ເສັ້ນທາງ 450 ປີ ໜຶ່ງໃນແລວເສດຖະກິດຂອງນະຄອນຫຼວງວຽງຈັນ

ເສັ້ນທາງ 450 ປີ ໜຶ່ງໃນແລວເສດຖະກິດຂອງນະຄອນຫຼວງວຽງຈັນ

ເສັ້ນທາງ 450 ປີ ໜຶ່ງໃນແລວເສດຖະກິດຂອງນະຄອນຫຼວງວຽງຈັນ
ໂຄງການກໍ່ສ້າງເສັ້ນທາງ 450 ປີ ເປັນການຈັດຕັ້ງຜັນຂະຫຍາຍມະຕິຕົກລົງຂອງກອງປະຊຸມໃຫຍ່ ຄັ້ງທີ VIII, IX ຂອງສູນກາງພັກ ກ່ຽວກັບການຫັນຊັບສິນເປັນທຶນ ແລະ ປະຕິບັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ອົງຄະນະພັກ ນະຄອນຫຼວງວຽງຈັນ ທີ່ໄດ້ກໍານົດເອົາ 13 ແຜນງານ 160 ໂຄງການ ແລະ 21 ໂຄງການຈຸດສຸມ ເພື່ອພັດທະນາຕົວເມືອງ ນະຄອນຫຼວງວຽງຈັນ. ໃນໄລຍະນັ້ນ, ແມ່ນແນໃສ່ຍົກລະດັບພື້ນຖານໂຄງລ່າງຂອງເມືອງຫຼວງ ເປັນເທສະບານ ໃຫ້ມີໃບໜ້າໃໝ່, ຮັບໃຊ້ງານມະຫາກໍາຊີເກມ ຄັ້ງທີ 25 ແລະ ງານສະເຫຼີມສະຫຼອງວຽງຈັນ ເປັນນະຄອນຫຼວງ ຄົບຮອບ 450 ປີ.
ເສນທາງ 450 ປ ໜງໃນແລວເສດຖະກດຂອງນະຄອນຫວງວຽງຈນ - image 1
 

ເປັນການແກ້ໄຂບັນຫາລົດແອອັດ, ຜ່ານເສັ້ນທາງ T4 ຫຼື ທາງກໍາແພງເມືອງ, ສະໜັບສະໜູນການພັດທະນາເຂດເສດຖະກິດກວມລວມໄຊເສດຖາ ທີ່ເປັນໂຄງການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສປ ຈີນ. ເປັນເສັ້ນທາງຂະຫຍາຍວົງແຫວນຮອບນອກຂອງຕົວເມືອງ ພັດທະນາໄປໃສ່ດິນໂຄກ ໃຫ້ເປັນທີ່ຢູ່ອາໃສ. ສິ່ງສໍາຄັນອີກອັນໜຶ່ງ, ແມ່ນເປັນການຈັດຕັ້ງປະຕິບັດແບບທົດລອງ ນະໂຍບາຍຫັນທີ່ດິນເປັນທຶນ ເປັນການເພີ່ມມູນຄ່າ ແລະ ລາຄາຂອງທີ່ດິນໃນເຂດດັ່ງກ່າວໃຫ້ສູງຂຶ້ນ, ດ້ວຍການເອົາທີ່ດິນໃນເຂດດັ່ງກ່າວ ສ້າງຄຸນຄ່າ ແລະ ກຸ້ມຕົວມັນເອງ.

ກ່ອນຈະຈັດຕັ້ງປະຕິບັດໂຄງການຫັນທີ່ດິນເປັນທຶນ (ກໍ່ສ້າງເສັ້ນທາງ 450 ປີ), ລັດຖະບານ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ອອກບັນດານິຕິກຳຢ່າງລະອຽດ ຈະແຈ້ງ ແລະ ຄົບຖ້ວນເຊັ່ນ: ຂໍ້ຕົກລົງຂອງນາຍົກລັດຖະມົນ ເລກທີ 66/ນຍ, ລົງວັນທີ 11 ມິຖຸນາ 2008 ອານຸມັດການກໍ່ສ້າງເສັ້ນທາງ 450 ປີ ແລະ ສະຫງວນທີ່ດິນສອງຂ້າງທາງ 450 ປີ ເບື້ອງລະ 50 ແມັດ, ຂາຍເປັນທຶນຊໍາລະຄ່າກໍ່ສ້າງ ແລະ ເງິນກູ້ຢືມຈາກທະນາຄານ ສປປ ລາວ.ແຈ້ງການ ຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ເລກທີ 126/ຈນວ, ລົງວັນທີ 24 ເມສາ 2008 ຊຶ່ງກຳນົດໄວ້ ຫ້າມບໍ່ໃຫ້ບຸກຄົນ, ນິຕິບຸກຄົນ ເຂົ້າໄປບຸກລຸກປຸກສ້າງໃສ່ດິນເຂດສະຫງວນເບື້ອງລະ 50 ແມັດ ຂອງເສັ້ນທາງ 450 ປີ ຢ່າງເດັດຂາດ. ແຈ້ງການ ຂອງລັດຖະບານ ເລກທີ 43/ຄລບ, ລົງວັນທີ 8 ມັງກອນ 2010, ລັດຖອນສິດນໍາໃຊ້ທີ່ດິນບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງໃດໜຶ່ງ ຕາມແລວຖະໜົນ 450 ປີ ກວ້າງ 150 ແມັດ, ຍາວ 20,3 ກິໂລແມັດ ມາເປັນຂອງລັດ. ຂໍ້ຕົກລົງ ຂອງທ່ານເຈົ້າຄອງ ນວ ເລກທີ 617/ຈນວ, ລົງວັນທີ 30 ພຶດສະພາ 2012 ໄດ້ກຳນົດໄວ້ວ່າ ໃຫ້ເຈົ້າຂອງສິດນຳໃຊ້ທີ່ດິນໃນເຂດສະຫງວນ ມາຮັບເອົາຄ່າຊົດ. ຂໍ້ຕົກລົງແຕ່ງຕັ້ງ ຄະນະກຳມະການຮັບຜິດຊອບໂຄງການ 11 ຄະນະ (ເລກທີ 132/ຈນວ, ເລກທີ 040/ຈນວ, ເລກທີ 071/ຈນວ, ເລກທີ 074/ຈນວ, ເລກທີ 0546/ຈນວ, ເລກທີ 0117/ຈນວ, ເລກທີ 0081/ຈນວ, ເລກທີ 0742/ຈນວ, ຄະນະ ເລກທີ 271/ຫສນຍ, ຄະນະກຳມະການ ເລກທີ 591/ຈນວ ແລະ ເລກທີ 483/ຈນວ).

ເສນທາງ 450 ປ ໜງໃນແລວເສດຖະກດຂອງນະຄອນຫວງວຽງຈນ - image 2
 

ຫຼັງຈາກນັ້ນ, ລັດຖະບານຈຶ່ງຕົກລົງໃຫ້ ກຸ່ມບໍລິສັດດວງຈະເລີນ ພັດທະນາກໍ່ສ້າງ ຈໍາກັດ ຜູ້ດຽວ ເປັນບໍລິສັດຂອງຄົນລາວ ມີສຳນັກງານຕັ້ງຢູ່ບ້ານໂພນທອງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ຈັດຕັ້ງປະບັດການກໍ່ສ້າງເສັ້ນທາງດ້ວຍຄວາມຮັບຜິດຊອບສູງ, ມີຄວາມຍາວ 23 ກິໂລແມັດ, ກວ້າງ 33 ແມັດ. ຈົນສາມາດກໍ່ສ້າງເສັ້ນທາງສຳເລັດ ຕາມສັນຍາການກໍ່ສ້າງ ພາຍໃນ 2 ປີ (2008 – 2010) ທັນຮັບໃຊ້ງານມະຫາກໍາກິລາຊີເກມ ຄັ້ງທີ 25 ແລະ ງານສະເຫຼີມສະຫຼອງ ເປັນນະຄອນຫຼວງ ຄົບຮອບ 450 ປີ.

ພາຍຫຼັງສ້າງສໍາເລັດ ໄດ້ເຮັດໃຫ້ເຂດໃກ້ຄຽງທີ່ເຊື່ອມຕໍ່ຖະໜົນ 450 ປີ ມີການພັດທະນາເພີ່ມຂຶ້ນຫຼາຍເປັນຕົ້ນແມ່ນ: ເຂດນິຄົມອຸດສາຫະກຳ ນວ, ເຂດພັດທະນາກວມລວມໄຊເສດຖາ, ຄິວລົດສາຍໃຕ້, ສໍານັກງານຂອງລັດ, ບັນດາບ້ານທີ່ຢູ່ອ້ອມຂ້າງ ມີປະຊາຊົນເຂົ້າມາອາໄສໜາແໜ້ນ ແລະ ທໍາການຜະລິດຫຼາຍຂຶ້ນ, ເປັນໝູ່ບ້ານໃຫຍ່, ມີຫ້າງຮ້ານຂາຍເຄື່ອງທີ່ໃຫຍ່ ແລະ ທັນສະໄໝຫຼາຍຂຶ້ນ. ປະຊາຊົນ ໄດ້ຊົມໃຊ້ທາງສະດວກຂຶ້ນ, ບັນດາລົດໜັກ, ລົດຂົນສົ່ງ, ລົດທີ່ເຂົ້າມາ ແລະ ຈະອອກໄປສູ່ທ່ານາແລ້ງ ໄດ້ໃຊ້ຖະໜົນສາຍນີ້ ເປັນຫຼັກ, ໄດ້ແກ້ໄຂບັນຫາລົດແອອັດ ພາຍໃນຕົວເມືອງນະຄອນຫຼວງວຽງຈັນ ເປັນຢ່າງດີ. ທີ່ດິນບໍລິເວນດັ່ງກ່າວ ໄດ້ຮັບການພັດທະນາ, ມີມູນຄ່າ ແລະ ລາຄາສູງຂຶ້ນຫຼາຍເທົ່າຕົວ.

ເສນທາງ 450 ປ ໜງໃນແລວເສດຖະກດຂອງນະຄອນຫວງວຽງຈນ - image 3
 

ໂຄງການກໍ່ສ້າງເສັ້ນທາງ 450 ປີ ສ້າງໂດຍກຸ່ມບໍລິສັດດວງຈະເລີນພັດທະນາກໍ່ສ້າງ ຈໍາກັດຜູ້ດຽວ ສາມາດເວົ້າໄດ້ວ່າ: ເປັນໂຄງການຕົວແບບໃນການຫັນທີ່ດິນເປັນທຶນ ໂດຍບໍ່ໄດ້ນໍາໃຊ້ງົບປະມານຂອງລັດ (ເອົາໂຄງການກຸ້ມໂຄງການ) ແລະ ເສີມຂະຫຍາຍໄປສູ່ການກໍ່ສ້າງເສັ້ນທາງອື່ນໆ. ເຮັດໃຫ້ປະຊາຊົນທີ່ມີດິນໃນເຂດດັ່ງກ່າວ ມີມູນຄ່າສູງຂຶ້ນ. ລັດຍັງໄດ້ພາສີອາກອນທີ່ດິນຈາກການໂອນສິດນຳໃຊ້ທີ່ດິນ ແລະ ໄດ້ພາສີອາກອນ ຈາກຜູ້ປະກອບການ ດໍາເນີນທຸລະກິດ ຢູ່ລຽບທາງ 450 ປີ ຄິດເປັນເງິນຫຼາຍລ້ານໂດລາ. ເປັນເສັ້ນທາງບໍ່ຜ່ານຕົວເມືອງ ຫຼຸດໄລຍະທາງໄດ້ 7 ກວ່າກິໂລແມັດ, ເຮັດໃຫ້ປະຢັດນໍ້າມັນ. ເຮັດໃຫ້ການສັນຈອນມີຄວາມສະດວກສະບາຍຍິ່ງຂຶ້ນ ແລະ ເປັນແລວເສດຖະກິດຂອງນະຄອນຫຼວງວຽງຈັນ ເຊື່ອມຕໍ່ພາກໃຕ້, ພາກເໜືອ, ເຊື່ອມຕໍ່ພາກພື້ນໃນອາຊຽນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ