![]() |
ໂອກາດເຄື່ອນໄຫວຄັ້ງນີ້, ຄະນະໄດ້ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍ່ຂອງທ່ານປະທານ ສຸພານຸວົງ ເພື່ອຈາລຶກຄຸນງາມຄວາມດີຂອງເພິ່ນ, ພ້ອມທັງຢ້ຽມຊົມວັດຖຸພັນທີ່ສະແດງເຖິງປະຫວັດຄວາມເປັນມາ ມູນເຊື້ອອັນສະຫງ່າລາສີ ແລະ ຜົນງານທີ່ພົ້ນເດັ່ນຂອງແນວລາວອິດສະຫຼະ ກໍຄື ແນວລາວຮັກຊາດໃນເມື່ອກ່ອນ ແລະ ແນວລາວສ້າງຊາດໃນປັດຈຸບັນ. ການຢ້ຽມຊົມຄັ້ງນີ້,
![]() |
ເພື່ອເຮັດໃຫ້ບັນດາຄອບຄົວການນໍາເຊື່ອມຊຶມ ເຂົ້າໃຈແຈ້ງເຖິງມູນ ເຊື້ອປະຫວັດຄວາມເປັນມາ ການກຳເນີດ ເຕີບໃຫຍ່ຂະຫຍາຍຕົວຂອງແນວລາວອິດສະຫຼະ ແນວລາວຮັກຊາດ ແລະ ແນວລາວສ້າງຊາດ ຕະຫຼອດ 76 ປີຜ່ານມາ ຕິດພັນກັບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນໂອກາດດັ່ງກ່າວ, ຄະນະໄດ້ເຂົ້າຮ່ວມກິດຈະກຳ ຖາມ-ຕອບ ເພື່ອແລກປ່ຽນຄວາມຮັບຮູ້ຕື່ມອີກ.
![]() |
ຂ່າວ-ພາບ: ສນຊ



ຄໍາເຫັນ