ໄລຍະຂົນສົ່ງບຸນປີໃໝ່ຈີນ (ບຸນກຸດຈີນ) ປີ 2024 ໄດ້ເລີ່ມແຕ່ວັນທີ 26 ມັງກອນ ຫາ ວັນທີ 5 ມີນາ, ຫ້ອງການຖະແຫຼງຂ່າວ ຄະນະລັດຖະບານຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະຂົນສົ່ງບຸນກຸດຈີນປີນີ້, ຈຳນວນຜູ້ໂດຍສານ ທີ່ຈະເດີນທາງໄປມາລະຫວ່າງ ທ້ອງຖິ່ນຕ່າງໆຂອງຈີນ ຈະບັນລຸເຖິງ 9 ຕື້ເທື່ອຄົນ. ໃນນັ້ນ, ຜູ້ຂັບລົດສ່ວນຕົວຈະມີປະມານ 7,2 ຕື້ເທື່ອຄົນ, ຈຳນວນຜູ້ໂດຍສານທີ່ຈະເດີນທາງຕາມທາງລົດໄຟ, ທາງຫຼວງ, ທາງນ້ຳ ແລະ ທາງສາຍການບິນ ຈະບັນລຸເຖິງ 1,8 ຕື້ເທື່ອຄົນ.
ແຫຼ່ງຂ່າວ: ສໍານັກຂ່າວຊິນຮວາ, ຂ່າວ CCTV
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ
ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້ປົກຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຄໍາເຫັນ