ເມື່ອບໍ່ດົນມານີ້, ທ່ານ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະ ຫານແຂວງຫຼວງນໍ້າທາ ພ້ອມດ້ວຍທີມງານໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງຫ້ອງການກອງຮ້ອຍທະຫານຊາຍແດນ 135 ກຸ່ມບ້ານຜາງົວ ເມືອງລອງ ປັດຈຸບັນມີຄວາມຄືບໜ້າ 90%, ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາເພັດ ຈັນທະວົງ ເຈົ້າເມືອງໆລອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການກໍ່ສ້າງຫ້ອງການດັ່ງກ່າວໄດ້ເລີ່ມມາແຕ່ເດືອນມັງກອນປີ 2023 ເປັນຕົ້ນມາ ໂດຍໄດ້ຮັບການຊ່ວຍເຫຼືອຈາກກອງບັນຊາການຕໍາຫຼວດລາດຕະເວນ ສປ ຈີນ, ອາຄານປະກອບມີ: ເຮືອນນອນ, ຫ້ອງນ້ຳ, ສະໂມສອນ, ປະຕູໂຂງ, ຮົ້ວອ້ອມ ລວມມູນຄ່າການກໍ່ສ້າງທັງໝົດ 8 ລ້ານຢວນ.
ໂອກາດນີ້, ທ່ານ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ແລະ ທ່ານ ຄໍາເພັດ ຈັນທະວົງ ໄດ້ຮຽກຮ້ອງມາຍັງອ້າຍນ້ອງກອງຮ້ອຍທະຫານຊາຍແດນ 135 ໃຫ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ຊ່ວຍກັນປົກປັກຮັກສາອາຄານສະຖານທີ່ໃຫ້ມີຄວາມສະອາດ, ສືບຕໍ່ເຄື່ອນໄຫວເວນຍາມ, ຈັດແບ່ງຄວາມຮັບຜິດ ຊອບໃນການກວດຄົນເຂົ້າ-ອອກເມືອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ຊ່ວຍກັນພັດທະນາກອງຮ້ອຍຂອງຕົນໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ.
ຂ່າວ: ຈັນສຸກ ຜົນປະເສີດ
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
ບໍລິສັດ ໄບຣຊອຍສ ຈໍາກັດຜູ້ດຽວ ໄດ້ນໍາເຄື່ອງຊ່ວຍເຫຼືອປະເພດເກີບແພຈໍານວນ 100 ກວ່າຄູ່ ມາມອບໃຫ້ໜັງສືພິມປະຊາຊົນ ເພື່ອນໍາໄປມອບຕໍ່ໃຫ້ນັກຮຽນຢູ່ເຂດຫ່າງໄກສອກຫຼີກ ໃນວັນທີ 1 ກໍລະກົດນີ້ ທີ່ສໍານັກງານໜັງສືພິມປະຊາຊົນ ກ່າວມອບໂດຍທ່ານນາງ ລັດຕະນະໄຊ ແສນກີດຈະນຸລັກ ຜູ້ອໍານວຍການບໍລິສັດ ໄບຣຊອຍສ ຈໍາກັດຜູ້ດຽວ (BRIGHT CHOICE) ພ້ອມດ້ວຍຄອບຄົວ ໂດຍການກ່າວຮັບຂອງທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ.
ຄໍາເຫັນ