![]() |
ໃນກອງປະຊຸມປະທານຮ່ວມກໍ່ໄດ້ຜັດປ່ຽນກັນມີຄໍາເຫັນ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ ຊຶ່ງການເຜີຍແຜ່ຂໍ້ມູນການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ ແລະ ປອດໄພ ທີ່ແຂວງ ຄຳມ່ວນ ໃນມື້ນີ້, ເປັນກິດຈະກຳທີ່ມີຄວາມຫມາຍຄວາມສຳຄັນ ແນໃສ່ໃນການແນະນຳກ່ຽວກັບຂັ້ນຕອນ, ຂະບວນການ ກ່ຽວກັບການໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະ ປະເທດ ໄທ, ຍີ່ປຸ່ນ ແລະ ສ.ເກົາຫຼີ ທີ່ລະອຽດ ແລະ ຊັດເຈນ ເຮັດໃຫ້ສັງຄົມໄດ້ເຂົ້າໃຈຢ່າງຊັດເຈນ ແລະ ເລິກເຊິ່ງ ຫຼີກລ້ຽງການຖືກຕົວະຍົວະຫຼອກລວງຈາກກຸ່ມຄົນບໍ່ຫວັງດີ.
ໃນໄລຍະ 5 ປີ (2021-2025) ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ຈໍານວນ 350,567 ຄົນ ຍິງ 190,994 ຄົນ. ຄາດຄະເນແຮງງານລາວສົ່ງເງິນກັບຄືນປະເທດ ໃນໄລຍະ 6 ເດືອນຕົ້ນປີ 2025 ຈໍານວນ 366,522,688 ໂດລາສະຫະລັດ.
ກອງປະຊຸມເຜີຍແຜ່ຄູ່ມືແນະນຳຄູຝຶກເພື່ອການເຄື່ອນຍ້າຍແບບຖືກຕ້ອງ ແລະ ປອດໄພ ທີ່ຈັດຂຶ້ນໃນຄັ້ງນີ້, ເປັນກິດຈະກຳໜຶ່ງພາຍໃຕ້ ໂຄງການ ຫຼຸດຜ່ອນຄວາມທຸກຍາກ ໂດຍຜ່ານການເຄື່ອນຍ້າຍທີ່ປອດໄພ, ການພັດທະນາສີມືແຮງງານ ແລະ ການບັນຈຸວຽກເຮັດງານທຳໃນ ສປປ ລາວ ໄລຍະທີ 2 (PROMISE II) ໂດຍໄດ້ຮັບການສະໜັບສະໜູນ ຈາກ ອົງການຊ່ວຍເຫຼືອເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດ ສະວິດເຊີແລນ (SDC) ໂດຍຜ່ານ ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ຊຶ່ງໄລຍະການຈັດຕ້ັງປະຕິບັດໂຄງການນັບແຕ່ 2021-2025.
![]() |
ສໍາລັບຂໍ້ມູນທີ່ນໍາມາເຜີຍແຜ່, ປະກອບມີ ປຶ້ມຄູ່ມືການເຄື່ອນຍ້າຍແຮງງານແບບຖືກຕ້ອງ ແລະ ປອດໄພ, ການເຄື່ອນຍ້າຍແຮງງານທີ່ປອດໄພ ແລະ ການຄ້າມະນຸດ, ລະບຽບການ ແລະ ຂັ້ນຕອນການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ ແລະ ປອດໄພ. ນອກຈາກນັ້ນ, ຍັງມີການຕອບແບບສອບຖາມກ່ອນການເຜີຍແຜ່, ມີການສົນທະນາຖາມ-ຕອບ ແລະ ຫຼິ້ນເກມຕອບຄໍາຖາມຊຶ່ງໄດ້ສ້າງຄວາມສົນໃຈແກ່ຜູ້ເຂົ້າຮ່ວມໄດ້ເປັນຢ່າງດີ.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)


ຄໍາເຫັນ