ຄະນະຮັບຜິດຊອບ ຈະລົງກວດກາແກ້ໄຂບັນຫາຫາງສຽງເນືອງນັນ  ໃນ ນວ

ຄະນະຮັບຜິດຊອບ ຈະລົງກວດກາແກ້ໄຂບັນຫາຫາງສຽງເນືອງນັນ  ໃນ ນວ
ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ ນວ)ທັງເປັນຫົວໜ້າຄະນະຮັບຜິດຊອບແກ້ໄຂສຽງເນື່ອງນັນຂົງເຂດການບໍລິຫານທຸລະກິດຮ້ານອາຫານ, ຮ້ານບັນເທີງ ແລະ ຮ້ານກິນດື່ມຂັ້ນ ນວ ແລະ ທ່ານ ພັທ ອິນພອນ ບຸນພະຈັນ ຮອງຫົວໜ້າຫ້ອງສັນຕິບານ ກອງບັນຊາການ ປກສ ນວໄດ້ຖະແຫຼງແຈ້ງເຖິງຜູ້ປະກອບການທຸລະກິດ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທີງ ຕະຫຼອດຮອດການຈັດຕັ້ງ ແລະ ປະຊາຊົນ  ທີ່ເຄື່ອນໄຫວ ແລະ ດໍາລົງຊີວິດ ໃນ ນວ ໃນວັນທີ 27 ຕຸລາຜ່ານມາ ໃຫ້ຮັບຊາບກ່ຽວກັບການແກ້ໄຂບັນຫາສຽງເນື່ອງນັນ ຢູ່ ນວ.
    ທ່ານ ນາງ ວິໄລວອນ ຈັນທະລາຕີ ໄດ້ຖະແຫຼງໃຫ້ຮູ້ວ່າ: ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ພະຍາຍາມແກ້ໄຂບັນຫາສຽງເນື່ອງນັນຂອງບັນດາຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງ ທີ່ສົ່ງຜົນກະທົບໃຫ້ແກ່ປະຊາຊົນທີ່ຢູ່ອ້ອມຂ້າງ ຊຶ່ງຜ່ານມາທາງຄະນະຮັບຜິດຊອບ ໄດ້ມີການລົງສໍາຫຼວດບັນຫາດັ່ງກ່າວ ເພື່ອນໍາມາປຶກສາຫາລື ແລະ ຊອກວິທີແກ້ໄຂ. ນວ ຈຶ່ງໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບແກ້ໄຂສຽງເນື່ອງນັນ ໃນຂົງເຂດທຸລະກິດຮ້ານອາຫານ, ຮ້ານບັນເທີງ, ຮ້ານກິນດື່ມ ພະແນກ ຖວທ, ເຈົ້າໜ້າທີ່ຕໍາຫຼວດ ແລະ ສື່ມວນຊົນ.ກ່ຽວກັບການແກ້ໄຂບັນຫາດັ່ງກ່າວ ຊຶ່ງໄດ້ກໍານົດໃຫ້ບັນດາຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງ ປະຕິບັດດັ່ງນີ້: ສໍາລັບເຈົ້າຂອງຮ້ານອາຫານ ທີ່ຖືໃບອະນຸຍາດດໍາເນີນທຸລະກິດຮ້ານອາຫານ ແມ່ນຕ້ອງຂາຍອາຫານເປັນຫຼັກ ຖ້າຮ້ານອາຫານໃດທີ່ມີສານເສບຕິດ ຫຼື ເປີດເຄື່ອງສຽງ ຕ້ອງມີໃບອະນຸຍາດ (ຕາມມາດຕາກົດໝາຍວ່າດ້ວຍການທ່ອງທ່ຽວ) ແຕ່ຮ້ານຕ້ອງເປັນຫ້ອງ ເພື່ອກັນບໍ່ໃຫ້ສຽງດັງອອກໄປລົບກວນຂ້າງນອກ, ສ່ວນຮ້ານທີ່ເປັນແບບເປີດ ທີ່ບໍ່ຕິດກັບຊຸມຊົນ ແມ່ນຈະບໍ່ອະນຸຍາດໃຫ້ເປີດເຄື່ອງສຽງດັງເກີນ 85 ດີຊີເບວ ແຕ່ຕ້ອງໄດ້ຮັບການກວດກາ ຈາກຄະນະຮັບຜິດຊອບ ແລະ ການຈັດຕັ້ງບ້ານ ລວມທັງເຂດໃກ້ຄຽງ, ສ່ວນຮ້ານໃດທີ່ມີການອອກໃບອະນຸຍາດເປີດເຄື່ອງສຽງ ຫຼື ເສບດົນຕີໄປແລ້ວນັ້ນ ແຕ່ສະຖານທີ່ບໍ່ເໝາະສົມ, ມີການຮ້ອງຟ້ອງຈາກປະຊາຊົນ, ຄະນະຮັບຜິດຊອບ ກໍຈະໄດ້ແຈ້ງໃຫ້ຂະແໜງການທີ່ອອກອະນຸຍາດແກ້ໄຂປັບປຸງໃບອະນຸຍາດຄືນໃໝ່ ໃຫ້ຖືກຕ້ອງສອດຄ່ອງກັບສະພາບຂອງຮ້ານ, ສໍາລັບການປະຕິບັດໂມງເວລາປິດຮ້ານອາຫານກາງແຈ້ງ ກໍານົດເວລາ 23 ໂມງ, ປິດດົນຕີ, ປິດບໍລິການຂາຍ ແລະ ປິດຮ້ານມອດໄຟ ເວລາ 24:00, ສໍາລັບຮ້ານບັນເທີງສະເພາະ ອີງໃສ່ດໍາລັດ 315 ວ່າດ້ວຍການບັນເທີງ ແມ່ນໃຫ້ປິດບໍລິການເວລາ 24:00 ໂມງ, ປິດການເສບດົນຕີ, ປິດຮັບແຂກເຂົ້າຮ້ານ ແລະ ໃຫ້ມ້ຽນຮ້ານປິດປະຕູບໍ່ເກີນ 1:00 ໂມງ (ກາງຄືນ), ສ່ວນຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທີງ ທີ່ບໍ່ມີໜັງສືອະນຸຍາດຖຶືກຕ້ອງຕາມກົດໝາຍ ແມ່ນໃຫ້ຢຸດເຊົາການບໍລິການ ຖ້າພົບເຫັນຈະຖືກດໍາເນີນຄະດີຕາມກົດໝາຍ.
    ສະນັ້ນ, ຈຶ່ງຂໍຮຽກຮ້ອງໃຫ້ຜູ້ປະກອບການ ຈົ່ງເປັນເຈົ້າການຮ່ວມກັນໃນການປະຕິບັດກົດລະບຽບທີ່ທາງລັດວາງອອກຢ່າງເຂັ້ມງວດ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.
ຂ່າວ: ຍຸພິນທອງ(ຂໍ້ມູນ: ປກສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫວັນນະເຂດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ສະຫວັນນະເຂດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໄດ້ຈັດຂຶ້ນວັນທີ 21 ເມສານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ
ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ເນື່ອງໃນໂອກາດ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກສະຖານທູດລາວ ທີ່ປັກກິ່ງສປ ຈີນ ໄດ້ຈັດຂຶ້ນໃນວັນທີ 19 ເມສາຜ່ານມານີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມພອນ ສີຈະເລີນ ເລຂາໜ່ວຍພັກເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ.
ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ

ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ

ໃນວັນທີ 21 ເມສານີ້ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາການຂາດແຄນຄູສອນ ໂດຍການເປັນທານ ຂອງສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ.
ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ປີ 2024 ທີ່ຜ່ານມາ, ຂະແໜງພະລັງງານ ແລະ ບໍ່ແຮ່ (ພບ) ບົນພື້ນຖານໃນເງື່ອນໄຂ ແລະ ສະພາບລວມທີ່ເກີດຂຶ້ນຂອງເສດຖະກິດໂລກ ແລະ ພາກພື້ນ,ແຕ່ຂະແໜງ ພບ ໄດ້ພ້ອມກັນປຸກລຸກຈິດໃຈເປັນເຈົ້າການໃຫ້ສູງຂຶ້ນ ແລະ ມີຄວາມພະຍາຍາມ ນໍາໃຊ້ທຸກຫົວຄິດປະດິດສ້າງ
ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາເອກອັກຄະລັດຖະທູດລາວ

ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາເອກອັກຄະລັດຖະທູດລາວ

ໃນວັນທີ 18 ເມສາ ຜ່ານມານີ້, ທ່ານ ບຸນເຫຼືອ ພັນດານຸວົງຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຈໍານວນ 4 ທ່ານ ທີ່ຈະໄປດໍາລົງຕໍາແໜ່ງເອກອັກຄະລັດຖະທູດ ຢູ່ຕ່າງປະເທດ,ໂດຍມີ ທ່ານ ຈາຕຸລົງ ບົວສີສະຫວັດ
ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ໂດຍ: ວັນເພັງ ອິນທະໄຊ ການເພີ່ມພື້ນທີ່ສີຂຽວໃນຕົວເມືອງ ໂດຍສະເພາະໃນນະຄອນຫຼວງວຽງຈັນ(ນວ) ເປັນໜຶ່ງບັນຫາສໍາຄັນຫຼາຍ ທີ່ພາກສ່ວນກ່ຽວຂ້ອງ ມີຄວາມພະຍາຍາມໃນການເພີ່ມພື້ນທີ່ສີຂຽວ ໃນຕົວເມືອງ. ໃນນັ້ນ, ປະເທດເພື່ອນບ້ານ,
ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ໃນວັນທີ 20 ເມສານີ້, ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານແນວລາວສ້າງຊາດ ຢູ່ແຂວງໄຊຍະບູລີ ຊຶ່ງຄະນະໄດ້ໄປຢ້ຽມຢາມຊີວິດການເປັນຢູ່ຂອງຊົນເຜົ່າກຣີ (ເຜົ່າຕອງເຫຼືອງ)
ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ເມື່ອບໍ່ດົນມານີ້,ກະຊວງການເງິນ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ໄດ້ລົງນາມສັນຍາພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນ ໂດຍການລົງນາມຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສີສຸລິນ ໂຊກໄຊ
ເພີ່ມເຕີມ