![]() |
ທ່ານ ຮອງເຈົ້າແຂວງໆຄຳມ່ວນ ໄດ້ກ່າວເປີດງານວ່າ:ສຳລັບການເປີດງານຕະຫຼາດນັດແຮງງານຄັ້ງນີ້ແມ່ນກິດຈະກໍາທີ່ມີຄວາມຈໍາເປັນ ແລະ ຕ້ອງໄດ້ຈັດ ຂຶ້ນຢ່າງເປັນປົກກະຕິ ເພື່ອສ້າງໂອກາດ ແລະ ເງື່ອນໄຂໃຫ້ຜູ້ຕ້ອງການແຮງງານ ແລະ ຜູ້ຕ້ອງການຢາກເຂົ້າສູ່ຕໍາແໜ່ງງານໃນປັດຈຸບັນ ແລະ ອະນາຄົດໄດ້ມາພົບກັນແບບເຊິ່ງໜ້າ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ປຶກສາຫາລື, ສໍາພາດ ແລະ ກ້າວເຂົ້າສູ່ການບັນຈຸເຂົ້າຕໍາແໜ່ງງານໃນຂັ້ນຕໍ່ໄປ.ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ມີຄວາມພະຍາຍາມສູງໃນການຫັນເອົາແນວທາງ,ນະໂຍບາຍ, ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີມາເປັນກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວດ້ານແຮງງານ ແລະ ສະຫວັດດີການສັງຄົມເວົ້າລວມ, ເວົ້າສະເພາະແມ່ນການສົ່ງເສີມການມີວຽກ ເຮັດງານທໍາ, ກົດໝາຍວ່າການຈັດຫາງານສະບັບທໍາອິດຖືກຮັບຮອງຈາກສະພາແຫ່ງຊາດປີທີ່ຜ່ານມາ.ບັນດາບໍລິສັດເຂົ້າຮ່ວມການຕັ້ງບູດໃນງານຕະຫຼາດນັດຄັ້ງນີ້, ມີຈຳນວນ 20 ບໍລິສັດ ແລະ7 ບໍລິສັດ ທີ່ເຂົ້າຮ່ວມງານ ຕະຫຼາດນັດແຮງງານໃນຄັ້ງນີ້. ໃນນີ້, ມີ 100 ຕຳແໜ່ງງານ, ມີຄວາມຕ້ອງການແຮງງານ 1,000 ຄົນ. ນອກຈາກນີ້, ທາງຈຸດບໍລີ ການຈັດຫາງານຂັ້ນແຂວງພວກເຮົາຍັງໄດ້ເປີດການຂຶ້ນທະບຽນແຮງງານໄປອອກແຮງງານຢູ່ ປະເທດໄທ, ສ. ເກົາຫຼີ, ຍີ່ປຸ່ນ ແລະ ປະເທດສິງກະໂປ ພ້ອມທັງການໃຫ້ຄໍາປຶກສາ ໃນ ການຂຽນແບບຟອມ, ການສອບສໍາພາດ, ການຊອກວຽກເຮັດງານທໍາຂອງຜູ້ວ່າງງານ.
![]() |
(ຂ່າວ-ພາບ:ແດງສະຫວັດ ແສນພານິດ)


ຄໍາເຫັນ