ແຂວງສາລະວັນ ເປີດລະດູການຜະລິດລະດູແລ້ງ 

ແຂວງສາລະວັນ ເປີດລະດູການຜະລິດລະດູແລ້ງ 
ແຂວງສາລະວັນ ເປີດຂະບວນການຜະລິດລະດູແລ້ງ ປະຈຳສົກປີ 2023-2024, ໂດຍແມ່ນພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສາລະວັນ ສົມທົບກັບອຳນາດການປົກຄອງບ້ານ, ກຸ່ມຊາວກະສິກອນຈັດພິທີ ຈັດຂຶ້ນໃນວັນທີ 15 ພະຈິກ ນີ້ ທີ່ເຂດຊົນລະປະທານນາຂ້ອຍສາວ, ຈຸດບ້ານພ້າວ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ທ່ານ ອະນຸສັກ ຈຳປາຄຳ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງໆສາລະວັນ, ມີບັນດາທ່ານການນໍາຂອງແຂວງ, ເມືອງ ແລະ ພະແນກການ, ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ອຳນາດການປົກຄອງບ້ານ ທີ່ກ່ຽວຂ້ອງ ແລະ ປະຊາຊົນບ້ານພ້າວ ເຂົ້າຮ່ວມ.
ທ່ານ ກິພະຈັນ ໂພສາລີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂະບວນການຜະລິດລະດູແລ້ງ ເປັນການສົ່ງເສີມການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນ ຂອງວຽກງານຂະແໜງກະສິກຳ ແລະ ປ່າໄມ້ ຄືວັນ: ຊົນລະປະທານແຫ່ງຊາດ ວັນທີ 3 ພະຈິກ, ວັນເປີດລະດູການຜະລິດລະດູແລ້ງ, ຂະບວນໄຖປົກຕໍເຟືອງ ແລະ ວັນສັກຢາປ້ອງກັນພະຍາດສັດ ວັນທີ 11 ພະຈິກໃຫ້ເປັນຂະບວນການຟົດຟື້ນເພື່ອປູກຈິດສຳນຶກໃຫ້ປະຊາຊົນ ຫັນມາເອົາໃຈໃສ່ການສັກຢາປ້ອງກັນພະຍາດ ແລະ ຮັກສາສຸຂະພາບສັດ ເພື່ອຫຼຸດຜ່ອນຄວາມສ່ຽງການລະບາດຂອງພະຍາດສັດ, ຊຸກຍູ້ການປູກພຶດລະດູແລ້ງ ທົດແທນການນຳເຂົ້າ, ສະໜອງການບໍລິໂພກພາຍໃນກຸ້ມຕົນເອງເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຫັນເອົາການຈັດຕັ້ງປະຕິບັດວາລະແຫ່ງຊາດ ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.
ແຂວງສາລະວັນ ເປັນແຂວງໜຶ່ງ ທີ່ນອນໃນຈຸດສຸມການຜະລິດສະບຽງອາຫານຂອງລັດຖະບານ, ມີເນື້ອທີ່ຜະລິດເຂົ້າກວ້າງຂວາງລຽບຕາມສາຍນໍ້າເຊໂດນ ຫຼື ທົ່ງພຽງເຊໂດນ ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ເປັນການສືບຕໍ່ຄາດໝາຍສູ້ຊົນ ແລະ ຜັນຂະຫຍາຍມະຕິ XI ຂອງພັກ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025), ເພື່ອລຶບລ້າງຄວາມທຸກຍາກ ແລະ ເປັນເງື່ອນໄຂອັນດີໃນການພັດທະນາ, ເຊື່ອມໂຍງເສດຖະກິດໃນທົ່ວປະເທດ ແລະ ພາກພື້ນ, ທັງປະຕິບັດຍຸດທະສາດຕົ້ນຕໍໃນການສຸມໃສ່ວຽກງານພັດທະນາພື້ນຖານໂຄງລ່າງດ້ານກະສິກຳ ແລະ ສູ້ຊົນຄາດໝາຍແຜນພັດທະນາຊົນລະປະທານຂອງແຂວງ ໃນໄລຍະ 5 ປີ 2021-2025 ໃຫ້ກວມເອົາ 20% ຂອງເນື້ອທີ່ນາເຟືອງ. ປັດຈຸບັນ ໃນທົ່ວແຂວງ ມີໂຄງການຊົນລະປະທານທັງໝົດ 226 ແຫ່ງ,ປະເພດ ຝາຍນໍ້າລົ້ນ 114 ໂຄງການ, ປະເພດຈັກສູບນໍ້າດ້ວຍໄຟຟ້າ 58 ແຫ່ງ ແລະ ອ່າງເກັບນໍ້າຂະ
ໜາດນ້ອຍ 36 ແຫ່ງ ສາມາດສະໜອງນໍ້າລະດູແລ້ງ 15.200 ເຮັກຕາ ຫຼື ກວມເອົາ 18% ຂອງເນື້ອທີ່ນາເຟືອງທັງໝົດ, ໃນນີ້ເຂົ້າ 14.000 ເຮັກຕາ, ພືດ 1.200 ເຮັກຕາ.
ໂອກາດນີ້, ທ່ານ ນາງ ບຸນທະວີ ດວງສາລີ ກໍໄດ້ໃຫ້ກຽດເປີດຂະບວນການຜະລິດລະດູແລ້ງ ຢ່າງເປັນທາງການ ຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມກໍໄດ້ຮ່ວມສັກຢາປ້ອງກັນພະຍາດໃຫ້ແກ່ສັດລ້ຽງພ້ອມທັງ ໄຂປະຕູນ້ຳ, ຫວ່ານກ້າ ແລະ ດຳນາແລະຮ່ວມຂະບວນການອື່ນໆຕື່ມອີກ. ໃນພິທີຄັ້ງນີ້ ຍັງໄດ້ມີການມອບແນວພັນເຂົ້າ, ແນວພັນພືດຜັກ ໃຫ້ແກ່ຊາວກະສິກອນຕື່ມອີກ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ

ຄໍາເຫັນ

ຂ່າວເສດຖະກິດ

ອັດຕະປື ຕັ້ງເປົ້າປີ 2027 ສູ້​ຊົນ​ເຮັດ​ໃຫ້ເສດຖະກິດຂະຫຍາຍຕົວ 7%

ອັດຕະປື ຕັ້ງເປົ້າປີ 2027 ສູ້​ຊົນ​ເຮັດ​ໃຫ້ເສດຖະກິດຂະຫຍາຍຕົວ 7%

ໃນປີ 2027 ແຂວງອັດຕະປື ຕັ້ງເປົ້າໝາຍຊຸກຍູ້ເສດຖະກິດໃຫ້ຂະຫຍາຍຕົວສະເລ່ຍ 7% ມີມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ຕາມລາຄາປີ8,530 ຕື້ກີບ ແລະ ລາຍຮັບສະເລ່ຍຕໍ່ຫົວຄົນ 1,961 ໂດລາ ຫຼື 44.9 ລ້ານກີບ.
ເສດຖະກິດ ແຂວງສາລະວັນ ຂະຫຍາຍຕົວ 6.5%

ເສດຖະກິດ ແຂວງສາລະວັນ ຂະຫຍາຍຕົວ 6.5%

ໃນປີ 2026 ເສດຖະກິດຂອງແຂວງສາລະວັນ ຂະຫຍາຍຕົວໃນລະດັບ 6.5% ລື່ນແຜນການທີ່ວາງໄວ້ (ແຜນ​ວາງ​ໄວ້ຢູ່​ທີ່ 6.3%), ຂະນະທີ່ການຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 977.04 ຕື້ກີບ ບັນລຸແຜນການ 100%, ລື່ນຄາດໝາຍ 16.57% ຂອງແຜນການດັດແກ້ເຊິ່ງເປັນຕົວຊີີ້ວັດໃຫ້ເຫັນເຖິງທ່າອ່ຽງການຟື້ນຕົວ ແລະ ຂະຫຍາຍຕົວຂອງຫຼາຍຂະແໜງການທັງດ້ານການຜະລິດ, ການລົງທຶນ, ການຄ້າ, ການບໍລິການ ແລະ ດ້ານອື່ນໆ ໃນການຈັດຕັ້ງປະຕິບັດວຽກງານໃນຂົງເຂດຕ່າງໆ ມີບາດກ້າວທີ່ດີຂຶ້ນ.
ເສດຖະກິດ ແຂວງວຽງຈັນ ຂະຫຍາຍຕົວ 4.5%.

ເສດຖະກິດ ແຂວງວຽງຈັນ ຂະຫຍາຍຕົວ 4.5%.

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ V ທີ່ຈັດຂຶ້ນໃນວັນທີ 25 ພະຈິກນີ້, ທ່ານ ພູວົງ ບຸນຊູປະທານຄະນະກຳມະການປົກຄອງແຂວງວຽງຈັນ ໄດ້ລາຍງານສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານໄລຍະ 10 ເດືອນ, ວຽກຈຸດສຸມ 2 ເດືອນທ້າຍປີ 2026 ແລະ ທິດທາງແຜນການປີ 2027 ຂອງແຂວງ ໃຫ້ຮູ້ວ່າ: ໃນໄລຍະ 10 ເດືອນຜ່ານມາ ການພັດທະນາເສດຖະກິດຂອງແຂວງວຽງ​ຈັນຂະຫຍາຍຕົວ ບັນລຸ 4.5%, ມີມູນຄ່າ 14,764 ຕື້ກີບ. ໃນນັ້ນ, ຂະແໜງກະສິກຳຂະຫຍາຍຕົວ 3.9%, ອຸດສາຫະກຳ 5% ແລະ ບໍລິການ 5.2%. ດ້ານການຜະລິດກະສິກຳສາມາດປູກເຂົ້າໄດ້ 61,463 ເຮັກຕາ, ໄດ້​ຮັບຜົນຜະລິດ 253,985 ໂຕນ, ສ່ວນການປູກພືດບັນລຸ 74,110 ເຮັກຕາ, ຜົນຜະລິດກວ່າ 1 ລ້ານກວ່າໂຕນ. ຂະນະທີ່ຂະແໜງອຸດສາຫະກຳມີຜົນການຜະລິດປຸງແຕ່ງ 1,908 ຕື້ກວ່າກີບ ແລະ ຂະແໜງບໍລິການ ມີລາຍຮັບຈາກການທ່ອງທ່ຽວ 1,628 ຕື້ກີບ ຈາກຈຳນວນນັກທ່ອງທ່ຽວ 2 ລ້ານກວ່າເທື່ອຄົນ.
ເສດຖະກິດແຂວງອຸດົມໄຊ ຂະຫຍາຍຕົວ 5.38%

ເສດຖະກິດແຂວງອຸດົມໄຊ ຂະຫຍາຍຕົວ 5.38%

ທ່ານ ວົງສະຫວັນ ໄຊຍະວົງ ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ຕໍ່​ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ 5, ໃນວັນທີ່ 24 ພະຈິກ​ນີ້ ໃຫ້ຮູ້ວ່າ:
ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ ລາວ ຄືນໃໝ່ ດ້ວຍມູນຄ່າ 492 ລ້ານໂດລາ. ໃນຕອນເຊົ້າຂອງວັນທີ 12 ຕຸລາຜ່ານມາ, ທີ່ເມືອງໜອງບົກ ແຂວງຄຳມ່ວນ, ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ (Vinachem) ໂດຍຮ່ວມມືກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ຫວຽດນາມ, ໄດ້ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່. ໂຄງການດັ່ງກ່າວ ມີເປົ້າໝາຍຈະນຳໂຮງງານ ຊຶ່ງຖືກອອກແບບໃຫ້ມີກຳລັງການຜະລິດ ໂປຕາສຊຽມ ຄລໍໄຣດ໌ (potassium chloride) 500,000 ໂຕນຕໍ່ປີ ເຂົ້າສູ່ຂະບວນການຜະລິດພາຍໃນ ປີ 2028.
ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າແຕງ ແຂວງ​ເຊກອງກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2029) ເຫັນວ່າ ເສດຖະກິດເມືອງທ່າແຕງ ຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 5.7%.
6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

ໃນ 6 ເດືອນ​ຕົ້ນ​ປີ 2026 ເສດ​ຖະ​ກິດ​ແຂວງ​ອັດ​ຕະ​ປື​ຂະ​ຫຍາຍ​ຕົວ 4.3%, ໃນ​ນັ້ນຂະ​ແໜງ​ກະ​ສິ​ກຳຂະ​ຫຍາຍ​ຕົວ 4.9% ກວມ 51% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.2% ກວມ 29%,ຂະແໜງບໍລິການ ຂະຫຍາຍຕົວ 3.7% ກວມ 17% ແລະ ຂະແໜງພາສີ-ອາກອນ ຂະຫຍາຍຕົວ 5.8%.
ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ດ້ວຍສັກກະຍະພາບດ້ານຊັບພະຍາກອນທາງທຳມະຊາດ ພູມສາດ ແລະ ສະພາບອາກາດທີ່ເອື້ອອຳນວຍ ເມືອງປ່າວຊານ ໄດ້ພັດທະນາອຸດສາຫະກຳກາເຟອາຣາບີກາໃຫ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ສ້າງມູນຄ່າເພີ່ມຕາມຫ່ວງໂຊ່ການຜະລິດ. “ກາເຟອາຣາບີກາປ່າວຊານ” ໄດ້ກາຍເປັນສິນຄ້າກະສິກຳຫຼັກຂອງພື້ນທີ່ ດ້ວຍຄຸນນະພາບມາດຕະຖານສູງ ແລະ ອັດຕະລັກດ້ານລົດຊາດທີ່ໂດດເດັ່ນ ໂດຍມີຈຸດເດັ່ນຄື “ບໍ່ສົ້ມ, ບໍ່ຮຶນ,ເຂັ້ມແຕ່ບໍ່ຂົມຫຼາຍ, ຫອມແບບທຳມະຊາດກິ່ນດອກໄມ້ອ່ອນໆ” ສະທ້ອນໃຫ້ເຫັນສັກກະຍະພາບການຜະລິດແລະ ການຄວບຄຸມຄຸນນະພາບຢ່າງເປັນລະບົບ.
ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້ເມືອງໄຊເສດຖາ, ແຂວງອັດຕະປື ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ, ບັນລຸໄດ້ເກືອບ 100% ຂອງແຜນການປີ, ເຊິ່ງ ປັດຈຸບັນທົ່ວເມືອງ ມີຫົວໜ່ວຍທຸລະກິດທັງໝົດ 596 ຫົວໜ່ວຍ, ໃນນີ້ 6 ເດືອນຜ່ານມາ, ສາມາດຊຸກຍູ້ທຸລະກິດໃໝ່ເຂົ້າຈົດທະບຽນໄດ້ຕື່ມອີກ 22 ຫົວໜ່ວຍ ແລະ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ, ທີ່ຈະຕ້ອງໄດ້ເລັ່ງໃຫ້ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ.
ເພີ່ມເຕີມ