ຄໍາອວຍພອນປີໃໝ່ລາວຂອງທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ປະທານປະເທດ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພ.ສ 2566, ຕ້ອນຮັບປີໃໝ່ ພ.ສ 2567

ຄໍາອວຍພອນປີໃໝ່ລາວຂອງທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ປະທານປະເທດ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພ.ສ 2566, ຕ້ອນຮັບປີໃໝ່ ພ.ສ 2567
ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍທີ່ນັບຖື ແລະ ຮັກແພງທັງຫຼາຍ!
ປີເຖາະ ພ.ສ 2566 ທີ່ກຳລັງຜ່ານພົ້ນໄປນີ້ ກໍເປັນອີກປີໜຶ່ງ ທີ່ປວງຊົນລາວທັງຊາດໄດ້ປະສົບກັບຄວາມຫຍຸ້ງຍາກດ້ວຍຜົນກະທົບຈາກສະພາບການທັງນອກຕົວ ແລະ ໃນຕົວ, ເຮັດໃຫ້ຊີວິດການເປັນຢູ່ທາງດ້ານຕ່າງໆຂອງປະຊາຊົນເຮົາພົບຄວາມຫຍຸ້ງຍາກຝືດເຄືອງຕະຫຼອດປີຜ່ານມາ. ແຕ່ເຖິງຢ່າງໃດກໍຕາມ ດ້ວຍຄວາມເປັນເຈົ້າປະເທດ, ຄວາມບາກບັ່ນພະຍາຍາມ ແລະ ຄວາມສາມັກຄີ ເປັນປຶກແຜ່ນ ຂອງປວງຊົນລາວທຸກຄົນ ທີ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການປະຕິບັດແນວທາງນະໂຍບາຍ ແລະ ບັນດາມາດຕະການ ທີ່ພັກ ແລະ ລັດຖະບານວາງອອກນັ້ນ ດ້ວຍຄວາມບຸກບືນສູງ, ດັ່ງນັ້ນ ປີຜ່ານມາ ພວກເຮົາສາມາດສືບຕໍ່ຮັກສາໄດ້ສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ມີຜົນສຳເລັດທີ່ເປັນພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວໃນທ່ວງທ່າດີຂຶ້ນ, ການລົງທຶນ ແລະ ການທ່ອງທ່ຽວໄດ້ກັບມາມີການຟື້ນຕົວ, ການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນຕາມລໍາດັບ ຊຶ່ງສ້າງໄດ້ພື້ນຖານ ແລະ ທ່ວງທ່າອັນດີໃຫ້ແກ່ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃນທ້າຍສະໄໝ ມີຜົນສໍາເລັດ ບົນຈິດໃຈຍົກສູງຄວາມເປັນເຈົ້າ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ກ້າວໄປສູ່ໄລຍະໃໝ່ຂອງການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ດ້ວຍຄວາມເປັນເຈົ້າ. 
ຂ້າພະເຈົ້າ ຂໍຖືໂອກາດນີ້ ຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນລາວ ທຸກທົ່ວໜ້າ ທີ່ໄດ້ປະກອບສ່ວນຂອງຕົນ ເຂົ້າໃນການແກ້ໄຂບັນຫາຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ໃນຕະຫຼອດປີທີ່ຜ່ານມາ, ພ້ອມກັນນັ້ນ ຂໍສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າ ຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ມີຕໍ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມານະໂອກາດນີ້ດ້ວຍ...
ບັນດາທ່ານ, ບັນດາສະຫາຍ, ພີ່ນ້ອງຮ່ວມຊາດ ທີ່ຮັກແພງ !
ພວກເຮົາກຳລັງກ້າວເຂົ້າສູ່ປີມະໂລງ ພ.ສ 2567 ຊຶ່ງເປັນອີກປີໜຶ່ງທີ່ ຍັງຕ້ອງປະເຊີນກັບສິ່ງທ້າທາຍທົດສອບຫຼາຍດ້ານຕໍ່ໄປອີກ, ແຕ່ພວກເຮົາກໍສາມາດມອງເຫັນກາລະໂອກາດ ແລະ ຄວາມຫວັງ ຂອງອະນາຄົດດ້ວຍການມອງໂລກໃນແງ່ດີໄດ້. ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ ທັງຊາດ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ຍົກສູງສະຕິຊາດ, ເຊີດຊູຄວາມເປັນເຈົ້າ, ປະກອບສ່ວນເຫື່ອແຮງ, ສະຕິປັນຍາ, ປະຕິບັດ ພັນທະ-ໜ້າທີ່ ຂອງຕົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ສືບຕໍ່ໝັ້ນຄົງເຂັ້ມແຂງ. ປີນີ້ ສປປ ລາວ ພວກເຮົາໄດ້ຮັບກຽດເຮັດໜ້າທີ່ເປັນປະທານໝູນວຽນອາຊຽນ ແລະ ທັງເປັນປີທ່ອງທ່ຽວລາວ, ຂໍໃຫ້ທຸກພາກສ່ວນໃນສັງຄົມຈົ່ງພ້ອມກັນເປັນເຈົ້າພາບທີ່ດີ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ,ຮັກສາຄວາມສະອາດຈົບງາມ, ອຳນວຍຄວາມສະດວກ ແລະ ສ້າງຄວາມປະທັບໃຈໃນການຕ້ອນຮັບແຂກບ້ານ-ແຂກເມືອງທີ່ຈະມາເຂົ້າຮ່ວມກອງປະຊຸມ, ມາທ່ອງທ່ຽວ, ມາລົງທຶນ ແລະ ມາຢ້ຽມຢາມ ຢູ່ປະເທດຂອງພວກເຮົາ. 
ເນື່ອງໃນໂອກາດ ອັນເປັນສີຣິມຸງຄຸນ ຕ້ອນຮັບປີໃໝ່ລາວ ພ.ສ 2567 ນີ້, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫຼອດເຖິງພີ່ນ້ອງຄົນເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ກໍຄື ຊາວຕ່າງປະເທດທີ່ກຳລັງດຳລົງຊີວິດ ແລະ ປະຕິບັດໜ້າທີ່ ຢູ່ ສປປ ລາວ ຈົ່ງມີຄວາມຢູ່ເຢັນເປັນສຸກ, ປາສະຈາກໂຣກໄພໄຂ້ເຈັບ ແລະ ຈົ່ງພ້ອມກັນສະຫຼອງປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນ, ມີໂຊກມີໄຊ ແລະ ສະຫງົບ ປອດໄພທຸກປະການເທີ້ນ.  ສະບາຍດີປີໃໝ່

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ