກິດສຳຄັນຂອງສື່ມວນຊົນ ແລະ ຜູ້ເຮັດວຽກດ້ານຂ່າວສານ. ຖ້າການລາຍງານຂ່າວເປັນການບອກເລົ່າວ່າ "ເກີດຫຍັງຂຶ້ນ".
ຍຸກ 4.0 ສື່ມວນຊົນຕ້ອງປັບປຸງວິທີການນໍາສະເໜີຂ່າວສານໃຫ້ທັນສະໄໝ

ຍຸກ 4.0 ສື່ມວນຊົນຕ້ອງປັບປຸງວິທີການນໍາສະເໜີຂ່າວສານໃຫ້ທັນສະໄໝ

ໃນຍຸກດີຈີຕອນ ຫຼື ຍຸກ 4.0 ວຽກງານສື່ມວນຊົນກໍາລັງປະເຊີນກັບສິ່ງທ້າທາຍຫຼາຍດ້ານ ຈຶ່ງຈໍາເປັນຕ້ອງໄດ້ປັບປຸງທັງເນື້ອໃນ, ຮູບແບບ ແລະ ວິທີການນໍາສະເໜີຂ່າວສານໃຫ້ທັນສະໄໝ.
ເພີ່ມເຕີມ