ແຂວງຢຸນນານ ມີຫ້ອງອາຫານສໍາລັບນົກຂຽນຄໍດໍາ

ແຂວງຢຸນນານ ມີຫ້ອງອາຫານສໍາລັບນົກຂຽນຄໍດໍາ
ຢູ່ສະຖານີປົກປ້ອງເຫີງເຫີ (Henghe) ຂອງເຂດສະຫງວນທໍາມະຊາດ ລະດັບແຂວງ ທີ່ປົກປ້ອງນົກຂຽນຄໍດໍາ ຊຸນຕ້ຽນ (Xundian) ແຂວງຢຸນນານ, ທ່ານ ສືຊາວກົວ (Shi Shaoguo) ຫົວໜ້າໜ່ວຍລາດຕະເວນກໍາລັງກວດເບິ່ງກ້ອງວົນຈອນປິດ ທີ່ຕິດຕາມຮ່ອງຮອຍຂອງນົກຂຽນຄໍດໍາ ຢູ່ໃນຄອມພິວເຕີ, ທ່ານໄດ້ຕັ້ງໃຈຕິດຕາມຮອຍຕີນຂອງນົກຂຽນຄໍດໍາຢ່າງລະອຽດ. “1,2,3... ມີນົກຂຽນຄໍດໍາ 46 ໂຕ ກໍາລັງພັກຜ່ອນ ແລະ ຊອກຫາອາຫານ ຢູ່ຕາມທົ່ງນາ”.
“ໃນຊຸມປີ 1990, ເມືອງຊຸນຕ້ຽນ ໄດ້ມີ ນົກຂຽນຄໍດໍາ ຫຼາຍຮ້ອຍໂຕ. ໃນຕອນນັ້ນ, ພໍ່ຂ້ອຍ ຍັງເປັນພະນັກງານເຝົ້າຮັກສາປ່າໄມ້, ໃນທົ່ວເມືອງຊຸນຕ້ຽນ ກໍມີພຽງແຕ່ລາວຄົນດຽວ ທີ່ຮັບຜິດຊອບວຽກງານປົກປ້ອງນົກຂຽນຄໍດໍາ.” ຕໍ່ມາ ປີ 2017, ທ່ານ ສືຊາວກົວ ໄດ້ສືບທອດພາລະໜ້າທີ່ຂອງພໍ່, ມາເຮັດວຽກຢູ່ສະຖານີປົກປ້ອງ. ປັດຈຸບັນນີ້ ມີພະນັກງານລາດຕະເວນ ທັງໝົດ 10 ທ່ານ ໄດ້ເຂົ້າຮ່ວມຖັນແຖວປົກປ້ອງນົກຂຽນຄໍດຳ.
“ໄປ! ໄປລາດຕະເວນ!” ຕັ້ງແຕ່ເຊົ້າ, ທ່ານ ສືຊາວກົວ ກໍໄດ້ຈັບອຸປະກອນອອກໄປ ລາດຕະເວນຢູ່ໃນປ່າແລ້ວ. ເສັ້ນທາງທີ່ໄປລາດຕະເວນໃນເດືອນກຸມພາ ແມ່ນມີລົມທັງແຮງທັງໜາວ. ທຸກມື້ພະນັກງານລາດຕະເວນຕ້ອງໄດ້ໄປລາດຕະເວນ 2-3 ເທື່ອ, ປະຈໍາການຕະຫຼອດ 24 ຊົ່ວໂມງ, ວັນທ້າຍສັບປະດາ ແລະ ມື້ບຸນຕ່າງໆກໍຄືກັນ. ນອກຈາກການລາດຕະເວນແລ້ວ, ພະນັກງານຍັງຕ້ອງກຽມໝາກສາລີໄວ້ໃຫ້ນົກຂຽນຄໍດໍາອີກ.
ທ່ານ ຫວັງໂຍເຕີ (WangYoude) ພະນັກງານລາດຕະເວນ ກ່າວວ່າ: “ໝາກສາລີ ແມ່ນພວກເຮົາປູກເອງ, ນອກນັ້ນຍັງມີ “ຫ້ອງອາຫານສຳລັບນົກຂຽນຄໍດໍາ” ແຫ່ງໜຶ່ງ!” “ຫ້ອງອາຫານນົກຂຽນຄໍດໍາ” ທີ່ພວກເຂົາເວົ້ານັ້ນ ກໍແມ່ນສູນທົດລອງທີ່ສ້າງຕັ້ງຂຶ້ນໃນປີ 2017, ສູນທົດລອງດັ່ງກ່າວ ມີເນື້ອທີ່ປະມານ 3 ເຮັກຕາ ຊຶ່ງໄດ້ປູກມັນຝຣັ່ງ, ເຂົ້າຊາຣາແຊງ ແລະ ຜັກກາດຫົວ.
ທ່ານ ມ່າຊິງປິງ (Ma Qingbing) ຮອງຫົວໜ້າຫ້ອງການປົກປ້ອງນົກຂຽນຄໍດໍາເມືອງຊຸນຕ້ຽນ ກ່າວວ່າ: “‘ຫ້ອງອາຫານສຳລັບນົກຂຽນຄໍດໍາ’ ດ້ານໜຶ່ງຈະສາມາດຫຼີກລ່ຽງ ບໍ່ໃຫ້ນົກຂຽນຄໍດໍາ ມາທໍາລາຍພືດພັນທັນຍະຫານຂອງປະຊາຊົນ, ອີກດ້ານໜຶ່ງກໍສາມາດຮັບປະກັນໃຫ້ນົກຂຽນຄໍດໍາມີອາຫານຫຼາຍຢ່າງ, ພ້ອມທັງຫຼີກລ່ຽງ ບໍ່ໃຫ້ນົກຂຽນຄໍດໍາຂາດອາຫານການກິນໃນລະດູໜາວ.”
ຕາມຂ່າວໃຫ້ຮູ້ວ່າ: ດິນທາມພູພຽງແຂວງຢຸນນານ ເປັນທີ່ຢູ່ພັກເຊົາໃນລະດູໜາວທີ່ສໍາຄັນສຳລັບນົກຂຽນຄໍດໍາ. ຕາມການຕິດຕາມສໍາຫຼວດໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ຈໍານວນນົກຂຽນຄໍດໍາ ທີ່ມາພັກເຊົາຢູ່ແຂວງຢຸນນານໃນລະດູໜາວ ໄດ້ເພີ່ມຂຶ້ນທຸກປີ, ປັດຈຸບັນ ໄດ້ມີຫຼາຍກວ່າ 3.000 ໂຕແລ້ວ.
ແຫຼ່ງຂ່າວ: ໜັງສືພິມລາຍວັນ Guangming

ຄໍາເຫັນ

ຂ່າວຕ່າງປະເທດ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປະເທດບຸນກາຣີໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນເຂດເອີໂຣ (eurozone) ຫຼື ອີຢູ ແລະ ໄດ້ຮັບຮອງເອົາເງິນເອີໂຣເປັນສະກຸນເງິນຢ່າງເປັນທາງການໃນວັນປີໃໝ່ (ວັນທີ 1 ມັງກອນ 2026) ເຮັດໃຫ້ບຸນກາຣີກາຍເປັນສະມາຊິກອັນດັບທີ 21 ຂອງເຂດເອີໂຣ.
ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ມັງກອນ ຜ່ານມາວ່າ: ໃນສານຕ້ອນຮັບປີໃໝ່ 2026, ບັນດາການນຳໂລກໄດ້ສົ່ງຄຳອວຍພອນ ພ້ອມກັບຄຳຮຽກຮ້ອງຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ, ໃນນັ້ນ, ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກສືບຕໍ່ແມ່ນຄວາມວິຕົກກັງວົນ ແລະ ບຸລິມະສິດແຖວໜ້າກັບຫຼາຍປະເທດ. ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງການສ້າງຕັ້ງສັນຕິພາບ ແລະ ຄວາມຍຸຕິທຳ.
ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ຂ່າວສານຊີອາໄອລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປີ 2026 ເປັນປີແຫ່ງການສ້າງຕັ້ງເຂດການຄ້າເສລີຈີນ-ອາຊຽນ ຄົບຮອບ 16 ປີ.​ ຄຽງຄູ່ກັບການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ ໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ການປ່ຽນແປງທີ່ສາມາດເຫັນ ແລະ ນໍາໃຊ້ໄດ້ທີ່ນັບມື້ນັບຫຼາຍຂຶ້ນນັ້ນ ພວມອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນ ກໍຄືການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ. ໃນນັ້ນ, ການເຊື່ອມໂຍງເຊື່ອມຈອດດ້ວຍ QR Code ກໍແມ່ນໜຶ່ງໃນການປ່ຽນແປງທີ່ໂດດເດັ່ນທີ່ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຢູ່ໃນພາກພື້ນໃຫ້ເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ.
ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ກ້າວເຂົ້າສູ່ປີ 2026, ການຄ້າເອເລັກໂຕຣນິກສືບຕໍ່ໄດ້ຮັບການຄາດຄະເນວ່າຈະແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕທີ່ສຳຄັນຂອງເສດຖະກິດດີຈີຕອນ ຫວຽດນາມ, ພິເສດໃນສະພາບການຫັນເປັນດີຈີຕອນທີ່ພວມດຳເນີນໄປນັບມື້ນັບເລິກເຊິ່ງ, ກວ້າງຂ້ວາງ ແລະ ຕະຫຼາດສາກົນໄດ້ເປີດໂອກາດໃໝ່ຫຼາຍຢ່າງ.
ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ສາ​ກົນ​ 2026 ກຳ​ລັງ​ຈະ​ກ້າວ​ເຂົ້າມາ​ເຖິງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ອວຍ​ພອນ​ປີ​ໃໝ່ ແລະ ສົ່ງ​ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ​ເຖິງ​ບັນ​ດາ​ທ່ານ ໂດຍ​ຜ່ານ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ແລະອິນ​ເຕີ​ເນັດ.
ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ທັນວາ ຜ່ານມາວ່າ: ຂໍ້ມູນຈາກທະນາຄານ Barclays ຊີ້ໃຫ້ເຫັນວ່າ, ການໃຊ້ຈ່າຍຜ່ານບັດເດບິດ ແລະ ບັດເຄຣດິດຂອງຜູ້ຊື້ສິນຄ້າຊາວອັງກິດໃນປີ 2025 ຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ການລະບາດຂອງ ໂຄວິດ-19. ເຖິງຢ່າງໃດກໍຕາມ, ຊາວອັງກິດຍັງຄົງເຕັມໃຈທີ່ຈະໃຫ້ຄວາມສຸກຕົນເອງດ້ວຍການຊື້ສິນຄ້າຟຸ່ມເຟືອຍ ລວມທັງໃຊ້ຈ່າຍກັບການຫາປະສົບການໃໝ່ໆ.
ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດໃນປະຫວັດສາດຂອງໂລກ, ໂດຍອ້າງເຖິງການເຜົາໄໝ້ເຊື້ອໄຟຟອດຊິວຢ່າງບໍ່ຢຸດຢັ້ງເປັນສາເຫດຫຼັກຂອງໄພພິບັດທົ່ວໂລກ, ໄດ້ເອົາຊີວິດຄົນນັບບໍ່ຖ້ວນ ແລະ ກໍ່ໃຫ້ເກີດຄວາມເສຍຫາຍທີ່ບໍ່ສາມາດວັດແທກໄດ້.
ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ຄະ​ນະ​ກຳ​ມະ​ການ​ກົດ​ລະ​ບຽບ​ພາ​ສີ​ຂອງ​ລັດ​ຖະ​ບານ​ຈີນ​ ໄດ້​ເຜີຍ​ແຜ່ “ແຜນ​ການ​ປັບ​ປຸງ​ພາ​ສີ​ປີ 2026”, ແຜນ​ການ​ສະ​ບັບ​ນີ້​ຈະຈັດ​ຕັ້ງ​ປະ​ຕິ​ບັດ​ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026 ເປັນ​ຕົ້ນ​ໄປ.
ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ມາເລເຊຍໄດ້ຮັບເງິນລົງທຶນທັງໝົດ 54.13 ຕື້ຣິງກິດ (ປະມານ 13.33 ຕື້ໂດລາ) ໃນໄຕມາດທີສາມຂອງປີ 2025 ພາຍໃຕ້ໂຄງການສົ່ງເສີມເສດຖະກິດດີຈີຕອນ “Malaysia Digital” ຊຶ່ງຊ່ວຍສ້າງວຽກເຮັດງານທໍາທີ່ມີຄຸນນະພາບສູງຫຼາຍກວ່າ 21,815 ຕໍາແໜ່ງໃນ 402 ບໍລິສັດດີຈີຕອນ.
ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: Roscosmos ຊຶ່ງເປັນອົງການອາວະກາດຂອງຣັດເຊຍ ໄດ້ລາຍງານການຍິງຈະຫຼວດ Soyuz-2.1b ທີ່ບັນທຸກດາວທຽມ 52 ດວງເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນໃນຕອນບ່າຍວັນທີ 28 ທັນວາ ຜ່ານມາ.
ເພີ່ມເຕີມ