![]() |
ຫຼັງຈາກບັນຫາຜົນກະທົບຈາກໄພທໍາມະຊາດຝົນຕົກໜັັກ, ນໍ້າປ່າໄຫຼຊຸ ແລະ ພູເຈື່ອນເຮັດໃຫ້ເສັ້ນທາງຫຼວງແຫ່ງຊາດ ເລກ 8A ໂດຍສະເພາະ ເຂດພູຜາມ່ານ ໄດ້ຮັບຜົນກະທົບເປ່ເພເສຍຫາຍຢ່າງຮ້າຍແຮງ ເຮັດໃຫ້ການສັນຈອນຖືກຕັດຂາດຢ່າງສິ້ນເຊີງ ຈາກບັນຫາດັ່ງກ່າວ ການນໍາພັກ-ລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ລົງມາຕິດຕາມຊີ້ນໍາວິທີແກ້ໄຂຢ່າງໃກ້ຊິດ, ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຮີບດ່ວນ ໃນການແກ້ໄຂສຸກເສີນ ໃຫ້ລົດສາມາດສັນຈອນໄປ-ມາໄດ້ໂດຍໄວ.
ປັດຈຸບັນ ການແກ້ໄຂສຸກເສີນໃນເບື້ອງຕົ້ນ ແມ່ນສາມາດ ເຮັດໃຫ້ການສັນຈອນ ໄປ-ມາໄດ້ ແຕ່ຍັງມີຄວາມສ່ຽງຢູ່ຫລາຍຈຸດ. ສະນັ້ນ, ຄະນະກຳມະການ ຈຶ່ງໄດ້ຊີ້ນໍາໃຫ້ພາກສ່ວນຮັບຜິດຊອບ ໃນການແກ້ໄຂສຸກເສີນ ສືບຕໍ່ ແລະ ເລັ່ງລົງມືກໍ່ສ້າງ ໃນຈຸດທີ່ຍັງບໍ່ທັນແກ້ໄຂສໍາເລັດ ແລະ ຈຸດທີ່ມີຄວາມສ່ຽງສູງ ເພື່ອຮັບປະກັນການສັນຈອນໄປ-ມາຂອງພໍ່ແມ່ປະຊາຊົນ ແລະ ການຂົນສົ່ງສິນຄ້າທັງພາຍໃນ ແລະ ຕ່າງປະເທດໃນຕໍ່
ໜ້າໃຫ້ມີຄວາມໂລ່ງລ່ຽນ.
ໂອກາດດຽວກັນ, ຄະນະກຳມະການ ຍັງໄດ້ເນັ້ນໃຫ້ຂະແໜງການ ແລະ ບໍລິສັດທີ່ຮັບຜິດຊອບ ສືບຕໍ່ເຝົ້າລະວັງ, ລະບາຍການສັນຈອນ ທີ່ຕິດຂັດ ແລະ ເລັ່ງລົງມືກໍ່ສ້າງໃຫ້ສໍາເລັດຕາມຄາດໝາຍ.
ຂ່າວ: ຄຳພູ

ຄໍາເຫັນ