ກອງປະຊຸມຊີ້ອອກວ່າ: ການສ້າງຕັ້ງອົງການຕັດສິນນະໂຍບາຍ, ປຶກສາຫາລື ແລະ ປະສານງານຂອງສູນກາງພັກ ເປັນການຈັດວາງດ້ານລະບຽບການທີ່ສຳຄັນແຫ່ງການປັບປຸງການນຳພາທີ່ລວມສູນເປັນເອກະພາບກັນຕໍ່ວຽກງານສຳຄັນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານສຳຄັນຂອງສູນກາງພັກ. ການວາງກົດລະບຽບດັ່ງກ່າວ ໄດ້ເຮັດໃຫ້ການສ້າງຕັ້ງ, ການກຳນົດໜ້າທີ່ ແລະ ການປະຕິບັດງານຂອງອົງການຕັດສິນນະໂຍບາຍ, ປຶກສາຫາລື ແລະ ປະສານງານຂອງສູນກາງພັກໄດ້ມາດຕະຖານຍິ່ງຂຶ້ນ ຊຶ່ງມີຄວາມໝາຍສຳຄັນຕໍ່ການເສີມຂະຫຍາຍບົດບາດຕົວຈິງເຂົ້າໃນການວາງແຜນຂັ້ນສູນກາງ, ການປະສານງານເປັນເອກະພາບກັນ, ການຊຸກຍູ້ແບບກວມລວມ ແລະ ການຕິດຕາມການປະຕິບັດວຽກງານສຳຄັນ.
ຄໍາເຫັນ