![]() |
ທ່ານ ບົວລີ ເພັດມີໄຊ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ໄດ້ລາຍງານຜົນການຄົ້ນຄວ້າ, ກວດກາຂອງນັກໂທດປະຫານຊີວິດ ປະຈໍາປີ 2026 ຕາມຫ້ອງວ່າການສໍານັກງານປະທານປະເທດ ສັງລວມ ແລະ ນໍາສົ່ງມາຍັງກອງເລຂາ ຄະນະກໍາມະການອະໄພຍະໂທດລະດັບຊາດ ແລະ ຕາມຂໍ້ຕົກລົງແບ່ງຄວາມຮັບຜິດຊອບຂອງກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດ ສະບັບເລກທີ 52/ກລຂ, ລົງວັນທີ 2 ກໍລະກົດ 2026. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ມີການປະກອບຄໍາເຫັນເຈາະຈີ້ມກ່ຽວກັບຜົນການຄົ້ນຄວ້າ, ກວດກາ ຂອງແຕ່ລະທ່ານທີ່ຮັບຜິດຊອບຄົ້ນຄວ້າຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ບົນພື້ນຖານຕາມລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ແລະ ກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ສະບັບປັບປຸງປີ 2017 ເພື່ອເຮັດໃຫ້ການຄົ້ນຄວ້າຄໍາຮ້ອງຂໍອະໄພຍະໂທດຂອງນັກໂທດປະຫານຊີວິດ ປະຈໍາປີ 2026 ມີຄວາມຍຸຕິທໍາ, ໂປ່ງໃສ ແລະ ທັນກໍານົດເວລາ.
ໂອກາດນີ້, ທ່ານ ບຸນທັນ ບຸນທະວິໄລ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບກອງເລຂາ ຄະນະກໍາມະການອະໄພຍະໂທດລະດັບຊາດ ຮີບຮ້ອນປັບປຸງຕາມການຕົກລົງຂອງກອງປະຊຸມ ໂດຍເນັ້ນໜັກໃຫ້ຜູ້ຮັບຜິດຊອບກວດກາຄືນກ່ຽວກັບບັນດາຂໍ້ມູນຕ່າງໆ ຂອງນັກໂທດແຕ່ລະຄົນໃຫ້ຖືກຕ້ອງຄົບຖ້ວນ ຮັບປະກັນບໍ່ໃຫ້ມີການຜິດພາດ ແລະ ຫຼີກລ່ຽງການປັບປຸງເອກະສານ ຫຼົບໄປຫຼົບມາຫຼາຍຄັ້ງເພື່ອນໍາສະເໜີຕໍ່ກອງປະຊຸມ ຄະນະກໍາມະການອະໄພຍະໂທດລະດັບຊາດ ພິຈາລະນາຕາມຂັ້ນຕອນທີ່ກໍານົດໄວ້ໃນລັດຖະບັນບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ຮັບປະກັນໃຫ້ທັນກໍານົດເວລາ ໃນການສະເໜີຫາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອສະເໜີຕໍ່ທ່ານປະທານປະເທດແຫ່ງ ສປປ ລາວ ອອກລັດຖະດໍາລັດອະໄພຍະໂທດໃຫ້ນັກໂທດ ໃນວັນຊາດທີ 2 ທັນວາ 2026.
ຂ່າວ: ສຸກ ອອປສ

ຄໍາເຫັນ