ຄະນະປະຈຳສະພາແຫ່ງຊາດ ສະເໜີຫຼາຍບັນຫາ ໃຫ້ລັດຖະບານເອົາໃຈໃສ່ແກ້ໄຂ

ຄະນະປະຈຳສະພາແຫ່ງຊາດ ສະເໜີຫຼາຍບັນຫາ ໃຫ້ລັດຖະບານເອົາໃຈໃສ່ແກ້ໄຂ

ຄະນະປະຈຳສະພາແຫ່ງຊາດ ສະເໜີຫຼາຍບັນຫາ ໃຫ້ລັດຖະບານເອົາໃຈໃສ່ແກ້ໄຂ
ທ່ານ ສົມມາດ ພົນເສນາຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດຶອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດຶອນທ້າຍ ປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັງຮ້ອນທາງເສດຖະກິດຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ຊາດ.

 

ທ່ານ ສົມມາດ ພົນເສນາ ໄດ້ກ່າວວ່າ:ຄະນະປະຈຳສະພາແຫ່ງຊາດ ເປັນເອກະພາບຕໍ່ການຕີລາຄາຂໍ້ຄົງຄ້າງ ແລະ ບັນດາສາເຫດ ຕາມບົດລາຍງານຂອງລັດຖະບານ, ຜ່ານການຕິດຕາມກວດກາຂອງ ສະພາແຫ່ງຊາດ ເຫັນວ່າບາງຄາດໝາຍມີຄວາມຄືບໜ້າໜ້ອຍ ແລະ ມີຄວາມສ່ຽງທີ່ຈະບໍ່ບັນລຸໄດ້ ຕາມມະຕິສະພາແຫ່ງຊາດ, ການເກັບກຳຂໍ້ມູນຕົວເລກສະຖິຕິ ແລະ ການຄົ້ນຄວ້າວິໄຈ ເພື່ອຮັບໃຊ້ການປະເມີນ ການຈັດຕັ້ງປະຕິບັດ ບັນດາຄາດໝາຍຂອງ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ ຍັງມີຂໍ້ຈຳກັດ ແລະ ບໍ່ທັນຈະແຈ້ງເທົ່າທີ່ຄວນ, ມອບໃຫ້ລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດໃນໄລຍະ 6 ເດືອນທ້າຍປີ ໃຫ້ມີຜົນສຳເລັດຕາມຄາດໝາຍ ດັ່ງນີ້:

ການຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບບັນດາຫຼັກການ, ຄາດໝາຍ ແລະ ວຽກຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກເສດຖະກິດ-ການເງິນຍັງບໍ່ທັນເຫັນໄດ້ຜົນງານອັນພົ້ນເດັ່ນ, ການປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຍັງບໍ່ທັນເຂັ້ມງວດ, ເດັດຂາດ, ຍັງມີສະພາບການລັກລອບຄ້າຂາຍຢາເສບຕິດ, ການເສບຕິດ ແລະ ປະກົດການຫຍໍ້ທໍ້ເກີດຂຶ້ນໃນສັງຄົມ ຍ້ອນຕິດພັນກັບບັນຫາຢາເສບຕິດ; ອັດຕາການເຕີບໂຕຂອງເສດຖະກິດມະຫາພາກ ຂະຫຍາຍຕົວ 4.5%, ແຕ່ການພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະປັດຈຸບັນ ຍັງບໍ່ທັນໄປຕາມທິດສີຂຽວ ແລະ ຍືນຍົງ, ເຖິງແມ່ນວ່າເສດຖະກິດ ມີການເຕີບໂຕ, ແຕ່ຍັງອາໄສຂະແໜງການຂຸດຄົ້ນ ຊັບພະຍາກອນທຳມະຊາດຂາຍວັດຖຸດິບເປັນຫຼັກ, ເຮັດໃຫ້ສິ່ງແວດລ້ອມທຳມະຊາດຖືກທຳລາຍຢ່າງໜັກໜ່ວງ, ສ້າງຜົນກະທົບຮ້າຍແຮງດ້ານສັງຄົມ ເຮັດໃຫ້ປະຊາຊົນຍັງມີຫາງສຽງຈົ່ມວ່າຫຼາຍ, ເງື່ອນໄຂການທຳມາຫາກິນຂອງປະຊາຊົນ ໄດ້ຮັບຜົນກະທົບບໍ່ໜ້ອຍ; ການປະຕິບັດນະໂຍບາຍ ແລະ ມາດຕະການຊຸກຍູ້ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ຍັງບໍ່ທັນແຂງແຮງ ແລະ ບໍ່ທັນດຶງດູດໄດ້ ໂຄງການລົງທຶນຂະໜາດໃຫຍ່ ທີ່ມີປະສິດທິຜົນສູງ, ໂຄງການສຳປະທານຕ່າງໆ ທີ່ໄດ້ຮັບອະນຸຍາດໄປແລ້ວ ຍັງຊັກຊ້າແກ່ຍາວ, ຕໍ່ອາຍຸໂຄງການຫຼາຍເທື່ອ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ໂດຍສະເພາະ ໂຄງການພັດທະນາແຮ່ທາດ; ການຂຸດຄົ້ນແຮ່ທາດໄດ້ຫຼາຍ, ມີການສົ່ງອອກ ແຕ່ການເກັບລາຍຮັບເຂົ້າລັດ ຍັງບໍ່ທັນໄດ້ດີ ມີການຮົ່ວໄຫຼຫຼາຍ, ມູນຄ່າຄັງສຳຮອງຍັງບໍ່ທັນເພີ່ມຂຶ້ນ, ຍັງມີການຍົກເວັ້ນ ຄ່າຊັບພະຍາກອນທຳມະຊາດ, ພາສີສົ່ງອອກ, ອາກອນກໍາໄລ, ການຖອກມອບພັນທະເຂົ້າງົບປະມານ ກໍຍັງຊັກຊ້າ ແລະ ບໍ່ທັນໄດ້ຄົບຖ້ວນ.

ການປະຕິບັດນະໂຍບາຍ ຕໍ່ການຜະລິດເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ ເປັນສິນຄ້າ ຂອງຂະແໜງກະສິກຳຍັງບໍ່ທັນເຂັ້ມແຂງ ແລະ ຍັງບໍ່ສາມາດຕອບສະໜອງ ຕໍ່ກັບຄວາມຕ້ອງການຕົວຈິງ, ໂດຍສະເພາະ ການສົ່ງເສີມດ້ານທຶນຮອນ, ແນວພັນ, ຝຸ່ນ, ປຸ໋ຍ ຊຶ່ງຍັງມີການນຳເຂົ້າ ຈໍານວນຫຼາຍ; ການສຸມທຶນພັດທະນາ ແລະ ປົກປັກຮັກສາຊົນລະປະທານ ຍັງບໍ່ທັນເຮັດໄດ້ດີ ເທົ່າທີ່ຄວນ; ສະພາບພື້ນຖານໂຄງລ່າງຊຸດໂຊມ ການບູລະນະສ້ອມແປງເສັ້ນທາງ ມີຄວາມຄືບໜ້າຊ້າ, ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການຂົນສົ່ງສິນຄ້າ, ການສັນຈອນຂອງປະຊາຊົນ ແລະ ນັກທ່ອງທ່ຽວ, ພາຫະນະຍັງບັນທຸກນໍ້າໜັກເກີນ ມາດຕະຖານຂອງເສັ້ນທາງ, ການບໍາລຸງຮັກສາ ບໍ່ໄປຕາມລະບຽບການ, ການແບ່ງຄວາມຮັບຜິດຊອບ ໃນການຄຸ້ມຄອງເສັ້ນທາງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນລະອຽດຈະແຈ້ງ; ການປະຕິບັດແຜນງົບປະມານແຫ່ງລັດ ເຫັນວ່າມີຄວາມຄືບໜ້າຊ້າທຽບໃສ່ຖານລາຍຮັບ GDP ໄດ້ 9,89%, ການຈັດເກັບລາຍຮັບຍັງບໍ່ທັນຄົບຖ້ວນ, ການຂຸດຄົ້ນແຫຼ່ງລາຍຮັບໃໝ່ ຍັງບໍ່ທັນມີຄວາມຫຼາກຫຼາຍ, ການຫັນເປັນທັນສະໄໝ ໃນການຈັດເກັບລາຍຮັບ ແລະ ການເກັບອາກອນທີ່ດິນຜ່ານລະບົບທະນາຄານ ຍັງມີຄວາມຫຍຸ້ງຍາກ ແລະ ບໍ່ທັນລວມສູນ, ບໍ່ທັນສ້າງຄວາມສະດວກໃຫ້ແກ່ປະຊາຊົນ. ການປະຕິບັດແຜນລາຍຈ່າຍ ຍັງມີຄວາມຄືບໜ້າຊ້າ (ໄດ້ 31%), ການຈັດສັນງົບປະມານໃຫ້ ບ້ວງກອງທຶນທາງໃສ່ບັນຊີໂຄງການ ຍັງບໍ່ທັນສຳເລັດ, ການແກ້ໄຂບັນຫາໜີ້ສິນ ໂຄງການລົງທຶນຂອງລັດທີ່ສໍາເລັດ 100% ແຕ່ຍັງຄ້າງຊຳລະມາດົນ ຍັງຄືບໜ້າໜ້ອຍ.

ທ່ານ ສົມມາດ ພົນເສນາ ກ່າວອີກວ່າ: ການປະຕິບັດບາງຄາດໝາຍດ້ານເງິນຕາ ຍັງມີຄວາມຫຍຸ້ງຍາກ ເປັນຕົ້ນບັນຫາເງິນເຟີ້, ເງິນກີບອ່ອນຄ່າທຽບໃສ່ສະກຸນເງິນຕ່າງປະເທດ ຍັງບໍ່ມີສະຖຽນລະພາບ, ການຄ້າຕ່າງປະເທດເກີນດູນ ແຕ່ຄັງແຮສຳຮອງເງິນຕາຕ່າງປະເທດ ກຸ້ມການນຳເຂົ້າໄດ້ແຕ່ 5 ເດືອນ, ປະລິມານເງິນ M2 ໂດຍສະເພາະ ການປ່ອຍສິນເຊື່ອຍັງປະຕິບັດໄດ້ໜ້ອຍ ໃຫ້ແກ່ປະຊາຊົນຜູ້ທີ່ມີຄວາມຈຳເປັນ ໃນການທຳການຜະລິດ ໂດຍສະເພາະ ການສະໜອງທຶນໃຫ້ແກ່ຜູ້ປະກອບການ ວິສາຫະກິດຂະໜາດກາງ, ຂະໜາດນ້ອຍ ແລະ ຈຸນລະວິສາກິດ (MSMEs) ເຊິ່ງບໍ່ທັນກ້ວາງຂວາງ ແລະ ທົ່ວເຖິງ; ການປະຕິບັດຄາດໝາຍ ໃນຂົງເຂດວັດທະນະທຳ-ສັງຄົມ ຍັງບໍ່ທັນໄດ້ຕາມມະຕິສະພາແຫ່ງຊາດ, ເຖິງວ່າການປະຕິບັດຫຼາຍຄາດໝາຍມີຄວາມຄືບໜ້າ ແລະ ທ່າອ່ຽງທີ່ດີ, ແຕ່ກໍເຫັນວ່າ ຍັງມີຫຼາຍດ້ານ ທີ່ມີຄວາມຫຍຸ້ງຍາກ ເປັນຕົ້ນ ບັນຫາຂາດແຄນຄູ ອານຸບານ ແລະ ຊັ້ນປະຖົມ, ການລາອອກຂອງຄູ ຫຼື ຄູອາສາສະໝັກ ຢູ່ເຂດຊົນນະບົດ, ການປະລະການຮຽນຊັ້ນມັດທະຍົມ; ຄຸນນະພາບ ການບໍລິການປິ່ນປົວ, ລະບົບປະກັນສຸຂະພາບ ຍັງບໍ່ທັນຄ່ອງຕົວທາງດ້ານການເງິນ, ລະບົບການບໍລິການ ຝາກທ້ອງ ແລະ ການເກີດລຸກທີ່ມີແພດຊ່ວຍ, ການຂາດແຄນແພດ, ການສັກວັກຊິນກັນພະຍາດ ບໍ່ສາມາດລົງເຄື່ອນໄຫວໄດ້ຕາມແຜນການ, ເຄື່ອງມື, ອຸປະກອນການແພດ ແລະ ຢາປິ່ນປົວພະຍາດ ບໍ່ພຽງພໍ, ວຽກງານ ອສບ (ອາສາສະໝັກສາທາລະນະສຸກຂັ້ນບ້ານ) ມີແຕ່ຜູ້ອາຍຸສູງ, ການສ້າງກອງທຶນຄຸ້ມຄອງໄພພິບັດ ແລະ ການໂຮມກັນຂອງ ອົງການປະກັນສັງຄົມ ແລະ ຫ້ອງການປະກັນສຸຂະພາບຍັງບໍ່ທັນໄດ້ ຈັດຕັ້ງປະຕິບັດ; ການບູລະນະ, ປົກປັກຮັກສາ, ພັດທະນາພື້ນຖານໂຄງລ່າງ, ການປົກປັກຮັກສາສິ່ງແວດລ້ອມເພື່ອການທ່ອງທ່ຽວ ໃນແຕ່ລະທ້ອງຖິ່ນ ຍັງເຮັດບໍ່ທັນໄດ້ດີ, ປະກົດການຫຍໍ້ທໍ້ດ້ານສັງຄົມ ຍັງມີແຜ່ຫຼາຍ ເປັນຕົ້ນ ການໃຊ້ຢາສູບໄຟຟ້າ, ຄຣໍລາເຈນທີ່ປະສົມສານອັນຕະລາຍຕໍ່ສຸຂະພາບ, ການແຜ່ເຊື້ອພະຍາດ ເອດສ໌ໄອວີ-ເອດສ໌, ບັນຫາການຄຸ້ມຄອງຮ້ານບັນເທີງ ແລະ ອື່ນໆ.

ຂ່າວ: ບຸນຕອມ

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ