ເມືອງຕະໂອ້ຍແຂວງສາລະວັນໄດ້ຈັດພິທີປະກາດຕາແສງປະໂສມ ເປັນຕາແສງສຸດທ້າຍ ໃນຈຳນວນ 5 ຕາແສງຂອງເມືອງຕະໂອ້ຍໃນວັນທີ 27 ສິງຫາຜ່ານມາ, ໂດຍ ມີທ່ານ ທອງດີ ຈັນທະວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ທ່ານ ຄຳສະໄຫວ ວິລະກອນກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການສືບຕໍ່ສັນຍາບໍລິການຊຳລະຄ່ານ້ຳປະປາ ຜ່ານລະບົບ Bill payment ຂອງທະນາຄານ ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາເຊກອງ ກັບ ລັດວິສາຫະກິດນ້ຳປະປາ ແຂວງ ເພື່ອອຳນວຍຄວາມສະດວກ, ຮັບປະກັນຄວາມວ່ອງໄວ ທັງປະຢັດເວລາ ແລະ ສາມາດກວດສອບໄດ້ ໂດຍການຊໍາລະ ແມ່ນຜ່ານແອັບພີເຄຊັນ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.
ກອງປະຊຸມຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຂອງເມືອງມຸນລະປາໂມກແຂວງຈຳປາສັກຈັດຂຶ້ນໃນວັນທີ 26 ສິງຫາຜ່ານມາທີ່ ເມືອງດັ່ງກ່າວ, ໂດຍການໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງແຂວງຈໍາປາສັກ, ມີສະຫາຍ ສົມສັກ ເສົາວະລັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງມຸນລະປາໂມກ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫ້ອງການວັດທະນະທຳແລະການທ່ອງທຽ່ວເມືອງໂຂງແຂວງຈຳປາສັກເຄື່ອນໄຫວເກັບກຳຂໍ້ມູນລຳສີພັນດອນ ເພື່ອສະເໜິເປັນມໍລະດົກແຫ່ງຊາດດ້ານວັດທະນະທຳຂັ້ນທ້ອງຖິ່ນ.
ກອງປະຊຸມແລກປ່ຽນບົດຮຽນວຽກງານແມ່ຍິງ ລະຫວ່າງ ສະຫະພັນແມ່ຍິງແຂວງເຊກອງ ແລະ ສະຫະພັນແມ່ຍິງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ມີຂຶ້ນໃນວັນທີ 27 ສິງຫາຜ່ານມາທີ່ແຂວງເຊກອງ ໂດຍມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງປະທານສະຫະພັນແມ່ຍິງແຂວງເຊກອງ ພ້ອມຄະນະ, ມີທ່ານ ນາງ ນຸ້ຍ ສັງວິບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ.
ເມືອງທຸລະຄົມ ໄດ້ເປີດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ, ຂັ້ນບ້ານ, ໃນວັນທີ 26 ສິງຫານີ້, ທີ່ສະໂມສອນຫ້ອງວ່າການເມືອງທຸລະຄົມ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄຳເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ພອນວິໄຊ ສີສະໝຸດ ເລຂາໜ່ວຍພັກ ຮັກສາການຫົວໜ້າພະແນກຍຸຕິທຳ ແຂວງວຽງຈັນ ແລະ ທ່ານ ໂນລາ ຈັນທະວົງ ຫົວໜ້າຫ້ອງການຍຸຕິທໍາເມືອງ, ມີບັນດາກຳມະການພັກເມືອງ, ຫົວໜ້າ, ປະທານຄະນະກຳມະການປົກຄອງຕາແສງ, ຮອງຫົວໜ້າຫ້ອງການ, ພຣະສົງ, ອົງການ, ກົມກອງອ້ອມຂ້າງເມືອງ, ຄະນະຮັບຜິດຊອບ ການຮຽນ-ການສອນ ຂັ້ນແຂວງ, ຂັ້ນເມືອງ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ໃນວັນທີ 27 ສິງຫານີ້ ທີ່ໂຮງແຮມ Holiday Inn ນະຄອນຫຼວງວຽງຈັນ, ຄະນະຊີ້ນໍາລະດັບຊາດເພື່ອກະກຽມເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM),ໄດ້ຈັດກອງປະຊຸມຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຊຶ່ງມີບັນດາສະມາຊິກຄະນະຊີ້ນຳລະດັບຊາດ ເເລະ ອະນຸກຳມະການຕ່າງໆ ເຂົ້າຫຼາຍກວ່າ150ທ່ານ.ຈຸດປະສົງຂອງກອງປະຊຸມແມ່ນເພື່ອສືບຕໍ່ຕິດຕາມ, ກວດກາ ແລະ ຕີລາຄາຄືນຄວາມພ້ອມຂັ້ນສຸດທ້າຍຂອງທັງ 12ອະນຸກໍາມະການ ເພື່ອຮັບປະກັນໃຫ້ການເປັນເຈົ້າພາບກອງປະຊຸມສາກົນດັ່ງກ່າວ ຊຶ່ງຈະຈັດຂຶ້ນໃນລະ ຫວ່າງວັນທີ 13-18 ກັນຍາ 2026 ນີ້ ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ.
ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ
ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຕອບຄໍາຖາມສໍາພາດ ຂອງສື່ມວນຊົນ ໃນວັນທີ 27 ສິງຫານີ້, ທີ່ນະຄອນຫຼວງວຽງຈັນ. ດ້ວຍຄໍາຖາມດັ່ງລຸ່ມນີ້ ຄື:
ບໍລິສັດຢາງພາລາຫວຽດ-ລາວ ໄດ້ມອບທຶນສະໜັບສະໜູນການສຶກສາ ແລະ ສາທາລະນະສຸກ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ, ເພື່ອປະກອບສ່ວນເປັນລາງວັນໃຫ້ແກ່ນັກຮຽນທີ່ມີຜົນການຮຽນດີເດັ່ນ ໃນລະດັບຊັ້ນ ປ5, ມ4 ແລະ ມ7 ແລະມອບເງິນປັບປຸງພື້ນຖານໂຄງລ່າງໂຮງໝໍເມືອງ.
ທ່ານ ສົມສັກ ເສົາວະລັດ ເລຂາພັກເມືອງ ພ້ອມດ້ວຍ ທ່ານ ສົມຈັນ ສີຈັນແດງ ຮອງເລຂາພັກເມືອງຄະນະກຳມະການຕ້ານໄພພິບັດຂັ້ນເມືອງໄດ້ສືບຕໍ່ລົງຕິດຕາມ, ກວດກາສະພາບຄວາມເສຍຫາຍ, ເກັບກຳຂໍ້ມູນຕົວຈິງ ພ້ອມທັງມອບເຄື່ອງ ຊ່ວຍເຫຼືອເບື້ອງຕົ້ນ ໃຫ້ແກ່ຄອບຄົວທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ຕາແສງນາດີເມືອງມຸນລະປາໂມກແຂວງຈຳປາສັກເມື່ອບໍ່ດົນມານີ້.
ຄໍາເຫັນ