ສາລະວັນ ຜັນຂະຫຍາຍຜົນກອງປະຊຸມວຽກງານກວດກາທົ່ວປະເທດ ຕິດພັນກັບວຽກງານກວດກາທົ່ວແຂວງ

ສາລະວັນ ຜັນຂະຫຍາຍຜົນກອງປະຊຸມວຽກງານກວດກາທົ່ວປະເທດ ຕິດພັນກັບວຽກງານກວດກາທົ່ວແຂວງ

ສາລະວັນ ຜັນຂະຫຍາຍຜົນກອງປະຊຸມວຽກງານກວດກາທົ່ວປະເທດ ຕິດພັນກັບວຽກງານກວດກາທົ່ວແຂວງ
ແຂວງສາລະວັນ ດຳເນີນກອງປະຊຸມຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ຕິດພັນກັບການສະຫຼຸບຕີລາຄາການເຄືີ່ອນໄຫວວຽກງານກວດກາທົ່ວແຂວງ ໄລຍະ 5 ປີ 2021-2026, ໃນວັນທີ 17 ກັນຍາຜ່ານມານີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຊົມຊື່ນ ໄຊເກີຢາຈົງຕົວ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີບັນດາສະຫາຍໃນຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ຄະນະກວດກາແຂວງ, ປະທານກວດກາເມືອງ ແລະ ປະທານຄະນະກວດກາພະແນກການ ອົງການອ້ອມຂ້າງແຂວງເຂົ້າຮ່ວມ.
ສາລະວນ ຜນຂະຫຍາຍຜນກອງປະຊມວຽກງານກວດກາທວປະເທດ ຕດພນກບວຽກງານກວດກາທວແຂວງ - image 1
 

 

ສະຫາຍ ດາວວົງ ພອນແກ້ວ ໄດ້ກ່າວວ່າ: ວຽກງານກວດກາເປັນວຽກໜຶ່ງທີ່ສໍາຄັນຂອງພັກ ເພື່ອສ້າງຄວາມບໍລິສຸດຜຸດຜ່ອງພາຍໃນພັກ, ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຮັດໃຫ້ການຄຸ້ມຄອງບໍລິຫານລັດ ມີຄວາມໂປ່ງໃສ ແລະ ມີປະສິດທິພາບ, ຮັບປະກັນການພັດທະນາປະເທດຊາດ, ກໍຄືແຂວງສາລະວັນ ໃຫ້ມີຄວາມຍືນຍົງ.ກອງປະຊຸມວຽກງານກວດກາທົ່ວແຂວງໃນຄັ້ງນີ້ ໄດ້ພ້ອມ ກັນຄົ້ນຄວ້າ, ປຶກສາຫາລືຮັບຮອງເອົາບັນຫາທີ່ສໍາຄັນ ແລະ ເຜີຍແຜ່-ເຊື່ອມຊຶມເອກະສານສໍາຄັນຈໍານວນໜຶ່ງ ເປັນຕົ້ນແມ່ນເຜີຍແຜ່ເຊື່ອມຊຶມຄໍາເຫັນໂອ້ລົມ ຂອງສະຫາຍ ເລຂາທິການໃຫຍ່ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V, ມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 67/ຄບສພ, ລົງວັນທີ 20 ສິງຫາ 2026 ວ່າດ້ວຍການເພີ່ມທະວີສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້, ການຟູມເຟືອຍ ໃນກົງຈັກການຈັດຕັ້ງ ພັກ-ລັດ ແລະ ສັງຄົມ, ບົດແນະນໍາ ຂອງຄະນະກວດກາສູນກາງພັກ ສະບັບເລກທີ 377/ຄກສພ, ລົງວັນທີ 18 ສິງຫາ 2026 ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XII ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ.

ໃນພິທີໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ແລະ ຜ່ານຮ່າງສະຫຼຸບແຜນພັດທະນາວຽກງານກວດກາ 2021-2025 ແລະ ວາງທິດທາງແຜນການ 2026-2030, ການຕິດຕາມກວດກາການປັບປຸງກົງຈັກການຈັດຕັ້ງພັກ-ລັດ ຢູ່ຂັ້ນເມືອງ ແລະ ຂັ້ນອົງຄະນະພັກຮາກຖານຂັ້ນຕາແສງ ທີ່ຂຶ້ນກັບຄວາມຮັບຜິດ ຊອບຂອງຄະນະບໍລິຫານງານພັກເມືອງສາລະວັນ, ບົດຮຽນການກວດກາ-ແກ້ໄຂການນໍາເຂົ້າພາຫະນະທີ່ບໍ່ຖືກຕ້ອງ, ການຕິດຕາມກວດກາພັກ ແລະ ການແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນການຈັດຕັ້ງພັກ, ຄະນະພັກ ແລະ ສະມາຊິກພັກທີ່ຂຶ້ນກັບຄວາມຮັບຜິດຊອບຂອງຄະນະພັກກອງບັນຊາການທະຫານແຂວງ, ການຕິດຕາມເຊື່ອມຊຶມຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ແຕ່ລະຂັ້ນໃນທົ່ວແຂວງ, ການຕິດຕາມກວດກາ ການຄຸ້ມຄອງປ່າສະ ຫງວນ, ປ່າປ້ອງກັນ, ປ່າຜະລິດ, ແລະ ການແກ້ ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ, ການຕິດຕາມກວດກາຄຸ້ມຄອງລາຍຮັບ-ລາຍຈ່າຍ ການຫັນເປັນທັນສະໄໝ ໃນການເກັບລາຍຮັບ ແລະ ການປະຕິບັດວິໄນແຜນການ-ການເງິນ, ການເຜີຍແຜ່ເຊື່ອມຊຶມ ແລະ ການຈັດຕັ້ງປະຕິບັດວຽກງານການຕ້ານ-ສະກັດກັ້ນການສໍ້ລາດບັງຫຼວງ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຂອງພະນັກງານລັດຖະກອນ, ກົນໄກການປະສານງານລະຫວ່າງອົງການກວດສອບປະຈໍາພາກໃຕ້ກັບອົງການກວດກາລັດແຂວງ, ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໃຊ້ໄດ້ເດັດຂາດກ່ຽວກັບຄະດີສໍ້ລາດບັງຫຼວງ ແລະ ວຽກງານອື່ນໆ.

(ຂ່າວ: ມະໄລພິນ ເພັດສົມພອນ; ພາບ: ສ.ພະຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ວັນທີ 2 ພະຈິກນີ້, ກອງພົນທີ 2 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນພະຈິກ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸ່ນເຕົ່າ ໄຊຍະຄຸນ ຫົວໜ້າຫ້ອງເສນາທິການ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ໃນໄລຍະ 5 ປີ (2021-2025) ແຂວງອັດຕະປື ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ຍົກສູງປະ ສິດທິພາບວຽກງານປົກຄອງ ແລະ ຂັບເຄື່ອນວຽກງານ 3 ສ້າງ ໂດຍສາມາດຫຼຸດຈຳນວນພະ ແນກການຂັ້ນແຂວງຈາກ 38 ເຫຼືອ 34 ພະແນກການ ແລະ ຫຼຸດໜ່ວຍງານຈາກ 432 ເຫຼືອ 345 ໜ່ວຍງານ ພ້ອມທັງສ້າງຕັ້ງສູນບໍລິການຜ່ານປະຕູດຽວ 3 ແຫ່ງ ເພື່ອເຮັດໃຫ້ການບໍລິການລັດມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສຂຶ້ນ.
ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

​ ສະພາບໄພ​ພິ​ບັດນ້ຳຖ້ວມໃນປີ 2026 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ ແລະ ການທຳມາຫາກິນຂອງປະຊາຊົນ ໃນຫຼາຍພື້ນທີ່, ໂດຍສະເພາະແມ່ນເນື້ອທີ່ທຳການຜະລິດກະສິກຳຂອງຊາວກະສິກອນທີ່ເສຍ​ຫາຍ​ຈາກ​ໄພນ້ຳຖ້ວມ.
ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ແຂວງ ສາ​ລະ​ວັນໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານທີ່ສຳຄັນ ກ່ຽວກັບວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ຄຸ້ມຄອງ ທົ່ວແຂວງສາລະວັນ, ໃນ​ວັນ​ທີ 30 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງສາລະວັນ,ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າຮ່ວມ.
ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ເຄື່ອນໄຫວເຮັດວຽກ ແລະ ໂອ້ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງ​ຄຳ​ມ່ວນໃນ​ວັນ​ທີ 2 ພະ​ຈິກ​ນີ້ໂດຍ​ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ, ພະນັກງານອາວຸດໂສບຳນານ, ພະນັກງານຫຼັກແຫຼ່ງ, ນັກທຸລະກິດ ພາຍໃນແຂວງຄຳມ່ວນເຂົ້າ​ຮ່ວມ​ຮັບ​ຟັງ.
ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ວັນທີ 30 ຕຸລາຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສຳ ເລັດມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ (ສນຊ) ທົ່ວປະເທດ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VIII. ໃຫ້ກຽດເຜີຍແຜ່ຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ທ່ານ ນາງ ບັນທະໄລ ແກ້ວມະນີວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະພັກ, ຄະນະນຳແຂວງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ວັນທີ 2 ພະຈິກນີ້, ຄະນະພັກ, ຄະນະນໍາມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີໃສ່ບາດເພື່ອອຸທິດບຸນກຸສົນໄປຫາຜູ້ທີ່ມີຜົນງານດີເດັ່ນຕໍ່ການສຶກສາ ແລະ ເຈົ້າຖິ່ນເຈົ້າຖານຜູ້ມີຄຸນງາມຄວາມດີຕໍ່ ມຊ ຕໍ່ປະເທດຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ (ມຊ) ຄົບຮອບ 30 ປີ (1996-2026) ພ້ອມນັ້ນ, ຍັງໄດ້ປັ້ນຮູບຫຼໍ່ຂອງປະທານ ໄກສອນພົມວິຫານ ປະດິດສະຖານໄວ້ຢູ່ ມຊ ເພື່ອເປັນສິລິມຸງຄຸນ, ຄວາມຮົ່ມເຢັນເປັນສຸກໃຫ້ ມຊ ກໍຄືພະນັກງານ, ຄູສອນ ແລະ ນັກສຶກສາທົ່ວ ມຊ ທັງເປັນການສືບສານຮີດຄອງປະເພນີອັນດີງາມຂອງຊາດ. ດັ່ງນັ້ນ, ມຊ ຈຶ່ງໄດ້ຈັດພິທີມະຫາມຸງຄຸນ 30 ປີ ຂຶ້ນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາແຂກຖືກເຊີນກ່ຽວຂ້ອງ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ເພີ່ມເຕີມ