ຄວາມເຊື່ອໝັ້ນການເຮັດທຸລະກິດຢູ່ມາເລເຊຍເພີ່ມຂຶ້ນ 3,2%

ຄວາມເຊື່ອໝັ້ນການເຮັດທຸລະກິດຢູ່ມາເລເຊຍເພີ່ມຂຶ້ນ 3,2%
ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ພະຈິກ ຜ່ານມາ, ອີງຕາມຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຄວາມເຊື່ອໝັ້ນການເຮັດທຸລະກິດຢູ່ມາເລເຊຍໄດ້ເພີ່ມຂຶ້ນ 3,2% ໃນໄຕມາດ 4 ນີ້. ສົ່ງຜົນໃຫ້ການເຮັດທຸລະກິດສືບຕໍ່ຂະຫຍາຍຕົວ.
ກົມສະຖິຕິມາເລເຊຍໄດ້ລະບຸໃນແຈ້ງການວ່າ: ຄວາມຫວັງການເຮັດທຸລະກິດຢູ່ມາເລເຊຍໃນໄຕມາດ 4 ແມ່ນມີສະພາບການດີທີ່ສຸດ. ໂຕຊີ້ບອກຄວາມໝັ້ນໃຈໄດ້ເພີ່ມຂຶ້ນ ຈາກ 0,7% ໃນໄຕມາດທີ 3. ອີງຕາມຂ້ໍມູນຈາກກົມສະຖິຕິໃຫ້ຮູ້ວ່າ: ການບໍລິການ, ອຸດສາຫະກຳ ແລະ ການກໍ່ສ້າງແມ່ນສາມຂະແໜງການແຫ່ງຄວາມຫວັງຂອງສະພາບການເຮັດທຸລະກິດດີທີ່ສຸດໃນໄຕມາດ 4.
ຄວາມເຊື່ອໝັ້ນການເຮັດທຸລະກິດຢູ່ໃນຂະແໜງການບໍລິການຍັງຢູ່ໃນທິດທາງບວກດ້ວຍໂຕຊີ້ບອກຄວາມໝັ້ນໃຈໄດ້ເພີ່ມຂຶ້ນເປັນ 6,3% ເມື່ອທຽບກັບໄຕມາດ 3 ທີ່ເພີ່ມຂຶ້ນ 6,1%. ສ່ວນຂະແໜງການອຸດສາຫະກຳຍັງສືບຕໍ່ໃນທິດທາງທີ່ດີສຳລັບການເຮັດທຸລະກິດ. ດ້ວຍໂຕຊີ້ບອກຄວາມໝັ້ນໃຈແມ່ນ 4% ສຳລັບໄຕມາດ 4 ເມື່ອສົມທຽບກັບໄຕມາດ 3 ແມ່ນ 1,3%. ຄວາມເຊື່ອໝັ້ນໃນຂະແໜງການກໍ່ສ້າງໄດ້ພິກຟື້ນໄປໃນທິດທາງທີ່ດີເປັນຄັ້ງທຳອິດນັບແຕ່ໄຕມາດໜຶ່ງຂອງປີ 2018 ເປັນຕົ້ນມາໄດ້ເພີ່ມຂຶ້ນ 1,7% ເມື່ອທຽບກັບໄຕມາດ 3 ແມ່ນ -26,9%.
ເຖິງຢ່າງໃດກໍຕາມ, ການເຮັດທຸລະກິດໃນຂະແໜງການຄ້າຂາຍຍ່ອຍ ແລະ ຂາຍຍົກນັ້ນຄາດຄະເນວ່າການເຮັດທຸລະກິດຍັງເປັນໄປໃນທິດທາງທີ່ບໍ່ຄ່ອຍດີ, ດ້ວຍໂຕຊີ້ບອກຄວາມໝັ້ນໃຈໃນໄຕມາດ 4 ແມ່ນ -3,6% ເມື່ອທຽບກັບ -1,5% ຂອງໄຕມາດ 3.

ຄໍາເຫັນ

ຂ່າວຕ່າງປະເທດ

ສ ເກົາຫຼີ ຮັກສາເປົ້າໝາຍການສົ່ງອອກໃຫ້ສູງກວ່າ 700 ຕື້ໂດລາ ໃນປີ 2026

ສ ເກົາຫຼີ ຮັກສາເປົ້າໝາຍການສົ່ງອອກໃຫ້ສູງກວ່າ 700 ຕື້ໂດລາ ໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ທັນວາ ຜ່ານມາວ່າ: ທ່ານ ຍໍ ຮັນກູ ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມທຸກວິທີທາງເພື່ອຮັກສາການສົ່ງອອກປະຈຳປີຂອງ ສ ເກົາຫຼີ ໃຫ້ສູງກວ່າ 700 ຕື້ໂດລາເປັນປີທີສອງຕິດຕໍ່ກັນໃນປີ 2026, ເຖິງວ່າຈະມີຄວາມບໍ່ແນ່ນອນດ້ານການຄ້າທົ່ວໂລກກໍຕາມ.
ທ່ານ ໂດໂນ ທຣຳ ລົງນາມໃນຄຳສັ່ງຖອນ ອາເມຣິກາ ອອກຈາກ 66 ອົງການຈັດຕັ້ງສາກົນ

ທ່ານ ໂດໂນ ທຣຳ ລົງນາມໃນຄຳສັ່ງຖອນ ອາເມຣິກາ ອອກຈາກ 66 ອົງການຈັດຕັ້ງສາກົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ມັງກອນ ຜ່ານມາວ່າ: ທຳນຽບຂາວ ຂອງສະຫະລັດ ອາເມຣິກາ ໄດ້ປະກາດໃນວັນທີ 7 ມັງກອນ ຜ່ານມາວ່າ, ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ລົງນາມໃນຄຳສັ່ງບໍລິຫານທີ່ຖອນສະຫະລັດ ອາເມຣິກາ ອອກຈາກການເປັນສະມາຊິກຂອງອົງການຈັດຕັ້ງສາກົນ ຈຳນວນ 66 ແຫ່ງ ໃນນີ້ລວມມີອົງການຈັດຕັ້ງທີ່ຂຶ້ນກັບສະຫະປະຊາຊາດ 31 ແຫ່ງ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບສະຫະປະຊາຊາດ 35 ແຫ່ງ.
ປີ 2025 ຈີນມ້າງ​ຄະ​ດີ​ຫຼອກ​ລວງ ​ໄດ້​ທັງ​ໝົດ 258.000 ຄະ​ດີ

ປີ 2025 ຈີນມ້າງ​ຄະ​ດີ​ຫຼອກ​ລວງ ​ໄດ້​ທັງ​ໝົດ 258.000 ຄະ​ດີ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ກະ​ຊວງ​ປ້ອງ​ກັນ​ຄວາມ​ປະ​ຫງົບ​ຈີນ​ໄດ້ຖະ​ແຫຼງ​ໃຫ້​ຮູ້​ວ່າ​, ປີ 2025 ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທົ່ວ​ປະ​ເທດ​ຈີນ​ໄດ້​ປາບ​ປາມ​ອາ​ຊະ​ຍາ​ກຳ​ຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ ແລະ​ ອອນ​ລາຍ​ຕາມ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ, ເຮັດ​ໃຫ້​ການ​ເກີດ​ອາ​ຊະ​ຍາ​ກຳ​ດັ່ງ​ກ່າວ​ຫຼຸ​ດ​ລົງ ໂດຍ​ສາ​ມາດ​ມ້າງ​ຄະ​ດີ​ທີ່​ກ່ຽວ​ຂ້ອງ​ໄດ້​ທັງ​ໝົດ 258.000 ຄະ​ດີ, ຮ່ວມ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຕັດ​ສາຍ​ຫຼອກ​ລວງ 3 ຕື້ 600 ລ້ານ​ເທື່ອ, ຂໍ້​ຄວາມ​ສັ້ນ 3 ຕື້ 300 ລ້ານ​ຂໍ້ຄວາມ, ຊ່ວຍ​ຢຸດ​ການ​ໂອນ​ເງິນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຫຼອກ​ລວງ​ໄດ້ 21 ລ້ານ 7 ແສນ 7 ພັນ​ຢວນ. ​ພາກ​ສ່ວນ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ສຶກ​ສາ​ອົບ​ຮົມ ​ແລະ​ ຕັກ​ເຕືອນ​ຕໍ່​ໜ້າ​ລວມ​ທັງ​ໝົດ 6 ລ້ານ 7 ແສນ 4 ໝື່ນ 7 ພັນ​ເທື່ອ​ຄົນ.
ນາຍົກຫວຽດນາມ ເນັ້ນ ເພື່ອເຕີບໂຕ 2 ໂຕເລກ ຕ້ອງຫັນປ່ຽນໂຄງປະກອບເສດຖະກິດ ແລະ ກຳນົດຮູບແບບການເຕີບໂຕໃໝ່

ນາຍົກຫວຽດນາມ ເນັ້ນ ເພື່ອເຕີບໂຕ 2 ໂຕເລກ ຕ້ອງຫັນປ່ຽນໂຄງປະກອບເສດຖະກິດ ແລະ ກຳນົດຮູບແບບການເຕີບໂຕໃໝ່

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 8 ມັງກອນ ຜ່ານມາ, ກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍໜ້າທີ່ປີ 2026 ຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດຂຶ້ນແບບທາງໄກ, ເຊື່ອມຕໍ່ຈາກສູນກາງໄປເຖິງ 34 ແຂວງ, ນະຄອນຂຶ້ນກັບສູນກາງ. ເຂົ້າຮ່ວມກອງປະຊຸມມີທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ທ່ານ ເລືອງເກື່ອງ ປະທານປະເທດ; ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ; ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ພ້ອມດ້ວຍການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.
Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Siemens ແລະ Nvidia ໄດ້ປະກາດການຮ່ວມມືດ້ານປັນຍາປະດິດ (AI) ເພື່ອພັດທະນາວິທີແກ້ໄຂ AI ສຳລັບການນຳໃຊ້ໃນຂະແໜງອຸດສາຫະກຳ. ໂດຍມີເປົ້າໝາຍຍົກລະດັບຂະບວນການຕັ້ງແຕ່ການອອກແບບ ແລະ ການຜະລິດ ຈົນເຖິງລະບົບຕ່ອງໂສ້ການສະໜອງໂດຍຜ່ານການພັດທະນາລະບົບປະຕິບັດການອຸດສາຫະກຳທີ່ຂັບເຄື່ອນດ້ວຍ AI.
ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມສີລັງກາບັນລຸລະດັບສູງສຸດໃນປີ 2025

ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມສີລັງກາບັນລຸລະດັບສູງສຸດໃນປີ 2025

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ທ່ານ ວິຈິດຕາ ເຮຣາດ ລັດຖະມົນຕີກະຊວງການຕ່າງປະເທດ, ການຈ້າງງານໃນຕ່າງປະເທດ ແລະ ການທ່ອງທ່ຽວຂອງສີລັງກາ ໄດ້ເປີດເຜີຍໃນກອງປະຊຸມຂ່າວ ຫວ່າງມໍ່ໆມານີ້ວ່າ, ສີລັງກາ ມີຈຳນວນນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນສູງສຸດແບບບໍ່ເຄີຍມີມາກ່ອນ ໃນປີ 2025, ໃນຂະນະທີ່ລາຍຮັບຈາກການທ່ອງທ່ຽວປະຈຳປີກໍທຳລາຍສະຖິຕິໃໝ່ເຊັ່ນດຽວກັນ, ເຖິງວ່າຈະປະເຊີນກັບອຸປະສັກຈາກພາຍຸໄຊໂຄລນ Ditwah ກໍຕາມ.
ອິນເດຍ ຊຸກຍູ້ໂຄງການພັດທະນາທັກສະດ້ານ AI ແຫ່ງຊາດ

ອິນເດຍ ຊຸກຍູ້ໂຄງການພັດທະນາທັກສະດ້ານ AI ແຫ່ງຊາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ອິນເດຍກຳລັງນຳໃຊ້ປັນຍາປະດິດ (AI) ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງແຮງງານຂອງຕົນ ທ່າມກາງຄວາມກັງວົນທົ່ວໂລກວ່າເຕັກໂນໂລຊີດັ່ງກ່າວອາດຈະເຂົ້າມາທົດແທນວຽກເຮັດງານທຳຈຳນວນຫຼາຍ. ໂດຍລັດຖະບານອິນເດຍໄດ້ເປີດໂຄງການພັດທະນາທັກສະດ້ານ AI ແຫ່ງຊາດຂະໜາດໃຫຍ່ ຊຶ່ງມີຈຸດປະສົງເພື່ອຝຶກອົບຮົມຊາວໜຸ່ມໃຫ້ໄດ້ 1 ລ້ານຄົນພາຍໃນ 1 ປີ.
Samsung ເຕືອນ ລາຄາສິນຄ້າໄອທີມີທ່າອ່ຽງຈະເພີ່ມຂຶ້ນ

Samsung ເຕືອນ ລາຄາສິນຄ້າໄອທີມີທ່າອ່ຽງຈະເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Samsung Electronics ຊຶ່ງເປັນບໍລິສັດເອເລັກໂຕຣນິກຊັ້ນນໍາຂອງໂລກຈາກ ສ ເກົາຫຼີ ຄາດຄະເນວ່າ, ບັນຫາການຂາດແຄນຊິບໜ່ວຍຄວາມຈໍາຈະເຮັດໃຫ້ລາຄາສິນຄ້າໃນອຸດສາຫະກໍາເອເລັກໂຕຣນິກເພີ່ມສູງຂຶ້ນ ຊຶ່ງອາດຈະລວມທັງສິນຄ້າຂອງ Samsung ດ້ວຍ, ເຖິງແມ່ນວ່າ Samsung ເບິ່ງຄືວ່າມີຂໍ້ໄດ້ປຽບຫຼາຍກວ່າຄູ່ແຂ່ງຂອງຕົນ ເພາະວ່າເປັນຜູ້ຜະລິດຊິບໜ່ວຍຄວາມຈຳທີ່ໃຫຍ່ທີ່ສຸດໃນໂລກ.
ປີ 2025 ການ​ຝາກ​ເຄື່ອງ​ທາງ​ໄປ​ສະ​ນີ​ຂອງ​ຈີນ​ບັນ​ລຸ​ເຖິງ 216 ຕື້ 500 ລ້ານ​​ອັນ

ປີ 2025 ການ​ຝາກ​ເຄື່ອງ​ທາງ​ໄປ​ສະ​ນີ​ຂອງ​ຈີນ​ບັນ​ລຸ​ເຖິງ 216 ຕື້ 500 ລ້ານ​​ອັນ

ຂ່າວສານຊີອາໄອລາຍງານວ່າ: ຕາມ​ນັກ​ຂ່າວ​ໄດ້​ຮັບ​ຊາບ​ຂໍ້​ມູນ​ຈາກກອ​ງ​ປະ​ຊຸມ​ວຽກ​ງານ​​ໄປ​ສະ​ນີ​ທົ່ວ​ປະ​ເທດ​ປີ 2026 ທີ່​ກົມ​​ໄປ​ສະ​ນີ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ມັງ​ກອນ ຜ່ານມາ​ນີ້​​ວ່າ:
ຫວຽດນາມ ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ຫວຽດນາມ ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ເນື່ອງໃນໂອກາດປີໃໝ່ 2026, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບ ໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມ ປີ 2025, ອາຍຸການລັດຖະບານ 2021 – 2025 ແລະ ໜ້າທີ່ ປີ 2026.
ເພີ່ມເຕີມ