ຄອສພ ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2023

ຄອສພ ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2023
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2023 ແລະ ທິດທາງວຽກງານ ປະຈໍາປີ 2024 ໃນວັນທີ 23 ພຶດສະພາ ນີ້ ທີ່ຫ້ອງປະຊຸມໃຫຍ່ ຄອສພ ໂດຍການເປັນປະທານຮ່ວມຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກເລຂາຄະນະພັກຫົວໜ້າ ຄອສພ ປະທານສະພາທິດສະດີສູນກາງພັກ, ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກປະທານກວດກາ ຮອງຫົວໜ້າ ຄອສພ ແລະ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ; ມີບັນດາສະຫາຍຄະນະພັກຂອງບັນດາກົມພາຍໃນ ຄອສພ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
    ສະຫາຍ ນາງ ອໍາພອນ ເຮືອງຄໍາ ຮອງຫົວໜ້າກົມກວດກາ ຄອສພ ໄດ້ຕາງໜ້າຂຶ້ນຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2023 ແລະ ທິດທາງ ປະຈໍາປີ 2024 ໃຫ້ຮູ້ວ່າ: ໃນໄລຍະປີ 2023, ຄະນະກວດກາ ຄອສພ ໄດ້ຈັດຕັ້ງເຜີຍແຜ່ນິຕິກຳ ແລະ ບົດໂອ້ລົມຕ່າງໆ ທີ່ກ່ຽວຂ້ອງ ຊຶ່ງເປັນການຄົ້ນຄວ້າເຊື່ອມຊຶມກ່ຽວກັບວຽກງານກວດກາ; ໄດ້ຕິດຕາມ, ກວດກາພັກ - ກວດກາລັດຢ່າງໃກ້ຊິດ ໂດຍສະເພາະການຕິດຕາມ, ກວດກາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ Vຂອງອົງຄະນະພັກ ຄອສພ, ການຈັດຕັ້ງປະຕິບັດກົດລະບຽບຂອງພັກ ສະໄໝທີ XI, ບັນດາມະຕິ, ຄໍາສັ່ງ, ຂໍ້ກຳນົດຂອງຂັ້ນເທິງຢູ່ບັນດາໜ່ວຍພັກ, ສະມາຊິກພັກເປັນປົກກະຕິ. ຄອສພ ມີ 10 ໜ່ວຍພັກ (ໃນນີ້ 1 ໜ່ວຍພັກ ແມ່ນໜ່ວຍພັກທີ່ມີສະມາຊິກພັກ ທີ່ພັກການ-ຮັບອຸດໜູນບໍານານ); ສະມາຊິກພັກທັງໝົດ 233 ສະຫາຍຍິງ 103 ສະຫາຍ, ສຳຮອງ 5 ສະຫາຍຍິງ 2 ສະຫາຍ, ສະມາຊິກພັກບໍານານ 58 ສະຫາຍຍິງ 20 ສະຫາຍ ທຽບໃສ່ປີ 2022  ເພີ່ມຂຶ້ນ 31 ສະຫາຍຍິງ 14 ສະຫາຍ ຊຶ່ງປີຜ່ານມາ ບໍ່ມີຄະນະໜ່ວຍພັກ-ສະມາຊິກພັກໃດ ທີ່ຜິດລະບຽບ ແລະ ຖືກປະຕິບັດລະບຽບວິໄນ. ນອກນີ້, ຄະນະກວດກາ ຄອສພ ຍັງໄດ້ຕິດຕາມ, ກວດກາການບໍລິຫານລັດ. ສຳລັບປີ 2024, ຄະນະກວດກາ ຄອສພ ຈະສືບຕໍ່ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານຂອງວຽກງານກວດກາ ໃຫ້ມີຜົນສຳເລັດເປັນກ້າວໆ.
    ກອງປະຊຸມຄັ້ງນີ້, ຍັງໄດ້ຈັດໃຫ້ມີການເຜີຍແຜ່ຄໍາແນະນໍາ ສະບັບເລກທີ 331/ອກຫລ, ລົງວັນທີ 30 ຕຸລາ 2023 ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການກວດກາລັດ (ສະບັບປັບປຸງ); ຄໍາສັ່ງແນະນໍາ ສະບັບເລກທີ 379/ຄກສພ, ລົງວັນທີ 7 ພະຈິກ 2023 ກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ; ບົດລາຍງານຫຍໍ້ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາ ໃນໄລຍະຜ່ານມາ ແລະ ທິດທາງວຽກງານຈຸດສຸມ ປີ 2024 ຂອງຄະນະກວດກາສູນກາງພັກ; ບົດໂອ້ລົມຂອງສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກ ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2023. ພ້ອມນີ້, ກໍໄດ້ຈັດໃຫ້ມີການແນະນໍາ ວິທີການປ້ອນຂໍ້ມູນເຂົ້າກ່ອງຄໍາຄິດ-ຄໍາເຫັນ ແລະ ຜ່ານລະບົບອອນລາຍ.
    ໂອກາດເຂົ້າຮ່ວມກອງປະຊຸມ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກໍໄດ້ມີຄໍາເຫັນແລກປ່ຽນຕໍ່ກັບການເຄື່ອນໄຫວວຽກງານກວດກາ ພ້ອມທັງສະເໜີໃຫ້ຄະນະກວດກາພາຍໃນໜ່ວຍພັກ ຂອງແຕ່ລະກົມ ກຳແໜ້ນວຽກງານກວດກາຢ່າງໜັກແໜ້ນ ເພື່ອສາມາດເຄື່ອນໄຫວວຽກງານກວດກາໄດ້ຢ່າງດີ; ຕິດຕາມ, ກວດກາ ການຈັດຕັ້ງຜັນຂະຫາຍມະຕິXIຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ Vຂອງອົງຄະນະພັກ ຄອສພ, ການຈັດຕັ້ງປະຕິບັດກົດລະບຽບຂອງພັກ ສະໄໝທີ XIຂອງຄະນະພັກ, ສະມາຊິກພັກ ແລະ ບັນດານິຕິກຳຕ່າງໆ ກໍຄືກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານແກ້ໄຂຄໍາຮ້ອງ-ຄໍາສະເໜີ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ