ທ່ານ ເພັດ ພົມພິພັກ ເຄື່ອນໄຫວຕິດຕາມ ເບິ່ງຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ ແຂວງອຸດົມໄຊ

ທ່ານ ເພັດ ພົມພິພັກ ເຄື່ອນໄຫວຕິດຕາມ ເບິ່ງຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ ແຂວງອຸດົມໄຊ

ທ່ານ ເພັດ ພົມພິພັກ ເຄື່ອນໄຫວຕິດຕາມ ເບິ່ງຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ ແຂວງອຸດົມໄຊ
ໃນລະຫວ່າງວັນທີ 16-17 ກັນຍາ 2026,ທ່ານ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ຜູ້ຊີ້ນຳແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ພ້ອມທັງ ຕິດຕາມ, ກວດກາ ເບິ່ງຜົນກະທົບໄພພິບັດນໍ້າຖ້ວມ ຢູ່ ແຂວງອຸດົມໄຊ ທ່ານພ້ອມຄະນະນຳ ຂັ້ນສູນກາງ ແລະ ຂັ້ນແຂວງ ໄດ້ລົງພື້ນທີ່ ບ້ານນາງີ້ວ, ບ້ານບໍ່, ບ້ານແຟນ ແລະ ບ້ານຫົວນໍ້າບາກ ຕາແສງພູໄຊ, ເມືອງໄຊ ທີ່ໄດ້ຮັບຜົນກະທົບນໍ້າໄຫຼຊຸແຮງ ໃນທ້າຍເດືອນ ສິງຫາ 2026 ຜ່ານມາ.
ທານ ເພດ ພມພພກ ເຄອນໄຫວຕດຕາມ ເບງຜນກະທບຈາກໄພພບດນາຖວມ ຢ ແຂວງອດມໄຊ - image 1
 

ໂອກາດດຽວກັນ ທ່ານ ເພັດ ພົມພິພັກ ກໍ່ໄດ້ເຂົ້າຮ່ວມຮັບຟັງການລາຍງານສະພາບໄພພິບັດ ຈາກ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ທີ່ ຫ້ອງປະຊຸມຫ້ອງວ່າການແຂວງ ເຊິ່ງໄດ້ຍົກໃຫ້ເຫັນ ໃນຊ່ວງໄລຍະລະດູຝົນ ປີ 2026 ທີ່ຜ່ານມາ, ເນື່ອງຈາກອິດທິພົນຂອງຮ່ອງຄວາມກົດດັນອາກາດຕໍ່າ ສົມທົບກັບ ລົມມໍລະສຸມຕາເວັນຕົກ ຈິ່ງເຮັດໃຫ້ເກີດມີຝົນຕົກໜັກຢູ່ໃນຫຼາຍແຂວງຂອງພາກເໜືອລາວ, ໂດຍສະເພາະ ແຂວງອຸດົມໄຊ ກໍ່ເປັນແຂວງໜຶ່ງ ທີ່ໄດ້ຮັບຜົນກະທົບຈາກອິດທິພົນດັ່ງກ່າວ ເກີດມີໄພພິບັດນໍ້າຖ້ວມໜັກ ແລະ ດິນເຈື່ອນ ຈຳນວນ 3 ຄັ້ງ ຄື: ຄັ້ງທີ 1: ວັນທີ 7-8; ຄັ້ງທີ 2: ວັນທີ 19 ແລະ ຄັ້ງທີ 3: ວັນທີ 29-30 ສິງຫາ 2026 ຊຶ່ງໄດ້ສ້າງຄວາມເສຍຫາຍ ຕໍ່ຊີວິດ, ຊັບສິນ, ທີ່ຢູ່ອາໄສ, ໂຄງລ່າງພື້ນຖານ ເສັ້ນທາງຄົມມະນາຄົມ, ຕາຂ່າຍໄຟຟ້າ, ລະບົບນໍ້າປະປາ, ລະບົບໂທລະຄົມມະນາຄົມ ແລະ ການສື່ສານ, ພື້ນທີ່ການຜະລິດກະສິກຳ, ໂຮງຮຽນ, ໂຮງໝໍ ເປັນຈໍານວນຫຼວງຫຼາຍ. ໃນນີ້, ເມືອງທີ່ໄດ້ຮັບຜົນກະທົບໜັກ ມີ 5 ເມືອງ ຄື: ເມືອງໄຊ, ເມືອງຫຼາ, ເມືອງນາໝໍ້, ເມືອງແບງ ແລະ ເມືອງງາ; ມີ 73 ບ້ານ, ປະຊາກອນ 5,441 ຄົນ ໄດ້ຮັບຜົນກະທົບ; ສິ່ງທີ່ເສົ້າສະຫຼົດໃຈ ແມ່ນເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ, ສູນຫາຍ 1 ຄົນ ແລະ ບາດເຈັບ 10 ຄົນ ລວມຄວາມເສຍຫາຍໃນເບື້ອງຕົ້ນເປັນມູນຄ່າ ປະມານ 237 ກວ່າຕື້ກີບ.

ທານ ເພດ ພມພພກ ເຄອນໄຫວຕດຕາມ ເບງຜນກະທບຈາກໄພພບດນາຖວມ ຢ ແຂວງອດມໄຊ - image 2
 

ຕໍ່ກັບສະພາບວິກິດການດັ່ງກ່າວ ຄະນະພັກ-ຄະນະນໍາ ແລະ ຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນຂອງແຂວງ ໄດ້ສຸມທຸກກໍາລັງເຂົ້າຮັບມື, ຕອບໂຕ້-ແກ້ໄຂສຸກເສີນ, ເລັ່ງຊອກຄົ້ນຫາຜູ້ສູນຫາຍ, ໃຫ້ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ແກ່ ປະຊາຊົນຜູ້ໄດ້ຮັບຜົນກະທົບ ແລະ ແກ້ໄຂສ້ອມແປງສຸກເສີນ ບັນດາໂຄງລ່າງພື້ນຖານທີ່ຈໍາເປັນ. ປັດຈຸບັນ ສະພາບໂດຍລວມເລີ່ມກັບເຂົ້າສູ່ປົກກະຕິ.ດ້ວຍຄວາມເປັນຫ່ວງເປັນໄຍ, ຈາກການນຳຂັ້ນສູງ ໄດ້ລົງມາຢ້ຽມຢາມ, ກວດກາ ສະພາບຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ ແຂວງອຸດົມໄຊ.

ທ່ານ ເພັດ ພົມພິພັກ ໄດ້ໂອ້ລົມໃຫ້ທິດຊີ້ນຳ ຄະນະພັກ, ຄະນະນຳແຂວງອຸດົມໄຊ ລົງເລິກເກັບກຳຂໍ້ມູນຕົວຈິງໃຫ້ລະຽດ ເພື່ອສືບຕໍ່ວາງແຜນແກ້ໄຂໃນສະເພາະໜ້າ ແລະ ຍາວນານ, ສືບຕໍ່ແກ້ໄຂພື້ນຖານໂຄງລ່າງ ຖະໜົນຫົນທາງ, ຊົນລະປະທານ, ເຝົ້າລະວັງຢ່າງໃກ້ຊິດ ເພື່ອກະກຽມຮັບມື ພະຍາດລະບາດອາດຈະເກີດຂຶ້ນ. ໃນໂອກາດນີ້ ຍັງໄດ້ມອບເງິນຈຳນວນ 700 ລ້ານກີບ ເພື່ອຊ່ວຍຟື້ນຟູ ຜູ້ປະສົບໄພ ຢູ່ ແຂວງອຸດົມໄຊ ຕື່ມອີກ.ຂ່າວ:‎ສຸວັນທອງປັນຍາຂັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ເພີ່ມເຕີມ