ຄອບຄົວຕົວແບບລ້ຽງປາ ປີໜຶ່ງມີລາຍຮັບ 750 ລ້ານກີບ

ຄອບຄົວຕົວແບບລ້ຽງປາ ປີໜຶ່ງມີລາຍຮັບ 750 ລ້ານກີບ

ຄອບຄົວຕົວແບບລ້ຽງປາ ປີໜຶ່ງມີລາຍຮັບ 750 ລ້ານກີບ
ໂດຍ:ວັນໄຊ ຕະວິນຍານ ໃນເມື່ອກ່ອນ, ທ່ານ ຄໍາຈັນ ໄຊສົມບັດ ມີຖິ່ນຖານຢູ່ນະຄອນຫຼວງວຽງຈັນ ໄດ້ເດີນທາງມານະຄອນປາກເຊ ແຂວງຈໍາປາສັກ ເພື່ອຊອກຊ່ອງທາງເຮັດທຸລະກິດ ກໍເລີຍໄດ້ສ້າງຄອບຄົວ ຢູ່ເມືອງໂຂງ ແຂວງຈໍາປາສັກ ຈຶ່ງເຮັດອາຊີບຄ້າ-ຂາຍ ພໍແຕ່ກຸ້ມກິນ, ນັບແຕ່ປີ 2016

 

ໄດ້ມາຕັ້ງຖິ່ນຖານຢູ່ບ້ານຊົນລະວຽງ ເມືອງໂຂງ, ມີສະມາຊິກຄອບຄົວທັງໝົດ 4 ຄົນຍິງ 2 ຄົນ.

ຍ້ອນຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກໃນການເພີ່ມພູນຜະລິດຜົນໃຫ້ກາຍເປັນສິນຄ້າ, ຍ້ອນໄດ້ຮັບການຊີ້ນໍາ ແລະ ກະຕຸກຊຸກຍູ້ຂອງອົງຄະນະພັກເມືອງໂຂງ; ທ່ານ ຄໍາຈັນ ໄຊສົມບັດຈຶ່ງເກີດມີແນວຄວາມຄິດສ້າງຖານຂະຫຍາຍພັນປານໍ້າຂອງ, ສົ່ງເສີມການຜະລິດເພື່ອຮັບປະກັນທາງດ້ານສະບຽງອາຫານ ຕອບສະໜອງພາຍໃນເມືອງ-ແຂວງ ແລະ ຕ່າງແຂວງທັງເປັນການທົດແທນການນໍາເຂົ້າ ແລະ ສົ່ງອອກເປັນສິນຄ້າ;ອີງໃສ່ສະພາບທີ່ຕັ້ງ ຈຸດພິເສດຂອງທ້ອງຖິ່ນທີ່ເອື້ອອໍານວຍ ແລະ ເໝາະສົມ ໃຫ້ແກ່ການປູກ,ການລ້ຽງ ຕິດພັນກັບຕະຫຼາດ.ທ່ານ ຄໍາຈັນ ໄຊສົມບັດ ໄດ້ເລີ່ມສໍາຫຼວດດິນຂອງລາວໃນປີ 2017 ແລະ ບຸກເບີກ ໃນປີ 2018 ມີເນື້ອທີ່ 30 ເຮັກຕາ ຊຶ່ງເນື້ອທີ່ເດີມແມ່ນເປັນເຂດພື້ນທີ່ຕໍ່າ,ນໍ້າຖ້ວມຂັງ ແລະ ບໍ່ສາມາດທໍາການຜະລິດໄດ້ໃນລະດູຝົນ.ດັ່ງນັ້ນ,ຈຶ່ງໄດ້ມີແນວຄິດສ້າງໜອງປາຂຶ້ນ ໂດຍການປັບປຸງພື້ນທີ່ດັ່ງກ່າວໃຫ້ເປັນໜອງ ເພື່ອລ້ຽງປາ ແລະ ປູກພືດໄປພ້ອມໆກັນ ໂດຍໄດ້ລົງທຶນປະມານ 5 ຕື້ກີບ, ມີກໍາມະກອນທັງມົດ 13 ຄົນ.

ຜ່ານການລ້ຽງປາມາຫຼາຍປີເຫັນໄດ້ວ່າ ໄດ້ເຮັດໃຫ້ມີລາຍຮັບເພີ່ມຂຶ້ນທຸກໆປີ, ມີຕະຫຼາດຮອງຮັບທີ່ແນ່ນອນ, ແຕ່ລະມື້ມີພໍ່ຄ້າ-ແມ່ຄ້າສັ່ງຈອງ.ຍາມບຸນສິນກິນທານບໍ່ພຽງພໍກັບຄວາມຕ້ອງການຂອງລູກຄ້າ.ຈາກນັ້ນ,ຈຶ່ງນໍາໃຊ້ທຶນຮ່ອນທີ່ສະສົມມາ ຂະຫຍາຍໜອງລ້ຽງປາ ເພີ່ມຂຶ້ນເລື້ອຍໆ ຊຶ່ງມາຮອດປັດຈຸບັນລາວມີໜອງລ້ຽງປາ ທັງໝົດ 50 ໜອງ,ປ່ອຍປາໄດ້ແລ້ວ 25 ໜອງ ແລະ ໜອງອະນຸບານລູກປາ 25 ໜອງ, ຕາມຄັນຄູໜອງລາວ ໄດ້ປູກຕົ້ນພ້າວ ຈໍານວນ 1,000 ຕົ້ນ.ນອກຈາກນັ້ນ, ມີອ່າງເພາະພັນປາ ຈໍານວນ 40 ອ່າງ, ມີຫ້ອງການ 1 ຫຼັງ, ເຮືອນພັກ 1 ຫຼັງ ເປັນບ່ອນພັກຂອງຄົນງານ ຈໍານວນ 10 ຄົນ (ຊຶ່ງເປັນປະຊາຊົນພາຍໃນບ້ານຊົນລະວຽງ).

ທ່ານ ຄໍາຈັນ ໄຊສົມບັດໄດ້ປ່ອຍປາ ທັງໝົດ 17 ຊະນິດ, ມີຈໍານວນ 1,307,000 ໂຕ ຄື: ປາເຄິງ 50 ພັນໂຕ, ປາເພຍ 150,000 ໂຕ, ປາພອນ 70,000 ໂຕ, ປາປື່ງ 50,000 ໂຕ, ປາຕອງ 10,000 ໂຕ, ປາຫວ່າ 5,000 ໂຕ, ປາໂຈກ 2,000 ໂຕ, ປາກົດ 50,000 ໂຕ, ປາຍອນ 50,000 ໂຕ, ປາສ້ອຍ 100,000 ໂຕ,ປາປາກ 100,000 ໂຕ, ປາຄໍ່ 50,000 ໂຕ, ປາເຂັງ 100,000 ໂຕ, ປາດຸກ 200,000 ໂຕ, ປານິນ 100,000 ໂຕ, ປາເຈລະມິດ 20,000 ໂຕ, ປາສະຫວາຍ 200,000 ໂຕ. ພ້ອມນັ້ນຍັງສາມາດປະສົມພັນປາໄດ້ 8 ຊະນິດຄື: ປາເຄິງ, ປາຊວາຍ, ປາເອີນ, ປາພອນ, ປາປາກ, ປາກົດ, ປາຍອນ, ປາດຸກ ຈໍານວນທັງໝົດ 400,000 ກວ່າໂຕ.

ໃນຊຸມປີຜ່ານມາ, ທ່ານ ຄໍາຈັນ ໄຊສົມບັດສາມາດຈໍາໜ່າຍປາອອກສູ່ຕະຫຼາດ ສ້າງລາຍຮັບໄດ້ທັງໝົດ 750 ລ້ານກີບ, (ໃນນັ້ນຂາຍປານິນ ຈໍານວນ 12 ໂຕນ ມູນຄ່າ 600 ລ້ານກີບ, ຂາຍລູກປານ້ອຍ 300,000ໂຕ ມູນຄ່າ 150 ລ້ານກີບ) ແລະ ໄດ້ເກັບໄວ້ເປັນພໍ່ພັນ-ແມ່ພັນ ເພື່ອຜະລິດລູກປາລ້ຽງຕໍ່ໄປອີກຈໍານວນໜຶ່ງ; ໃນການຈໍາໜ່າຍແມ່ນມີແມ່ຄ້າມາຮັບຊື້ກັບທີ່ ແລະ ສົ່ງຕາມການສັ່ງຈອງ ຕາມທ້ອງຕະຫຼາດພາຍໃນເມືອງ - ແຂວງ ແລະ ຕ່າງແຂວງ.

ໃນຊຸມປີຕໍ່ໜ້ານີ້,ຈະຂະຫຍາຍການເພາະພັນລູກປາໜ່າຍ ແລະ ເອົາໄວ້ລ້ຽງເອງ,ສ້າງອ່າງບໍາບັດນໍ້າ, ສ້າງໜອງປາຕື່ມອີກຈໍານວນ 30 ໜອງ, ຊອກຫາແຫຼ່ງວັດຖຸດິບ ແລະ ເຄື່ອງຈັກທີ່ຈະນໍາມາຜະລິດຫົວອາຫານລ້ຽງປາ ເພື່ອເປັນການຫຼຸດຜ່ອນຕົ້ນທຶນໃນການຜະລິດ ຊຶ່ງຈະນໍາໃຊ້ທຶນປະມານ 15.8 ຕື້ກີບ. ທັງນີ້,ກໍເພື່ອໃຫ້ສາມາດສະໜອງລູກປາ,ສົ່ງປາໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ,ສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນພາຍໃນບ້ານ ຊຶ່ງເປັນການປະກອບສ່ວນພັດທະນາເສດຖະກິດຂອງເມືອງໂຂງໃຫ້ມີບາດກ້າວຂະຫຍາຍຕົວດີຂຶ້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ