ຄວາມຄືບໜ້າການຂຸດຄົ້ນ ພະພຸດທະຮູບ-ວັດຖຸພັນ ຢູ່ເມືອງຕົ້ນເຜິ້ງ

ຄວາມຄືບໜ້າການຂຸດຄົ້ນ ພະພຸດທະຮູບ-ວັດຖຸພັນ ຢູ່ເມືອງຕົ້ນເຜິ້ງ
ໃນວັນທີ 26 ມີນາ ຜ່ານມາ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມຄະນະ ໄດ້ລົງຕິດຕາມເບິ່ງຄວາມຄືບໜ້າການຂຸດຄົ້ນ, ກອບກູ້ເອົາພະພຸດທະຮູບ ແລະ ວັດຖຸພັນ ຢູ່ດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
  ການລົງເຄື່ອນໄຫວຄັ້ງນີ້, ທ່ານ ບຸນຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ  ລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ການຂຸດຄົ້ນ, ກອບກູ້ເອົາພະພຸດທະຮູບ ແລະ ວັດຖຸພັນດັ່ງກ່າວ ໄດ້ຂະຫຍາຍອອກເປັນ 40x36 ແມັດ, ເລິກປະມານ 4-5 ແມັດ, ໄດ້ຄົ້ນພົບພະພຸດທະຮູບ ທັງອົງໃຫຍ່ (ຂະໜາດໜ້າຕັກ 87 ຊັງຕີແມັດ, ບ່າກ້ວາງ 60 ຊຕມ, ສູງ 110 ຊຕມ) ແລະ ອົງນ້ອຍ (ນ້ອຍສຸດ ໜ້າຕັກ 4 ຊຕມ, ສູງ 5,5 ຊຕມ) ລວມທັງໝົດ 141 ອົງ. ສະເພາະວັນທີ 25 ມີນາ 2024 ຜ່ານມາ ຂຸດຄົ້ນໄດ້ 3 ອົງ ມີພະພຸດທະຮູບປາງສີຫະໄສຍາດ 1 ອົງ, ຍາວ 168 ຊຕມ, ແທ່ນຍາວ  187,5 ຊຕມ, ພົບສຽນພະພຸດທະຮູບ 25 ສຽນ, ຈອມເກດພະພຸດທະຮູບ 10 ຈອມ, ພະພິມສິມມາ 12 ໃບ, ພະພິມໃບໂພ 149 ອົງ ແລະ ຊິ້ນສ່ວນຈໍານວນໜຶ່ງ, ພົບພະພິມປາງລີລາ 134 ອົງ, ພະພິມສຸມກໍ ໃຫຍ່-ນ້ອຍ 7 ອົງ, ພະພິມຫໍສະຫວັນ 54 ອົງ, ພະພິມປາງສະດຸ້ງມານ 1 ອົງ, ພະທາດຈໍາລອງ 4 ພິມ, ແກນຍອດເສດຖະສັດພະທາດ 1 ດວງ, ແຫວນຄ້າຍຄືຄໍາ 1 ວົງ, ເຫຼັກໃສ່ຈອມທາດ 1 ອັນ, ກ້ອນຊືນ 1 ກ້ອນ, ຂວານບູຮານ 2 ອັນ, ພ້າ 1 ດວງ, ບ່ວງບູຮານ 1 ອັນ ແລະ ຊິ້ນສ່ວນເສົາທີ່ມີດອກດວງປະດັບເອ້, ດິນຈີ່ ແລະ ຊິ້ນສ່ວນພະທາດທີ່ໂອບດ້ວຍແຜ່ນທອງແດງ, ນູນເປັນຮູບລວດລາຍ ແລະ ກີບບົວຂວ້ຳ-ບົວຫງາຍ ຈໍານວນຫຼາຍ. ນອກຈາກນີ້, ຍັງພົບ ພະອູບທອງໃສ່ໃຈພະທາດ 1 ອັນ, ມີແກ້ວ 28 ເມັດ, ເມັດສີຄໍາ 73 ເມັດ, ແຫວນ 1 ວົງ, ແຜ່ນເງິນ-ແຜ່ນທອງ ແລະ ເມັດເງິນ 31 ເມັດ ບັນຈຸໄວ້ໃນຂວດແກ້ວ, ມີພະພຸດທະຮູບພອກເງິນ-ຄໍາ ຈໍານວນ 2 ອົງ, ມີແຜ່ນທອງຈາລຶກຕົວໜັງສືທໍາ 1 ແຜ່ນ, ຫີນສີລາ 1 ກ້ອນ ບັນຈຸໄວ່ໃນບໍລິເວນໃຈຂອງພະທາດ. ພະພຸດທະຮູບ ແລະ ວັດຖຸພັນ ທີ່ຂຸດຄົ້ນພົບດັ່ງກ່າວ,  ໄດ້ມີການຄຸ້ມຄອງ ດ້ວຍການຂຶ້ນທະບຽນ, ວິໄຈຂໍ້ມູນເບື້ອງຕົ້ນ, ບັນທຶກຮູບພາບ ແລະ ຍັງຈະສືບຕໍ່ຂຸດຄົ້ນ ຕື່ມອີກ. 
ໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ມີຄຳເຫັນວ່າ: ເຫດການດັ່ງກ່າວ, ເປັນເຫດ ການທີ່ໃຫຍ່ ແລະ ສຳຄັນ ເປັນເຫດການລະດັບຊາດ, ລັດຖະບານ ເຫັນດີໃຫ້ມີການແຕ່ງຕັ້ງຄະນະຮັບຜິດຊອບລະດັບຊາດ ທີ່ປະກອບດ້ວຍຫຼາຍພາກສ່ວນທີ່ມີສ່ວນຮ່ວມໃນໜ້າວຽກ ເພື່ອຊີ້ນຳ ເປັນຕົ້ນ ຈາກອົງການພຸດສາສະໜາສຳພັນລາວ, ຈາກສູນກາງແນວລາວສ້າງຊາດ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ວຽກງານ ໄດ້ຮັບການດຳເນີນງານຢ່າງເປັນລະບົບ, ຖືກຕ້ອງຕາມເຕັກນິກໃນການຂຸດຄົ້ນ ແລະ ຊອກຫາ. ຈາກນັ້ນ, ຈະໄດ້ມີການຄົ້ນຄວ້າ, ຂຽນປະຫວັດສາດ ແລະ ປະຫວັດຄວາມເປັັນມາຂອງພະພຸດທະຮູບ, ປູຊະນີຍະສະຖານ, ພ້ອມຂຶ້ນແຜນການໃຊ້ຈ່າຍງົບປະມານ ເປັນອັນສະເພາະ ໃນການດຳເນີນງານ ແລະ ອື່ນໆ.  ຂ່າວ-ພາບ: ນັດທະວຸດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ