ຄົ້ນຄວ້າຮ່າງຄໍາສັ່ງ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ

ຄົ້ນຄວ້າຮ່າງຄໍາສັ່ງ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ

ຄົ້ນຄວ້າຮ່າງຄໍາສັ່ງ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ
ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມຄະນະຮັບຜິດຊອບຄົ້ນຄວ້າຮ່າງຄໍາສັ່ງ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຂຶ້ນໃນວັນທີ 2 ກັນຍານີ້, ເປັນປະທານໂດຍສະຫາຍ ພົຕ ກອງສະຫວັດ ບຸນລ້ຽງ ກຳມະການສຳຮອງສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ມີບັນດາຄະນະຮັບຜິດຊອບຊີ້ນໍາລວມ, ອະນຸກໍາມະການ ກອງເລຂາເນື້ອໃນການຄົ້ນຄວ້າປັບປຸງຄໍາສັ່ງ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມເຂົ້າຮ່ວມ.
ຄນຄວາຮາງຄາສງ ວາດວຍການເພມທະວວຽກງານສະກດກນ ແລະ ແກໄຂປະກດການຫຍທໃນສງຄມ - image 1
 

ໃນພິທີ, ສະຫາຍ ພັອ ວິໄລຄໍາ ສີຊານົນ ຫົວໜ້າກົມນິຕິກຳ ແລະ ກົດໝາຍ ໄດ້ຜ່ານບົດລາຍງານຮ່າງຄໍາສັ່ງ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເພື່ອຮັບປະ ກັນໃຫ້ວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ທີ່ມີລັກສະນະພົ້ນເດັ່ນ, ເປັນອັນຕະລາຍ ແລະ ມີທ່າອ່ຽງຈະເພີ່ມຂຶ້ນໃນສັງຄົມ ໃຫ້ເປັນຄວາມຮັບຜິດຊອບຂອງທົ່ວອົງການຈັດຕັ້ງພັກ-ລັດ ແລະ ສັງຄົມ ໃນການຈັດຕັ້ງປະຕິບັດຢ່າງເລັ່ງດ່ວນ, ທັນກັບສະພາບການ, ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຮັບ ປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ປະ ກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດໃນແຕ່ລະໄລຍະ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ.

ຄນຄວາຮາງຄາສງ ວາດວຍການເພມທະວວຽກງານສະກດກນ ແລະ ແກໄຂປະກດການຫຍທໃນສງຄມ - image 2
 

ໂອກາດນີ້, ສະຫາຍ ພົຕ ກອງສະຫວັດ ບຸນລ້ຽງ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງຄໍາສັ່ງ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເພື່ອເຮັດໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ, ຄົບຖ້ວນ, ຮັດກຸມ ພາຍຫຼັງຖືກຮັບຮອງຈະເປັນບ່ອນອີງໃຫ້ເຈົ້າໜ້າທີ່ ໃນການຈັດຕັ້ງປະຕິບັດການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໄດ້ຢ່າງມີປະສິດ ທິພາບ ແລະ ປະສິດທິຜົນ. ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ໃນການຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນຢ່າງຫຼາກຫຼາຍ ແລະ ກົງໄປກົງມາ ທີ່ຕິດພັນກັບສະພາບປະກົດການຫຍໍ້ທໍ້ທີ່ພົ້ນເດັ່ນເກີດຂຶ້ນໃນສັງຄົມປັດຈຸບັນ ທີ່ນອນຢູ່ໃນຄວາມຮັບຜິດຊອບຂອງກົມກອງວິຊາສະເພາະຂອງຕົນ ໃນການຊອກໃຫ້ເຫັນຊ່ອງຫວ່າງ ແລະ ວິທີການແກ້ໄຂຕ່າງໆ ເພື່ອຈະເປັນຂໍ້ມູນທີ່ສໍາຄັນໃຫ້ການປັບປຸງຮ່າງຄໍາສັ່ງສະບັບນີ້ ມີເນື້ອໃນທີ່ອຸດົມສົມບູນຂຶ້ນກວ່າເກົ່າ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.

ຂ່າວ: ປກສ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊັນສັນຍາການຮ່ວມມືພັດທະນາເຕັກນິກສະຫຼາຍໜິ້ວນອກຮ່າງກາຍ

ເຊັນສັນຍາການຮ່ວມມືພັດທະນາເຕັກນິກສະຫຼາຍໜິ້ວນອກຮ່າງກາຍ

ພິທີເຊັນສັນຍາການຮ່ວມມືພັດທະນາເຕັກນິກສະຫຼາຍໜິ້ວນອກຮ່າງກາຍ ລະຫວ່າງ ໂຮງໝໍສູນກາງ 103 ກອງທັບ ແລະ ບໍລິສັດ ຕ້າຮົ້ວ ການຄ້າສາກົນ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 1 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການການກອງທັບ, ມີ ສະຫາຍ ພົນຈັດຕະວາ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບ, ທ່ານ ສິດປະສົງ ລູ່ພາໄຊ ປະທານ ບໍລິສັດ ຕ້າຮົ້ວ ການຄ້າສາກົນ ຈໍາກັດຜູ້ດຽວ, ມີຄະນະພັກ-ຄະນະອໍານວຍການ ແລະ ວິຊາການ ທັງສອງຝ່າຍເຂົ້າຮ່ວມ.
ກອງບັນຊາການທະຫານແຂວງຫຼວງພະບາງ ມອບເຮືອ ແລະ ອຸປະກອນ  ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ

ກອງບັນຊາການທະຫານແຂວງຫຼວງພະບາງ ມອບເຮືອ ແລະ ອຸປະກອນ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ

ວັນທີ 1 ກັນຍາ 2026 ນີ້, ຢູ່ທີ່ສູນບັນຊາການ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດພິທີ ມອບ-ຮັບ ເຮືອ ແລະ ອຸປະກອນ ລະຫວ່າງ ກອງບັນຊາການທະຫານແຂວງຫຼວງພະບາງ ກັບ ກອງບັນຊາການທະຫານແຂວງອຸດົມໄຊ ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸນທຳ ໄຊຍະຫຼວງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງອຸດົມໄຊ, ມີສະຫາຍ ພັນໂທ ທອງສຸກ ທຳມະວົງ ຫົວໜ້າພະແນກສູ້ຮົບ ກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະຮັບຜິດຊອບ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
EDL-T “ແສງແຫ່ງຈໍາປາ”ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນແຂວງ  ຄຳມ່ວນ

EDL-T “ແສງແຫ່ງຈໍາປາ”ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນແຂວງ ຄຳມ່ວນ

ວັນທີ 27 ສິງຫາຜ່ານມານີ້ ທີ່ຫ້ອງໂຖງຫ້ອງວ່າການແຂວງ, ບໍລິສັດ EDL-T ໄດ້ນຳສິ່ງຂອງອຸປະໂພກ-ບໍລິໂພກແລະເຂົ້າສານລວມມູນຄ່າ 150 ລ້ານກີບມາຊ່ວຍເຫຼືອຜູ້ປະສົບໄພຂອງແຂວງຄຳມ່ວນ,ເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ບັນດາເມືອງຂອງແຂວງຄຳມ່ວນ,ພາຍໃຕ້ໂຄງການ“ແສງແຫ່ງຈໍາປາ”ຂອງEDL-T .
ງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2026 ຈະຈັດຂຶ້ນໃນຕົ້ນເດືອນຕຸລານີ້

ງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2026 ຈະຈັດຂຶ້ນໃນຕົ້ນເດືອນຕຸລານີ້

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດງານພິທີຖະແຫຼງຂ່າວ ງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2026 ຂຶ້ນໃນວັນທີ 1 ກັນຍານີ້ ທີ່ ສຄອຊ, ໂດຍການເປັນປະທານ ຂອງທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີ ທ່ານ ວິທູນ ສິດທິມໍລະດາ ຮອງຫົວໜ້າກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ພູທອງ ພົນວີໄຊ ຮອງປະທານ ສຄອ ແຂວງຫົວພັນ. ມີພາກສ່ວນໃຫ້ການອຸປະຖຳ, ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.
ກຸ່ມບໍລິສັດ ລາວໂທລະຄົມ ຮ່ວມມື ກັບ Bundesliga ຈັດລີກບານເຕະອັນດັບ 1 ປະເທດເຢຍລະມັນ ພ້ອມຍົກລະດັບຄວາມບັນເທີງລະດັບໂລກ ແລະ ແນະນຳໂຕ "LTC Play" ຮູບແບບໃໝ່

ກຸ່ມບໍລິສັດ ລາວໂທລະຄົມ ຮ່ວມມື ກັບ Bundesliga ຈັດລີກບານເຕະອັນດັບ 1 ປະເທດເຢຍລະມັນ ພ້ອມຍົກລະດັບຄວາມບັນເທີງລະດັບໂລກ ແລະ ແນະນຳໂຕ "LTC Play" ຮູບແບບໃໝ່

ວັນທີ 1 ກັນຍາ 2026 ນີ້ ທີ່ KOKKOK Mega ປະຕູໄຊ, ກຸ່ມບໍລິສັດ Lao Telecom (Lao Telecom, TPlus, MmoneyX) ເຊັນສັນຍາການຮ່ວມມື ກັບ Bundesliga ລີກບານເຕະ ປະເທດເຢຍລະມັນ (ພ້ອມຍົກລະດັບຄວາມບັນເທີງລະດັບໂລກ ແລະ ແນະນຳໂຕ "LTC Play" ຮູບແບບໃໝ່) ໃຫ້ກຽດເປັນປະທານໂດຍທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ທ່ານ ວິເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ Mr. Werner Grohé ເລຂານຸການເອກ (First Secretary) ປະຈຳສະຖານທູດເຢຍລະມັນ ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ທ່ານ ມະໂນ ນຸວັນນະສັກ ຫົວໜ້າຝ່າຍກົນລະຍຸດ ຂອງໂຄງການ Bundesliga ປະຈຳ Asia Pacific, ພ້ອມດ້ວຍ ຫົວໜ້າກົມກິລາ ລະດັບສູງ, ຫົວໜ້າກົມສື່ມວນຊົນ ແລະ ຄະນະຜູ້ບໍລິຫານ-ພະນັກງານ ບໍລິສັດໃນເຄືອ, ຄູ່ຮ່ວມທຸລະກິດ, ບັນດາສື່ມວນຊົນ ແລະ ບັນດາກອງເຊຍບານເຕະ ກໍໄດ້ໃຫ້ກຽດເຂົ້າຮ່ວມ.
ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທີ 5

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທີ 5

ໃນວັນທີ 31 ສິງຫາຜ່ານມາ, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທີ 5, ມີສະຫາຍ ພົນຈັດຕະວາ ບຸນສົມ ອິນທະລາ ຫົວໜ້າການທະຫານກອງພົນທີ 5, ສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ຫົວໜ້າການເມືອງກອງພົນທີ 5, ມີຄະນະພັກ-ຄະນະບັນຊາ ອົງການ, ຫ້ອງ, ກອງພັນໃຫຍ່, ສູນຝຶກ, ກອງພັນ, ໂຮງໝໍ ແລະ ກອງຮ້ອຍເອກະລາດ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ຫົວໜ້າຫ້ອງການກົມຈຳນວນໜຶ່ງຂອງ ສນຊ

ມອບ-ຮັບໜ້າທີ່ຫົວໜ້າຫ້ອງການກົມຈຳນວນໜຶ່ງຂອງ ສນຊ

ໃນວັນທີ 28 ສິງຫາຜ່ານມາ ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງການກົມຈຳນວນໜຶ່ງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ ສນຊ, ຫົວໜ້າ-ຮອງຫົວໜ້າຫ້ອງການກົມ, ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສນຊ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ສ​ພ​ຂ ຄໍາມມ່ວນ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຢູ່ເມືອງຫີນບູນ

ສ​ພ​ຂ ຄໍາມມ່ວນ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຢູ່ເມືອງຫີນບູນ

ກອງປະຊຸມຕິດຕາມກວດກາ ແລະ ຊຸກຍູ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການແກ້ໄຂຄໍາຮ້ອງທຸກຂອງປະຊາຊົນ ຈັດ​ຂຶ້ນ​ໃນ​ວັນ​ທີ 31 ສິງ​ຫາ​ຜ່ານ​ມາທີ່ ເມືອງ​ຫີນ​ບູນແຂ​ວງ​ຄຳ​ມ່ວນໂດຍການເປັນປະທານຮ່ວມຂອງ ທ່ານ ນິລະພົນ ສຸວັນນະລາດ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ, ທ່ານ ຄໍາສິງ ອໍລະວັນ ເລຂາຄະນະບໍລິຫານງານພັກເມືອງຫົວໜ້າສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫີນບູນ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສສຊ ເຂດເລືອກຕັ້ງທີ 16 ແຂວງເຊກອງ ພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງລະມາມ

ສສຊ ເຂດເລືອກຕັ້ງທີ 16 ແຂວງເຊກອງ ພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງລະມາມ

ທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ພ້ອມຄະນະ ໄດ້ລົງພົບປະ ແລະ ແລກປ່ຽນຄວາມຄິດເຫັນກັບຜູ້ມີສິດເລືອກຕັ້ງ ຢູ່ເມືອງລະມາມ ແຂວງເຊກອງໃນ​ວັນ​ທີ 31 ສິງ​ຫາ​ຜ່ານ​ມາ ໂດຍມີທ່ານ ດາວວີ ສວຍທະລັງສີ ເລຂາພັກເມືອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈໍາເຂດເລືອກຕັ້ງເມືອງລະມາມ, ມີການນໍາແຂວງ-ເມືອງ, ພະແນກ, ຫ້ອງການ, ຕາແສງ, ບ້ານ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມ.
ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ຄົບ​ວົງ​ຈອນຢູ່​ບ້ານ​ໂພນ​ໄຊເມືອງ​ເຟືອງ

ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ຄົບ​ວົງ​ຈອນຢູ່​ບ້ານ​ໂພນ​ໄຊເມືອງ​ເຟືອງ

ແຂວງວຽງ​ຈັນ​ໄດ້​ອະ​ນຸ​ມັດ​ໃຫ້ ບໍ​ລິ​ສັດ ​ຍອດ​ເພຍ​ຈັນ ​ການ​ລົງ​ທຶນແລະສົ່ງ​ເສີມ​ການ​ຄ້າການ​ຮ່ວມ​ທຶນຈຳ​ກັດສຶກ​ສາ​-ສຳຫຼວດຄວາມ​ເປັນ​ໄປ​ໄດ້ ໂຄງ​ການ​ສຳ​ປະ​ທານ​ດິນ​ລັດເພື່ອ​ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ຄົບ​ວົງ​ຈອນ ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວຢູ່​ບ້ານ​ໂພນ​ໄຊເມືອງ​ເຟືອງແຂວງວຽງ​ຈັນ, ໃນ​ເນື້ອ​ທີ່ 125 ເຮັກ​ຕາ.
ເພີ່ມເຕີມ