ແຂວງຫຼວງພະບາງປະກາດບົ່ງຕົວແຕ່ງຕັ້ງໜ້າທີ່ພະນັກງານນໍາພາ-ຄຸ້ມຄອງ

ແຂວງຫຼວງພະບາງປະກາດບົ່ງຕົວແຕ່ງຕັ້ງໜ້າທີ່ພະນັກງານນໍາພາ-ຄຸ້ມຄອງ

ແຂວງຫຼວງພະບາງປະກາດບົ່ງຕົວແຕ່ງຕັ້ງໜ້າທີ່ພະນັກງານນໍາພາ-ຄຸ້ມຄອງ
ວັນທີ 16 ກັນຍານີ້, ທີ່ຫ້ອງວ່າການແຂວງຫຼວງພະບາງ, ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງໜ້າທີ່ ພະນັກງານນໍາພາ-ຄຸ້ມຄອງ ແລະ ປະກາດພະນັກງານພັກຜ່ອນຮັບເບ້ຍບໍານານ
ແຂວງຫວງພະບາງປະກາດບງຕວແຕງຕງໜາທພະນກງານນາພາ-ຄມຄອງ - image 1
 

 

ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ; ມີກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ເລຂາພັກເມືອງ, ຫົວໜ້າພະແນກການ, ພາກສ່ວນກ່ຽວຂ້ອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ແຂວງຫວງພະບາງປະກາດບງຕວແຕງຕງໜາທພະນກງານນາພາ-ຄມຄອງ - image 2
 

ທ່ານ ຄໍາເກັ່ງ ຈັນທະວີສຸກ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ພະນັກງານນໍາພາຄຸ້ມຄອງ ຈໍານວນ 5 ທ່ານ, ປະກອບມີ ທ່ານ ວົງສະຫວັນ ເທບພະຈັນ, ທ່ານ ສິງຕັນ ໄຊລືຊົ່ງ, ທ່ານ ສີວອນ ວົງຄໍາຈັນ, ທ່ານ ພອນເລີດ ໄຊຍະນາ ແລະ ທ່ານ ໄຊ ເຢຍເຊັງທ່າວ ພັກຜ່ອນຮັບເບ້ຍບໍານານ, ພ້ອມນີ້, ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ທ່ານ ນາງ ສຸດາພອນ ຄົມທະວົງ ກໍາມະການພັກແຂວງ, ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ, ເປັນກໍາມະການປະຈໍາພັກແຂວງ, ທ່ານ ພອນໄຊ ກຸນລະວົງ, ຫົວໜ້າພະແນກການຕ່າງປະເທດ ເປັນກໍາມະການຄະນະບໍລິຫານງານ ພັກແຂວງ.

ແຂວງຫວງພະບາງປະກາດບງຕວແຕງຕງໜາທພະນກງານນາພາ-ຄມຄອງ - image 3
 

ຕອນທ້າຍ ທ່ານ ບຸນເລື່ອມ ມະນີວົງ ໄດ້ໃຫ້ກຽດມອບຂໍ້ຕົກລົງ ແລະ ມີຄໍາເຫັນສະແດງຄວາມຊົມເຊີຍ ຕໍ່ຜົນງານ ແລະ ຄຸນງາມຄວາມດີຂອງພະນັກງານ ທີ່ໄດ້ພັກຜ່ອນຮັບເບ້ຍບໍານານ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ພະນັກງານຫຼັກແຫຼ່ງ ທີ່ໄດ້ຮັບການບົ່ງຕົວແຕ່ງຕັ້ງໜ້າທີ່ປະກອບເຂົ້າໃນຄະນະບໍລິຫານງານພັກແຂວງເພີ່ມເຕີມ, ທ່ານກ່າວຕື່ມວ່າ: ການພັກຜ່ອນຮັບເບ້ຍບໍານານ ແລະ ການສັບຊ້ອນໜ້າທີ່ວຽກງານ ແມ່ນເລື່ອງປົກກະຕິຂອງການບໍລິຫານງານບຸກຄະລາກອນ, ເພື່ອໃຫ້ສາມາດຕອບສະໜອງ ຕໍ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ໃຫ້ຖືກຕ້ອງ ແລະ ສອດຄ່ອງຍິ່ງຂຶ້ນ, ຈຶ່ງໄດ້ຮຽກຮ້ອງໃຫ້ພະນັກງານທີ່ໄດ່ຮັບການບົ່ງຕົວແຕ່ງຕັ້ງໃໝ່ ຈົ່ງສຸມສະຕິປັນຍາ, ຍົກສູງຈິດໃຈຮັບຜິດຊອບ, ສາມັກຄີປະສານສົມທົບ ແລະ ປະກອບສ່ວນ ເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕາມຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສໍາເລັດເປັນກ້າວໆ.

ແຂວງຫວງພະບາງປະກາດບງຕວແຕງຕງໜາທພະນກງານນາພາ-ຄມຄອງ - image 4
 

(ພາບ-ຂ່າວ: ທະນູສິນ ອິດທິພົນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກົມໃຫຍ່ຕໍາຫຼວດ ສຸມໃສ່ປ້ອງກັນກອງປະຊຸມ3RC-CCM

ກົມໃຫຍ່ຕໍາຫຼວດ ສຸມໃສ່ປ້ອງກັນກອງປະຊຸມ3RC-CCM

ເພື່ອອໍານວຍຄວາມສະດວກໃຫ້ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3(3RC-CCM)ທັງເປັນການຮັບປະກັນຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເຈົ້າໜ້າທີ່ກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດວາງກໍາລັງຫຼາຍເຫຼົ່າວິຊາສະເພາະ ເພື່ອປ້ອງກັນ ແລະ ຮັກສາຄວາມສະຫົງບ ເປັນຕົ້ນ ກໍາລັງຕໍາຫຼວດຈະລາຈອນ, ກໍາລັງຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ກໍາລັງຕໍາຫຼວດຝຶກແອບ ແລະ ນໍາໃຊ້ໝາວິຊາສະເພາະ.
ຈາກຄອບຄົວທຸກຍາກ ສູ່ຄອບຄົວມີລາຍຮັບ ແລະ ເພິ່ງພາຕົນເອງ ດ້ວຍການປູກເຂົ້າ

ຈາກຄອບຄົວທຸກຍາກ ສູ່ຄອບຄົວມີລາຍຮັບ ແລະ ເພິ່ງພາຕົນເອງ ດ້ວຍການປູກເຂົ້າ

ຈາກຄອບຄົວທີ່ເຄີຍປະສົບຄວາມທຸກຍາກ, ເຮັດນາ ໄດ້ພຽງປີລະເທື່ອ ແລະ ຜົນຜະລິດບໍ່ກຸ້ມກິນ ຈົນຕ້ອງຊື້ເຂົ້າຈາກບ່ອນອື່ນ, ປັດຈຸບັນຄອບຄົວຂອງ ປ້າ ຄິດ ພົມມະໄລສີ ຢູ່ບ້ານດ່ານ, ເມືອງລະມາມ, ແຂວງເຊກອງ ສາມາດພັດທະນາການຜະລິດເຂົ້າ ຈົນກຸ້ມກິນ ແລະ ເຫຼືອຈຳໜ່າຍ ມີລາຍຮັບເຂົ້າຄອບຄົວ.
ຄະນະກໍາມະການຕ້ານ ແລະ ແກ້ໄຂໄພພິບັດຂັ້ນສູນກາງ ຊຸກຍູ້ວຽກງານແກ້ໄຂໄພພິບັດ ຢູ່ແຂວງບໍລິຄໍາໄຊ

ຄະນະກໍາມະການຕ້ານ ແລະ ແກ້ໄຂໄພພິບັດຂັ້ນສູນກາງ ຊຸກຍູ້ວຽກງານແກ້ໄຂໄພພິບັດ ຢູ່ແຂວງບໍລິຄໍາໄຊ

ຄະນະກໍາມະການແກ້ໄຂໄພພິບັດ ຈາກສູນກາງ ສົມທົບກັບ ຄະນະກຳມະການ ແກ້ໄຂໄພພິບັດ ແຂວງບໍລິຄໍາໄຊ, ຊຶ່ງນໍາພາໂດຍ ທ່ານ ພອນສະຫວັນ ໄຊສົມແພງ ຫົວໜ້າພະແນກປ້ອງກັນໄພພິບັດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລົງຕິດຕາມ ແລະ ຊຸກຍູ້ ການແກ້ໄຂໄພພິບັດ ຢູ່ເສັ້ນທາງຫຼວງແຫ່ງຊາດເລກ 8A ໃນວັນທີ 15 ກັນຍາ 2026 ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ຢູ່ແຂວງບໍລິຄໍາໄຊ, ຊຶ່ງເສັ້ນທາງດັ່ງກ່າວ ຖືວ່າເປັນເສັ້ນທາງຍຸດທະສາດ ໃນການສັນຈອນ.
ສະຫະພັນແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງແກ່ນທ້າວ

ສະຫະພັນແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງແກ່ນທ້າວ

ໃນວັນທີ 16 ກັນຍາ 2026 ນີ້, ທ່ານ ນາງ ພວງມະໄລ ໄຊຍະພອນ ຮອງປະທານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງແກ່ນທ້າວ. ໂດຍໃຫ້ກຽດເຂົ້າຮ່ວມ ແລະ ຕ້ອນຮັບຂອງທ່ານ ຈີນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ທ່ານ ນາງ ຄໍາຜ້າຍ ພິມພິລາ ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ, ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ປະທານຮາກຖານສະຫະພັນແມ່ຍິງ, ຫົວໜ້າ ໜ່ວຍ ແລະ ສະມາຊິກແມ່ຍິງ ເຂົ້າຮ່ວມຢ່າງພ້ອມພຽງ.
ອຸດົມໄຊ ໄດ້ຮັບອຸປະກອນ ແລະ ເຄື່ອງຊ່ວຍເຫຼືອເພື່ອຟື້ນຟູການຜະລິດກະສິກຳ

ອຸດົມໄຊ ໄດ້ຮັບອຸປະກອນ ແລະ ເຄື່ອງຊ່ວຍເຫຼືອເພື່ອຟື້ນຟູການຜະລິດກະສິກຳ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມອບເຄື່ອງຊ່ວຍເຫຼືອ ລວມມູນຄ່າທັງໝົດ 3,9 ຕື້ກວ່າກີບ ໃຫ້ແຂວງອຸດົມໄຊ ໃນວັນທີ 15 ກັນຍາ 2026 ແຂວງອຸດົມໄຊ, ຕາງໜ້າກ່າວມອບໂດຍທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ຕາງໜ້າກ່າວຮັບໂດຍທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງອຸດົມໄຊ.
ແຜ່ນດິນທີ່ຮ້ອງໄຫ້ ບາດແຜຈາກລະເບີດລູກຫວ່ານ ແລະ ສຽງຮຽກຮ້ອງຈາກປະຊາຊົນລາວ

ແຜ່ນດິນທີ່ຮ້ອງໄຫ້ ບາດແຜຈາກລະເບີດລູກຫວ່ານ ແລະ ສຽງຮຽກຮ້ອງຈາກປະຊາຊົນລາວ

ສົງຄາມຈົບລົງໄປດົນແລ້ວ, ແຕ່ບາດແຜຂອງສົງຄາມຍັງບໍ່ຈົບຕາມ. ໃນຫຼາຍພື້ນທີ່ຂອງລາວ, ປະຊາຊົນຍັງຕ້ອງດຳລົງຊີວິດຢູ່ກັບລະເບີດທີ່ຍັງຝັງຢູ່ໃນດິນ. ລະເບີດເຫຼົ່ານີ້ສາມາດແຕກຂຶ້ນໄດ້ທຸກເວລາ ແລະ ອາດເອົາຊີວິດຄົນບໍລິສຸດໄປໃນພິບຕາດຽວ. ສຳລັບຊາວບ້ານ, ທົ່ງນາ, ປ່າ, ແຄມທາງ ແລະ ບ່ອນທີ່ເດັກນ້ອຍຫຼິ້ນ ອາດບໍ່ແມ່ນບ່ອນປອດໄພອີກຕໍ່ໄປ. ສຽງຂອງລະເບີດຍັງດັງຢູ່ໃນຄວາມຊົງຈຳ. ມັນດັງຢູ່ໃນຫົວໃຈຂອງແມ່ທີ່ເສຍລູກ, ຢູ່ໃນຄວາມຫງຽບຂອງຄົນພິການ ແລະ ຢູ່ໃນຄວາມຢ້ານກົວຂອງເດັກນ້ອຍທີ່ບໍ່ກ້າຍ່າງໄປໃນທົ່ງນາຂອງຕົນ. ຄວາມຕາຍທີ່ຍັງລໍຖ້າຢູ່ໃຕ້ດິນ, ລະເບີດລູກຫວ່ານບໍ່ພຽງແຕ່ແມ່ນເຫຼັກເກົ່າ ຫຼື ເສດຊາກຈາກສົງຄາມເທົ່ານັ້ນ. ແຕ່ມັນແມ່ນຄວາມອັນຕະລາຍທີ່ຍັງມີຊີວິດ, ຍັງລໍຖ້າການສຳຜັດ, ການຂຸດດິນ ຫຼື ການກ້າວພາດພຽງຄັ້ງດຽວ.
ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບຄະນະບໍລິຫານ ສະມາຄົມສຽງແຄນລາວ

ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບຄະນະບໍລິຫານ ສະມາຄົມສຽງແຄນລາວ

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບ ຄະນະບໍລິຫານ ສະມາຄົມສຽງແຄນລາວ ຊຶ່ງນຳໂດຍ ທ່ານ ຈະເລີນ ເຍຍປາວເຮີ ອະດີດກຳມະການສູນກາງພັກ ອະດີດຮອງປະທານສະພາແຫ່ງຊາດ ປະທານກິດຕິມະສັກ ສະມາຄົມສຽງແຄນລາວ ໃນວັນທີ 16 ກັນຍານີ້ ທີ່ຫ້ອງຮັບແຂກ ກະຊວງການຕ່າງປະເທດ ເພື່ອລາຍງານການເຄື່ອນໄຫວຂອງສະມາຄົມສຽງແຄນລາວ ແລະ ເພື່ອຮັບການຊີ້ນຳຈາກການນຳພັກ-ລັດ.
ຄອບຄົວການນຳຂັ້ນສູນກາງມອບການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງຫຼວງນ້ຳທາ ແລະ ອຸດົມໄຊ

ຄອບຄົວການນຳຂັ້ນສູນກາງມອບການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງຫຼວງນ້ຳທາ ແລະ ອຸດົມໄຊ

ພາຍຫຼັງທີ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ໄດ້ປະສົບກັບໄພພິບັດນ້ຳຖ້ວມ ໃນໄລຍະທ້າຍເດືອນສິງຫາ ຜ່ານມາ ທາງຄອບຄົວການນຳຂັ້ນສູນກາງ ຊຶ່ງນຳພາໂດຍ ທ່ານນາງ ນາລີ ສີສຸລິດ ພັນລະຍາຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ. ພ້ອມຄະນະຄອບຄົວການນຳສູນກາງ ໄດ້ມີການປຸກລະດົມຂົນຂວາຍ ບັນດາວັດຖຸ-ປັດໃຈ ເພື່ອມອບໃຫ້ແກ່ 2 ແຂວງດັ່ງກ່າວ ເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຄັ້ງນີ້.
ກອງປະຊຸມ CCM ຈະຊ່ວຍສ້າງຄວາມເຂັ້ມແຂງ ໃຫ້ສືບຕໍ່ວຽກງານກວດກູ້ລະເບີດຢູ່ລາວດີຂຶ້ນ

ກອງປະຊຸມ CCM ຈະຊ່ວຍສ້າງຄວາມເຂັ້ມແຂງ ໃຫ້ສືບຕໍ່ວຽກງານກວດກູ້ລະເບີດຢູ່ລາວດີຂຶ້ນ

ໃນໂອກາດເຂົ້າຮ່ວມວາງສະແດງຜົນງານການກວດກູ້ລະເບີດລູກຫວ່ານ ທີ່ຕົກຄ້າງຢູ່ລາວ ໃນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (CCM) ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ. ທ່ານ ວິໄລສັກ ໄຊຊະນະ ຫົວໜ້າໂຄງການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ ແລະ ຄົນພິການ ປະຈໍາໂຄງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ (Humanity & Inclusion ຫຼື HI) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 15 ກັນຍານີ້.
ໜ່ວຍກຳມະບານ ໜ່ວຍຄະນະໂຄສະນາອົບຮົມ ເມືອງປະທຸມພອນ ປະເມີນ 5 ເປັນເຈົ້າ

ໜ່ວຍກຳມະບານ ໜ່ວຍຄະນະໂຄສະນາອົບຮົມ ເມືອງປະທຸມພອນ ປະເມີນ 5 ເປັນເຈົ້າ

ວັນທີ 15 ກັນຍາ 2026, ໜ່ວຍກຳມະບານ ໜ່ວຍຄະນະໂຄສະນາອົບຮົມ ເມືອງປະທຸມພອນ ແຂວງ ຈຳປາສັກ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງ-ປະຕິບັດຂໍ້ແຂ່ງຂັນ “5 ເປັນເຈົ້າ” ປະຈຳປີ 2026 ພ້ອມທັງກຳນົດທິດທາງ, ແຜນການ ແລະ ແນວທາງການດຳເນີນງານໃນປີ 2027 ຂຶ້ນທີ່ຫ້ອງປະຊຸມຂອງຫ້ອງການ.
ເພີ່ມເຕີມ