ຄະນະນຳທະນາຄານນະໂຍບາຍ ເຄື່ອນໄຫວຢູ່ປາກຊ່ອງ

ຄະນະນຳທະນາຄານນະໂຍບາຍ ເຄື່ອນໄຫວຢູ່ປາກຊ່ອງ

ຄະນະນຳທະນາຄານນະໂຍບາຍ ເຄື່ອນໄຫວຢູ່ປາກຊ່ອງ
ໃນທ້າຍເດືອນມິຖຸນາຜ່ານມານີ້, ທ່ານ ບຸນຊອດ ຟອງສະໜິດ ຮອງຜູ້ອໍານວຍການໃຫຍ່ ທະນາຄານນະໂຍບາຍ ແລະ ທ່ານ ຄອນສະຫວັນ ສິງສະຫວັນ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກໃຕ້ ແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ຮ່ວມກັນເຄື່ອນໄຫວເຮັດວຽກເກັບກຳ ແລະ ຕິດຕາມ ຜົນການສະໜອງສິນເຊື່ອຢູ່ບ້ານ 3 ສ້າງ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ໂດຍມີທ່ານ ນາງ ບົວລອນ ໝື່ນຫຼວງ ຮອງເຈົ້າເມືອງປາກຊ່ອງ, ອົງການປົກຄອງ, ຫົວໜ້າກຸ່ມຜະລິດ ແລະ ປະຊາຊົນບ້ານກອງຕູ່ນ ເຂົ້າຮ່ວມ.
ຄະນະນຳທະນາຄານນະໂຍບາຍ ເຄອນໄຫວຢປາກຊອງ - image 1
 

ປັດຈຸບັນ, ເມືອງປາກຊ່ອງ ມີຍອດສິນເຊື່ອເຂົ້າເຖີງຈໍານວນ 112 ກຸ່ມ, 626 ຄອບຄົວ ວົງເງິນທັງໝົດ 17,035,118,000 ກີບ, ດອກເບ້ຍຄ້າງ 3,115,447,000 ກີບ; ສະເພາະແຕ່ບ້ານກອງຕູ່ນ ມີສິນເຊື່ອເຂົ້າເຖີງມີ 2 ເປົ້າໝາຍ: ປູກຜັກ, ປຸກກາເຟ, ຈໍານວນ 6 ກຸ່ມ, 50 ຄອບຄົວ. ວົງເງິນອະນຸມັດທັງໝົດ 3,220,000,000, ກີບ, ຍອດເຫຼືອຕົ້ນທຶນ 3,220,000,000 ກີບ, ດອກເບ້ຍຄ້າງ (ບໍ່ມີ) ເພາະວ່າບ້ານດັ່ງກ່າວ ເປັນບ້ານ ອກສກ, (ມີລາຍບຸກຄົນ 4 ລາຍ, ວົງເງິນ 1,100,000,000 ກີບ).

ກ່ຽວກັບການສະໜອງສິນເຊື່ອໃນຜ່ານມາ; ຄະນະກຳມະການຄຸ້ມຄອງສິນເຊື່ອຂັ້ນບ້ານ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານ ແລະ ໃຫ້ການຮ່ວມມືເປັນຢ່າງດີ, ອຳນວຍຄວາມສະດວກໃຫ້ ທະນາຄານນະໂຍບາຍໃນການລົງເຄື່ອນໄຫວວຽກງານໃນແຕ່ລະຄັ້ງ; ຄະນະກໍາມະການຄຸ້ມຄອງສິນເຊື່ອຂັ້ນບ້ານ ຍັງໄດ້ສຶກສາອົບຮົມດ້ານການເມືອງ-ແນວຄິດ, ປຸກລະດົມຊຸກຍູ້ ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເອົາໃຈໃສ່ຮັບຜິດຊອບຕໍ່ກັບບັນຫາໜີ້ສິນຂອງຕົນເອງ ທີ່ໄດ້ກູ້ຢືມຈາກ ທະນາຄານນະໂຍບາຍ ຕ້ອງປະຕິບັດໃຫ້ໄດ້ຕາມງວດຊໍາລະ ທັງຕົ້ນທຶນ ແລະ ດອກເບ້ຍໃນແຕ່ລະປີ.

ຂະນະດຽວກັນ. ການຂະຫຍາຍສິນເຊື່ອ ຍັງບໍ່ສາມາດສະໜອງໃຫ້ຕາມການສະເໜີຂອງປະຊາຊົນໄດ້ເທົ່າທີ່ຄວນ ແລະ ປະຊາຊົນບ້ານດັ່ງກ່າວ ຍັງສະເໜີມາຍັງຄະນະນຳທະນາຄານ ແລະ ການນຳຂອງເມືຶອງຊ່ວຍເປີດກ້ວາງຕະຫຼາດ ຫຼື ຮັບປະກັນລາຄາໃຫ້ສະຖຽນ ແລະ ເພີ່ມວົງເງິນສິນເຊື່ອ, ຢືດເວລາການຊຳລະ ແລະ ສະເໜີຂໍປັບຫຼຸດດອກເບ້ຍລົງຕື່ມ ເພື່ອເຮັດໃຫ້ການຜະລິດມີຜົນກໍາໄລສູງຂຶ້ນກ່ວາເກົ່າ ແລະ ໃນເວລາຕໍ່ມາຄະນະຂອງອໍານວຍການໃຫຍ່ ທະນາຄານນະໂຍບາຍ ກໍໄດ້ລົງພື້ນທີ່ການຜະລິດຕົວຈິງ ຂອງຊາວບ້ານ ທີ່ປູກຜັກກະລໍ່າປີ ແລະ ສວນໝາກກາເຟ ຂອງລູກຄ້າ.

ໃນໂອກາດດັ່ງກ່າວ. ທ່ານ ຮອງຜູ້ອໍານວຍການໃຫຍ່ ທະນາຄານນະໂຍບາຍ ແລະ ທ່ານ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກໃຕ້ ແຂວງຈຳປາສັກ ແລະ ທ່ານຫົວໜ້າທະນາຄານນະໂຍບາຍ ສາຂາຈໍາປາສັກ ແລະ ທ່ານຮອງເຈົ້າເມືອງປາກຊ່ອງ ໄດ້ພັດປ່ຽນກັນມີຄຳເຫັນ ແລະ ເນັ້ນໜັກໃຫ້ຊາວກະສິກອນບ້ານກອງຕູ່ນ ສືບຕໍ່ຮັກສາມູນເຊື້ອທີ່ດີງາມ ໃນການຜະລິດ ແລະ ການກູ້ຢືມແຫຼ່ງທຶນນະໂຍບາຍເຂົ້າຖືກເປົ້າໝາຍ ແລະ ຮັບຜົນປະໂຫຍດສູງສຸດ. ຊຳລະເງິນຕົ້ນ ແລະ ດອກເບ້ຍ ໃຫ້ທັນເວລາ.

(ຂ່າວ: ຣັດສະໝີ ດວງສັດຈະ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງບັນຊາການທະຫານແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ

ກອງບັນຊາການທະຫານແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ

ກອງບັນຊາການທະຫານແຂວງສາລະວັນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ວິໄລ ພິມມະວົງ ກໍາມະການຄະນະປະຈໍາພັກ, ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນເອກ ວິໄລວົງ ສີຫາຈັກ ກໍາມະການຄະນະພັກ, ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກອງພັນ, ກອງຮ້ອຍ, ພະນັກງານບໍານານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢູ່ກອງບັນຊາການທະຫານເມືອງໜອງບົກ ແລະ ກອງຮ້ອຍທະຫານຊາຍແດນ 315

ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢູ່ກອງບັນຊາການທະຫານເມືອງໜອງບົກ ແລະ ກອງຮ້ອຍທະຫານຊາຍແດນ 315

ວັນທີ 29 ກັນຍາຜ່ານມາ, ສະຫາຍ ພົນຈັດຕະວາ ສີສົມພູ ແກ້ວບຸນລ້ອມ ກຳມະການປະຈຳພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມຄະນະ ໄດ້ເຄື່ອນໄຫວເຜີຍແຜ່, ເຊື່ອມຊຶມມະ ຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ແລະ ເອກະສານສຳຄັນຕ່າງໆ ຢູ່ກອງບັນຊາການທະຫານເມືອງໜອງບົກ ແລະ ກອງຮ້ອຍທະຫານຊາຍແດນ 315, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສ້າງຂະບວນການອອກແຮງງານລວມ ຕອນຮັບວັນສຳຄັນຂອງຊາດ-ຂອງພັກ

ສ້າງຂະບວນການອອກແຮງງານລວມ ຕອນຮັບວັນສຳຄັນຂອງຊາດ-ຂອງພັກ

ຄະນະບໍລິຫານງານຊາວໜຸ່ມສຳນັກງານ, ອົງການ, ກົມກອງເມືອງໝື່ນ ແຂວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານລວມ, ອະນາໄມ, ຕັດຫຍ້າ, ເກັບຂີ້ເຫຍື້ອ ຢູ່ເດີ່ນທາງໜ້າຫ້ອງວ່າການປົກຄອງເມືອງ ໃນວັນທີ 1 ຕຸລານີ້, ນໍາພາໂດຍທ່ານ ນາງ ວົງເພັດ ເພັດລາສີ ຮັກສາການ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີເລຂາຊາວໜຸ່ມໜ່ວຍອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມໜ່ວຍອ້ອມຂ້າງສໍານັກງານເຂົ້າຮ່ວມ.
ແກ່ນທ້າວ ສະຫຼອງວັນຄົນພິການແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ແກ່ນທ້າວ ສະຫຼອງວັນຄົນພິການແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ວັນທີ 1 ຕຸລານີ້, ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະ ຫຼອງວັນຄົນພິການແຫ່ງຊາດ ຄົບຮອບ 34 ປີ (3 ທັນວາ 1992-3 ທັນວາ 2026) ແລະ ວັນຜູ້ອາຍຸສູງສາກົນ ຄົບຮອບ 27 ປີ (1 ຕຸລາ 1999-1 ຕຸລາ 2026) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳປຸ່ນ ນວນສະບັບ ກຳມະ ການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພະນັກງານອາວຸໂສບຳນານ, ແຂກຖຶກເຊີນ ແລະ ຜູ້ອາຍຸສູງເຂົ້າຮ່ວມ.
ຕິດຕາມແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານເເຫ່ງລັດຂອງເເຂວງ ກ່ຽວກັບໂຄງການລົງທຶນຂອງລັດ

ຕິດຕາມແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານເເຫ່ງລັດຂອງເເຂວງ ກ່ຽວກັບໂຄງການລົງທຶນຂອງລັດ

ກອງປະຊຸມຕິດຕາມກວດກາ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານເເຫ່ງລັດຂອງເເຂວງຫຼວງນໍ້າທາ ກ່ຽວກັບໂຄງການລົງທຶນຂອງລັດ ໄດ້ເປີດຂຶ້ນໃນວັນທີ 30 ກັນ ຍາຜ່ານມານີ້, ທີ່ສະໂມສອນຂອງເມືອງ ນາເເລ ແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານ ກົງເພັດ ແກ້ວບົວພາ ກໍາມະການພັກແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ, ຮອງປະທານສະພາປະຊາຊົນແຂວງ, ທ່ານ ທໍາມະວົງ ບຸນຖາວອນ ກໍາມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງນາແລ, ປະທານ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບເມືອງ ມີຮອງເລຂາພັກເມືອງ, ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ເຂົ້າຮ່ວມ.
ໜ່ວຍພັກຮາກຖານຫ້ອງການເມືອງ ປກສ ແຂວງຄຳມ່ວນ ເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງ

ໜ່ວຍພັກຮາກຖານຫ້ອງການເມືອງ ປກສ ແຂວງຄຳມ່ວນ ເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງ

ໜ່ວຍພັກຮາກຖານຫ້ອງການເມືອງ ປກສ ແຂວງຄຳມ່ວນ ເຜີຍແຜ່ເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງ ກວດກາກົມກອງແຂງ-ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ໃນວັນທີ 28 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັທ ສຸກທະວີ ອິນທະລັງສີ ເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງການເມືອງ, ມີສະຫາຍ ພັທ ລຸນນ້ອຍ ຄຳພັນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງ ຄະນະຮັບຜິດຊອບກວດກາກົມກອງແຂງ-ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຈຳ​ປາ​ສັກຫາ​ລືວາ​ລະ​ແຫ່ງ​ຊາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ຈຳ​ປາ​ສັກຫາ​ລືວາ​ລະ​ແຫ່ງ​ຊາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ແຂວງຈໍາປາສັກໄດ້ຈັດກອງປະຊຸມວິຊາການ ກຳນົດຫົວຂໍ້ສຳຄັນດ້ານການຈັດຕັ້ງປະຕິບັດແຜນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມ​ວາ​ລະ​ແຫ່ງ​ຊາດວ່າ​ດ້ວຍ​ການ​ພັດ​ທະ​ນາ​ຊົນ​ນະ​ບົດແລະແກ້​ໄຂ​ຄວາມ​ທຸກ​ຍາກໃນ​ວັນ​ທີ 30 ກັນ​ຍາ​ຜ່ານ​ມາທີ່ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ ທ່ານ ພິມພອນ ພັນດານຸວົງ ຮອງປະທານຄະນະກຳມະການປົກຄອງແຂວງ,ມີປະທານຄະນະກຳມະການປົກຄອງນະຄອນປາກເຊ,ປະທານ,ຮອງປະທານຄະນະກຳມະການປົກຄອງເມືອງ,ຫົວໜ້າ ແລະ ຮອງພະແນການອ້ອມຂ້າງແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໂຄງການ GMS4 ເມືອງທ່າແຂກ ຄືບໜ້າ 95.9% ພ້ອມເລັ່ງກໍ່ສ້າງໃຫ້ສໍາເລັດຕາມແຜນ

ໂຄງການ GMS4 ເມືອງທ່າແຂກ ຄືບໜ້າ 95.9% ພ້ອມເລັ່ງກໍ່ສ້າງໃຫ້ສໍາເລັດຕາມແຜນ

ໂຄງການພັດທະນາຕົວເມືອງຕາມແລວເສດຖະກິດ (GMS4) ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ມີຄວາມຄືບໜ້າ 95.9%. ໃນຂະ​ນະ​ທີ່ຄະນະທົບທວນຈາກກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທະນາຄານພັດທະນາອາຊີ ລົງຕິດຕາມວຽກງານພາກສະໜາມ ພ້ອມຊີ້ນຳໃຫ້ເລັ່ງກໍ່ສ້າງ ໃຫ້ສຳເລັດຕາມແຜນ ແລະ ຮັບປະກັນຄຸນນະພາບ.
ຈຳປາສັກ ຄັດເລືອກ 2 ຜະລິດຕະພັນ ສະ​ເໜີຕິດກາໝາຍ ODOP

ຈຳປາສັກ ຄັດເລືອກ 2 ຜະລິດຕະພັນ ສະ​ເໜີຕິດກາໝາຍ ODOP

ພະແນກອຸດສາຫະກຳ ແລະ ການຄ້າ (ອ​ຄ) ແຂວງຈຳປາສັກ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລື ກ່ຽວກັບການຄັດເລືອກຜະລິດຕະພັນສິນຄ້າ ເພື່ອຂໍຕິດກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ (ODOP).
ເມືອງ​ໝື່ນສຳເລັດຝຶກອົບຮົມໄອຊີທີ-ລະບົບອອນ​ລາຍໃຫ້​ພະ​ນັກ​ງານ

ເມືອງ​ໝື່ນສຳເລັດຝຶກອົບຮົມໄອຊີທີ-ລະບົບອອນ​ລາຍໃຫ້​ພະ​ນັກ​ງານ

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດຝຶກອົບຮົມໄອຊີທີ ແລະ ລະບົບລາຍງານແບບອອນລາຍ ໃຫ້ການນຳ ແລະ ພະນັກງານຫ້ອງການອ້ອມຂ້າງເມືອງໃນ​ວັນ​ທີ 30 ກັນ​ຍາ​ຜ່ານ​ມາ, ໂດຍມີທ່ານ ຄໍາຜູ ແກ້ວດວງສີ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ແລະ ພະນັກງານວິຊາການບັນດາຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ເພີ່ມເຕີມ