ຄປມ ສະຫຼຸບສົກຮຽນ ແລະ ເປີດສົກຮຽນໃໝ່ສົກ 2023-2024

ຄປມ ສະຫຼຸບສົກຮຽນ ແລະ ເປີດສົກຮຽນໃໝ່ສົກ 2023-2024
ຄະນະວິທະຍາສາດປ່າໄມ້ (ຄປມ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບຊຸດຮຽນ 2019-2023, ເປີດສົກຮຽນໃໝ່ 2023-2024 ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາຂຶ້ນໃນວັນທີ 3 ຕຸລານີ້ ທີ່ ຄປມ ເປັນກຽດເຂົ້າຮ່ວມມີທ່ານ ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ, ມີພະນັກງານຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
    ທ່ານນາງ ລັດສະໜີ ບຸບຜາ ຄະນະບໍດີ ຄປມ ໄດ້ລາຍງານໃຫ້ຮູ້ວ່າ: ຄປມ ປະກອບມີ 5 ພາກວິຊາ, ມີ 2 ສູນຄົ້ນຄວ້າ (ສູນສຶກສາການປ່ຽນແປງພູມອາກາດ, ສູນຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີໄມ້) ແລະ 1 ສູນຮຽນຮູ້ກຳຈັດສິ່ງເສດເຫຼືອ.ປັດຈຸບັນມີພະນັກງານທັງໝົດ 81 ຄົນຍິງ 31 ຄົນ, ຄປມ ໄດ້ດຳເນີນການພັດທະນາໂດຍອີງໃສ່ແຜນການ5 ປີ ຊຶ່ງມີ7ແຜນງານ,32 ໂຄງການຜັນຂະຫຍາຍເປັນແຜນປີ 2022-2023 ແລະສາມາດຕີລາຄາຜົນສຳເລັດດັ່ງນີ້: ໃນສົກປີ 2022-2023ມີຜູ້ສຳເລັດການການສຶກສາທັງໝົດ 96 ຄົນ,ປະລິນຍາຕີ 76 ຄົນ,ນັກສຶກສາລະດັບປະລິນຍາໂທ 18 ຄົນ, ປະລິນຍາເອກ 2 ຄົນ. ນັກສຶກສາໄດ້ຕົວເດັ່ນຮອບດ້ານປະເພດ 1 ຈຳນວນ 29 ຄົນຍິງ 18 ຄົນ.ເດັ່ນການຮຽນ 21 ຄົນຍິງ 14ຄົນ, ເດັ່ນກິດຈະກຳ 21 ຄົນຍິງ15 ຄົນ. ໃນສົກຮຽນ 2023-2024 ມີນັກສຶກສາທັງໝົດ 351 ຄົນຍິງ 164 ຄົນ (ນັກສຶກສາໃນແຜນ: 75 ຄົນຍິງ 45 ແລະ ນອກແຜນ 276 ຄົນຍິງ 119 ຄົນ, ນັກສຶກສາລະດັບປະລິນຍາເອກ 22 ຄົນຍິງ 4 ຄົນ, ນັກສຶກສາປະລິນຍາໂທ 48 ຄົນຍິງ 11 ຄົນ, ນັກສຶກສາປະລິນຍາຕີ 273 ຄົນຍິງ 141 ຄົນ ແລະ ປະລິນຍາຕີຕໍ່ເນື່ອງ 8 ຄົນຍິງ 8 ຄົນ).
    ເນື່ອງໃນໂອກາດວັນຄູແຫ່ງຊາດ ຂໍອວຍພອນໄຊແດ່ຄູໃນທົ່ວປະເທດ ຈົ່ງມີພະລານາໄມສົມບູນແຂງແຮງ, ມີຄວາມສຸກປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ສ້າງນັກຮຽນລາວໃຫ້ເປັນຜູ້ສືບທອດທີ່ດີ ພັດທະນາສ້າງສາປະເທດຊາດຕໍ່ໄປ.
    ໃນໂອກາດນີ້, ທ່ານ ເດຊານຸລາດ ແສນດວງເດດໄດ້ໃຫ້ກຽດມອບໃບປະກາສະນີຍະບັດໃຫ້ແກ່ຜູ້ສຳເລັດການສຶກສາຕາມລຳດັບ. ນອກນັ້ນທ່ານຍັງໄດ້ໃຫ້ກຽດໂອ້ລົມຮຽກຮ້ອງໃຫ້ນັກສຶກສາທີ່ສຳເລັດການສຶກສາໃນຄັ້ງນີ້ຈົ່ງນຳເອົາຄວາມຮູ້-ຄວາມສາມາດທີ່ໄດ້ຮຽນມາໄປນຳໃຊ້ເຂົ້າໃນການດຳລົງຊີວິດຕົວຈິງໃຫ້ເກີດດອກອອກຜົນ.
ຂ່າວ-ຮູບ: ບຸນຕອມ

ຄໍາເຫັນ

ຂ່າວສືກສາ-ກິລາ

ນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳການສອບເສັງນັກຮຽນເກັ່ງລະດັບຊາດ

ນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳການສອບເສັງນັກຮຽນເກັ່ງລະດັບຊາດ

ໃນສົກຮຽນ 2023-2024 ຜ່ານມາ ນະຄອນຫຼວງວຽງຈັນ (ນວ) ສາມາດຍາດໄດ້ຫຼຽນຄຳໃນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດເຖິງ 6 ຫຼຽນຄຳ ແລະ 1 ຫຼຽນເງິນລວມ 7 ຫຼຽນ ແລະ ໃນສົກຮຽນ 2024-2025 ນວ ຍັງຄົງສາມາດສືບຕໍ່ຮັກສາມູນເຊື້ອໄວ້ຢ່າງໜຽວໝັ້ນ ພ້ອມທະລຸເປົ້າໝາຍເຖິງ 11 ຫຼຽນ ໃນນັ້ນໄດ້ຫຼຽນຄຳເຖິງ 7 ຫຼຽນໃນຈຳນວນ 8 ຫຼຽນຄຳທົ່ວປະເທດ.
ມສ ເມືອງລອງ ຖາມ-ຕອບ ວິທະຍາສາດ ແລະ ແຂ່ງຂັນສິລະປະວັນນະຄະດີ

ມສ ເມືອງລອງ ຖາມ-ຕອບ ວິທະຍາສາດ ແລະ ແຂ່ງຂັນສິລະປະວັນນະຄະດີ

ໂຮງຮຽນ ມສ ເມືອງລອງ ແຂວງຫຼວງນໍ້າທາ ໄດ້ຈັດພິທີຖາມ-ຕອບ ວິທະຍາສາດ ແລະ ແຂ່ງຂັນສິລະປະວັນນະຄະດີ ປະຈໍາສົກ 2024-2025 ຂຶ້ນໃນວັນທີ 8 ເດືອນ ເມສາຜ່ານມາ, ທີ່ໂຮງຮຽນ ມສ ເມືອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ຫອມກິ່ນແກ້ວ ປະທານສະມາຄົມພໍ່ແມ່ນັກຮຽນ, ມີທ່ານ ນາງ ຝາລິບວອນ ລໍວັນໂຫຼຍ ຮອງອໍານວຍການໂຮງຮຽນ ມສ ເມືອງລອງ.
ນັກຮຽນເກັ່ງຂັ້ນມັດທະຍົມສຶກສາ 228 ຄົນ ເຂົ້າຮ່ວມສອບເສັງລະດັບຊາດ

ນັກຮຽນເກັ່ງຂັ້ນມັດທະຍົມສຶກສາ 228 ຄົນ ເຂົ້າຮ່ວມສອບເສັງລະດັບຊາດ

ການສອບເສັງນັກຮຽນເກັ່ງຂັ້ນມັດທະຍົມສຶກສາປະຈຳສົກຮຽນ 2024-2025 ຊຶ່ງມີຕົວແທນນັກຮຽນເກັ່ງທົ່ວປະເທດເຂົ້າຮ່ວມສອບເສັງແຂ່ງຂັນທັງໝົດ 288 ຄົນ ຍິງ 162 ຄົນ ປີນີ້ໄດ້ຄັດເລືອກຕົວແທນນັກຮຽນເກັ່ງອັນດັບທີ 1 ແລະ 2 ຂອງແຕ່ລະວິຊາຂັ້ນ ມ4, ມ7 ທົ່ວປະເທດເຂົ້າຮ່ວມການສອບເສັງຄັ້ງນີ້.
ມສ ເມືອງໝໍຈັດງານປະກວດສິລະປະ-ວັນນະຄະດີຄັ້ງທີ XVI.

ມສ ເມືອງໝໍຈັດງານປະກວດສິລະປະ-ວັນນະຄະດີຄັ້ງທີ XVI.

ມສ ເມືອງໝໍ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານປະກວດສິລະປະ-ວັນນະຄະດີຄັ້ງທີ XVI ຂຶ້ນຢ່າງເບີກບານມ່ວນຊື່ນໃນຄໍ່າຄືນວັນທີ 25 ມີນາຜ່ານມາ ທີ່ໂຮງຮຽນດັ່ງກ່າວ. ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ວ່າການເຈົ້າເມືອງແກ່ນທ້າວ.
ເປີດຂະບວນການແຂ່ງຂັນກິລາ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ

ເປີດຂະບວນການແຂ່ງຂັນກິລາ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ

ກອງບັນຊາການປກສແຂວງຜົ້ງສາລີ ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາຂຶ້ນຢ່າງເປັນທາງການ ໃນວັນທີ 24 ມີນານີ້, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ຄໍາຈັນ ແສງລາວົງ ກໍາມະການປະຈໍາພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ.
ແຂ່ງຂັນກິລາເຕະບານຊາຍ-ຍິງ ຊີງຂັນຫົວໜ້າຫ້ອງວ່າການພັກສູນກາງພັກ

ແຂ່ງຂັນກິລາເຕະບານຊາຍ-ຍິງ ຊີງຂັນຫົວໜ້າຫ້ອງວ່າການພັກສູນກາງພັກ

ກົມບໍລິຫານ ຫ້ອງວ່າການສູນກາງພັກ ໄດ້ຈັດການແຂ່ງຂັນກິລາເຕະບານຊາຍ-ຍິງ ຊີງຂັນຫົວໜ້າຫ້ອງວ່າການພັກສູນກາງພັກ ຂຶ້ນໃນວັນທີ 20 ມີນານີ້ ທີ່ເດີ່ນກິລາຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມ
ໄຊສົມບູນ ສອບເສັງນັກຮຽນເກັ່ງ ປະຈຳສົກຮຽນ 2024-2025

ໄຊສົມບູນ ສອບເສັງນັກຮຽນເກັ່ງ ປະຈຳສົກຮຽນ 2024-2025

ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ຈັດພິທີສອບເສັງນັກຮຽນເກັ່ງ ປະຈຳສົກຮຽນ 2024-2025ຂຶ້ນ ໃນວັນທີ 6 ມີນາຜ່ານມາ ທີ່ຫ້ອງປະຊຸມພະແນກຂອງຕົນ ໂດຍການເປັນປະທານຂອງທ່ານ ຢົງຢີ ລີເຍ່ຍວື
ມໍປາຍທ່າແຂກ ເປີດຂະບວນແຂ່ງຂັນ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ"

ມໍປາຍທ່າແຂກ ເປີດຂະບວນແຂ່ງຂັນ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ"

ໂຮງຮຽນມໍປາຍທ່າແຂກ ແຂວງຄໍາມ່ວນ ຈັດພິທີເປີດຂະບວນການແຂ່ງຂັນ ແລະ ຍ້ອງຍໍ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ" ຕິດພັນກັບ 3 ຂໍ້ແຂ່ງຂັນ, ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,
ຊາວໜຸ່ມປກສຊະນະເລີດແຂ່ງຂັນເຕະບານຊີງຂັນສະຫາຍເລຂາ ຄຊປປລປະຈໍາປີ 2024

ຊາວໜຸ່ມປກສຊະນະເລີດແຂ່ງຂັນເຕະບານຊີງຂັນສະຫາຍເລຂາ ຄຊປປລປະຈໍາປີ 2024

ທີມຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຊະນະເລີດການແຂ່ງຂັນເຕະບານຊີງຂັນສະຫາຍເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ປະຈໍາປີ 2024.
ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ 2024

ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ 2024

ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈໍາສົກຮຽນ 2024 ໄດ້ຈັດຂຶ້ນໃນວັນທີ 6 ມັງກອນ ຜ່ານມານີ້ ທີ່ສູນຝຶກອົບຮົມ ICTC ນະຄອນຫຼວງວຽງຈັນ,
ເພີ່ມເຕີມ