ເຂດພັດທະນາກວມລວມໄຊເຊດຖາ ເປັນສັນຍາລັກແຫ່ງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ

ເຂດພັດທະນາກວມລວມໄຊເຊດຖາ ເປັນສັນຍາລັກແຫ່ງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ

ເຂດພັດທະນາກວມລວມໄຊເຊດຖາ ເປັນສັນຍາລັກແຫ່ງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ
ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ,​ ຄະນະຜູ້ແທນໄດ້ເຄື່ອນໄຫວຢ້ຽມຢາມເຂດພັດທະນາກວມລວມໄຊເຊດຖາ ໃຫ້ກຽດຕ້ອນຮັບຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາພະນັກງານຂອງບໍລິສັດເຂົ້າຮ່ວມ.

 

 

ທ່ານນາງ ແສງອາລຸນທອນ ບຸຜາວັນ ຮອງຜູ້ອຳນວຍການບໍລິສັດຮ່ວມທຶນລາວ-ຈີນ ຈໍາກັດ ໄດ້ລາຍງານວ່າ: ເຂດພັດທະນາກວມລວມໄຊເຊດຖາ ແມ່ນໂຄງການຮ່ວມມືຍຸດທະສາດລະຫວ່າງລາວ ແລະ ຈີນ, ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ແລະ ລັດຖະບານ. ໂຄງການນີ້ບໍ່ພຽງແຕ່ເປັນເຂດເສດຖະກິດພິເສດ ແຕ່ຍັງເປັນ “ສັນຍາລັກແຫ່ງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ” ຂອງປະເທດເຮົາ ຕາມແນວທາງຂອງພັກ ຊຶ່ງມີເນື້ອທີ່ທັງໝົດ 1,149 ເຮັກຕາ, ແບ່ງອອກເປັນ 3 ໄລຍະໃນການພັດທະນາ; ໄລຍະທີໜຶ່ງ ແມ່ນພັດທະນາຂະ ແໜງອຸດສາຫະກຳເປັນຫຼັກ; ໄລຍະທີສອງ ແລະ ສາມ ແມ່ນພັດທະນາຂະແໜງການຄ້າ-ການບໍລິການ, ການ ທ່ອງທ່ຽວ, ສາງສິນຄ້າ ແລະ ການຂົນສົ່ງເປັນຕົ້ນ.

ປັດຈຸບັນ, ເຂດພັດທະນາໄດ້ສໍາເລັດການພັດທະນາໄລຍະທີໜຶ່ງຄື: ສຳເລັດການກໍ່ສ້າງໂຄງລ່າງພື້ນຖານ ຖະໜົນຫົນທາງ, ນໍ້າປະປາ, ໄຟຟ້າ, ໂທລະຄົມມະນາຄົມ, ຫ້ອງການພາສີ, ສູນບໍລິການດ້ານສຸຂະພາບ, ສະຖາ ນີຄ່ຽນຖ່າຍຂີ້ເຫຍື້ອ ແລະ ສິ່ງອຳນວຍຄວາມສະດວກອື່ນໆ. ປັດຈຸບັນມີຫົວໜ່ວຍວິສາຫະກິດທີ່ໄດ້ເຊັນສັນຍາທັງໝົດ 170 ບໍລິສັດ, ໃນນີ້, ມີ 101 ບໍລິສັດໄດ້ເລີ່ມດໍາເນີນກິດຈະການແລ້ວ ແລະ ອີກ 69 ບໍລິສັດຢູ່ໃນຂັ້ນຕອນການກະກຽມເພື່ອດໍາເນີນການກໍ່ສ້າງໂຮງງານ ແລະ ດຳເນີນການຈົດທະບຽນ ແລະ ມີແຮງງານທັງໝົດປະມານ 8,000 ຄົນ (ໃນນັ້ນມີແຮງງານລາວ 6,000 ຄົນ) ຊຶ່ງເປັນນັກລົງທຶນທີ່ມາຈາກ 9 ປະເທດຄື: ສປ ຈີນ, ໄທ, ຍີ່ປຸ່ນ, ມາເລເຊຍ, ສິງກະໂປ, ລາວ, ສະຫະລັດ ອາເມຣິກາ, ສະວິດເຊີແລນ ແລະ ສ ເກົາຫຼີ, ໃນນັ້ນ. ມີບໍລິສັດທີ່ສໍາຄັນຄື: ສໍານັກງານໃຫຍ່ຂອງບໍລິສັດທາງລົດໄຟລາວ-ຈີນ, ກຸ່ມບໍລິສັດຄວາມຫວັງໃໝ່ ຊຶ່ງເປັນໂຮງງານຜະລິດຫົວອາຫານຂະໜາດໃຫຍ່; ກຸ່ມບໍລິສັດໂຮຢາ ເປັນບໍລິສັດທີ່ໃຫຍ່ ແລະ ມີຊື່ສຽງຂອງປະເທດຍີ່ປຸ່ນ, ບໍລິສັດ ເປ້ເຕີເຄື່ອງນຸ່ງຫົ່ມ (ລາວ) ຈໍາກັດ; ບໍລິສັດຈົ່ງຫຼຸນໂຊລາ ຜະລິດອຸປະກອນປະກອບແຜງໂຊລາເຊວ ແລະ ບໍລິສັດ ອື່ນໆ ອີກຫຼາຍບໍລິສັດ ໂດຍກວມເອົາ 9 ຂະແໜງການຄື: ການຜະລິດເຄື່ອງເອເລັກໂຕຣນິກ, ອຸປະກອນໄຟຟ້າ, ຢາປົວພະຍາດ, ພະລັງງານສະອາດ, ການປຸງແຕ່ງຜະລິດຕະພັນກະສິກຳ, ຜະລິດຕະພັນເພື່ອສຸຂະພາບ, ເຄື່ອງ ນຸ່ງຫຸົ່ມ, ເຄື່ອງໂລຫະ, ການຂົນສົ່ງ ແລະ ສາງສິນຄ້າເປັນຕົ້ນ.

ທ່ານນາງ ແສງອາລຸນທອນ ບຸຜາວັນ ໃຫ້ຮູ້ຕື່ມວ່າ: ຂໍ້ສະດວກ ສອງລັດຖະບານ ລາວ-ຈີນ ຖືສຳຄັນ ໃຫ້ການສະໜັບສະໜູນ ອັນພົ້ນເດັ່ນແມ່ນຮ່ວມມືກຳນົດເອົາເຂດຕົວແບບການປ່ອຍອາຍກາກບອນຕ່ຳຢູ່ເຂດພັດທະນາກວມລວມໄຊເຊດຖາ, ພາຍໃຕ້ການຮ່ວມມືລະຫວ່າງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມຂອງ ສປປ ລາວ ແລະ ສປ ຈີນ; ເຂດພັດທະນາກວມລວມໄຊເຊດຖາຢູ່ໃກ້ກັບເທສະບານນະຄອນ ຫຼວງວຽງຈັນ ຊຶ່ງເປັນສູນກາງດ້ານການເມືອງ, ເສດຖະກິດ ແລະ ການຄ້າ, ຢູ່ໃກ້ທາງດ່ວນ ແລະ ຖະໜົນສາຍຫຼັກ, ຢູ່ໃກ້ສະຖານີລົດໄຟລາວ-ຈີນ, ສາມາດເຂົ້າເຖິງດ່ານພາສີ ແລະ ດ່ານນໍາເຂົ້າ-ສົ່ງອອກໄດ້ຢ່າງສະດວກ, ນັກລົງທຶນໃນເຂດພັດທະນາຂອງພວກເຮົາ ຈະໄດ້ຮັບສິດປະໂຫຍດດ້ານພາສີອາກອນ ຊຶ່ງຈະໄດ້ຮັບການຍົກ ເວັ້ນ-ຫຼຸດຜ່ອນພາສີອາກອນກ່ຽວຂ້ອງ ແລະ ການອໍານວຍຄວາມສະດວກຈາກພາກລັດ ໃນການດໍາເນີນເອກະສານຕ່າງໆ. ສໍາລັບສິ່ງທ້າທາຍເຖິງວ່າຈະມີຜົນສຳເລັດຫຼາຍດ້ານ ແຕ່ພວກເຮົາກໍຍັງປະເຊີນກັບບາງບັນຫາຄື: 1. ດ້ານກົນໄກບໍລິຫານສະເໜີໃຫ້ພັກ ແລະ ລັດຖະບານ ສືບຕໍ່ຊຸກຍູ້ການປັບປຸງກົນໄກການບໍລິການຜ່ານປະຕູດຽວ (One-Stop Service) ໃຫ້ມີຄວາມທັນສະໄໝ ແລະ ເປັນຮູບປະທຳ 100% ເພື່ອຫຼຸດຜ່ອນຂັ້ນຕອນເອກະສານທີ່ຊັກຊ້າ; 2. ການຂາດແຄນແຮງງານ ຄວາມຕ້ອງການແຮງງານຈະເພີ່ມຂຶ້ນ ແຕ່ປັດຈຸບັນຍັງຊອກແຮງງານຍາກ ແລະ ສ່ວນຫຼາຍແມ່ນແຮງງານດິບ ທີ່ຂາດທັກສະສີມື, ສະເໜີໃຫ້ພາກລັດຊ່ວຍເປັນໃຈກາງ ໃນການປະສານງານກັບສະຖາບັນການສຶກສາ, ແຂວງ, ເມືອງ ໄປຈົນຮອດທ້ອງຖິ່ນ; 3. ດ້ານນະໂຍບາຍສົ່ງເສີມດ້ານນິຕິກໍາ ພວກເຮົາຍັງຂາດນິຕິກຳສະເພາະທີ່ລະອຽດ ເຮັດໃຫ້ການຈັດຕັ້ງປະຕິບັດນະໂຍບາຍ ການມອບພັນທະພາສີ-ອາກອນ ບາງດ້ານຍັງມີຄວາມສັບສົນ, ສະເໜີໃຫ້ພິຈາລະນາເພີ່ມນະໂຍບາຍພິເສດ ແລະ ປົກປ້ອງອຸດສາຫະກຳປາຍແຫຼມ ທີ່ນໍາໃຊ້ເຕັກໂນໂລຊີສູງ ເພື່ອດຶງດູດນັກລົງທຶນຍັກໃຫຍ່ລະດັບໂລກ ແລະ ເພື່ອຝຶກວິຊາຄວາມຮູ້ເຕັກໂນໂລຊີໃໝ່ໃຫ້ແຮງງານລາວ; 4. ປັດຈຸບັນນັກລົງທຶນພາຍໃນເຂດ (ໂດຍສະເພາະຂະແໜງພະລັງງານສະອາດ ເຊັ່ນ: ແຜ່ນພະລັງງານແສງອາທິດ, ເສື່ອນອນ ຜະລິດຕະພັນເຄື່ອງນອນ ແລະ ເຄື່ອງນຸ່ງຫົ່ມ) ກຳລັງປະເຊີນກັບຄວາມທ້າທາຍຢ່າງໜັກໜ່ວງ ສະເໜີໃຫ້ລັດຖະບານຊ່ວຍຊຸກຍູ້ການຢັ້ງຢືນແຫຼ່ງກຳເນີດສິນຄ້າໃຫ້ມີຄວາມຮັດກຸມ ແລະ ເປັນທີ່ຍອມຮັບໃນລະດັບສາກົນ ເພື່ອຫຼີກເວັ້ນການຖືກກ່າວຫາເລື່ອງການປອມແປງແຫຼ່ງກຳເນີດສິນຄ້າ ຊຶ່ງຈະເປັນການປົກປ້ອງນັກລົງທຶນທີ່ມາລົງທຶນຕົວຈິງຢູ່ລາວ ແລະ 5. ການພັດທະນາລະບົບເອື້ອອໍານວຍໃຫ້ກາຍເປັນ "ຈຸດແຂງ" ເພື່ອທົດແທນ: ລາວມີຕົ້ນທຶນດ້ານການເມືອງທີ່ມີຄວາມສະຖຽນລະພາບເປັນຢ່າງດີ, ໃນເມື່ອພວກເຮົາປະເຊີນກັບກຳແພງພາສີ, ວິທີທີ່ຈະດຶງດູດນັກລົງທຶນໄວ້ໄດ້ຄືການ “ຫຼຸດຕົ້ນທຶນພາຍໃນ”. ຖ້າລັດຖະບານຊ່ວຍໃຫ້ນັກລົງທຶນເຂົ້າເຖິງແຮງງານທີ່ມີສີມື, ພື້ນຖານໂຄງລ່າງທີ່ເອື້ອອໍານວຍ ເປັນຕົ້ນ: ໄຟຟ້າ, ນໍ້າປະປາ ສະໜອງໄດ້ພຽງພໍກັບຄວາມຕ້ອງການ ມີລະບົບໂລຈິສຕິກທີ່ວ່ອງໄວ, ນັກລົງທຶນ ຈະຍັງເລືອກລາວເປັນຖານການຜະລິດ ເພາະສາມາດຊົດເຊີຍກັບພາສີທີ່ເພີ່ມຂຶ້ນໄດ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ