ເຄືອຂ່າຍທຸລະກິດກະສິກໍາ GMS ເລັ່ງການຫັນປ່ຽນລະບົບອາຫານກະສິກຳ

ເຄືອຂ່າຍທຸລະກິດກະສິກໍາ GMS ເລັ່ງການຫັນປ່ຽນລະບົບອາຫານກະສິກຳ

ເຄືອຂ່າຍທຸລະກິດກະສິກໍາ GMS ເລັ່ງການຫັນປ່ຽນລະບົບອາຫານກະສິກຳ
ບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ (GMS) ໄດ້ມີບາດກ້າວສໍາຄັນໃນການສົ່ງເສີມລະບົບກະສິອາຫານກະສິກໍາທີ່ຍືນຍົງ ແລະ ທົ່ວເຖິງດ້ວຍການສ້າງຕັ້ງເຄືອຂ່າຍທຸລະກິດກະສິກໍາ GMS ຕາມທີ່ໄດ້ວາງແຜນໄວ້ ຊຶ່ງເປັນເວທີໃໝ່ຂອງພາກພື້ນທີ່ອອກແບບມາເພື່ອເພີ່ມທະວີການມີສ່ວນຮ່ວມຂອງພາກເອກະຊົນ, ຍົກລະດັບການສົນທະນາດ້ານນະໂຍບາຍ ແລະ ເປີດໂອກາດທາງທຸລະກິດຂ້າມຊາຍແດນ.

 

ທ່ານ ພົມມີ ອິນທິຈັກ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ ແລະ ສິ່ງແວດລ້ອມຂອງ ສປປ ລາວ ໄດ້ໃຫ້ຮູ້ວ່າ: “ເຄືອຂ່າຍທຸລະກິດກະສິກໍາ GMS ຊຶ່ງຈະໄດ້ຮັບການສ້າງຕັ້ງຂຶ້ນໂດຍການປະສານງານກັບສະພາທຸລະກິດ GMS ຈະເປັນເວທີສໍາລັບການສົນທະນາລະຫວ່າງພາກລັດ ແລະ ພາກເອກະຊົນດ້ານທຸລະກິດກະສິກໍາ ແລະ ນະໂຍບາຍທີ່ສອດຄ່ອງກັນ ແລະ ມີຄວາມກົມກຽວກັນຫຼາຍຂຶ້ນໃນທົ່ວອະນຸພາກພື້ນ”.

ເຄືອຂ່າຍທຸລະກິດກະສິກໍາໄດ້ຖືກເປີດຕົວໃນກອງປະຊຸມປຶກສາຫາລືກ່ຽວກັບຂະແໜງທຸລະກິດກະສິກຳໃນອະນຸພາກພື້ນແມ່ນໍ້າຂອງ ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 25-26 ພຶດສະພາ 2026 ທີ່ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຈັດຂຶ້ນໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ ຫຼື(ADB) ພາຍໃຕ້ແຜນງານ ແລະ ໂຄງການຊ່ວຍເຫຼືອທາງດ້ານວິຊາການດ້ານກະສິກໍາທີ່ຍືນຍົງ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານໃນອະນຸພາກພື້ນແມ່ນໍ້າຂອງ.

ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: ຂໍ້ລິເລີ່ມດັ່ງກ່າວນັ້ນສະໜັບສະໜູນການຈັດຕັ້ງຂອບຍຸດທະສາດຄຸນໝິງ 2030 ເພື່ອການຫັນປ່ຽນລະບົບອາຫານກະສິກຳໃນອະນູພາກພື້ນແມ່ນໍ້າຂອງ ຊຶ່ງໄດ້ກໍານົດແນວທາງສໍາລັບການຫັນປ່ຽນການຄ້າດ້ານອາຫານກະສິິກຳໃຫ້ເປັນແຮງຂັບເຄື່ອນທາງເສດຖະກິດທີ່ສໍາຄັນ. ພ້ອມກັນນັ້ນ ຂໍ້ລິເລີ່ມນີ້ຍັງສອດ ຄ່ອງກັບຍຸດທະສາດ GMS ວ່າດ້ວຍການມີສ່ວນຮ່ວມຂອງພາກເອກະຊົນທີ່ໄດ້ຮັບການຮັບຮອງຈາກລັດຖະມົນຕີ GMS ໃນປີ 2025 ເພື່ອສົ່ງເສີມການສົນທະນາລະຫວ່າງພາກລັດ ແລະ ພາກເອກະຊົນໃຫ້ມີໂຄງສ້າງ ແລະ ມີປະສິດຕິພາບຫຼາຍຂຶ້ນໃນທົ່ວອະນຸພາກພື້ນ.

ກອງປະຊຸມປຶກສາຫາລືດັ່ງກ່າວ ຊຶ່ງມີຜູ້ເຂົ້າຮ່ວມຕາງໜ້າຈາກບັນດາປະເທດອະນຸພາກພື້ນແມ່ນ້ຳຂອງຈາກ ສປປ ລາວ, ກຳປູເຈຍ, ມຽນມາ, ໄທ, ຫວຽດນາມ, ແລະ ແຂວງຢຸນນານ ແລະ ເຂດປົກຄອງຕົນເອງກວາງຊີ ຂອງ ສປ ຈີນ ໄດ້ສົນທະນາປຶກສາຫາລືກັນກ່ຽວກັບແນວທາງແກ້ໄຂສິ່ງທ້າທາຍທີ່ມີມາດົນນານໃນພາກພື້ນ ນັ້ນກໍຄືຄວາມບໍ່ສອດຄ່ອງລະຫວ່າງນະໂຍບາຍພາກລັດ ແລະ ສະພາບຄວາມ ເປັນຈິງຂອງພາກເອກະຊົນໃນຂະແໜງທຸລະກິດກະສິກໍາ. ການສົນທະນາໄດ້ສຸມໃສ່ບັນຫາຄວາມບໍ່ສອດ ຄ່ອງຂອງນະໂຍບາຍທີ່ຍັງຄົງມີຢູ່, ລະບົບການຄ້າຂ້າມຊາຍແດນທີ່ກະແຈກກະຈາຍ ແລະ ພ້ອມທັງຕົວແທນຈາກພາກເອກະຊົນທີ່ຈໍາກັດໃນຂະບວນການສ້າງນະໂຍບາຍ ຊຶ່ງບັນຫາເຫຼົ່ານີ້ຍັງຄົງສືບຕໍ່ສ້າງຄວາມບໍ່ມີປະສິດທິຜົນໃນທົ່ວຂະແໜງອາຫານກະສິກຳຊຶ່ງສົ່ງຜົນກະທົບຕໍ່ການຄ້າ, ໂລຈິສຕິກ ແລະ ການຕັດສິນໃຈໃນການລົງທຶນ.

ຜູ້ເຂົ້າຮ່ວມກອງປະຊຸມໄດ້ຍົກປະເດັນສິ່ງທ້າທາຍທີ່ພາກພື້ນພວມປະເຊີນ ລວມເຖິງການປະຕິບັດຕາມມາດຕະຖານສາກົນທີ່ມີການພັດທະນາຢ່າງຕໍ່ເນື່ອງ, ການເຂົ້າຮ່ວມໃນຕະຫຼາດກາກບອນ, ແລະ ຄວາມຈໍາເປັນໃນກາຮັັດແຄບຊ່ອງວ່າງທາງດ້ານການເງິນທີ່ສຳຄັນ ສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງໃນຂະແໜງກະສິກຳ. ການສົນທະນາໄດ້ເນັ້ນຢ້ຳເຖິງຄວາມສໍາຄັນຂອງການດໍາເນີນງານຮ່ວມກັນໃນລະດັບພາກພື້ນ ແລະ ການແລກປ່ຽນຄວາມຮູ້ ເພື່ອຮັບມືກັບສິ່ງທ້າທາຍໃໝ່ໆເຫຼົ່ານີ້ໄດ້ຢ່າງມີປະສິດທິຜົນ.

ທ່ານ ນາງ ແຊນນີ ແຄັມເບວ ຫົວໜ້າຫ້ອງການ ADB ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: “ດ້ວຍການຮັບຮູ້ເຖິງຊ່ອງວ່າງທາງດ້ານການເງິນທີ່ສຳຄັນໃນຂະແໜງອາຫານກະສິກຳຂອງພາກພື້ນ, ADB ຈຶ່ງຊ່ວຍແກ້ໄຂບັນຫາຊ່ອງວ່າງທາງການເງິນດັ່ງກ່າວ ດ້ວຍເຄື່ອງມືທາງການເງິນທີ່ມີຢູ່ສໍາລັບພາກເອກະຊົນໃນນັ້ນລວມມີ ກອງທຶນ ADB Ventures, ໂຄງການສະໜອງທຶນເພື່ອການຄ້າ ແລະ ຕ່ອງໂສ້ການສະໜອງຂອງ ADB (ADB Trade and Supply Chain Finance Program), ແລະ ກອງທຶນ ADB Frontier”.

ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບກົນໄກໃນການຫຼຸດຜ່ອນການຄ້າ ທີ່ກະແຈກກະຈາຍ, ປັບປຸງການໄຫຼວຽນຂອງຂໍ້ມູນຂ່າວສານ, ແລະ ສ້າງຄວາມໄວ້ວາງໃຈ ແລະ ຄວາມຮ່ວມມືໃຫ້ເຂັ້ມແຂງຍິ່ງຂຶ້ນໃນລະຫວ່າງທຸລະກິດກະສິກໍາທົ່ວທຸກປະເທດອະນຸພາກພື້ນແມ່ນໍ້າຂອງ ໂດຍສຸມໃສ່ການສ້າງກົນໄກການປຶກສາຫາລືຢ່າງເປັນທາງການ ລະຫວ່າງ ກຸ່ມເຮັດວຽກດ້ານກະສິກໍາໃນອະນຸພາກພື້ນແມ່ນໍ້າຂອງ (GMS Working Group on Agriculture) ແລະ ເຄືອຂ່າຍທຸລະກິດກະສິກໍາອະນຸພາກພື້ນແມ່ນໍ້າຂອງ(GMS Agribusiness Network) ເພື່ອນໍາເອົາຄວາມເຫັນ ແລະ ຂໍ້ສະເໜີຈາກພາກເອກະຊົນເຂົ້າໄປໃນຂະບວນການສ້າງນະໂຍບາຍຄວບຄູ່ໄປກັບເວທີສໍາລັບການຕິດຕໍ່ລະຫວ່າງທຸລະກິດຫາທຸລະກິດທີ່ມີໂຄງສ້າງຊັດເຈນ ເພື່ອສ້າງຄວາມເຂັ້ມແຂງແກ່ການເຊື່ອມໂຍງຕ່ອງໂສ້ການສະໜອງຂ້າມຊາຍແດນ, ອໍານວຍຄວາມສະດວກແກ່ຄວາມຮ່ວມມື ແລະ ແກ້ໄຂອຸປະສັກອຸດຕັນທາງການຄ້າ.

ກອງປະຊຸມໄດ້ອັດລົງດ້ວຍການບັນລຸຂໍ້ຕົກລົງກ່ຽວກັບແຜນປະຕິບັດງານເບື້ອງຕົ້ນ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອປະຕິບັດງານ ເຄືອຂ່າຍທຸລະກິດກະສິກຳ GMS, ລວມທັງການກຳນົດໂຄງສ້າງການປົກຄອງບໍລິຫານເຄືອຂ່າຍ, ບຸລິມະສິດດ້ານການດໍາເນີນງານ, ແລະ ຂໍ້ລິເລີ່ມໃນໄລຍະເລີ່ມຕົ້ນ. ຜົນສໍາເລັດດັ່ງກ່າວນັບເປັນຂີດໝາຍສໍາຄັນໃນການຂັບເຄື່ອນວິໄສທັດ GMS 2030 ສໍາລັບລະບົບອາຫານກະສິກຳທີ່ຍືນຍົງ, ທົນທານ ແລະ ທົ່ວເຖິງ ໂດຍມີພື້ນຖານການເຊື່ອມໂຍງພາກພື້ນທີ່ເຂັ້ມແຂງຂຶ້ນ, ການມີສ່ວນຮ່ວມຂອງພາກເອກະຊົນທີ່ຫຼາຍຂຶ້ນ, ແລະ ການເຂົ້າເຖິງແຫຼ່ງທຶນທີ່ໄດ້ຮັບການປັບປຸງດີຂຶ້ນ.

ອະນຸພາກພື້ນແມ່ນ້ຳຂອງປະກອບດ້ວຍ ກຳປູເຈຍ, ສປ ຈີນ (ແຂວງຢຸນນານ ແລະ ເຂດປົກຄອງຕົນເອງກວາງຊີ), ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ. ໃນປີ 1992, ໂດຍໄດ້ຮັບການສະໜັບສະໜູນຈາກ ADB ແລະ ບົນພື້ນຖານປະຫວັດສາດ ແລະ ວັດທະນະທໍາທີ່ມີຮ່ວມກັນ, ທັງຫົກປະເທດໃນ GMS ໄດ້ເປີດຕົວແຜນງານການຮ່ວມມືທາງເສດຖະກິດໃນອະນຸພາກພື້ນ ຫຼື ແຜນງານ GMS ເພື່ອເພີ່ມທະວີການພົວພັນທາງດ້ານເສດຖະກິດລະຫວ່າງກັນ. ແຜນງານ GMS ກວມເອົາຂະແໜງບຸລິມະສິດສໍາຄັນປະກອບດ້ວຍ ກະສິກໍາ, ພະລັງງານ, ສິ່ງແວດລ້ອມ, ການຮ່ວມມືດ້ານສາທາລະນະສຸກ, ການທ່ອງ ທ່ຽວ, ການຂົນສົ່ງ, ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ, ພ້ອມທັງການພັດທະນາເມືອງ.

(ຂ່າວ: ເອດີບີ)

ຄໍາເຫັນ

ຂ່າວການຮ່ວມມື

ຫົວໜ້າ ຄອສພ ຕ້ອນຮັບ ທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຫົວໜ້າ ຄອສພ ຕ້ອນຮັບ ທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ໃນວັນ ທີ 4 ພະຈິກນີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ໃນວັນທີ 2 ພະຈິກ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອີດີເບັກ ກາລັນດາ (Idibek Kalandar) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 1-3 ພະຈິກ 2026 ເພື່ອປຶກສາຫາລື ກ່ຽວກັບ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຕັດຈິກິດສະຖານ.
ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

​ ວັນທີ 3 ພະຈິກນີ້ ທີ່ບ້ານດົງໝາກໄຟ ເມືອງໄຊບູລີ ແຂວງສະຫວັນນະເຂດ, ໄດ້ຈັດພິທີເປີດກິດຈະກຳການມອບເງິນສົດເພື່ອຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໂດຍການເປັນປະທານຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ພົງໄຊສັກ ອິນທະລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ມີກເຊວ ເອົາຫຼໍ່ ອຸປະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ທ່ານ ມາກ ອັງເດຣ ໂພຣສ ຜູ້ອຳນວຍການອົງການອາຫານໂລກ (WFP) ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່່ກຽວຂ້ອງເຂົ້າຮ່ວມ.
ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ໃນວັນທີ 3 ພະຈິກນີ້, ທີ່ເຮືອນຮັບແຂກລັດຖະບານຕ້ຽວ ຢູ ຖາຍ ນະຄອນຫຼວງປັກກິ່ງ ສປ ຈີນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫວັງ ອີ້ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11 ໃນລະຫວ່າງວັນທີ 3-4 ພະຈິກ 2026 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ.
ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງເມືອງນາໝໍ້ ແຂວງອຸດົມໄຊໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ແຂວງ​ອຸ​ດົມ​ໄຊ, ຮ່ວມ​ລົງ​ນາມ​ໂດຍທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວແລະທ່ານ ວົງວັນ ສີວິໄລ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນາໝໍ້, ໂດຍ​ມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງອຸດົມໄຊແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານ​ນໍ​າ.
ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ໃນວັນທີ 2 ພະຈິກຜ່ານມາ,ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ ຢູ່ທີ່ພື້ນທີ່ຊຸ່ມນໍ້າໜອງແດ, ແຂວງອຸດອນທານີ ປະເທດໄທ. ຊຶ່ງມີ ທ່ານ ອານຸທິນ ຊານວິລະກູນ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງມະຫາດໄທ ເຂົ້າຮ່ວມເປັນປະທານໃນພິທີ.
ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ວັນທີ 3 ພະຈິກນີ້, ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ,​ສະຫາຍ ສອນໄຊ ສີພັນດອນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດແຫ່ງ ສປປລາວ ພົບປະຢ່າງເປັນທາງການກັບສະຫາຍ ເຈິ່ນ ແທັງ ເໝິ້ນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມໃນໂອກາດເຄື່ອນໄຫວຢ້ຽມຢາມ ສສຫວຽດນາມ ຢ່າງເປັນທາງການ ຊຶ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.
ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ໃນທ້າຍເດືອນຕຸລາຜ່ານມາ, ຄະນະນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົບວຽກງານພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ໄດ້ໄປທັດສະນະພົບປະແລກປ່ຽນບົດຮຽນກັບໜັງສືພິມ ແລະ ວິທະຍຸ-ໂທລະພາບຫາຍຟອງ ຊຶ່ງນໍາໂດຍທ່ານນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນຄະນະໂຄສະນາອົບຮົມສູນກາງພັກ.
ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສ ຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ, ໃນວັນ ທີ 3 ພະຈິກນີ້, ທີ່ທຳນຽບປະທານປະເທດ,ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ