ງານແຂ່ງຂັນກິລາບານເຕະ ຟຸດຊໍ ມິດຕະພາບ ລະຫວ່າງພາກລັດ ແລະ ຜູ້ພັດທະນາໂຄງການພະລັງງານລົມ

ແຂ່ງຂັນກິລາບານເຕະ ມິດຕະພາບ ຊິງຂັນໂຄງການພະລັງງານລົມມອນຊູນວິນ

ແຂ່ງຂັນກິລາບານເຕະ ມິດຕະພາບ ຊິງຂັນໂຄງການພະລັງງານລົມມອນຊູນວິນ
ໃນວັນທີ 28 ກັນຍາຜ່ານມາ ທີ່ເດີ່ນສາຍທາງຫຼວງ ເມືອງລະມາມ ແຂວງເຊກອງ, ພະແນກພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ບໍລິສັດ ມອນຊູນວິນ

 ແລະ ພາວເວີຊາຍນາ ໄດ້ຈັດງານແຂ່ງຂັນກິລາບານເຕະ ຟຸດຊໍ ມິດຕະພາບ ລະຫວ່າງພາກລັດ ແລະ ຜູ້ພັດທະນາໂຄງການພະລັງງານລົມ ມອນຊູນວິນ 600 ເມກາວັດ (MW) ຊິງຂັນ ປະທານບໍລິສັດພະລັງງານລົມມອນຊູນວິນ ແລະ ພາວເວີຊາຍນາ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຫຼາຍ ບຸດທິ ຮອງເລຂາພັກແຂງ ຜູ້ປະຈໍການເຈົ້າແຂວງເຊກອງ, ມີທ່ານ ຊາວວະລິດ ຂັນໄຊຍະພູມ ຜູ້ອໍານວຍການບໍລິສັດມອນຊູນວິນ ພາວເວີ ຈໍາກັດ, ມີທ່ານ ຊຸນຊາງຈຽງ ຜູ້ບໍລິຫານ ບໍລິສັດ ພາວເວີຊາຍນາ ຈໍາກັດ ພ້ອມດ້ວຍຕາງໜ້າບໍລິສັດຜູ້ພັດທະນາໂຄງການ ພະລັງງານລົມມອນຊູນວິນ ແລະ ນັກກິລາຈາກພາກລັດ ເຂົ້າຮ່ວມ.
ທ່ານ ລຳພັນ ແກ້ວມະຫາໄຊ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໃຫ້ຮູ້ວ່າ: ການແຂ່ງຂັນກິລາໃນຄັ້ງນີ້, ປະກອບມີທີມນັກກິລາຈາກພາກລັດ 8 ທີມ ທີ່ມາຈາກພະແນກພະລັງງານແລະ ບໍ່ແຮ່ ແຂວງເຊກອງ, ອັດຕະປື, ຫ້ອງວ່າການແຂວງເຊກອງ, ເມືອງດາກຈຶງ, ພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍ ທີມນັກກິລາຈາກບໍລິສັດຜູ້ພັດທະນາໂຄງການພະລັງງານລົມມອນຊູນວິນ 8 ທີມ ລວມເປັນ 16 ທີມເຂົ້າຮ່ວມແຂ່ງຂັນ ໂດຍລາງວັນທີ 1 ມີເງີນລາງວັນ ຈໍານວນ 15 ລ້ານກີບ ພ້ອມຂັນ 1 ໜ່ວຍ.
(ຂ່າວ:ພຸດທະສອນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ຄຳມ່ວນ ທົບທວນຄືນເພື່ອປັບປຸງໂຄງການກອງທືນຮ່ວມມືສາກົນເພື່ອການສຶກສາໄລຍະIII

ຄຳມ່ວນ ທົບທວນຄືນເພື່ອປັບປຸງໂຄງການກອງທືນຮ່ວມມືສາກົນເພື່ອການສຶກສາໄລຍະIII

ກອງປະຊຸມຖອດຖອນບົດຮຽນເພື່ອປັບປຸງການຈັດຕັ້ງປະຕິບັດໂຄງການ ກອງທືນຮ່ວມມືສາກົນເພື່ອການສຶກສາໄລຍະIII (ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ GPE III :LEAP) 6 ແຂວງພາກກາງ ຄື: ນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ, ບໍລິຄຳໄຊ, ໄຊສົມບູນ, ວຽງຈັນ ແລະ ແຂວງຊຽງຂວາງຈັດຂື້ນໃນວັນທີ 17 ກຸມພາຜ່ານມາ ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄຳມ່ວນ, ໂດຍການເປັນປະທານຮ່ວມຂອງທ່ານ ອານຸແພງ ແກ້ວວົງສາ ຫົວໜ້າກົມແຜນການ, ຫົວໜ້າຄະນະຮັບຜິດຊອບໂຄງການກອງທືນຮ່ວມມືສາກົນເພື່ອການສຶກສາໄລຍະIIIກະຊວງສຶກສາທິການ ແລະ ກິລາ,ທ່ານ ດວງມາລາ ພົມມະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ,ບັນດາທ່ານທີ່ມາຈາກພະແນກສຶກສາທິການ ແລະ ກິລາ 6 ແຂວງ, ເມືອງເປົ້າໝາຍເຂົ້າຮ່ວມ.
ວາລະສານອະລຸນໃໝ່ ແລະ ໂຮງພິມແຫ່ງລັດ ຈັດກິດຈະກໍາແຂ່ງຂັນກິລາບານເຕະມິດຕະພາບ

ວາລະສານອະລຸນໃໝ່ ແລະ ໂຮງພິມແຫ່ງລັດ ຈັດກິດຈະກໍາແຂ່ງຂັນກິລາບານເຕະມິດຕະພາບ

ກິດຈະກຳແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງວາລະສານອະລຸນໃໝ່ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ກັບໂຮງພິມແຫ່ງລັດ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ເດີນເຕະບານທະນົງອາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຫີນເພັດ ໄຊຍະສີພັນດອນ ຮັກສາການບັນນາທິການໃຫຍ່ວາລະສານອະລຸນໃໝ່, ທ່ານ ກົງໃຈ ຊຸມພົນພັກດີ ຜູ້ອຳນວຍການ ລັດວິສາຫະກິດໂຮງພິມແຫ່ງລັດ, ມີນັກກິລາ, ຜູ້ຊົມເຊຍ ເຂົ້າຮ່ວມຢ່າງເປັນຂະບວນຟົດຟຶ້ນ.
ສຳເລັດການສອບເສັງແຂ່ງຂັນນັກນັກຮຽນເກັ່ງຂັ້ນແຂວງສາລະວັນ ສົກຮຽນ 2025-2026

ສຳເລັດການສອບເສັງແຂ່ງຂັນນັກນັກຮຽນເກັ່ງຂັ້ນແຂວງສາລະວັນ ສົກຮຽນ 2025-2026

ນັກຮຽນເກັ່ງທີ່ເປັນຕົວແທນໃຫ້ແຕ່ລະເມືອງ ໃນທົ່ວແຂວງສາລະວັນ ເຂົ້າຮ່ວມສອບເສັງນັກຮຽນເກັ່ງຂັ້ນແຂວງ ມີທັງໝົດ 176 ຄົນ ຍິງ 122 ຄົນ, ຊັ້ນປະຖົມສຶກສາ ແລະ ມັດທະຍົມສຶກສາ ປະຈຳສົກຮຽນ 2025-2026. ໃນນັ້ນ, ຊັ້ນປະຖົມ (ປ5) ມີ 48 ຄົນ ຍິງ 36 ຄົນ, ຊັ້ນມັດທະຍົມຕົ້ນ (ມ4) ມີ 64 ຄົນ ຍິງ 41 ຄົນ, ຊັ້ນມັດທະຍົມປາຍ (ມ7) ມີ 64 ຄົນ ຍິງ 45 ຄົນ. ວິຊາສອບເສັງ ຊັ້ນປະຖົມ ປະກອບມີ: ພາສາລາວ, ຄະນິດສາດ, ວິຂາວິທະຍາສາດ ແລະ ສິ່ງແວດລ້ອມ, ຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ ມີ: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ. ໂດຍໃຊ້ເວລາສອບເສັງ 1 ວັນ.
ລັດຖະມົນຕີ ສສກ ພົບປະພະນັກງານຫຼັກແຫຼ່ງຂົງເຂດການສຶກສາສາ ແລະ ກິລາ ແຂວງວຽງຈັນ.

ລັດຖະມົນຕີ ສສກ ພົບປະພະນັກງານຫຼັກແຫຼ່ງຂົງເຂດການສຶກສາສາ ແລະ ກິລາ ແຂວງວຽງຈັນ.

ໃນວັນທີ 16 ກຸມພາຜ່ານນີ້, ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ), ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກແຫຼ່ງຂົງເຂດວຽກງານການສຶກສາ ແລະ ກິລາຂອງແຂວງວຽງຈັນ ໂດຍໃຫ້ການຕ້ອນຮັບຈາກທ່ານ ຄຳ ຂັນທະວີວອນ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ພ້ອມດ້ວຍຄະນະ, ມີຜູ້ບໍລິການການສຶກສາ, ຜູ້ອຳນວຍການໂຮງຮຽນ, ຄູອາຈານຈາກໂຮງຮຽນລັດ ແລະ ເອກະຊົນ ເຂົ້າຮ່ວມ.
ເມືອງຈັນທະບູລີ ແຂ່ງຂັນສິລະປະນັກຮຽນສາມັນສຶກສາຂັ້ນເມືອງ

ເມືອງຈັນທະບູລີ ແຂ່ງຂັນສິລະປະນັກຮຽນສາມັນສຶກສາຂັ້ນເມືອງ

ຫ້ອງການສຶກສາທິການ ແລະ ກິລາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເປີດການແຂ່ງຂັນສິລະປະນັກຮຽນສາມັນສຶກສາຂັ້ນເມືອງປະຈໍາສົກຮຽນ 2025-2026 ຂຶ້ນໃນວັນທີ 12 ກຸມພານີ້ ທີ່ສູນການຄ້າທົ່ງຂັນຄໍາ ໂດຍການເຂົ້າຮ່ວມຂອງທ່ານ ແສງສະທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ສົມລີ ຫຼວງພະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ນັກຮຽນທັງພາກລັດ-ເອກະຊົນທົ່ວເມືອງເຂົ້າຮ່ວມ.
ຖະແຫຼງຂ່າວແຂ່ງຂັນເຕະບານລາຍການ COPA COCA COLA LAOS 2026

ຖະແຫຼງຂ່າວແຂ່ງຂັນເຕະບານລາຍການ COPA COCA COLA LAOS 2026

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ບໍລິສັດ ລາວໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ ໄດ້ຖະແຫຼງຂ່າວການກະກຽມຄວາມພ້ອມຈັດງານແຂ່ງຂັນເຕະບານ COPA COCA COLA LAOS 2026 ເພື່ອຄັດເລືອກຫາສຸດຍອດນັກເຕະດາວເດັ່ນທົ່ວປະເທດ ຂຶ້ນບໍ່ດົນມານີ້ ທີ່ສະໂມສອນຄະນະກໍາມະການໂອແລັມປິກແຫ່ງຊາດລາວ, ການແຂ່ງຂັນເຕະບານນັກຮຽນມັດທະຍົມສຶກສາ ຍິງ-ຊາຍ ທົ່ວປະເທດ COPA COCA COLA LAOS ປະຈຳປີ 2026 ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ(ສສກ) ຄັ້ງທີ VIII ຊຶ່ງເປັນການຮ່ວມມືລະຫວ່າງກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ສະຖາບັນກິລາກາຍະກຳ ແລະ ບໍລິສັດ ລາວໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ, ບໍລິສັດ ຮຸ່ງອາລຸນ ການຄ້າເອເລັກໂຕນິກ ຈຳກັດ ເປັນຜູ້ປະສານງານຈັດການແຂ່ງຂັນ.
ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ເຊື່ອມ​ຊຶ​ມ​ເອ​ກະ​ສານ​ສຳ​ຄັນ​ຂອງ​ພັກ

ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ເຊື່ອມ​ຊຶ​ມ​ເອ​ກະ​ສານ​ສຳ​ຄັນ​ຂອງ​ພັກ

ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ (ມຊ) ​ຈັດ​ກອງ​ປະ​ຊຸມ​ເຜີຍແຜ່​ເຊື່ອມ​ຊຶມ ແລະ ຜັນ​ຂະ​ຫຍາຍມະ​ຕິ​ກອງ​ປະ​ຊຸມໃຫຍ່ຂອງ​ອົງ​ຄະ​ນະ​ພັກ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ (ສສກ) ​ຄັ້ງ​ທີ X ແລະ ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII ຂອງ​ພັກ ​ຂຶ້ນ​ໃນ​ວັນ​ທີ 6 ກຸມ​ພາ​​ຜ່ານ​ມາ ທີ່ ມຊ ໂດຍ​ການ​ເປັນ​ປະ​ທານ​ຂອງ​ສະ​ຫາຍ ນາງ ດາ​ລາ​ວອນ ກິດ​ຕິ​ພັນ ຮອງ​ເລ​ຂາ​ຄະ​ນະ​ພັກ ກະ​ຊວງ ສສກ, ມີ​ບັນ​ດາ​ຄະ​ນະ​ພັກ, ສະ​ມາ​ຊິກ​ພັກ ແລະ ພະ​ນັກ​ງານ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ນັກຮຽນມັດທະຍົມສົມບູນທົ່ວເມືອງອຸທຸມພອນຮຽນຮູ້ວິຊາພື້ນຖານປ້ອງກັນຕົວ

ນັກຮຽນມັດທະຍົມສົມບູນທົ່ວເມືອງອຸທຸມພອນຮຽນຮູ້ວິຊາພື້ນຖານປ້ອງກັນຕົວ

ໃນວັນທີ 9 ກຸມພານີ້ ທີ່ສະໂມສອນ ສຶກສາ ສາມັກຄີເມືອງອຸທຸມພອນ ແຂວງສະຫວັນນະເຂດ,ໄດ້ຍົກລະດັບຄວາມຮູ້ກ່ຽວກັບການຫັດແອບວິຊາພື້ນຖານປ້ອງກັນຕົວ,ໂດຍການເປັນປະທານຂອງທ່ານ ແຖວຄໍາ ພົມມະວົງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ.
ເມືອງພຽງ ສອບເສັງນັກຮຽນເກັ່ງ ຂັ້ນ ປ5, ມ4 ແລະ ມ7 ປະຈຳສົກຮຽນ 2025-2026

ເມືອງພຽງ ສອບເສັງນັກຮຽນເກັ່ງ ຂັ້ນ ປ5, ມ4 ແລະ ມ7 ປະຈຳສົກຮຽນ 2025-2026

ເມືອງພຽງ ແຂວງໄຊຍະບູລີ ຈັດພິທີສອບເສັງນັກຮຽນເກັ່ງ ສາຍສາມັນສຶກສາ ຂັ້ນ ປ5, ມ4 ແລະ ມ7 ປະຈຳສົກຮຽນ 2025-2026 ຂຶ້ນໃນວັນທີ 4 ກຸມພານີ້ ທີຫ້ອງປະຊຸມຂອງເມືອງ ໂດຍມີທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີພາກສ່ວນກ່ຽວຂ້ອງ ແລະ ນັກສອບເສັງເຂົ້າຮ່ວມ.
ກຸ່ມບໍລິສັດ ລາວ ໂທລະຄົມ ມອບເງິນສະໜັບສະໜູນ ນັກກິລາທີມຊາດລາວ

ກຸ່ມບໍລິສັດ ລາວ ໂທລະຄົມ ມອບເງິນສະໜັບສະໜູນ ນັກກິລາທີມຊາດລາວ

ໃນວັນທີ 4 ກຸມພາ ນີ້, ກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ຈັດພິທີ ມອບລາງວັນສະໜັບສະໜູນເພື່ອເປັນຂວັນກຳລັງໃຈໃຫ້ແກ່ນັກກິລາທີມຊາດລາວ ທີ່ສ້າງຜົນງານອັນໂດດເດັ່ນໃນການແຂ່ງຂັນກິລາຊີເກມ (SEA Games) ຄັ້ງທີ 33 ທີ່ປະເທດໄທ ໃນລະຫວ່າງວັນທີ 9-20 ທັນວາ 2025 ທີ່ຜ່ານມາ.
ເພີ່ມເຕີມ