ຈະເຂົ້າສູ່ໄລຍະທີ່ມີຜູ້ເດີນທາງເຂົ້າ-ອອກເມືອງຫຼາຍທີ່ສຸດຮອບໃໝ່, ໂດຍສະເລ່ຍແລ້ວຈະມີຜູ້ເຂົ້າ-ອອກເມືອງເຖິງ 1,850,000 ເທື່ອຄົນຕໍ່ວັນ, ເພີ່ມຂຶ້ນ 9.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ຄາດວ່າໄລຍະທີ່ມີຜູ້ເດີນທາງອອກເມືອງຫຼາຍທີ່ສຸດຈະຢູ່ໃນລະຫວ່າງວັນທີ 28-30 ມັງກອນນີ້, ສໍາລັບໄລຍະທີ່ມີຜູ້ເດີນທາງເຂົ້າເມືອງຫຼາຍທີ່ສຸດຈະຢູ່ລະຫວ່າງວັນທີ 3-4 ກຸມພາໜ້ານີ້.
ອົງການຄຸ້ມຄອງຄົນເຂົ້າເມືອງແຫ່ງຊາດຈີນໄດ້ແຈ້ງຕໍ່ຜູ້ເດີນທາງເຂົ້າ-ອອກເມືອງທັງພາຍໃນ ແລະ ຕ່າງປະເທດຈົ່ງຕິດຕາມສະພາບການປ່ຽນແປງຂອງຈໍານວນຄົນເຂົ້າ-ອອກເມືອງ ແລະ ສະພາບການຜ່ານດ່ານຢູ່ດ່ານເຂົ້າ-ອອກເມືອງຢ່າງທັນການກ່ອນເດີນທາງ, ພ້ອມທັງກວດກາຢ່າງລະອຽດກ່ຽວກັບເອກະສານເຂົ້າ-ອອກເມືອງ ແລະ ວີຊາຂອງຕົນວ່າຢູ່ໃນເວລາກໍານົດແລ້ວຫຼືບໍ່.
ຄໍາເຫັນ