ກຳປູເຈຍ ແນະນຳຢາສັກປ້ອງກັນ HIV ທີ່ມີປະສິດທິພາບຊະນິດໃໝ່

ກຳປູເຈຍ ແນະນຳຢາສັກປ້ອງກັນ HIV ທີ່ມີປະສິດທິພາບຊະນິດໃໝ່

ກຳປູເຈຍ ແນະນຳຢາສັກປ້ອງກັນ HIV ທີ່ມີປະສິດທິພາບຊະນິດໃໝ່
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ກຳ​ປູ​ເຈຍ​ ແນະນຳ​ຢາ CAB-PrEP, ຢາປ້ອງກັນການຕິດໄວຣັດ HIV ແບບ​ສັກທີ່ມີປະສິດທິພາບຊະນິດໃໝ່ ສຳລັບກຸ່ມ​ທີ່​ມີ​ຄວາມ​ສ່ຽງ​ສູງຕໍ່ການຕິດເຊື້ອໄວຣັດທີ່ເຮັດໃຫ້ເກີດໂຣກເອດສ (AIDS).

 

ທ່ານ ຍຸກ ຊຳບາດ ຮອງລັດຖະມົນຕີກະຊວງສາທາລະນະສຸກຂອງກຳປູເຈຍ ກ່າວວ່າ: ຢາດັ່ງກ່າວເປັນຢາສັກທຸກ 2 ເດືອນ ແລະ ມີປະສິດທິພາບປ້ອງກັນການຕິດເຊື້ອໄວຣັດ HIV ເຖິງ 95% ຖືເປັນທາງເລືອກການປ້ອງກັນຕົນເອງແບບໃໝ່ ແລະ ມີປະສິດທິພາບຫຼາຍຂຶ້ນສຳລັບກຸ່ມທີ່ມີຄວາມສ່ຽງສູງ, ນອກຈາກຢາ PrEP ແບບກິນ ທີ່ຈຳໜ່າຍໃນກຳປູເຈຍຕັ້ງແຕ່ປີ 2019 ເປັນຕົ້ນມາ.

ທ່ານ ຊຳບັດ ກ່າວວ່າ: ກຳປູເຈຍເປັນປະເທດທຳອິດໃນພາກພື້ນທີ່ໄດ້ນຳໃຊ້ຢາ cabotegravir ແບບສັກທີ່ມີປະສິດທິພາບມາໃຊ້ໃນການປ້ອງກັນການຕິດເຊື້ອ HIV ກ່ອນສຳຜັດເຊື້ອ (PrEP). ໂດຍໃນເບື້ອງຕົ້ນ, CAB-PrEP ຈະມີບໍລິການຢູ່ຄລີນິກແຫ່ງຊາດ ສຳລັບຕ້ານເອດ, ໂຣກຜິວໜັງ ແລະ ພະຍາດຕິດຕໍ່ທາງເພດສຳພັນ, ສູນສຸຂະພາບຕວນກຸກ ແລະ ສະມາຄົມໂຊກສາ ທີ່ນະຄອນຫຼວງພະນົມເປັນ.

ທັງນີ້, ກຳປູເຈຍ ໄດ້ວາງເປົ້າໝາຍການປິ່ນປົວ HIV ແບບ 95-95-95% ພາຍໃນປີ 2025 ຊຶ່ງ95% ທຳອິດແມ່ນອັດຕາຜູ້ຕິດເຊື້ອ HIV ທີ່ຮູ້ສະຖານະເຊື້ອຂອງຕົນ, 95% ທີສອງ ແມ່ນອັດຕາຂອງຜູ້ທີ່ຮູ້ວ່າຕົນຕິດເຊື້ອ HIV, ເຂົ້າມາປິ່ນປົວ ແລະ ຮັບຢາຕ້ານໄວຣັດ ແລະ 95% ທີສາມ ແມ່ນອັດຕາຂອງຜູ້ທີ່ໄດ້ຮັບການປິ່ນປົວ ແລະ ສາມາດຢັບຢັ້ງເຊື້ອໄວຣັດໄດ້.

ບົດລາຍງານລະບຸວ່າ: ກຳປູເຈຍມີຜູ້ຕິດເຊື້ອ HIV ຫຼື AIDS ປະມານ 76,000 ຄົນ, ໃນນັ້ນ 69,413 ຄົນ ໄດ້ຮັບຢາຕ້ານເຊື້ອໄວຣັດ, ໃນຂະນະທີ່ມີປະມານ 7,000 ຄົນ ຍັງບໍ່ຮູ້ວ່າຕົນເອງຕິດເຊື້ອ HIV ແລະ ຍັງບໍ່ໄດ້ຮັບຢາຕ້ານເຊື້ອໄວຣັດ.

ຄໍາເຫັນ

ຂ່າວຕ່າງປະເທດ

ງານວາງສະແດງສິນຄ້າຈີນ - ອາຊີໃຕ້ ຄັ້ງທີ 10 ມີຜູ້ເຂົ້າຮ່ວມຫຼາຍກວ່າ 60 ປະເທດ

ງານວາງສະແດງສິນຄ້າຈີນ - ອາຊີໃຕ້ ຄັ້ງທີ 10 ມີຜູ້ເຂົ້າຮ່ວມຫຼາຍກວ່າ 60 ປະເທດ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 11 ມິຖຸນາ ຜ່ານມາ, ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10 ໄດ້ເປີດຂຶ້ນຢູ່ ນະຄອນຄຸນມິງ ແຂວງຢຸນນານຈີນ. ງານ​ຄັ້ງ​ນີ້ໄດ້ດຶງດູດຜູ້ເຂົ້າຮ່ວມຈາກຫຼາຍກວ່າ 60 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນ, ​ທັງຂະໜາດການຈັດງານ ແລະ ລະດັບສາກົນ ລ້ວນ​ແຕ່ໄດ້ສ້າງສະຖິຕິສູງສຸດໃໝ່, ກວມເອົາທຸກປະເທດໃນອາຊີໃຕ້, ມີວິສາຫະກິດຈາກ​ປະ​ເທດໃນອາຊີໃຕ້ປະມານ 560 ແຫ່ງເຂົ້າຮ່ວມວາງສະແດງ, ພ້ອມທັງຮວມເອົາວິສາຫະກິດຊັ້ນນຳເກືອບ 100 ແຫ່ງ ທັງພາຍໃນ ແລະ ຕ່າງປະເທດ ແລະ ຜູ້ຊື້ຫຼາຍກວ່າ 1,500 ຄົນ.
ອົສຕຣາລີ ພັດທະນາ AI ກວດຫາມ້ານ້ຳ ແລະ ຫູປາສະຫຼາມ ລັກລອບຂົນສົ່ງຜ່ານສະໜາມບິນ

ອົສຕຣາລີ ພັດທະນາ AI ກວດຫາມ້ານ້ຳ ແລະ ຫູປາສະຫຼາມ ລັກລອບຂົນສົ່ງຜ່ານສະໜາມບິນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ການຄົ້ນຄວ້າທີ່ຕີພິມໃນວາລະສານ Frontiers in Ocean Sustainability ເປີດເຜີຍວ່າ, ນັກຄົ້ນຄວ້າອົສຕຣາລີໄດ້ພັດທະນາລະບົບປັນຍາປະດິດ (AI) ທີ່ສາມາດກວດຫາຜະລິດຕະພັນສັດທາງທະເລທີ່ຖືກລັກລອບຂົນສົ່ງເຊັ່ນ: ຄີປາສະຫຼາມ ຫຼື ຫູປາສະຫຼາມ, ມ້ານ້ຳແຫ້ງ ແລະ ປີງທະເລ, ຈາກການສະແກນກະເປົາເດີນທາງໃນສະໜາມບິນ. ໂດຍການໃຊ້ເຄື່ອງສະແກນເອັກຊະເຣຄອມພິວເຕີແບບ 3 ມິຕິ (3D) ທີ່ມີໃຊ້ແລ້ວໃນສະໜາມບິນລວມກັບເຄືອຂ່າຍປະສາດທຽມ, ເພື່ອລະບຸສິ່ງຂອງທີ່ເຊື່ອງໄວ້ໃນກະເປົາເດີນທາງດ້ວຍອັດຕາຄວາມຖືກຕ້ອງເຖິງ 92%.
ຫວຽດນາມ ສະແດງໃຫ້ເຫັນບົດບາດເຊື່ອມຕໍ່ຜ່ານເວທີປາໄສອະນາຄົດອາຊຽນ

ຫວຽດນາມ ສະແດງໃຫ້ເຫັນບົດບາດເຊື່ອມຕໍ່ຜ່ານເວທີປາໄສອະນາຄົດອາຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 11 ມິຖຸນາ ຜ່ານມາວ່າ: ເວທີປາໄສອະນາຄົດ ອາຊຽນ ດ້ວຍຫົວຂໍ້ “ພ້ອມກັນສ້າງອະນາຄົດລວມ: ສັນຕິພາບ, ວັດທະນາຖາວອນ, ຖືປະຊາຊົນເປັນໃຈກາງ” ໄດ້ປິດລົງພາຍຫຼັງດຳເນີນເປັນເວລາ 2 ວັນຢູ່ ນະຄອນຫຼວງຮ່າໂນ້ຍ (ແຕ່ວັນທີ 9 – 10 ມິຖຸນາ) ດ້ວຍ​​ຜົນ​ສຳ​ເລັດ. ຫວຽດ​ນາມ ສືບ​ຕໍ່ເສີມ​ຂະ​ຫຍາຍບົດ​ບາດ​ເປັນ​ຂົ​ວ​ຕໍ່​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນ​ດາ​ຝ່າຍ.
ກອງປະຊຸມເວທີປຶກສາຫາລືການປະດິດສ້າງສື່ມວນຊົນທົ່ວໂລກຄັ້ງທີ 5

ກອງປະຊຸມເວທີປຶກສາຫາລືການປະດິດສ້າງສື່ມວນຊົນທົ່ວໂລກຄັ້ງທີ 5

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 10 ມິຖຸນາ ຜ່ານມາ,ກອງປະຊຸມເວທີປຶກສາຫາລືການປະດິດສ້າງສື່ມວນຊົນທົ່ວໂລກຄັ້ງທີ 5 ໄດ້ຈັດຂຶ້ນຢູ່ນະຄອນຈຸ່ງກິ່ງ ຂອງຈີນ.
ສາຍການບິນ ອາເມຣິກາ ຈ່າຍຄ່ານໍ້າມັນເຊື້ອໄຟ ເພີ່ມ 78%

ສາຍການບິນ ອາເມຣິກາ ຈ່າຍຄ່ານໍ້າມັນເຊື້ອໄຟ ເພີ່ມ 78%

ຂ່າວຕ່າງປະເທດລາຍງານໃນວັນທີ 9 ມິຖຸນາ ຜ່ານມາວ່າ: ບົດລາຍງານຫຼ້າສຸດຈາກສຳນັກງານສະຖິຕິການຂົນສົ່ງຂອງສະຫະລັດ ອາເມຣິກາ ເປີດເຜີຍວ່າ, ສາຍການບິນຂອງສະຫະລັດ ອາເມຣິກາ ຈ່າຍຄ່ານໍ້າມັນເຊື້ອໄຟເກືອບ 6.5 ຕື້ໂດລາ ໃນເດືອນເມສາ ຜ່ານມາ, ເພີ່ມຂຶ້ນຫຼາຍກວ່າ 26% ຕໍ່ເດືອນ ແລະ 78% ຕໍ່ປີ. ໃນຂະນະທີ່ຂໍ້ຂັດແຍ່ງໃນຕາເວັນອອກກາງຍືດເຍື້ອມາເປັນເວລາຫຼາຍກວ່າ 100 ມື້ແລ້ວ, ໂດຍລາຄານໍ້າມັນເຊື້ອໄຟຂອງເຮືອບິນໃນເດືອນເມສາຜ່ານມາຢູ່ທີ່ 4.11 ໂດລາຕໍ່ກາລອນ, ເພີ່ມຂຶ້ນ 94 ເຊັນ ຈາກເດືອນມີນາ ແລະ ສູງກວ່າ 1.81 ໂດລາຈາກປີ 2025.
ຄົ້ນພົບຄື້ນສຶນາມິຂະໜາດໃຫຍ່ພັດເຂົ້າເກາະຊາວາ ແລະ ເກາະບາຫຼີ ເມື່ອ 400 ປີກ່ອນ

ຄົ້ນພົບຄື້ນສຶນາມິຂະໜາດໃຫຍ່ພັດເຂົ້າເກາະຊາວາ ແລະ ເກາະບາຫຼີ ເມື່ອ 400 ປີກ່ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ມິຖຸນາ ຜ່ານມາວ່າ: ຫ້ອງການຄົ້ນຄວ້າ ແລະ ນະວັດຕະກຳແຫ່ງຊາດອິນໂດເນເຊຍ ໄດ້ເປີດເຜີຍຜົນການຄົ້ນຄວ້າກ່ຽວກັບດິນຊາຍທີ່ເກີດຈາກຄື້ນສຶນາມິ, ຟອດຊິວຂອງຈຸລິນຊີໃນທະເລ, ໂຄງສ້າງທາງບູຮານຄະດີ ແລະ ຫຼັກຖານສິ່ງແວດລ້ອມບູຮານຕາມຊາຍຝັ່ງທະເລພາກໃຕ້ຂອງເກາະຊາວາ ແລະ ບາຫຼີ ໄດ້ພົບເຫັນຕົວຊີ້ບອກທີ່ຊັດເຈນກ່ຽວກັບຄື້ນສຶນາມິຂະໜາດໃຫຍ່ທີ່ເກີດຂຶ້ນປະມານ 400 ປີກ່ອນ.
ກຳປູເຈຍ ສົ່ງເສີມປະຊາຊົນໃຊ້ລົດໄຟຟ້າ

ກຳປູເຈຍ ສົ່ງເສີມປະຊາຊົນໃຊ້ລົດໄຟຟ້າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ອຽງ ສຸພະເລັດ ລັດຖະມົນຕີກະຊວງສິ່ງແວດລ້ອມຂອງກຳປູເຈຍ ໄດ້ເຂົ້າຮ່ວມພິທີເຊັນບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງກະຊວງສິ່ງແວດລ້ອມ ແລະ ບໍລິສັດ One Road ເພື່ອສົ່ງເສີມການນຳໃຊ້ລົດໄຟຟ້າ (EV) ໃນກຳປູເຈຍ, ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນປ່ຽນໄປໃຊ້ລົດໄຟຟ້າເພື່ອຫຼຸດຜ່ອນການປ່ອຍອາຍພິດ, ປັບປຸງຄຸນນະພາບອາກາດ ແລະ ຫຼຸດຜ່ອນການເພິ່ງພາອາໄສເຊື້ອໄຟຟອດຊິວ. ທ່ານເນັ້ນໜັກວ່າ, ລົດໄຟຟ້າບໍ່ພຽງແຕ່ເປັນນະວັດຕະກຳທາງເທັກໂນໂລຊີເທົ່ານັ້ນ ແຕ່ຍັງເປັນການແກ້ໄຂບັນຫາສິ່ງແວດລ້ອມອີກດ້ວຍ.
ເວ​ທີ​ປາ​ໄສ AFF 2026 ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ເວ​ທີ​ປາ​ໄສ AFF 2026 ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 2 ວັນ (ວັນ​ທີ 9 – 10 ມິ​ຖຸ​ນາ ນີ້), ດ້ວຍຫຼາຍ​ວາ​ລະ​ປຶກ​ສາ​ຫາ​ລື​ລົງ​ເລິກ ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ໃໝ່, ໃນ​ວັນ​ທີ 10 ມິ​ຖຸ​ນາ ຜ່ານມາ, ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (AFF 2026) ໄດ້​ປິດ​ລົງ​ຢູ່ນະຄອນຫຼວງຮ່າ​ໂນ້ຍ.
ໂປໂລຍ ກຽມຫ້າມເດັກນ້ອຍຊັ້ນປະຖົມໃຊ້ໂທລະສັບມືຖືໃນໂຮງຮຽນ

ໂປໂລຍ ກຽມຫ້າມເດັກນ້ອຍຊັ້ນປະຖົມໃຊ້ໂທລະສັບມືຖືໃນໂຮງຮຽນ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ລັດຖະບານໂປໂດຍ ໄດ້ປະກາດວ່າຈະຈຳກັດການໃຊ້ໂທລະສັບມືຖືໃນໂຮງຮຽນປະຖົມທົ່ວປະເທດເລີ່ມແຕ່ວັນທີ 1 ກັນຍາ 2026 ເປັນຕົ້ນໄປ ເພື່ອປົກປ້ອງເຍົາວະຊົນຈາກການເສບຕິດດີຈີຕອນ ແລະ ເນື້ອຫາທີ່ເປັນອັນຕະລາຍ.
ຈີນ ສຳ​ເລັດ​ການ​ເກັບ​ກ່ຽວ​ເຂົ້າ​​ຫວີດ ​ເກືອບ 60%

ຈີນ ສຳ​ເລັດ​ການ​ເກັບ​ກ່ຽວ​ເຂົ້າ​​ຫວີດ ​ເກືອບ 60%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ກະ​ຊວງ​ກະ​ສິ​ກຳ ​ແລະ ​ຊົນ​ນະ​ບົດ​ຈີນ ໄດ້​ເປີດ​ເຜີຍ​ໂຕ​ເລກຂໍ້​ມູນ​ການ​ເກັບ​ກ່ຽວ​ເຂົ້າ​ຫວີດດ້ວຍ​ເຄື່ອງ​ຈັກ ວ່າ: ປັດ​ຈຸ​ບັນ, ທົ່ວ​ປະ​ເທດ​ຈີນ​ໄດ້​ເກັບ​ກ່ຽວ​ເຂົ້າ​​ຫວີດ ສໍາເລັດ 13.3 ລ້ານ​ເຮັກ​ຕາ, ເທົ່າກັບ​​ເກືອບ 60% ຂອງ​ເຂົ້າຫວີດ​ທົ່ວ​ປະ​ເທດ. ຂະ​ນະ​ດຽວ​ກັນ, ຢູ່​ບ່ອນ​ທີ່​ໄດ້​ສຳ​ເລັດ​ການ​ເກັບ​ກ່ຽວ​ເຂົ້າ​ຫວີດ​ນັ້ນ ກຳ​ລັງສືບ​ຕໍ່ຫວ່ານ​ກ້າ​ໃນ​ລະ​ດູ​ຮ້ອນ.
ເພີ່ມເຕີມ