ທ່ານ ກິແກ້ວ ໄຂຄຳພິທູນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງຄົງເຊໂດນ

ທ່ານ ກິແກ້ວ ໄຂຄຳພິທູນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງຄົງເຊໂດນ

ທ່ານ ກິແກ້ວ ໄຂຄຳພິທູນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງຄົງເຊໂດນ
ໃນວັນທີ 17 ກັນຍາ 2026, ທ່ານ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ), ປະທານສະພາທິດສະດີສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມ, ຊຸກຍູ້ວຽກງານ ແລະ ເຮັດວຽກຢູ່ເມືອງຄົງເຊໂດນ ແຂວງສາລະວັນ. ຕ້ອນຮັບ ທ່ານ ປະທານ ສນຊ ແລະ ຄະນະໃນຄັ້ງນີ້ ມີ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ທ່ານ ທອງດີ ຈັນທະວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນເມືອງ, ຕາແສງ, ບ້ານ ແລະ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມຢ່າງພ້ອມ ພຽງ ຢູ່ທີ່ຫ້ອງວ່າການປົກຄອງເມືອງຄົງເຊໂດນ.
ທານ ກແກວ ໄຂຄຳພທນ ມອບເຄອງຊວຍເຫອຜປະສບໄພພບດນາຖວມ ຢເມອງຄງເຊໂດນ - image 1
 

ໃນໂອກາດດັ່ງກ່າວ, ທ່ານ ວິໄລ ສີລາດວງໃຈ ເລຂາພັກເມືອງຄົງເຊໂດນ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບຜົນກະທົບ ແລະ ຄວາມເສຍຫາຍຈາກໄພພິບັດນໍ້າຖ້ວມ ໃນຊ່ວງໄລຍະທ້າຍເດືອນສິງຫາ ຫາ ຕົ້ນເດືອນກັນຍາ 2026 ຜ່ານມາ ຊຶ່ງທົ່ວແຂວງສາລະວັນ ມີ 6 ເມືອງ ໄດ້ຮັບຜົນກະທົບ, 157 ບ້ານ, 6,349 ຄອບຄົວ, ເນື້ອທີ່ການຜະລິດເສຍຫາຍລວມ 1,441 ເຮັກຕາ (ໃນນີ້: ເນື້ອທີ່ນາ 1,323 ເຮັກຕາ ແລະ ພືດຕ່າງໆ 118 ເຮັກຕາ). ສຳລັບ ເມືອງຄົງເຊໂດນ ປະກອບມີ 83 ບ້ານ, ມີ 5 ຕາແສງ, ຊຶ່ງໄດ້ຮັບຜົນກະທົບ 54 ບ້ານ, ມີເນື້ອທີ່ຖືກຖ້ວມເສຍຫາຍທັງໝົດ 4,674 ເຮັກຕາ ແລະ ມີຈຳນວນ 4,150 ຄອບຄົວໄດ້ຮັບຜົນກະທົບ. ຜ່ານມາ, ຄະນະພັກ-ອົງການປົກຄອງເມືອງ ໄດ້ຊີ້ນຳກຳລັງ ປກຊ-ປກສ ພ້ອມດ້ວຍກຳລັງຊາວໜຸ່ມ ລົງສົມທົບກັນຊ່ວຍເຫຼືອຍົກຍ້າຍປະຊາຊົນ, ວັດຖຸສິ່ງຂອງ ແລະ ສັດລ້ຽງ ໄປສູ່ເຂດປອດໄພຢ່າງທ່ວງທັນ ພ້ອມທັງໄດ້ລະດົມຂົນຂວາຍເຄື່ອງອຸປະໂພກ-ບໍລິໂພກ, ນໍ້າດື່ມ ແລະ ຢາປົວພະຍາດ ນຳ ໄປແຈກຈ່າຍແກ້ໄຂບັນເທົາທຸກຂັ້ນຕົ້ນໃຫ້ແກ່ປະຊາຊົນ.

ທານ ກແກວ ໄຂຄຳພທນ ມອບເຄອງຊວຍເຫອຜປະສບໄພພບດນາຖວມ ຢເມອງຄງເຊໂດນ - image 2
 

ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຄວາມເປັນຫວງເປັນໃຍ ມາຍັງຄະນະພັກ, ອົງການປົກຄອງທຸກຂັ້ນ ຕະຫຼອດຮອດກຳລັງປະກອບອາວຸດ ທີ່ໄດ້ຍົກສູງຄວາມຮັບຜິດຊອບທາງການເມືອງ ເອົາໃຈໃສ່ຊີ້ນຳ-ນຳພາ ຊ່ວຍເຫຼືອປະຊາຊົນບັນດາເຜົ່າຜູ້ປະສົບໄພພິບັດຢ່າງຕັ້ງໜ້າ ແລະ ທັນເວລາ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະພັກແຕ່ລະຂັ້ນ ສືບຕໍ່ຍົກສູງບົດບາດວຽກງານແນວລາວສ້າງຊາດ ສູ່ຄຸນນະພາບໃໝ່ ໂດຍເນັ້ນໃຫ້ປະຕິບັດ: "ກວ້າງຂວາງກວ່າເກົ່າ, ໜັກແໜ້ນກວ່າເກົ່າ, ຫັນປ່ຽນຢ່າງເລິກເຊິ່ງກວ່າເກົ່າ ແລະ ບຸກທະລຸຢ່າງແຂງແຮງກວ່າເກົ່າ" ຜ່ານ 3 ເນື້ອໃນສຳຄັນ ຄື: ວຽກງານມະຫາສາມັກຄີປອງດອງ: ຕ້ອງເພີ່ມທະວີວຽກງານເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ ແລະ ຄວາມສາມັກຄີປອງດອງທາງດ້ານສາສະໜາ ໃຫ້ໜັກແໜ້ນເຂັ້ມແຂງ; ວຽກງານປຸກລະດົມຂົນຂວາຍ ເສີມຂະຫຍາຍບົດບາດເປັນຂົວຕໍ່ໃນການປຸກລະດົມຂົນຂວາຍປະຊາຊົນທຸກຊັ້ນຄົນ ໃຫ້ຕື່ນຕົວເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງພັກ-ລັດ; ວຽກງານຕິດຕາມກວດກາ ເອົາໃຈໃສ່ຍົກສູງບົດ ບາດການຕິດຕາມກວດກາ ຂອງແນວລາວສ້າງຊາດ ໃຫ້ສອດຄ່ອງຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດ ໝາຍ.

ໃນຕອນທ້າຍຂອງການພົບປະ, ດ້ວຍຄວາມຫ່ວງໃຍຕໍ່ຊີວິດການເປັນຢູ່ ແລະ ຄວາມສຸກທຸກ ຂອງປະຊາຊົນ, ທ່ານປະທານ ສນຊ ໄດ້ມອບເງິນສົດ ຈຳນວນ 100,000,000 ກີບ ໃຫ້ແກ່ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ເພື່ອນຳໄປສົມທົບເຂົ້າໃນວຽກງານ.ຂ່າວ+ພາບ: ພ.ພຽງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ເພີ່ມເຕີມ