ທ່ານສະເຫຼີມໄຊກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດໄດ້ນໍາພາຄະນະຜູ້ແທນສປປລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີເວທີການເມືອງລະດັບສູງ

ຄະນະຜູ້ແທນສປປລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີເວທີການເມືອງລະດັບສູງເພື່ອການພັດທະນາແບບຍືນຍົງປະຈໍາປີ2024

ຄະນະຜູ້ແທນສປປລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີເວທີການເມືອງລະດັບສູງເພື່ອການພັດທະນາແບບຍືນຍົງປະຈໍາປີ2024
ໃນລະຫວ່າງວັນທີ15-17ກໍລະກົດ ນີ້ ທີ່ ນິວຢອກ ສ ອາເມຣິກາ,ທ່ານສະເຫຼີມໄຊກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດໄດ້ນໍາພາຄະນະຜູ້ແທນສປປລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີເວທີການເມືອງລະດັບສູງເພື່ອການພັດທະນາແບບຍືນຍົງປະຈຳປີ2024(The Ministerial meeting of the High-Level Political Forum on Sustainable Development - HLPF),

ໃນລະຫວ່າງວັນທີ15-17ກໍລະກົດ ນີ້ ທີ່ ນິວຢອກ ສ ອາເມຣິກາ,ທ່ານສະເຫຼີມໄຊກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດໄດ້ນໍາພາຄະນະຜູ້ແທນສປປລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີເວທີການເມືອງລະດັບສູງເພື່ອການພັດທະນາແບບຍືນຍົງປະຈຳປີ2024(The Ministerial meeting of the High-Level Political Forum on Sustainable Development - HLPF),ພາຍໃຕ້ຫົວຂໍ້: ຊຸກຍູ້ວາລະ2030ແລະການລຶບລ້າງຄວາມທຸກຍາກໃນທ່າມກາງສະພາບວິກິດການຫຼາຍດ້ານ: ການຈັດຕັ້ງປະຕິບັດແນວທາງແກ້ໄຂບັນຫາແບບຍືນຍົງ, ການສ້າງຄວາມເຂັ້ມແຂງແລະນະວັດຕະກຳຢ່າງມີປະສິດທິຜົນ(Reinforcing the 2030 Agenda and eradicating poverty in times of multiple crises: the effective delivery of sustainable, resilient and innovative solutions).ກອງປະຊຸມ ຈະໄດ້ທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະ2030ເພື່ອການພັດທະນາແບບຍືນຍົງ, ໂດຍລົງເລິກ5ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຄືປພຍ1ລຶບລ້າງຄວາມທຸກຍາກ; ປພຍ2: ລຶບລ້າງໄພອຶດຫິວ; ປພຍ13:ມີແຜນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ປພຍ16:ມີສັນຕິພາບ, ຄວາມຍຸຕິທຳແລະສະຖາບັນທີ່ເຂັ້ມແຂງ; ແລະປພຍ17:ເປັນຄູ່ຮ່ວມມືເພື່ອເປົ້າໝາຍການພັດທະນາແບບຍືນຍົງໃນສະພາບການທີ່ຫຼາຍປະເທດໃນທົ່ວໂລກກໍາລັງຮັບມືກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ມີຜົນກະທົບມາຈາກວິກິດການຕ່າງໆໃນໄລຍະຜ່ານມາ.

ໃນວັນທີ 15 ກໍລະກົດ, ທ່ານສະເຫຼີມໄຊກົມມະສິດໄດ້ຂຶ້ນກ່າວຄຳເຫັນ ທັງໃນນາມອາຊຽນ ແລະ ໃນນາມສປປລາວໃນກອງປະຊຸມພາກອະພິປາຍທົ່ວໄປ ຊຶ່ງໃນນັ້ນທ່ານໄດ້ເນັ້ນໜັກເຖິງຜົນກະທົບທີ່ແກ່ຍາວມາຈາກວິກິດການຕ່າງໆຂອງສາກົນ,ລວມທັງຄວາມເຄັ່ງຕຶງທາງດ້ານພູມສາດການເມືອງແລະການຄ້າ,ຂໍ້ຫຍຸ້ງຍາກດ້ານເສດຖະກິດ,ລະບົບການເງິນແລະບັນຫາການປ່ຽນແປງຂອງດິນຟ້າອາກາດທີ່ມີຜົນຕໍ່ການຈັດຕັ້ງປະຕິບັດວາລະ2030ກໍຄືບັນດາເປົ້າໝາຍການພັດທະນາແບບຍືນຍົງແລະການພັດທະນາເສດຖະກິດ-ສັງຄົມໂດຍລວມ ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຍົກລະດັບການຮ່ວມມືຢ່າງຮອບດ້ານແລະສະໜອງການຊ່ວຍເຫຼືອດ້ານຕ່າງໆໂດຍສະເພາະການຊ່ວຍເຫຼືອບັນດາປະເທດທີ່ມີສະພາບເງື່ອນໄຂພິເສດ ເປັນຕົ້ນປະເທດດ້ອຍພັດທະນາຄຽງຄູ່ກັບການຂັບເຄື່ອນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດເພື່ອບັນລຸປພຍພາຍໃນປີ2030ແລະພ້ອມກັນກ້າວໄປເພື່ອການພັດທະນາຢ່າງຍືນຍົງໃນອະນາຄົດ.

ພິເສດໃນກອງປະຊຸມປີນີ້, ທ່ານສະເຫຼີມໄຊ ກົມມະສິດ ໄດ້ຂຶ້ນນໍາສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ3ຂອງສປປລາວ ກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ(Voluntary National Review-VNR), ໂດຍທ່ານໄດ້ຊີ້ໃຫ້ເຫັນຄວາມໝາຍໝັ້ນອັນແຮງກ້າຂອງລັດຖະບານໃນການຈັດຕັ້ງວາລະ2030ຄຽງຄູ່ກັບເປົ້າໝາຍທີ່ເປັນບຸລິມະສິດດ້ານການພັດທະນາປະເທດໂດຍຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີIX ຊຶ່ງເຫັນວ່າໄດ້ຮັບຜົນສໍາເລັດແລະຄວາມຄືບໜ້າໃນຫຼາຍດ້ານ ເວົ້າລວມ, ເວົ້າສະເພາະແມ່ນສາມາດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພແລະເປັນລະບຽບຮຽບຮ້ອຍ,ການພັດທະນາເສດຖະກິດ-ສັງຄົມຄ່ອຍໆໄດ້ຮັບການຟຶ້ນຟູອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາຊົນເຜົ່າໄດ້ຮັບການປັບປຸງດີຂຶ້ນ. ເຖິງຢ່າງໃດກໍຕາມ, ເນື່ອງຈາກຜົນກະທົບຈາກໄພພິບັດທໍາມະຊາດແລະວິກິດການຕ່າງໆຈາກພາກພື້ນແລະສາກົນໃນໄລຍະຜ່ານມາລວມໄປເຖິງສະພາບໄພເງິນເຟີ້ໄດ້ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດໃນຊຸມປີຜ່ານມາບໍ່ໄດ້ຕາມແຜນການທີ່ວາງໄວ້. ຕໍ່ໜ້າສະພາບການດັ່ງກ່າວ, ມັນໄດ້ຮຽກຮ້ອງໃຫ້ພວກເຮົາຕ້ອງໄດ້ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ,ພ້ອມກັນຕັດສິນໃຈຢ່າງກ້າຫານແລະຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດວາລະດ້ານການພັດທະນາຂອງປະເທດ ແລະ ສາກົນ. ໃນນັ້ນ, ສປປລາວຈະສືບຕໍ່ພັດທະນາເສດຖະກິດຕາມແນວທາງຍຸດທະສາດການພັດທະນາແບບຍືນຍົງແລະສີຂຽວ, ຄຽງຄູ່ກັບການເຊື່ອມສານປພຍເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ, ກໍຄືການສ້າງພື້ນຖານເສດຖະກິດໃຫ້ມີຄວາມເຂັ້ມແຂງແລະສ້າງເງື່ອນໄຂທີ່ເອື້ອອໍານວຍເພື່ອນຳພາປະເທດຂ້າມຜ່ານອຸປະສັກ ແລະ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດ.

ຂະບວນການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈແມ່ນກົນໄກໜຶ່ງຂອງອົງການ ສປຊ ໃນການລາຍງານຄວາມຄືບໜ້າແລະສິ່ງທ້າທາຍໃນການຈັດຕັ້ງປະຕິບັດປພຍໃນແຕ່ລະໄລຍະ. ບົດລາຍງານສະບັບທີ3ຂອງສປປລາວແມ່ນໄດ້ວິເຄາະວິໄຈທ່າອ່ຽງລວມຂອງທັງໝົດ18ເປົ້າໝາຍແລະການວິເຄາະວິໄຈແບບລົງເລິກບັນດາເປົ້າໝາຍທີ່ເຫັນວ່າເປັນບຸລິມະສິດສໍາຄັນແລະເຫັນຄວນເອົາໃຈໃສ່ຕື່ມພ້ອມທັງປິ່ນອ້ອມກັບ6ແນວທາງການຫັນປ່ຽນຂອງເລຂາທິການໃຫຍ່ອົງການສປຊໃນການຂັບເຄື່ອນການຈັດຕັ້ງປະຕິບັດວາລະສາກົນແຕ່ນີ້ຮອດປີ 2030ໂດຍໄດ້ສະທ້ອນໃຫ້ເຫັນຜົນຂອງການຈັດຕັ້ງປະຕິບັດກາງສະໄໝຂອງແຜນປະຕິບັດງານແຫ່ງຊາດ5ປີຄັ້ງທີIXເຂົ້າໃນການລາຍງານແລະໄດ້ລົງເລິກໃນ11ເປົ້າໝາຍການພັດທະນາແບບຍືນຍົງທີ່ເປັນບຸລິມະສິດຂອງສປປລາວຄື: ປພຍ1:ລຶບລ້າງຄວາມທຸກຍາກ,ປພຍ2:ລຶບລ້າງຄວາມອຶດຫິວ,ປພຍ3:ການມີສຸຂະພາບແລະຊີວິດການເປັນຢູ່ທີ່ດີ, ປພຍ4:ການສຶກສາທີ່ມີຄຸນນະພາບ,ປພຍ5:ຄວາມສະເໝີພາບລະຫວ່າງຍິງ-ຊາຍ,ປພຍ7:ພະລັງງານທີ່ສະອາດ,ປພຍ8:ການມີວຽກເຮັດງານທໍາທີ່ມີກຽດແລະເສດຖະກິດມີການຂະຫຍາຍໂຕ,ປພຍ9:ການຫັນເປັນອຸດສາຫະກໍາ,ປພຍ13:ມີແຜນຮັບມືກັບການປ່ຽນແປງດິນຟ້າອາກາດ,ປພຍ17:ເປັນຄູ່ຮ່ວມເພື່ອເປົ້າໝາຍການພັດທະນາແບບຍືນຍົງແລະປພຍ18:ຊີວິດປອດໄພຈາກລະເບີດບໍ່ທັນແຕກຊຶ່ງເປັນເປົ້າໝາຍແຫ່ງຊາດ.

ພ້ອມກັນນັ້ນ,ໃນໄລຍະກອງປະຊຸມດັ່ງກ່າວນີ້ສປປລາວຍັງໄດ້ຈັດກອງປະຊຸມປິ່ນອ້ອມ(Side Event)ຮ່ວມກັບປະເທດອາແຊກໄບຊານໂດຍການເປັນປະທານຮ່ວມຂອງທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ສປປ ລາວ ແລະ ຮອງລັດຖະມົນຕີກະຊວງເສດຖະກິດ ຂອງ ປະເທດອາແຊັກໄບຊານ,ພາຍໃຕ້ຫົວຂໍ້:ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ/ລະເບີດຝັງດິນເພື່ອການບັນລຸເປົ້າໝາຍການພັດທະນາແບບຍືນຍົງແລະພ້ອມກັນກ້າວໄປ(UXO/Mine Action to Attain the Sustainable Development Goals and Leave No One Behind)ຊຶ່ງເປັນຫົວຂໍ້ທີ່ຕິດພັນກັບປພຍແຫ່ງຊາດຂອງສປປລາວແມ່ນປພຍ18:ຊີວິດປອດໄພຈາກລະເບີດຕົກຄ້າງທີ່ບໍ່ທັນແຕກ(Lives Safe from UXO)ແລະອາແຊກໄບຊານແມ່ນປພຍ18:ການເກັບກູ້ລະເບີດຝັງດິນ(Mine Action).ນອກຈາກນັ້ນ, ໂດຍເຫັນໄດ້ຄວາມສຳຄັນຂອງວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ, ສປປ ລາວ ກໍໄດ້ມີການຈັດງານວາງສະແດງແຜ່ນຜ້າທີ່ຖືກຕ່ຳ ແລະແຕ້ມເປັນລວດລາຍຮູບພາບການເລົ່າເລື່ອງຜົນກະທົບຂອງລະເບີດບໍ່ທັນແຕກທີ່ຕົກຄ້າງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ,ສະແດງໃຫ້ເຫັນຜົນໄດ້ຮັບຈາກການກວດກູ້ລະເບີດບໍ່ທັນແຕກທີ່ໄດ້ຊ່ວຍປົກປັກຮັກສາຊີວິດແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.ການຈັດງານທັງສອງນີ້ແມ່ນແນໃສ່ເຜີຍແຜ່ແນວທາງນະໂຍບາຍ ແລະ ສ້າງຄວາມຮັບຮູ້ກ່ຽວກັບຜົນກະທົບຂອງລບຕຢູ່ສປປລາວ,ເພີ່ມຄວາມເຂົ້າໃຈເຖິງຜົນກະທົບທີ່ມີຕໍ່ປະຊາຊົນ ແລະ ການດຳລົງຊີວິດປະຈຳວັນຂອງເຂົາເຈົ້າທີ່ຍັງຕ້ອງໄດ້ໃຊ້ຊີວິດກັບຄວາມສ່ຽງຈາກລະເບີດບໍ່ທັນແຕກ ແລະ ລະດົມການຮ່ວມມືສະໜັບສະໜູນຕໍ່ວຽກງານດັ່ງກ່າວ ຈາກວົງຄະນາຍາດສາກົນ.

ຂ່າວ: ກຕປ

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ