ຂີ້ເຫຍື້ອ ເອເລັກໂຕຣນິກທົ່ວໂລກເພີ່ມຂຶ້ນ 82%

ຂີ້ເຫຍື້ອ ເອເລັກໂຕຣນິກທົ່ວໂລກເພີ່ມຂຶ້ນ 82%
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ອົງການສະຫະປະຊາຊາດ (UN) ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ປະລິມານການສ້າງຂີ້ເຫຍື້ອເອເລັກໂຕຣນິກ ຫຼື E-waste ຂອງໂລກຂະຫຍາຍຕົວໄວກວ່າການນຳມາໃຊ້ຄືນ(Recycle)ຂີ້ເຫຍື້ອເອເລັກໂຕຣນິກເຖິງ 5 ເທົ່າ ສົ່ງຜົນໃຫ້ໄພອັນຕະລາຍດ້ານສິ່ງແວດລ້ອມ ແລະ ສຸຂະພາບທົ່ວໂລກຮຸນແຮງຍິ່ງກວ່າເດີມ.
    ສະຫະພາບໂທລະຄົມມະນາຄົມສາກົນ (ITU) ແລະ ສະຖາບັນເພື່ອການຝຶກອົບຮົມ ແລະ ການວິໄຈແຫ່ງສະຫະປະຊາຊາດ ຫຼື UNITAR ລະບຸວ່າ: ປະລິມານການສ້າງຂີ້ເຫຍື້ອເອເລັກໂຕຣນິກສູງເປັນປະຫວັດສາດໃນປີ 2022 ຊຶ່ງມີ 62 ລ້ານໂຕນເພີ່ມຂຶ້ນ 82% ຕັ້ງແຕ່ປີ 2010 ການເພີ່ມຂຶ້ນຢ່າງວ່ອງໄວນີ້ສວນທາງກັບໂຕເລກຂີ້ເຫຍື້ອທີ່ຖືກຮວບຮວມ ແລະ Recycle ໃນປີ 2022 ທີ່ບໍ່ເຖິງ 1 ໃນ 4. ນອກຈາກນັ້ນ, ບົດລາຍງານຄາດຄະເນວ່າການຜະລິດຂີ້ເຫຍື້ອເອເລັກໂຕຣນິກຈະເພີ່ມຂຶ້ນອີກປະມານ 33% ໃນປີ 2030 ກາຍເປັນ 82 ລ້ານໂຕນຕໍ່ປີ ທ່າອ່ຽງອັນໜ້າຕົກໃຈນີ້ເນັ້ນຢໍ້າຄວາມຈຳເປັນອັນຮີບດ່ວນໃນການດຳເນີນການແກ້ໄຂ. ທ່ານ ນິຄິນ ເຊດ ກຳມະການບໍລິຫານຂອງ UNITAR ກ່າວວ່າ: ເຖິງແມ່ນວ່າແຜງໂຊລາເຊວ ແລະ ອຸປະກອນເອເລັກໂຕຣນິກຕ່າງໆຈະກາຍເປັນຄວາມຫວັງໃນການຕໍ່ສູ້ກັບວິກິດສະພາບພູມອາກາດ ແລະ ຂັບເຄື່ອນຄວາມກ້າວໜ້າທາງດີຈີຕອນ ແຕ່ຈຳນວນຂີ້ເຫຍື້ອເອເລັກໂຕຣນິກທີ່ເພີ່ມຂຶ້ນຢ່າງວ່ອງໄວຈຳເປັນຕ້ອງໄດ້ຮັບຄວາມສົນໃຈຮີບດ່ວນເຊັ່ນດຽວກັນ. ອີກຢ່າງໜຶ່ງ, ຂີ້ເຫຍື້ອເອເລັກໂຕຣນິກໝາຍເຖິງຜະລິດຕະພັນທີ່ຖືກຖິ້ມແບບໃດກໍຕາມທີ່ມີປັກສຽບ ຫຼື ແບັດເຕີຣີ ຊຶ່ງສົ່ງຜົນໃຫ້ເກີດຄວາມສ່ຽງຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ ເນື່ອງຈາກມີສ່ວນປະກອບກໍ່ໃຫ້ເກີດອັນຕະລາຍ.
    ທ່ານ ວາເນສຊາ ເກ ຫົວໜ້າພະແນກສິ່ງແວດລ້ອມ ແລະ ໂທລະຄົມມະນາຄົມສຸກເສີນຂອງ ITU ກ່າວວ່າ: ພວກເຮົາຕ້ອງເຂົ້າໃຈເຖິງຜົນປະໂຫຍດທາງເສດຖະກິດ ແລະ ສິ່ງແວດລ້ອມຈາກການຈັດການຂີ້ເຫຍື້ອເອເລັກໂຕຣນິກຢ່າງເໝາະສົມ ຖ້າບໍ່ດັ່ງນັ້ນ, ຄວາມກ້າວໜ້າທາງດີຈີຕອນຂອງຄົນຮຸ່ນຕໍ່ໄປຈະພົບກັບຄວາມສ່ຽງ.

ຄໍາເຫັນ

ຂ່າວຕ່າງປະເທດ

ກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 2.95 ລ້ານເທື່ອຄົນ

ກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 2.95 ລ້ານເທື່ອຄົນ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້, ທ່ານ ຮຸນມາເນດ ​ນາຍົກລັດຖະມົນຕີກຳປູ​ເຈຍ ກ່າວ​ວ່າ: ກຳປູ​ເຈຍ​ໄດ້ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 2.95 ລ້ານ​ເທື່ອ​ຄົນ ​ໃນ​ລະຫວ່າງ​ເດືອນ​ມັງກອນ​ ຫາ ​ເດືອນ​ພຶດສະພາ 2025, ​ເພີ່ມ​ຂຶ້ນ 11.7% ​ເມື່ອ​ທຽບ​ໃສ່​ປີ​ກາຍ.
CPI ພື້ນຖານ ຂອງສິງກະໂປຫຼຸດລົງເຖິງ 0.6% ໃນເດືອນພຶດສະພາ

CPI ພື້ນຖານ ຂອງສິງກະໂປຫຼຸດລົງເຖິງ 0.6% ໃນເດືອນພຶດສະພາ

ຂ່າວຕ່າງປະເທດລາຍງານ; ກະຊວງ​ການ​ຄ້າ​ - ​ອຸດສາຫະກຳ ແລະ​ ທະນາຄານກາງ ​ສິງກະ​ໂປ ເປີດເຜີຍ​ໃນ​ວັນ​ທີ 23 ມິຖຸນາ​ ຜ່ານມາ​ວ່າ: ດັດຊະນີ​ລາຄາ​ຜູ້​ບໍລິ​ໂພ​ກພື້ນຖານ (CPI) ​ໄດ້​ຫຼຸດ​ລົງ​ເຖິງ 0.6% ໃນເດືອນພຶດສະພາ ຜ່ານມາ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ ​ຈາກລະດັບ 0.7% ​ໃນ​ເດືອນ​ເມສາ, ໂດຍປັດໄຈຕົ້ນຕໍ​ແມ່ນ​ຍ້ອນການຫຼຸດລົງຂອງ​ອັດຕາ​ເງິນ​ເຟີ້ໃນປະເພດ​ສະບຽງ​ອາຫານ ຊຶ່ງຢູ່ໃນລະດັບ 1.1% ​ໃນ​ເດືອນ​ພຶດສະພາ ຜ່ານມາ.
ຍີ່ປຸ່ນ ກວດວັນນະໂຣກ ສຳລັບຄົນຕ່າງປະເທດ ກ່ອນເດີນທາງເຂົ້າປະເທດ

ຍີ່ປຸ່ນ ກວດວັນນະໂຣກ ສຳລັບຄົນຕ່າງປະເທດ ກ່ອນເດີນທາງເຂົ້າປະເທດ

ຂ່າວຕ່າງປະເທດລາຍງານ; ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຂອງຍີ່ປຸ່ນ ເປີດເຜີຍໃນວັນທີ 23 ມິຖຸນາ ຜ່ານມາວ່າ: ຍີ່ປຸ່ນ ໄດ້ເລີ່ມປະຕິບັດມາດຕະການກວດວັນນະໂຣກກ່ອນເດີນທາງເຂົ້າປະເທດ ສຳລັບຄົນຕ່າງປະເທດທີ່ວາງແຜນຈະຢູ່ຍີ່ປຸ່ນເກີນ 3 ເດືອນ, ໂດຍເລີ່ມຈາກຜູ້ທີ່ເດີນທາງມາຈາກປະເທດຟີລິບປິນ ແລະ ເນປານ. ຈາກນັ້ນ, ຄາດ​ວ່າ​ຈະ​ເພີ່ມ​ຫວຽດນາມ​ເຂົ້າ​ໃນ​ເດືອນ​ກັນຍາ, ຖັດມາ​ແມ່ນ​ອິນ​ໂດ​ເນ​ເຊຍ, ມຽນມາ ​ແລະ ຈີນ.
ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຈີນ ​ໃນ 5 ເດືອນ​ຕົ້ນ​ປີ​ນີ້​ ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຈີນ ​ໃນ 5 ເດືອນ​ຕົ້ນ​ປີ​ນີ້​ ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້; ກະ​ຊວງ​ການ​ຄ້າ​ຈີນເປີດ​ເຜີ​ຍ​ໃຫ້​ຮູ້​ວ່າ: ລະ​ຫວ່າງ​ເດືອນ​ມັງ​ກອນ ​ຫາ​ ເດືອນ​ພຶດ​ສະ​ພາ 2025 ນີ້, ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຈີນ​ໄດ້​ສະ​ແດງ​ຄວາມ​ສາ​ມາດ​ບົ່ມ​ຊ້ອມ​ດ້ານ​ການ​ບໍ​ລິ​ໂພກ​ຢ່າງ​ແຂງ​ແຮງ ໂດຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ. ໃນ​ນັ້ນ, ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ໄດ້​ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ ແລະ​ເປີດກວ້າງ​ຄວາມ​ຕ້ອງ​ການ​ພາຍ​ໃນ​ຢ່າງ​ຊັດ​ເຈນ.
ນາ​ຍົກ​ຫວຽດນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ສະ​ໜອງ ແລະ ຄວາມ​ຕ້ອງ​ການ​ເພື່ອ​ຊຸກ​ຍູ້​ພື້ນ​ຖານ​ເສດ​ຖະ​ກິດ

ນາ​ຍົກ​ຫວຽດນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ສະ​ໜອງ ແລະ ຄວາມ​ຕ້ອງ​ການ​ເພື່ອ​ຊຸກ​ຍູ້​ພື້ນ​ຖານ​ເສດ​ຖະ​ກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ມິຖຸນາ ຜ່ານມານີ້ ຢູ່ສຳນັກງານລັດຖະບານ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານປຶກສາຫາລືກ່ຽວກັບບັນດາມາດຕະການຮັບມືຂອງ ຫວຽດນາມ ໃນສະພາບການໂລກ ທີ່ມີການຜັນແປໃນປັດຈຸບັນ.
ໜັງ​ສື​ພິມ​ສ້າງ​ກຳ​ລັງ​ໜູ​ນ ສົ່ງ​ແຫຼ່ງ​ບັນ​ດານ​ໃຈ ແລະ ສ້າງ​​ຄຸນ​ຄ່າໃໝ່​ໃຫ້​ແກ່​ປະ​ເທດ​ຊາດ

ໜັງ​ສື​ພິມ​ສ້າງ​ກຳ​ລັງ​ໜູ​ນ ສົ່ງ​ແຫຼ່ງ​ບັນ​ດານ​ໃຈ ແລະ ສ້າງ​​ຄຸນ​ຄ່າໃໝ່​ໃຫ້​ແກ່​ປະ​ເທດ​ຊາດ

ວິທະຍຸກະຈາຍສຽງລາຍງານວ່າ: ໃນຕອນຄ່ຳວັນທີ 21 ມິຖຸນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ ໄດ້ດຳເນີນລາຍການສະແດງສິລະປະ ຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925 - 21/06/2025) ແລະ ມອບລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ XIX ດ້ວຍຫົວຂໍ້ “ເຫຼັກກ້າໃນປາກກາ, ໄຟໃນຫົວໃຈ”.
ຈີນ​ ສົ່ງດາວທຽມ 9C ຢ່າງສຳ​ເລັດ​ຜົນ

ຈີນ​ ສົ່ງດາວທຽມ 9C ຢ່າງສຳ​ເລັດ​ຜົນ

ຂ່າວສານຊີອາໄອ ລາຍງານ; ກຸ່​ມ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ອະ​ວະ​ກາດ​ຈີນເປີດ​ເຜີຍ​ໃຫ້​ຮູ້​ວ່າ: ໃນເວ​ລາ 20 ໂມງ 37 ນາ​ທີ ​ຂອງວັນ​ທີ 20 ມິ​ຖຸ​ນາ​ ຜ່ານມານີ້, ຈີນ​ໄດ້ສົ່ງດາວທຽມ 9C ຢ່າງສຳ​ເລັດ​ຜົ​ນ ​ດ້ວຍຈະຫຼວດສົ່ງຍານ CZ-3B ​ຢູ່ສູນສົ່ງດາວທຽມ​​ຊີ່​ຊ່າງ​, ດາວ​ທຽມ​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນ​ຕາມ​ທີ່ຄາດ​ໄວ້​ຢ່າງ​ສະ​ດວກ, ໜ້າ​ທີ່​ການ​​ສົ່ງດາວທຽມຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ.

ຊາວຣັດເຊຍ ໃຊ້ເວລາກັບໂທລະສັບມືຖື ສະເລ່ຍ 5.5 ຊົ່ວໂມງຕໍ່ມື້

ຊາວຣັດເຊຍ ໃຊ້ເວລາກັບໂທລະສັບມືຖື ສະເລ່ຍ 5.5 ຊົ່ວໂມງຕໍ່ມື້

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ອາເລັກຊີ ໂກເຣສລາຟກີ ຫົວໜ້າສະຖາບັນພັດທະນາອິນເຕີເນັດຂອງຣັດເຊຍ ກ່າວໃນກອງປະຊຸມເສດຖະກິດສາກົນ St. Petersburg ວ່າ: ຊາວຣັດເຊຍແຕ່ລະຄົນໃຊ້ເວລາສະເລ່ຍ 5.5 ຊົ່ວໂມງຕໍ່ມື້ກັບໂທລະສັບມືຖື, ໃນຂະນະທີ່ໄວໜຸ່ມໃຊ້ເວລາເກືອບ 7 ຊົ່ວໂມງຕໍ່ມື້.
ໂຕໂຍຕ້າ ຈະຂຶ້ນລາຄາລົດຍົນ ໃນສະຫະລັດ ອາເມຣິກາ

ໂຕໂຍຕ້າ ຈະຂຶ້ນລາຄາລົດຍົນ ໃນສະຫະລັດ ອາເມຣິກາ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ບໍລິສັດ ໂຕໂຍຕ້າ ມໍເຕີ (Toyota Motor) ຂອງຍີ່ປຸ່ນ ຈະປັບຂຶ້ນລາຄາລົດຍົນບາງລຸ້ນໃນສະຫະລັດ ອາເມຣິກາ ໃນເດືອນໜ້າເປັນຕົ້ນໄປ ໂດຍຈະເພີ່ມລາຄາຂຶ້ນຫຼາຍກວ່າ 200 ໂດລາ.
ເພີ່ມເຕີມ