ພາກໃຕ້ຂອງປະເທດແອັດສະປາຍ ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດຈາກຄື້ນຄວາມຮ້ອນ, ໂດຍມີການບັນທຶກອຸນຫະພູມໃນໄລຍະ 40 ອົງສາ ໃນເມືອງເຊບີຍາ ແລະ ເຂດອ້ອມຂ້າງ.
ຫ້ອງການອຸຕຸນິຍົມແຫ່ງຊາດຂອງແອັດສະປາຍ ລາຍງານໃນວັນທີ 28 ມິຖຸນາ ຜ່ານມາວ່າ: ເມືອງເອລກຣານາໂດ ໄດ້ສ້າງສະຖິຕິໃໝ່ອຸນຫະພູມສູງສຸດ 46 ອົງສາ ໃນເດືອນມິຖຸນາຜ່ານມາ ແລະ ລະບຸວ່າ: ເດືອນມິຖຸນາ ມີທ່າອ່ຽງຈະກາຍເປັນເດືອນມິຖຸນາທີ່ຮ້ອນທີ່ສຸດແບບບໍ່ເຄີຍມີມາກ່ອນ.
ປະເທດຕ່າງໆໃນເອີຣົບ ລວມມີ: ປອກຕຸຍການ, ອີຕາລີ ແລະ ກຣົວຊີ ໄດ້ອອກຄໍາເຕືອນຄື້ນຄວາມຮ້ອນລະດັບສີແດງໃນບາງພື້ນທີ່, ໃນຂະນະທີ່ການເຕືອນໄພສີເຫຼືອງໄດ້ຖືກປະກາດໃນຫຼາຍພື້ນທີ່ຂອງແອັດສະປາຍ, ຝຣັ່ງ, ໂອຕຣິດ, ແບນຊິກ, ບົດສະນີ ແລະ ເຮີເຊໂກວີນາ, ຮົງກາລີ, ແຊັກບີ, ສະໂລເວນີ ແລະ ສະວິດ.
ໃນປະເທດເຢຍລະມັນ, ອົງການອຸຕຸນິຍົມວິທະຍາຄາດຄະເນວ່າ: ອຸນຫະພູມອາດຈະສູງເຖິງ 38 ອົງສາ ໃນວັນທີ 1 ແລະ ວັນທີ 2 ກໍລະກົດ 2025 ຊຶ່ງອາດຈະທໍາລາຍສະຖິຕິທີ່ຜ່ານມາ.
ໃນປະເທດອັງກິດ, ສວນສາທາລະນະໃນນະຄອນຫຼວງລອນດອນ ຫຍ້າເລີ່ມແຫ້ງປ່ຽນເປັນສີນໍ້າຕານ, ປະຊາຊົນຕ້ອງທົນກັບຄວາມຮ້ອນຂອງແສງຕາເວັນ ໃນຂະນະທີ່ອຸນຫະພູມສູງເກີນ 30 ອົງສາ ຊຶ່ງສູງກວ່າຄ່າສະເລ່ຍປົກກະຕິປະມານ 10 ອົງສາ. ໂຕເລກອຸນຫະພູມທີ່ສະແດງຢູ່ໜ້າຮ້ານຂາຍຢາແຫ່ງໜຶ່ງໃນນະຄອນຫຼວງລອນດອນ ສູງເຖິງ 33%, ໃນຂະນະທີ່ຢູ່ຕາມຖະໜົນຫົນທາງ ຜູ້ຄົນພາກັນຖືຕຸກນ້ຳ ແລະ ໃຊ້ພັດລົມເພື່ອຜ່ອນຄາຍຄວາມຮ້ອນ.
ຄໍາເຫັນ