ວັນທີ 17 ກັນຍານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາຊ່ວຍວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ, ໂດຍການເປັນປະທານຂອງທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາທ່ານການນໍາຂອງແຂວງ, ການນໍາຂັ້ນເມືອງ, ບັນດາພະແນກການ, ຂະແໜງການຕ່າງໆຂັ້ນແຂວງເຂົ້າຮ່ວມ.
ເພື່ອເປັນການສ້າງຂະບວນການເນື່ອງໃນວັນສຳຄັນຂອງພັກ-ຂອງຊາດ, ພ້ອມທັງຮ່ວມຊ່ວຍເຫຼືອຄົນເຈັບ, ສະໜອງເລືອດໃຫ້ພຽງພໍ ແລະ ກຽມພ້ອມຮັບມືກັບເຫດການສຸກເສີນທີ່ອາດເກີດຂຶ້ນ, ພ້ອມທັງປະຕິບັດຕາມບົດບັນທຶກການຮ່ວມມື ລະຫວ່າງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ອົງການກາແດງແຂວງໃຫ້ເກີດຜົນເປັນຈິງ.ດັ່ງນັ້ນໃນວັນທີ 17 ກັນຍາ 2026, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງອັດຕະປື ແລະ ອົງການກາແດງແຂວງ ໄດ້ຮ່ວມກັນຈັດກິດຈະກຳບໍລິຈາກເລືອດຈາກອາສາສະໝັກຊາວໜຸ່ມອ້ອມຂ້າງແຂວງ ຂຶ້ນທີ່ສຳນັກງານຄະນະບໍລິຫານງານຊາວໜຸ່ມແຂວງ ພາຍໃຕ້ຫົວຂໍ້: “ໃຫ້ເລືອດ ໃຫ້ຊີວິດ ຊາວໜຸ່ມລາວເຮັດດ້ວຍໃຈ ອາສາສະໝັກ ໂດຍບໍ່ຫວັງສິ່ງຕອບແທນ”, ເພື່ອຮ່ວມແຮງຮ່ວມໃຈຊ່ວຍເຫຼືອເພື່ອນມະນຸດທີ່ຕ້ອງການເລືອດ.
ໃນວັນທີ 14 ກັນຍາຜ່ານມານີ້ ທີ່ ເມືອງໄຊ ແຂວງອຸດົມໄຊ, ທ່ານ ລິນຄຳ ດວງສະຫວັນ ກຳມະການສູນກາງພັກ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ພາຍໃນກະຊວງ ກສ ໄດ້ລົງຢ້ຽມຢາມ ໂຄງການຊົນລະປະທານ ອ່າງເກັບນ້ຳ ນ້ຳຫີນ. ໂດຍການໃຫ້ກຽດຕ້ອນຮັບ ຂອງທ່ານ ຄຳດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ທ່ານຫົວໜ້າຫ້ອງວ່າການແຂວງ, ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ, ຫົວໜ້າສູນກະສິກຳ ພາກເໜືອ ພ້ອມດ້ວຍທີມງານຂອງແຂວງ ຮ່ວມຕິດຕາມ.
ອົງການຮາໂລທຣາສທ໌ (HALO Trust) ໄດ້ສືບຕໍ່ດຳເນີນພາລະກິດເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກ (ລບຕ) ຢູ່ແຂວງສະຫວັນນະເຂດ ເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ສ້າງຄວາມປອດໄພໃຫ້ປະຊາຊົນໃນທ້ອງຖິ່ນ.
ຜະລິດຕະພັນພູມປັນຍາຊົນເຜົ່າມົ້ງຮ່ວມວາງສະແດງໃນງານນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1 ເພື່ອເຜີຍແຜ່ ຄຸນຄ່າຂອງພູມປັນຍາທ້ອງຖິ່ນພ້ອມທັງສືບສານ ແລະ ຕໍ່ຍອດ ມໍລະດົກຂອງຊົນເຜົ່າ.
ທ່ານ ພົງສະຫວັດ ມະນີທອງ ຫຼື (ປີເຕີ) ຄະນະຜູ້ບໍລິຫານສະມາຄົມເພື່ອຄົນພິການ ແລະ ຜູ້ດ້ອຍໂອກາດ (PUA) ໄດ້ເຂົ້າຮ່ວມວາງສະແດງຜະລິດຕະພັນໃນໂອກາດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ3 (3RC-CCM) ທີ່ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນລະຫວ່າງວັນທີ14-18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ.
ໃນວັນທີ 16 ກັນຍາ 2026, ຢູ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບ ເຂົ້າສານ ຈຳນວນ 200 ໂຕນ ພ້ອມດ້ວຍເງິນສົດ 100 ລ້ານກີບ ຢ່າງເປັນທາງການໃຫ້ແຂວງ ສະຫວັນນະເຂດ, ໃຫ້ກຽດມອບໂດຍ ທ່ານ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໃຫ້ກຽດກ່າວຮັບໂດຍ ທ່ານ ບຸນໂຈມ ອຸບົນປະເສີດກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງສະຫວັນນະເຂດ, ໂດຍມີບັນດາທ່ານຄະນະປະຈຳພັກແຂວງຄະນະຄຸ້ມຄອງໄພພິບັດຂັ້ນແຂວງຕາງໜ້າພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ຢ່າງພ້ອມພຽງ;
ພິທີເປີດຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ຂອງ ສປປ ລາວ ໃນໂອກາດແຂວງເຊກອງເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ປະຈໍາປີ 2026 ທີ່ນະຄອນໜານໜິງ ສປ ຈີນ ຈັດຂຶ້ນໃນວັນທີ 16 ກັນຍາ 2026 ໂດຍມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານແຫ່ງ ສປປ ລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງເຊກອງ , ທ່ານ ໜຽວ ຂຸນວ້າງ ຄະນະປະຈໍາ, ປະທານກໍາມາທິການວຽກງານການເມືອງ ແລະ ກົດໝາຍ, ຄະນະພັກເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ທ່ານ ຫວັງ ຈີ້ສາຍ ເລຂາທິການໃຫຍ່ CAEXPO, ຜູ້ປະກອບການ ແລະ ແຂກຮັບເຊີນເຂົ້າຮ່ວມ.
ວັນທີ 15 ກັນຍາ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ(ວປກ) ໄດ້ເປີດສົກຮຽນ 2026-2027, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວກປ, ມີຄະນະພັກ-ຄະນະອໍານວນການ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ອົງການສຸພານິມິດສາກົນ ປະຈຳ ສປປ ລາວ (World Vision International) ໄດ້ຈັດກອງປະຊຸມສະຫຼຸບ ແລະ ຕີລາຄາຜົນການຈັດຕັ້ງປະຕິບັດກິດຈະກຳ ຂອງ ໂຄງການພັດທະນາເດັກກ່ອນໄວຮຽນ ແລະ ປັບປຸງຄຸນນະພາບການສຶກສາ ຢູ່ເມືອງສະໜາມໄຊ ແຂວງ ອັດຕະປື ໄລຍະ 6 ເດືອນທ້າຍປີ 2026 (ເມສາ-ກັນຍາ 2026) ແລະ ໄລຍະ 5 ປີ (1 ຕຸລາ 2022 – 30 ກັນຍາ 2026); ພ້ອມທັງມອບໃບຍ້ອງຍໍໃຫ້ອົງການ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນໄລຍະ 5 ປີ.ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2026 ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື, ໂດຍການເປັນປະທານຮ່ວມຂອງ ທ່ານ ກໍລະກັນ ສົມພັກດີ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ແລະ ທ່ານ ຄຳສຸລິດ ຫົງສົມບັດ ຫົວໜ້າຫ້ອງການປະສານງານ ອົງການສຸພານິມິດສາກົນ ປະຈຳ ສປປ ລາວ, ຫ້ອງການປະສານງານເຂດພາກໃຕ້. ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງຄົບຖ້ວນ.
ຄໍາເຫັນ