ທ່ານ ພັນໂທ ວັນທາ ສີອຸດົມພັນ ຫົວໜ້າພະແນກປະກັນສັງຄົມຫ້ອງການເມືອງ ກອງບັນຊາການ ປກສແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດຈ່າຍເງິນນະໂຍບາຍ-ເງິນອຸດໜູນ ປະກອບມີ ອຸດໜູນປະສູດລູກ ຈໍານວນ 26 ຄົນ ມູນຄ່າ 62 ລ້ານກວ່າກີບ, ອຸດໜູນພະນັກງານປະຈໍາການເສຍຊີວິດ 4 ຄົນ ມູນຄ່າ 551 ລ້ານກວ່າກີບ, ອອກສ້າງເສດຖະກິດຄອບຄົວ 2 ຄົນ ມູນຄ່າ 110 ລ້ານກວ່າກີບ, ອຸດໜູນລູກຂອງຄອບຄົວຜູ້ເສຍຊີວິດເປັນລາຍເດືອນ 20% ຈໍານວນ 28 ຄົນ ມູນຄ່າ 125 ລ້ານກວ່າກີບ, ອຸດໜູນໝ້າຍ 30% ມີ 4 ຄົນ ມູນຄ່າ 21 ລ້ານກວ່າກີບ, ອຸດໜູນເສຍອົງຄະປະຈໍາການ 10 ຄົນ ມູນຄ່າ 41 ລ້ານກວ່າກີບ, ອຸດໜູນພະນັກງານບໍານານເສຍຊີວິດ 1 ຄົນ ມູນຄ່າ 193 ລ້ານກວ່າກີບ, ອຸດໜູນຜູ້ດູແລ 1 ຄົນ ມູນຄ່າ 7 ລ້ານກວ່າກີບ, ອຸດໜູນເມຍພະນັກ ງານເສຍຊີວິດ 2 ຄົນ ມູນຄ່າ 49 ລ້ານກວ່າກີບ ລວມເງິນອູນໜູນທີ່ມອບທັງໝົດ 1 ຕື້ 163 ລ້ານກວ່າກີບ.
ໃນພິທີໄດ້ມອບເງິນໃຫ້ຄອບຄົວຜູ້ທີ່ໄດ້ຮັບເງິນອູນໝູນ. ຕອນທ້າຍທ່ານ ພັນໂທ ຕຸ້ຍ ສິດທິຜົນ ໄດ້ມີຄໍາເຫັນໂອ້ລົມຕໍ່ຜູ້ທີ່ໄດ້ຮັບເງິນອຸນໜູນນະໂຍບາຍຕື່ມອີກ. ຂ່າວ-ພາບ: ຮອ ນາງ ມະໄລວັນ ລັດສະໝີ
ຄໍາເຫັນ