ສພອ ແລະ ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ເຊັນ​ສັນ​ຍາ​ການ​ຮ່ວມ​ມື

ສພອ ແລະ ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ເຊັນ​ສັນ​ຍາ​ການ​ຮ່ວມ​ມື

ສພອ ແລະ ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ເຊັນ​ສັນ​ຍາ​ການ​ຮ່ວມ​ມື
ພິ​ທີ​ເຊັນ​ສັນ​ຍາບົດ​ບັນ​ທຶກ​ການ​ຮ່ວມ​ມື ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກິດ (MOA) ລະຫວ່າງສະຖາບັນພັດທະນາອາຊີວະສຶກສາ(ສພອ) ກະຊວງສຶກສາທິການ ແລະ ກິລາ ແລະ ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ໄດ້ຈັດຂຶ້ນໃນວັນທີ 26 ພະຈິກນີ້ ທີ່ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ໂດຍຮ່ວມລົງນາມໃນຄັ້ງນີ້ມີ ທ່ານ ບຸນເສັງ ຄຳມູນຕີ ຜູ້ອຳນວຍການ ສະຖາບັນພັດທະນາອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ໂສພາພອນ ເຮືອງລິດ ຜູ້ອຳນວຍການສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ໂດຍມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ສພອ ແລະ ສນຝກວຊາຊບຄນຫໜວກມແຫງຄວາມຫວງ ເຊນ​ສນ​ຍາ​ການ​ຮວມ​ມ - image 1
 

 

ຈຸດປະສົງຂອງການຮ່ວມມື ຂອງສອງຝ່າຍ ດັ່ງນີ້: ໂດຍມີຈຸດປະສົງອຳນວຍຄວາມສະດວກໃນການພົວພັນຮວມມືຂອງສອງສະຖາບັນໂດຍສະເພາະແມ່ນການປະສານງານທາງດ້ານຫຼັກການວິຊາການ;ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການຝຶກອົບຮົມ, ການຮຽນ-ການສອນ ທີ່ເປັນມິດຕໍ່ນັກຮຽນຫູໜວກໃຫ້ມີປະສິດຕິພາບ ປະສິດຕິຜົນ; ຂະຫຍາຍໂອກາດໃຫ້ກຸ່ມເປົ້າໝາຍໂດຍສະເພາະຄົນຫູໜວກເຂົ້າເຖິງການຝຶກທັກສະວິຊາຊີບ ໃຫ້ເພີ່ມຂຶ້ນ ຢ່າງເທົ່າ ທຽມ ແລະ ທົ່ວເຖິງ; ສົ່ງເສີມການຮັບຮູ້ ແລະ ການມີສ່ວນຮ່ວມຂອງສັງຄົມ ຜ່ານການຈັດກິດຈະກຳ ປະຊາສໍາພັນ ແລະ ການມີສ່ວນຮ່ວມຂອງຊຸມຊົນ.

ສຳລັບຂອບເຂດການຮ່ວມມື ເພື່ອໃຫ້ບັນລຸຈຸດປະສົງ ທັງສອງຝ່າຍໄດ້ຮ່ວມມືກັນໃນການກຳນົດຂອບເຂດການຈັດຕັ້ງປະຕິບັດ ກິດຈະກໍາດັ່ງນີ້: ພັດທະນາຫຼັກສຸດ ແລະ ສືການຮຽນ-ການ ສອນ ສອດຄ່ອງ ກັບ ມາດຕະຖານອາຊີບ ເພື່ອສະໜອງໃຫ້ແກ່ການຈັດຕັ້ງປະຕິບັດຫຼັກສູດວິຊາຊີບຄົນຫູໜວກ; ກໍສ້າງ ແລະ ຝຶກອົບຮົມຄູ ເພື່ອສະໜອງໃຫ້ແກ່ການຈັດການຮຽນ-ການສອນ ສໍາລັບຄົນຫູໝວກ; ຈັດຝຶກອົບຮົມວິຊາຊີບໃນຂະແໜງຕ່າງໆ ທີ່ເໝາະສົມ ແລະ ຕາມຄວາມຮຽກຮ້ອງຕ້ອງການ; ແລກປ່ຽນບົດຮຽນທາງດ້ານວິຊາການລະຫວ່າງຄູ-ອາຈານ, ນັກສຶກສາກ່ຽວກັບການຮຽນ-ການສອນ ແລະ ນັກວິຊາການ ເພື່ອຝຶກອົບຮົມບຸກຄະລາກອນ ທາງວິຊາສະເພາະ ແລະ ດ້ານວິຊາຄູ ກ່ຽວກັບວຽກງານອາຊີວະສຶກສາ,ສ້າງນະວັດຕະກຳ ແລະ ການບໍລິການທາງດ້ານວິຊາການໃຫ້ແກ່ສັງຄົມ.

ຄວາມຮັບຜິດຊອບຂອງ ສູນຝຶກວິຊາຊີບຄົນຫູໜວກ ມືແຫ່ງ ຄວາມຫວັງ (HOH) ແມ່ນວາງແຜນຈັດຕັ້ງ ແລະ ດໍາເນີນການສອນ, ການຝຶກອາຊີບສໍາລັບຄົນຫູໜວກ ດ້ວຍການໃຊ້ພາສາມື ແລະ ວິທີການຮຽນຮູ້ຜ່ານຮູບພາບ; ຮັບນັກຮຽນຫູໜວກເຂົ້າຮຽນ ແລະ ສະໜອງການຊ່ວຍເຫຼືອທີ່ຈຳເປັນ ເຊັ່ນ ການໃຫ້ຄໍາປຶກສາ, ການແນະນໍາ ແລະ ສະໜັບສະໜູນການຮຽນຈົນຈົບຫຼັກສູດ;ຈັດການຮຽນ-ການສອນ ເພື່ອພັດທະນາທັກສະອາຊີບ ແລະ ການກະກຽມຄວາມພ້ອມໃນການຝຶກງານ ແລະ ການມີວຽກເຮັດ; ຕິດຕາມຄວາມຄືບໜ້າຂອງນັກຮຽນ, ບັນທຶກ ແລະ ລາຍງານກິດຈະກຳ ໃຫ້ສະຖາບັນພັດທະນາອາຊີວະສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງ; ມີສ່ວນຮ່ວມໃນການພັດທະນາຫຼັກສູດ ໂດຍໃຫ້ຂໍ້ມູນປະສົບການຈາກການປະຕິບັດຈິງ;ຈັດກິດຈະກຳປູກຈິດສໍານຶກເຊັ່ນ:ຈັດເທດສະການ,ການສະແດງທັກສະ ແລະ ເວີກຊັອບເປີດ ເພື່ອສະແດງຄວາມຮູ້, ຄວາມສາມາດຂອງນັກຮຽນຄົນຫູ ໜວກ; ຂົນຂວາຍງົບປະມານ ເພື່ອຈັດຕັ້ງປະຕິບັດກິດຈະກຳຕ່າງໆ ໃຫ້ບັນລຸຈຸດປະສົງທີ່ວາງໄວ້.

ຄວາມຮັບຜິດຊອບຂອງສະຖາບັນພັດທະນາອາຊີວະສຶກສາ (VEDI) ແມ່ນພັດທະນາຫຼັກສູດ ແລະ ສື່ການຮຽນ-ການສອນ ສໍາລັບການສຶກສາອາຊີວະສຶກສາທີ່ເປັນມິດສໍາລັບຄົນຫູໜວກ; ໃຫ້ຄໍາແນະນໍາທາງວິຊາການເພື່ອໃຫ້ການຈັດຕັ້ງປະຕິບັດຫຼັກສູດຂອງສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງສອດຄ່ອງກັບນິຕິກຳຂອງກະຊວງສຶກສາທິການ ແລະ ກິລາວາງອອກ; ກໍ່ສ້າງ ແລະ ຝຶກອົບຮົມຄູ ເພື່ອພັດທະນາຄວາມຮູ້, ທັກສະ ແລະ ຄຸນສົມບັດ ໃຫ້ກັບຄູຝຶກ ແລະ ພະນັກງານ ສູນຝຶກວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ; ຊ່ວຍໃນການປະເມີນຜົນ ແລະ ການປະກັນຄຸນນະພາບ ໂດຍການກວດກາຜົນການດໍາກິດຈະກຳ ແລະ ໃຫ້ຄໍາແນະນໍາເພື່ອປັບປຸງ; ສະໜັບສະໜູນໃນການໂຄສະນາ ແລະ ສົ່ງເສີມການຮັບຮູ້ຂອງກິດຈະກຳໃນລະດັບຊາດ ພ້ອມກັບຜັກດັນນະໂຍບາຍການສຶກສາອາຊີວະສຶກສາສໍາລັບຄົນຫູໜວກທີ່ເປັນມິດ; ຊ່ວຍສູນຝຶກວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ ໃນການລະດົມຊັບພະຍາກອນ ແລະ ການສ້າງຄວາມຮ່ວມມື ເພື່ອເສີມສ້າງຄວາມຍືນຍົງໃນລະຍະຍາວ.

ຂ່າວ-ພາບ:ບຸນຕອມ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ