ຄວາມ​ຮູ້​ສຶກ​ຂອງ ຫົວໜ້າ​ຈຸ​ພະ​ນັກງານປະຈໍາ ຂະບວນລົດໄຟ: “ກາ​ນຂົນສົ່ງຜູ້ໂດຍສານຂ້າມ​ຊາດໃນຍາມ ບຸນກຸດຈີນ”

ຄວາມ​ຮູ້​ສຶກ​ຂອງ ຫົວໜ້າ​ຈຸ​ພະ​ນັກງານປະຈໍາ ຂະບວນລົດໄຟ: “ກາ​ນຂົນສົ່ງຜູ້ໂດຍສານຂ້າມ​ຊາດໃນຍາມ ບຸນກຸດຈີນ”
ນາງ ໄຕຣຸຍ ຫົວໜ້າ​ຈຸ​ພະ​ນັກງານປະຈໍາ ຂະບວນລົດໄຟ ກ່າວ​ວ່າ: ຂ້າພະເຈົ້າເປັນໜຶ່ງໃນພະນັກງານຂອງກຸ່ມບໍລິສັດ​ທາງລົດໄຟແຫ່ງຊາດຈີນສາຂາຄຸນໝິງທີ່ປະຈໍາ​ການ​ຢູ່ຕາມທາງລົດໄຟລາວ-ຈີນ, ປັດຈຸບັນນີ້ ເປັນຫົວໜ້າຄວບຜູ້ຊີ້ນໍາການບໍລິຫານຂອງຂະບວນລົດໄຟໂດຍສານສາກົນຖ້ຽວ D88/87. ໃນໄລຍະບຸນກຸດຈີນປີນີ້, ຍັງມີພະນັກງານລົດໄຟຈີນເກືອບ 600 ຄົນ​ໄດ້​ປະ​ຈຳ​ການ​ຢູ່​ຕາມທາງລົດໄຟລາວ-ຈີນ ຄື​ກັນ​ກັບຂ້າ​ພະ​ເຈົ້າ.
ປີນີ້ເປັນປີທີ 16 ທີ່ຂ້າພະເຈົ້າໄດ້ປະຈໍາການ​ໃນການຂົນສົ່ງຜູ້ໂດຍສານໃນຍາມບຸນກຸດຈີນ, ແຕ່ວ່າ​ປີ​ນີ້​ມີຄວາມໝາຍ​ພິ​ເສດຫຼາຍສໍາລັບຂ້າພະເຈົ້າ! ເພາະວ່າຂ້າພະເຈົ້າໄດ້​ບັນ​ລຸ​ຄວາມ​ຝັນ​ຂອງ​ຕົນ ທີ່ປະຈໍາການຢູ່​ຕາມຂະບວນລົດໄຟ “ການຂົນສົ່ງຜູ້ໂດຍສານຂ້າມຊາດໃນຍາມບຸນກຸດຈີນ”.
ໃນເດືອນສິງຫາ 2021, ຂ້າພະເຈົ້າພ້ອມດ້ວຍເພື່ອນຮ່ວມງານ 300 ກວ່າຄົນ ໄດ້ຕັດສິນໃຈວ່າ ຈະເດີນທາງໄປ​ປະ​ເທດ​ລາວ. ໃນເບື້ອງຕົ້ນ, ຂ້າພະເຈົ້າທີ່ຮັບຜິດຊອບການຝຶກອົບຮົມ​ພະ​ນັກ​ງານຂົນສົ່ງຜູ້ໂດຍສານ ຕອນພາຍ​ໃນ​ປະ​ເທດລາວນັ້ນ ບໍ່ພຽງແຕ່ຮ່ວມຊີ​ວິດ​ກັບນັກສໍາມະນາກອນລາວ ຫຼາຍຮ້ອຍຄົນເທົ່າ​ນັ້ນ, ຍັງຕ້ອງການ​ພົວ​ພັນກັບຜູ້ໂດຍສານຈໍານວນຫຼວງຫຼາຍ.
ໃນວັນທີ 3 ທັນວາ 2021, ທາງລົດໄຟລາວ-ຈີນ ໄດ້ເປີດນໍາໃຊ້ຢ່າງເປັນທາງການ. ໃນມື້ນັ້ນ, ຂ້າພະເຈົ້າຮູ້​ສຶກ​ເປັນກຽດ​ທີ່ສຸດໃນຊົ່ວຊີວິດຂອງຕົນພາຍໃຕ້ການເປັນສັກຂີພິຍານຂອງຜູ້ນໍາສອງປະເທດລາວ-ຈີນ, ໃນຖານະເປັນຫົວໜ້າຈຸ​ພະ​ນັກ​ງານຂະບວນລົດໄຟ. ໃນວັນທີ 13 ເມສາ​ 2023, ຂະບວນລົດໄຟໂດຍສານສາກົນໄດ້ເປີດນໍາໃຊ້ຢ່າງເປັນ​ທາງ​ການ, ຂ້າພະເຈົ້າໄດ້​ເດີນ​ທາງ​ໄປ​-ກັບລະຫວ່າງສອງປະເທດລາວ-ຈີນ ໂດຍເປັນຫົວໜ້າຈຸ​ພະ​ນັກ​ງານ “ຂະບວນລ້ານຊ້າງ” ທີ່​ເປັນຂະບວນລົດໄຟໂດຍສານຖ້ຽວທໍາອິດ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ. ເພື່ອບໍ​ລິ​ການຜູ້ໂດຍສານສາກົນໄດ້​ດີກວ່າ​ເກົ່າ, ຂ້າພະເຈົ້າພ້ອມກັບເພື່ອນຮ່ວມງານໄດ້ປັບປຸງວຽກງານຕ່າງໆໃຫ້ດີຂຶ້ນ ເພື່ອສອດຄ່ອງກັບ​ຮີດ​ຄອງປະເພນີຂອງລາວ ແລະ ຄວາມຕ້ອງການຂອງຜູ້ໂດຍສານທີ່ມາຈາກຕ່າງປະເທດ, ເຊັ່ນ: ປັບປຸງ​ທາງເຂົ້າ-ອອກ ສະຖານີຂອງຜູ້ໂດຍສານ​ໃຫ້​ດີ​ຂຶ້ນ, ປັບປຸງປ້າຍ​ນຳ​ທາງຕ່າງໆໃນສະຖາ​ນີໃຫ້ສົມບູນຂຶ້ນຕື່ມ, ຕິດຕັ້ງ​ປ້າຍ​ນຳທາງທີ່ມີພາສາຈີນ, ພາສາລາວ ແລະ ພາສາອັງກິດຢູ່ຫ້ອງຂາຍປີ້, ທາງເຂົ້າບ່ອນກວດປີ້ ແລະ ຫ້ອງລໍຖ້າລົດ, ແຈ້ງການຂໍ້ກໍານົດ ສໍາລັບຜູ້ໂດຍສານສາກົນກ່ຽວກັບການຂີ່ລົດ ແລະ ການເດີນທາງດ້ວຍຄວາມປອດໄພ ແລະ ຊ່ວຍຜູ້ໂດຍສານສາກົນ​ໃນດ້ານ​ການເຂົ້າ-ອອກເມືອງເປັນຕົ້ນ.
ເຖິງແມ່ນວ່າປະເທດລາວບໍ່​ໄດ້​ກຳ​ນົດ​ໃຫ້​ມີການຂົນສົ່ງຜູ້ໂດຍສານໃນຍາມບຸນກຸດຈີນ ກໍຕາມ, ແຕ່ຜູ້ໂດຍສານກໍ​ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ພາຍຫຼັງຈີນເລີ່ມຕົ້ນຂົນສົ່ງຜູ້ໂດຍສານ​ໃນຍາມບຸນກຸດຈີນ, ໂດຍສະເພາະແມ່ນໄດ້ເກີດມີປະກົດການຊື້ປີ້ຍາກ​ໃນຍາມບຸນກຸດຈີນ. ຍ້ອນແນວນີ້, ນັບແຕ່ມື້ທໍາອິດຂອງການຂົນສົ່ງຜູ້ໂດຍສານໃນຍາມບຸນກຸດຈີນ ກໍຄືວັນທີ 26 ມັງກອນ 2024 ເປັນຕົ້ນມາ, ບ່ອນນັ່ງຂອງຂະບວນລົດໄຟໂດຍສານສາກົນ​ຕາມທາງລົດໄຟລາວ-ຈີນ ໄດ້ເພີ່ມຈາກ 300 ບ່ອນມາເປັນ 350 ບ່ອນ. ພ້ອມດຽວກັນນັ້ນ, ຍັງໄດ້ເພີ່ມທະວີການປະສານສົມ​ທົບກັບອົງການຈັດຕັ້ງທາງລົດໄຟທັງພາຍໃນ ແລະ ຕ່າງປະເທດ, ມີການວາງແຜນລ່ວງໜ້າ ແລະ​ ໄດ້ປະຕິບັດມາດຕະການຫຼາຍຢ່າງ, ປັບປຸງມາດຕະການດ້ານການບໍລິການໃຫ້ສົມບູນ​ຢ່າງທັນການ, ວິໄຈກົດເກນການປ່ຽນແປງຂອງກະແສຜູ້ໂດຍສານຢ່າງ​ຖືກ​ຕ້ອງແມ໋ນຢຳ ແລະ ເພີ່ມຄວາມສາມາດ ໃນການຂົນສົ່ງໃຫ້ຫຼາຍກວ່າເກົ່າ. ສໍາລັບຜູ້ໂດຍສານ​ພິ​ເສດ, ເຊັ່ນ: ຜູ້ເຖົ້າ, ເດັກນ້ອຍ, ຜູ້ເປັນພະຍາດ, ຄົນພິການ, ຜູ້ຖືພາເປັນຕົ້ນ, ໄດ້ສະເໜີໃຫ້ມີການບໍລິການ​ພິ​ເສດ, ເພື່ອຮັບປະກັນການຂົນສົ່ງຜູ້ໂດຍສານໃນຍາມບຸນກຸດຈີນ 2024 ດໍາເນີນໄປຢ່າງເປັນລະບຽບຮຽບຮ້ອຍ, ໝັ້ນຄົງ ແລະ ປອດໄພ.
ຂ່າວ: Yang Yongquan

ຄໍາເຫັນ

ຂ່າວຕ່າງປະເທດ

ຊາວອົສຕຣາລີ ຫຼາຍກວ່າ 13 ລ້ານຄົນໃຊ້ AI ທຸກໆມື້

ຊາວອົສຕຣາລີ ຫຼາຍກວ່າ 13 ລ້ານຄົນໃຊ້ AI ທຸກໆມື້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ອົງການຈ້າງງານ ແລະ ທັກສະ ຂອງອົສຕຣາລີໄດ້ອອກບົດລາຍງານປະຈຳປີ 2026, ໂດຍເປີດເຜີຍວ່າຊາວອົສຕຣາລີໃຊ້ເຄື່ອງມືປັນຍາປະດິດ (AI) ໃນຊີວິດປະຈຳວັນເຖິງ 13.6 ລ້ານຄົນ. ໂດຍສະເພາະ, ກຸ່ມປະຊາກອນໃນໄວເຮັດວຽກ, ທີ່ມີອາຍຸ 25-34 ປີ ແລະ 35-49 ປີ, ໃຊ້ AI ທຸກໆມື້ເຖິງ 74% ແລະ 72% ຕາມລຳດັບ.
ບໍ​ລິ​ສັດ​ສິງ​ກະ​ໂປ​ ຕັ້ງ​ເປົ້າ​ຈະ​ເພີ່ມ​ສະມັດຖະພາບ​ໃຫ້​ສູນ​ຂໍ້​ມູນ AI ໃນ​ມາ​ເລ​ເຊຍ

ບໍ​ລິ​ສັດ​ສິງ​ກະ​ໂປ​ ຕັ້ງ​ເປົ້າ​ຈະ​ເພີ່ມ​ສະມັດຖະພາບ​ໃຫ້​ສູນ​ຂໍ້​ມູນ AI ໃນ​ມາ​ເລ​ເຊຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ບໍລິສັດ Aolani, ຜູ້ໃຫ້ບໍລິການ Neocloud ຫຼື ລະບົບໂຄງສ້າງພື້ນຖານຄລາວ ໃນສິງກະໂປ, ໄດ້ລົງນາມໃນໜັງສືສະແດງເຈດຈຳນົງເພື່ອສ້າງສະມັດຖະພາບດ້ານສູນຂໍ້ມູນປັນຍາປະດິດ (AI) ຂະໜາດ 500 ເມກາວັດໃນປະເທດມາເລເຊຍ, ໂດຍການດໍາເນີນງານຈະເລີ່ມຕົ້ນໃນເຄິ່ງທີ່ສອງຂອງປີ 2027.
ຮອດດັອກ ແລະ ຊີ້ນແປຮູບ ອາດເພີ່ມຄວາມສ່ຽງຕໍ່ການເປັນມະເຮັງລຳໄສ້ໃຫຍ່

ຮອດດັອກ ແລະ ຊີ້ນແປຮູບ ອາດເພີ່ມຄວາມສ່ຽງຕໍ່ການເປັນມະເຮັງລຳໄສ້ໃຫຍ່

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ສະຖາບັນຄົ້ນຄວ້າທາງການແພດ QIMR Berghoffer ໃນອົສຕຣາລີ ໄດ້ລາຍງານກ່ຽວກັບການສຶກສາລະດັບສາກົນທີ່ພົບວ່າ, ການບໍລິໂພກອາຫານທີ່ຜ່ານການແປຮູບຂັ້ນສູງ (ultra-processed foods)ໂດຍລວມບໍ່ມີຄວາມກ່ຽວຂ້ອງກັບການເປັນມະເຮັງລຳໄສ້ໃຫຍ່. ເຖິງຢ່າງໃດກໍຕາມ, ເມື່ອກວດສອບອາຫານແຍກແຕ່ລະປະເພດພົບວ່າ: ອາຫານບາງຊະນິດມີສ່ວນກ່ຽວຂ້ອງກັບຄວາມສ່ຽງຂອງການເປັນມະເຮັງລຳໄສ້ໃຫຍ່ທີ່ສູງຂຶ້ນ, ໃນຂະນະທີ່ອາຫານບາງຊະນິດມີສ່ວນກ່ຽວຂ້ອງກັບຄວາມສ່ຽງທີ່ຫຼຸດລົງ.
ອິນ​ໂດ​ເນ​ເຊຍ ເລັ່ງ​ເຮັດຝົນທຽມ ​​ຕ້ານ​ໝອກ​ຄວັນ​ໄຟ​ໄໝ້​ປ່າ

ອິນ​ໂດ​ເນ​ເຊຍ ເລັ່ງ​ເຮັດຝົນທຽມ ​​ຕ້ານ​ໝອກ​ຄວັນ​ໄຟ​ໄໝ້​ປ່າ

ຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ ຜ່ານມາວ່າ: ອິນໂດເນເຊຍ ສືບຕໍ່ປະຕິບັດການເຮັດຝົນທຽມ ໂດຍການໃຊ້ເກືອ ແລະ ນ້ຳກ້ອນແຫ້ງ ບັນເທົາວິກິດການໝອກຄວັນທີ່ເກີດຈາກໄຟໄໝ້ປ່າໃນ 4 ແຂວງຄື: ຊູມາຕຣາໃຕ້, ກາລິມັນຕັນກາງ, ກາລິມັນຕັນໃຕ້ ແລະ ກາລິມັນຕັນຕາເວັນຕົກ ຊຶ່ງຫຼ້າສຸດຝົນໄດ້ເລີ່ມຕົກໃນຫຼາຍພື້ນທີ່ແລ້ວ.
ຈີນ ສຳ​ເລັດ​ການ​ຍິງ​ຈະ​ຫຼວດ​ສົ່ງ​ຍານ GSX-1SY8 ຂຶ້ນ​ສູ່​ອະ​ວະ​ກາດ

ຈີນ ສຳ​ເລັດ​ການ​ຍິງ​ຈະ​ຫຼວດ​ສົ່ງ​ຍານ GSX-1SY8 ຂຶ້ນ​ສູ່​ອະ​ວະ​ກາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ເວ​ລາ 11 ໂມງ 39 ນາ​ທີ​ ຂອງວັນ​ທີ 21 ຕຸ​ລາ​ນີ້, ຢູ່​ສູນ​ສົ່ງ​ດາວ​ທຽມ​ທ້າຍຢວນ​ຂອງ​ຈີນ,
ຫວຽດນາມ - ດານມາກ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມ - ດານມາກ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 20 ຕຸ​ລາ​ ຜ່ານມາ, ໃນການພົບປະ​ເຈລະ​ຈາ​ຢູ່​ນະ​ຄອນ​ຫຼວງໂກເປັນຮາກ ປະເທດດານມາກ, ທ່ານ ໂຕ​ເລິມ​ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ​ ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານນາງ ເມດເຕ ຟຣີເດຣິກເຊນ ນາ​ຍົກ​ລັດ​ຖະ​ມົນ​ຕີດານມາກ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ ​ຍົກ​ລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ດານ​ມາກ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​.
ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ໃຫ້​ເອົາ​ໃຈ​ໃສ່ “​ການພັດ​ທະ​ນາກຳລັງການປະມວນຜົນປະ​ສານ​ສົມ​ທົບ​​ກັບ​ພະ​ລັງ​ງານ​ໄຟ​ຟ້າ ແລະ ຊັບ​ພະ​ຍາ​ກອນ​ນ້ຳ” ໃນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ກຳ​ລັງ​ການ​ປະ​ມວນ​ຜົນ​ສີ​ຂຽວ

ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ໃຫ້​ເອົາ​ໃຈ​ໃສ່ “​ການພັດ​ທະ​ນາກຳລັງການປະມວນຜົນປະ​ສານ​ສົມ​ທົບ​​ກັບ​ພະ​ລັງ​ງານ​ໄຟ​ຟ້າ ແລະ ຊັບ​ພະ​ຍາ​ກອນ​ນ້ຳ” ໃນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ກຳ​ລັງ​ການ​ປະ​ມວນ​ຜົນ​ສີ​ຂຽວ

“ການຈັດຕັ້ງປະຕິບັດໂຄງການ ‘ການປະມວນຜົນຂໍ້ມູນຕາເວັນອອກ-ຕາເວັນຕົກ’, ສ້າງເຄືອຂ່າຍກຳລັງການປະມວນຜົນເຊື່ອມໂຍງທົ່ວປະເທດເປັນແຜນນະໂຍບາຍສຳຄັນໜຶ່ງຂອງສູນກາງພັກຄອມມູນິດຈີນ.”
ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການ ສປຊ ຄັ້ງທີ 17

ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການ ສປຊ ຄັ້ງທີ 17

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 18 ຕຸລາ ຜ່ານມາ, ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການສະຫະປະຊາຊາດ (ສປຊ) ຄັ້ງທີ 17 ຫຼື COP17 ໄດ້ຈັດຂຶ້ນຢູ່ນະຄອນຫຼວງເຢເຣວານ ປະເທດອາກເມນີ. ກອງປະຊຸມຄັ້ງນີ້ຈະດໍາເນີນການກວດກາຕໍ່ຄວາມຄືບໜ້າລວມໝູ່ແຫ່ງການຈັດຕັ້ງປະຕິບັດ “ຂອບຊີວະນານາພັນທົ່ວໂລກຄຸນໝິງ-ມອນຕຣີໂອ” ເປັນເທື່ອທໍາອິດ ເພື່ອຊຸກຍູ້ໃຫ້ບັນລຸເປົ້າໝາຍທີ່ກໍານົດໄວ້ໃນຂອບດັ່ງກ່າວຮອດປີ 2030.
ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກ​ວັກ​ຢຸງ ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການ​ພັດ​ທະ​ນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດ​ຂຶ້ນໃນວັນ​ທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່​ແກ້​ໄຂ​ຈຸດ​ອຸດ​ຕັນຂອງ​ລະ​ບອ​ບ​ລະ​ບຽບ​ການ ແລະ ​ຊຸກ​ຍູ້ການສະໜອງ - ຄວາມ​ຕ້ອງ​ການ, ເພີ່ມ​ທະ​ວີ​ການຄົ້ນຄວ້າ​ຕາມຄວາມຕ້ອງການຂອງ​ວິ​ສາ​ຫະ​ກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນ​ກຳ​ລັງ​ໜູນຂອງການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ.
ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 14 ຕຸລາ ຜ່ານມາ, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແຈ້ງໃຫ້ຮູ້ກ່ຽວກັບສະພາບການຄ້າຂາເຂົ້າ-ຂາອອກ ໃນ 3 ໄຕມາດຂອງປີນີ້.
ເພີ່ມເຕີມ