![]() |
ກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍລາວ-ກຳປູເຈຍ (JC)ຄັ້ງທີ15 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 27 ພະຈິກ 2025, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໂດຍການເປັນປະທານຮ່ວມຂອງ ທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ, ປະທານຄະນະກຳມາທິການຮ່ວມຝ່າຍລາວວ່າດ້ວຍການຮ່ວມມືສອງຝ່າຍລາວ-ກຳປູເຈຍ ແລະ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງຣາຊະອານາຈັກກໍາປູເຈຍ, ປະທານຄະນະກຳມາທິການຮ່ວມຝ່າຍກຳປູເຈຍວ່າດ້ວຍການຮ່ວມມືສອງຝ່າຍກຳປູເຈຍ-ລາວ, ໂດຍມີບັນດາຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ
ໃນກອງປະຊຸມ, ສອງຝ່າຍ ໄດ້ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍລາວ-ກຳປູເຈຍຄັ້ງທີ14 ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ ໃນປີ2022 ຜ່ານມາ, ໂດຍໄດ້ຕີລາຄາສູງ ແລະ ມີຄວາມຍິນດີ ທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດໄດ້ຮັບການຂະຫຍາຍຕົວ ແລະ ມີຜົນສຳເລັດເປັນກ້າວໆໃນຫຼາຍຂົງເຂດ, ອັນພົ້ນເດັ່ນແມ່ນດ້ານການເມືອງ-ຄວາມໝັ້ນຄົງ, ວັດທະນະທຳ-ສັງຄົມ, ເສດຖະກິດ-ການຄ້າແລະ ອື່ນໆ,ໂດຍສະເພາະແມ່ນພາຍຫຼັງການຍົກລະດັບສາຍພົວພັນທາງການທູດ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ແລະ ຍາວນານໃນປີ 2019 (Comprehensive and Long-lasting Strategic Partnership) ຊຶ່ງໄດ້ກາຍເປັນພື້ນຖານອັນໜັກແໜ້ນທີ່ສຳຄັນຂອງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ. ໄປຄຽງຄູ່ກັນນັ້ນ, ສອງປະເທດຍັງໄດ້ສະໜັບສະໜູນເຊິ່ງກັນແລະກັນໃນເວທີພາກພື້ນ ແລະ ສາກົນ ເຊັ່ນ: ໃນຂອບອາຊຽນ, ອົງການສະຫະປະຊາຊາດ ແລະ ຂອບການຮ່ວມມືອື່ນໆຊຶ່ງໄດ້ສະທ້ອນໃຫ້ເຫັນເຖິງສາຍພົວພັນຂອງສອງປະເທດ ທີ່ພວມຈະເລີນງອກງາມ ແລະ ໄດ້ຮັບການເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ.
![]() |
ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນເພື່ອສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນແມ່ນການພົວພັນຮ່ວມມືທາງດ້ານການເມືອງ, ວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ວຽກງານຊາຍແດນ, ການສະກັດກັ້ນ ແລະ ປາບປາມຢາເສບຕິດ, ກະສິກຳ, ປ່າໄມ້, ການປະມົງ ແລະ ສິ່ງແວດລ້ອມ, ເສດຖະກິດ, ການຄ້າ ແລະ ການລົງທຶນ, ຄົມມະນາຄົມຂົນສົ່ງ, ພະລັງງານ, ການສືກສາ, ວັດທະນະທໍາ-ສັງຄົມ, ການທ່ອງທ່ຽວ, ໄປສະນີ, ການສື່ສານ, ເຕັກໂນໂລຊີ, ແຮງງານ, ວິທະຍາສາດ, ນະວັດຕະກໍາ, ວຽກງານກວດກາລັດ, ສາທາລະນະສຸກ ແລະ ດ້ານອື່ນໆ. ພ້ອມນີ້, ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການແລກປ່ຽນຢ້ຽມຢາມແລະພົບປະ ລະຫວ່າງການນໍາຂັ້ນສູງຂອງສອງປະເທດ, ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ແຕ່ສູນກາງຈົນເຖິງທ້ອງຖິ່ນ ແລະ ການໄປມາຫາສູ່ຂອງປະຊາຊົນສອງຊາດ ຢ່າງເປັນປະຈຳ ແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ ກໍຄືການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລາວ-ກຳປູເຈຍລວມທັງການສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານແລະໝັ້ນຄົງຍາວນານລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ (Action Plan) ສົກປີ 2023-2027 ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ. ນອກຈາກນັ້ນ, ສອງຝ່າຍຍັງເຫັນດີສືບຕໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືອະນຸພາກພື້ນ, ພາກພື້ນ ແລະ ສາກົນ.
ໃນຕອນທ້າຍຂອງກອງປະຊຸມ, ສອງຝ່າຍໄດ້ຮ່ວມກັນລົງນາມຮັບຮອງເອົາບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍລາວ-ກຳປູເຈຍຄັ້ງທີ15 ຊຶ່ງກວມເອົາ 21 ຂົງເຂດໃຫຍ່ຂອງການຮ່ວມມືສອງຝ່າຍ ແລະ 96 ຫົວຂໍ້ນ້ອຍ ເພື່ອເປັນບ່ອນອີງໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍໃຫ້ຈະເລີນງອກງາມ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ.
ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນສ້າງສັນເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງ ແລະ ໄດ້ບັນລຸຜົນສຳເລັດຢ່າງຈົບງາມ.
ຂ່າວ:ກະຊວງການຕ່າງປະເທດ


ຄໍາເຫັນ