ກອງປະຊຸມແລກປ່ຽນຄົ້ນຄວ້າວິທະຍາສາດ ແລະ ການພັດທະນາ ລະຫວ່າງ ແຂວງຄຳມ່ວນ ກັບ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດຂຶ້ນ ໃນວັນທີ 10 ຕຸລາ ຜ່ານມາ ທີ່ສະໂມສອນຫຼັກ 4 ຂອງແຂວງຄໍາມ່ວນ ໂດຍມີ ທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ ປະທານ ສວສສຊ ຮອງປະທານຜູ້ປະຈໍາການ ສະພາທິດສະດີສູນກາງພັກ, ທ່ານ ສົມສະອາດ ອຸ່ນສີດາ ກຳມະການພັກແຂວງ ຮອງເຈົ້າແຂວງຄຳມ່ວນ ຜູ້ຊີ້ນນໍາຂົງເຂດເສດຖະກິດ, ມີພະແນກການອ້ອມຂ້າງແຂວງ, ການນຳຂັ້ນເມືອງ, ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ແລະ ໂຮງຮຽນວິຊາຊີບ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໃນກອງປະຊຸມບັນດາທ່ານຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງບົດລາຍງານກ່ຽວກັບສະພາບເສດຖະກິດ-ສັງຄົມ ຂອງແຂວງຄຳມ່ວນ ໂດຍໄດ້ຍົກໃຫ້ເຫັນເຖິງ ການກຳນົດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຕາມ 3 ທ່າແຮງຄື: ທ່າແຮງທາງດ້ານກະສິກໍາ, ທ່າແຮງທາງດ້ານອຸດສາຫະກຳພະລັງງານ-ບໍ່ແຮ່ ແລະ ທ່າແຮງທາງດ້ານການບໍລິການ ແລະ ການທ່ອງທ່ຽວ, ຮັບຟັງການເຜີຍແຜ່ ພາລະບົດບາດການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສວສສຊ, ຜົນງານການຄົ້ນຄວ້າໃນໄລຍະຜ່ານມາ ແລະ ການເຜີຍແຜ່ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ຂອງ ສວສສຊ ຊຶ່ງມີໜ້າທີ່ສຳຄັນໃນການປະຕິບັດຕາມແນວທາງ ນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ບັນດານິຕິກຳລຸ່ມກົດໝາຍ ທີ່ພັກ, ລັດຖະບານ ໄດ້ຮັບຮອງເອົາ, ມີໜ້າທີ່ໃນການຄົ້ນຄວ້າ, ເຊື່ອມຊຶມ ແລະ ຫັນເອົາແນວທາງຂອງພັກ, ນະໂຍບາຍ, ວິໄສທັດ, ແຜນຍຸດທະສາດ, ແຜນການ ແລະ ມະຕິຕົກລົງ ຂອງພັກ-ລັດ ມາເປັນແຜນການ, ແຜນງານໂຄງການລະອຽດ, ຄົ້ນຄວ້າບັນຫາເສດຖະກິດ ແລະ ສັງຄົມ ຕາມຫຼັກມູນທິດສະດີມາກ-ເລນິນ ແລະ ແນວຄິດໄກສອນ ພົມວິຫານ ແລະ ບັນດາຫຼັກມູນວິທະຍາສາດເສດຖະກິດ-ສັງ ຄົມອື່ນໆ ເພື່ອມາຮັບໃຊ້ໃຫ້ແກ່ການວາງແນວທາງ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ, ພ້ອມກັນນັ້ນ ກໍເຂົ້າຮ່ວມໂຄງການຄົ້ນຄວ້າວິທະຍາສາດລະດັບຊາດທີ່ສູນກາງພັກ, ລັດ ຖະບານ ແລະ ສະພາທິດສະດີສູນກາງພັກມອບໝາຍໃຫ້ ແລະ ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ.
ກອງປະຊຸມຄັ້ງນີ້ຍັງໄດ້ປະກອບຄຳຄິດເຫັນ ແລະ ປຶກສາຫາລື ກ່ຽວກັບທິດທາງ, ຈຸດສຸມການຄົ້ນຄວ້າເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຄໍາມ່ວນຕື່ມອີກ.
(ຂ່າວ-ພາບ: ກອງຄຳ)
ຄໍາເຫັນ